ບ່ອນທີ່ທ່ານປະທານໂຮ່ຈິມິນແຕ່ງຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ຫວຽດນາມ

(VOVWORLD) -ເຮືອນເລກທີ 48 ຖະໜົນຮ່າງງາງ ນອນໃນຄຸ້ມຖະໜົນເກົ່າຮ່າໂນ້ຍ, ຊຶ່ງແມ່ນຖະໜົນສາຍໜຶ່ງທີ່ມີການຄ້າຂາຍຢ່າງຟົດຟື້ນທີ່ສຸດຢູ່ຮ່າໂນ້ຍນັບແຕ່ກ່ອນເປັນຕົ້ນມາ

ຢູ່ເຮືອນຫຼັງນີ້, ໃນຊຸມວັນທ້າຍເດືອນສິງຫາປີ 1945, ທ່ານປະທານໂຮ່ຈິມິນໄດ້ແຕ່ງຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສ. ປະຊາທິປະໄຕຫວຽດນາມ. ໃນເຮືອນຫຼັງນີ້ ປະຈຸບັນ, ຍັງຄົງຮັກສາບັນດາວັດຖຸພັນ, ຮອງຮ່ອຍປະຫວັດສາດຕິດພັນກັບ ທ່ານປະທານໂຮ່ຈິມິນ.

ບ່ອນທີ່ທ່ານປະທານໂຮ່ຈິມິນແຕ່ງຖະແຫຼງການປະກາດເອກະລາດ,  ສະຖາປະນາປະເທດ ຫວຽດນາມ - ảnh 1ເຮືອນເລກທີ 48 ຖະໜົນຮ່າງງາງ-ຮ່າໂນ້ຍ 

     ໃນຊຸມປີ 40 ຂອງສະຕະວັດກ່ອນ, ເຮືອນເລກທີ 48 ຖະໜົນຮ່າງງາງເຄີຍແມ່ນຮ້ານຂາຍຜ້າໄໝ ຟຸກເລີ້ຍຂອງຄອບຄົວລຸງຈິ້ງວັນໂບ ແລະ ປ້າຮ່ວາງທິໂຮ່. ເຮືອນຫຼັງນີ້ແມ່ນເຮືອນຫ້ອງແຖວ, ໜ້າເຮືອນຢູ່ແຄມຖະໜົນຮ່າງງາງ, ຫຼັງເຮືອນແມ່ນຢູ່ແຄມຖະໜົນຮ່າງເກີນ. ນີ້ແມ່ນສະຖານທີ່ເຄື່ອນໄຫວການປະຕິວັດ. ໃນຊຸມມື້ຕົ້ນການປະຕິວັດເດືອນສິງຫາປີ 1945, ເຮືອນຫຼັງນີ້ໄດ້ຮັບການຄັດເລືອກແມ່ນບ່ອນຢູ່ ແລະ ເຮັດວຽກຂອງ ທ່ານປະທານໂຮ່ຈິມິນນັບແຕ່ວັນທີ 25 ສິງຫາຫາວັນທີ 2 ກັນຍາປີ 1945. ແລະ ກໍຢູ່ແຫ່ງນີ້, ທ່ານປະທານໂຮ່ຈິມິນພ້ອມກັບບັນດາພະນັກງານສູນກາງໄດ້ຮັບຮອງເອົາເນື້ອໃນ 3 ປະການເຊັ່ນ: ຖະແຫຼງການປະກາດເອກະລາດ; ຈັດພິທີວັນຊາດ, ພາກສ່ວນໃນລັດຖະບານຊົ່ວຄາວ. ນາງ ຫງວຽນບິກແຫ້ງ, ພະນັກງານພະແນກຄຸ້ມຄອງປູຊະນີຍະສະຖານ, ຄະນະຄຸ້ມຄອງປູຊະນີຍະສະຖານ ແລະ ທິວທັດທຳມະຊາດຮ່າໂນ້ຍ ໃຫ້ຮູ້ວ່າ : 

    “ ສູນກາງພັກໄດ້ເລືອກເອົາເຮືອນຫຼັງນີ້ ເປັນບ່ອນຕ້ອນຮັບທ່ານປະທານໂຮ່ຈິມິນ ຈາກເຂດຖານທີ່ໝັ້ນຫວຽດບັກມາຮ່າໂນ້ຍ, ເພາະເຮືອນຫຼັງນີ້ມີ 2 ທາງເຂົ້າໄປ. ສູນກາງພັກໄດ້ຈັດແຈ່ງໃຫ້ທ່ານປະທານໂຮ່ຈິມິນເຂົ້າ ແລະ ອອກເຮືອນຕາມທາງຫຼັງເຮືອນ ເລກທີ 35 ຖະໜົນຮ່າງເກີນ ດ້ວຍຂັ້ນໄດຂຶ້ນຊັ້ນ 2 ຂອງຄອບຄົວເພື່ອນຮັກສາຄວາມລັບ ກໍຄືຄວາມປອດໄພໃຫ້ເພິ່ນ.  ”

    ຜ່ານບັນດາໄລຍະແຫ່ງປະຫວັດສາດ, ມາຮອດປະຈຸບັນ, ເຮືອນເລກທີ 48 ຖະໜົນຮ່າງງາງຍັງຄົງໄດ້ຮັບການຮັກສາເໝືອນເດີມ. ຊັ້ນໜຶ່ງຂອງເຮືອນ ນັບແຕ່ປີ 1970 ມາຮອດປະຈຸບັນ ໄດ້ກາຍເປັນເຮືອນທີ່ລະນຶກ ວາງສະແດງບັນດາວັດຖຸພັນ ເອກະສານຕາມຫົວເລຶ່ອງໃນໂອກາດວັນບຸນໃຫຍ່ແຕ່ລະຄັ້ງ. ຢູ່ຊັ້ນ 2 ໃນເຮືອນ ແມ່ນບ່ອນວາງສະແດງໂຕະໜ່ວຍໜຶ່ງ ທີ່ທ່ານປະທານໂຮ່ຈິມິນໄດ້ນັ່ງຂຽນແຕ່ງຖະແຫຼງການປະກາດເອກະລາດ, ບັນດາວັດຖຸພັນໃນຫ້ອງຮັບແຂກຂອງທ່ານປະທານໂຮ່ຈິມິນໃນຊຸມວັນທີເພິ່ນຢູ່ ແລະ ເຮັດວຽກທີ່ນີ້, ພ້ອມກັບຫ້ອງປະຊຸມຊຶ່ງແມ່ນບ່ອນທີ່ທ່ານປະທານໂຮ່ຈິມິນພ້ອມກັບບັນດາກຳມະການສູນກາງພັກເຮັດວຽກ… ນາງ ຫງວຽນບິກແຫ້ງ, ພະນັກງານພະແນກຄຸ້ມຄອງປູຊະນີຍະສະຖານ, ຄະນະຄຸ້ມຄອງປູຊະນີຍະສະຖານ ແລະ ທິວທັດທຳມະຊາດຮ່າໂນ້ຍ ເວົ້າວ່າ : 

   “ ນີ້ແມ່ນຊຸດໂຕະຕັ່ງ ທີ່ທ່ານປະທານໂຮ່ຈິມິນໄດ້ນັ່ງຂຽນແຕ່ງຖະແຫຼງການປະກາດເອກະລາດ. ເພິ່ນເຄີຍນັ່ງນີ້ຂຽນ, ບາງເທື່ອ ເພິ່ນກໍຂຽນຢູ່ຫ້ອງກິນເຂົ້າຂອງຄອບຄົວ. ຄອບຄົວເຈົ້າຂອງເຮືອນເອງ ກໍບໍ່ໄດ້ຮູ້ວ່າ ພໍ່ຕູ້ນຸ່ງຊຸດກາກີ ເຄີຍນັ່ງຂຽນຢູ່ນີ້ ແມ່ນທ່ານປະທານໂຮ່ຈິມິນເລີຍ. ພຽງແຕ່ຮອດວັນທີ 2 ກັນຍາປີ 1945, ຂະນະທີ່ເພິ່ນຂຶ້ນກ່າວບົດຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງບາດິງນັ້ນ, ຄອບຄົວເຈົ້າຂອງເຮືອນຈຶ່ງໄດ້ຮູ້ວ່າ ພໍ່ຕູ້ຄົນນັ້ນ ແມ່ນທ່ານປະທານໂຮ່ຈິມິນແທ້  ”

    ມາຢ້ຽມຊົມຫ້ອງນ້ອຍຢູ່ຊັ້ນ 2 , ແຂກທ່ອງທ່ຽວຫຼາຍຄົນ ຕ່າງກໍປະຫຼາດໃຈ ແລະ ຕື້ນຕັນໃຈເມື່ອໄດ້ຢືນຊົມເບິ່ງວັດຖຸພັນໃນບ່ອນທີ່ທ່ານປະທານໂຮ່ຈິມິນ ແຕ່ງຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສ. ປະຊາທິປະໄຕຫວຽດນາມ. ທ້າວ Thomas Bayer ແຂກທ່ອງທ່ຽວມາຈາກອັງກິດ ເວົ້າວ່າ :

   “ ຂ້າພະເຈົ້າຕົກສະເງີ້, ເມື່ອໄດ້ຮູ້ວ່າ ຖະແຫຼງການປະກາດເອກະລາດຂອງຫວຽດນາມ ຖືກແຕ່ງໃນຫ້ອງນ້ອຍດ້ວຍເນື້ອທີ່ 20 ຕາແມັດເທົ່ານັ້ນ. ບ່ອນທີ່ທ່ານປະທານໂຮ່ຈິມິນເຮັດວຽກແມ່ນລຽບງ່າຍພໍສົມຄວນ, ມີພຽງຕູ້ເກັບມ້ຽນເອກະສານ ແລະ ຕ່ຽງໜ່ວຍໜຶ່ງເພື່ອນອນພັກຜ່ອນ ແລະ ຊຸດໂຕະຕັ່ງນີ້ ແມ່ນບ່ອນທີ່ທ່ານປະທານໂຮ່ຈິມິນໄດ້ນັ່ງແຕ່ງເອກະສານທີ່ສຳຄັນຂອງປະເທດຊາດ”

      ແລະ ກໍຢູ່ຊັ້ນ 2 , ທາງນອກບ່ອນເຮັດວຽກຂອງທ່ານປະທານໂຮ່ຈິມິນ ແມ່ນຫ້ອງຮັບແຂກ, ບ່ອນທີ່ເພິ່ນໄດ້ຕ້ອນຮັບພໍ່ແມ່ພີນ້ອງບັນດາເຜົ່າເຂດຫວຽດບັກ ເມື່ອມານະຄອນຫຼວງ. ຍ່າງຜ່ານລະບຽງເຮືອນ ແມ່ນຫ້ອງປະຊຸມຊຶ່ງແມ່ນບ່ອນທີ່ທ່ານປະທານໂຮ່ຈິມິນພ້ອມກັບບັນດາພະນັກງານສູນກາງພັກຄື ທ່ານ ວໍ້ງວຽນຢາບ, ຫງວຽນເລືອງບັງ, ເຈື່ອງຈິງ, ເຈີນດັງນິງ , ຄວັດຢີຕ້ຽນ…ນາງ ຫງວຽນບິກແຫ້ງ, ພະນັກງານພະແນກຄຸ້ມຄອງປູຊະນີຍະສະຖານ, ຄະນະຄຸ້ມຄອງປູຊະນີຍະສະຖານ ແລະ ທິວທັດທຳມະຊາດຮ່າໂນ້ຍ ໃຫ້ຮູ້ຕື່ມອີກວ່າ : 

    “ ຢູ່ທີ່ນີ້, ຍັງມີເຫດການພິເສດອີກປະການໜຶ່ງ, ນັ້ນແມ່ນກ່ອນທີ່ທ່ານປະທານໂຮ່ຈິມິນກ່າວບົດຖະແຫຼງການປະກາດເອກະລາດ, ໃນວັນທີ 26 ສິງຫາປີ 1945, ທ່ານປະທານໂຮ່ຈິມິນໄດ້ຕ້ອນຮັບ ພັນຈັດຕະວາ Archimedes L.A Patti, ຜູ້ບັນຊາການກົມກອງ OSS ຂອງອາເມລິກາ. ທ່ານແມ່ນຊາວຕ່າງປະເທດຄົນທຳອິດໄດ້ອ່ານບົດຖະແຫຼງການປະກາດເອກະລາດຂະນະທີ່ຍັງບໍ່ທັນໄດ້ກ່າວຢູ່ສະໜາມຫຼວງ ແລະ ທ່ານໄດ້ຮັບຄຳເຊີນເຂົ້າຮ່ວມພິທີວັນຊາດຂອງປະເທດ ສ. ປະຊາທິປະໄຕຫວຽດນາມເມື່ອວັນທີ 2 ກັນຍາປີ 1945”

     ປີ 1979, ເຮືອນເລກທີ 48 ຖະໜົນຮ່າງງາງໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ. ບ່ອນນີ້ ກໍແມ່ນໜຶ່ງໃນບັນດາສະຖານທີ່ຊຶ່ງໄດ້ຕິດພັນກັບການດຳລົງຊີວິດ ແລະ ເຮັດວຽກຂອງທ່ານປະທານໂຮ່ຈິມິນຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ