ບາເຣັຍ - ຫວຸງເຕົ່າ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ - ວິໄສທັດ ແລະ ກາລະໂອກາດໃໝ່

(VOVWORLD) -ປີ 2021 ເຊິ່ງເປັນຂີດໝາຍໄລຍະທາງ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງແຂວງ ບາເຣັຍ - ຫຫວຸງເຕົ່າ. ຊຸມປີທີ່ຜ່ານມາແຂວງ ບາເຣັຍ - ຫວຸງເຕົ່າ ຍາມໃດກໍ່ຮັກສາການພັດທະນາ, ຢັ້ງຢືນບົດບາດເປັນຂົງເຂດເຕີບໂຕທີ່ສຳຄັນຂອງທົ່ວປະເທດ. ໃນໄລຍະພັດທະນາໃໝ່,ບາເຣັຍ - ຫວຸງເຕົ່າ ສືບຕໍ່ກຳນົດທິດ ກາຍເປັນແຂວງທີ່ເຂັ້ມແຂງທາງດ້ານອຸດສາຫະກຳ, ທ່າກຳປັ່ນທະເລ, ທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ ສູ້ຊົນຮອດປີ 2025  ກາຍເປັນທ້ອງຖິ່ນຢືນຢູ່ແຖວໜ້າໃນທົ່ວປະເທດ ກ່ຽວກັບດັດຊະນີຍອດຜະລິດຕະພັນພາຍໃນບໍລິເວນ (GRDP).
 
ບາເຣັຍ - ຫວຸງເຕົ່າ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ - ວິໄສທັດ ແລະ ກາລະໂອກາດໃໝ່ - ảnh 1ແຈໜຶ້ງຢູ່ນະຄອນວຸ້ງເຕົາ, ແຂວງບາເຣັຍ - ຫວຸງເຕົ່າ

     30 ປີທີ່ຜ່ານມາແຂວງບາເຣັຍ - ຫວຸງເຕົ່າໄດ້ປືນຕົວຂຶ້ນໃນທຸກໆຂົງເຂດ ສາມາດຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງບັນລຸລະດັບການເຕີບໂຕຢ່າງບໍ່ຢຸດຢັ້ງ ກ່ຽວກັບຂອບຂະໜາດ ເສດຖະກິດ, ຮັກສາທີ່ຕັ້ງບົດບາດອັນສຳຄັນໃນເຂດເສດຖະກິດຈຸດສຸມພາກໃຕ້. ທ່ານ ເຈິ່ນວັນແຄັ໊ງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ແບ່ງປັນວ່າ:

      “ພະນັກງານການນຳ ແລະ ປະຊາຊົນ ຕ່າງກໍ່ພາກພູມໃຈທີ່ສຸດ ເມື່ອໄດ້ສ້າງຕັ້ງແຂວງ ບາເຣັຍ - ຫວຸງເຕົ່າ ແລະ ໄດ້ສາມັກຄີກັນດ້ວຍຄວາມຫວັງກໍ່ສ້າງແຂວງໃຫ້ພັດທະນາເປັນຢ່າງດີ”.

     ໂດຍໄດ້ກຳນົດເປັນຂະແໜງເສດຖະກິດປາຍແຫຼມ ກວມເອົາອັດຕາສ່ວນ ກວ່າ 58% ໃນໂຄງປະກອບເສດຖະກິດຂອງ ບາເຣັຍ - ຫວຸງເຕົ່າ, ໃນໄລຍະ 30 ປີທີ່ຜ່ານມາ ຂະແໜງອຸດສາຫະກຳໄດ້ມີບາດກ້າວພັດທະນາຢ່າງວ່ອງໄວ ອັນໄດ້ສ້າງຫຼາຍຜະລິດຕະພັນທີ່ມີມູນຄ່າສູງ. ແຂວງ ບາເຣັຍ - ຫວຸງເຕົ່າ ຍາມໃດກໍ່ປະຕິບັດທັດສະນະພັດທະນາອຸດສາຫະກຳຕາມລວງເລິກ ມີການເລືອກເຟັ້ນຢ່າງສະເໝີຕົ້ນສະເໝີປາຍ ຍ້ອນແນວນັ້ນ ອຸດສາຫະກຳສືບຕໍ່ຮັກສາບົດບາດ ແມ່ນຂະແໜງເປັນກຳລັງໜູນ ປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດ ໃນໂຄງປະກອບເສດຖະກິດ ອັນໄດ້ນຳ ບາເຣັຍ - ຫວຸງເຕົ່າ ກາຍເປັນແຂວງແບບຢ່າງ ກ່ຽວກັບການພັດທະນາອຸດສາຫະກຳ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມເທື່ອລະກ້າວ. ຜ່ານໄລຍະກວ່າ 30 ປີແຫ່ງການດຶງດູດເງິນລົງທຶນ FDI, ມາຮອດປັດຈຸບັນແຂວງໄດ້ມີ 429 ໂຄງການ FDI ຍັງມີຜົນສັກສິດ ດ້ວຍຍອດເງິນລົງທຶນຈົດທະບຽນປະມານ 29,4 ຕື້ USD. ໃນ 8 ເດືອນຕົ້ນປີ 2021 ແຂວງໄດ້ດຶງດູດ 17 ໂຄງການ FDI ດ້ວຍຍອດທຶນຈົດທະບຽນ 216,9 ລ້ານ USD. ແຂວງໄດ້ຍູ້ແຮງການດຶງດູດການລົງທຶນ ເອົາໃຈໃສ່ເຖິງບັນດາໂຄງການມີຂອບຂະໜາດໃຫຍ່ ພ້ອມທັງໃຫ້ບຸລິມາສິດດຶງດູດພັດທະນາບັນດາຂົງເຂດເຕັກໂນໂລຊີສູງ. ຍ້ອນແນວນັ້ນມາຮອດປັດຈຸບັນມີກຸ່ມບໍລິສັດໃຫຍ່ຫຼາຍແຫ່ງໃນໂລກ ໄດ້ເຂົ້າມາລົງທຶນຢູ່ທີ່ນີ້. ທ່ານ ເລວັນຢີ໊ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າການກຳນົດໂຄງປະກອບເສດຖະກິດ - ສັງຄົມຂອງແຂວງ ບາເຣັຍ - ຫວຸງເຕົ່າ ຕິດພັນກັບຂົງເຂດຈຸດສຸມທາງພາກໃຕ້ແມ່ນສຳຄັນທີ່ສຸດ. ດັ່ງນັ້ນຜ່ານແຕ່ລະປີ, ກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຄັ້ງ, ແຂວງໄດ້ກໍ່ສ້າງພັດທະນາແຂວງ ບາເຣັຍ - ຫວຸງເຕົ່າ”.

     ພ້ອມກັນນັ້ນ ການກຳນົດທິດສ້າງຄວາມຮັ່ງມີຈາກທ່າກຳປັ່ນທະເລ ແລະ ການບໍລິການຮັບໃຊ້ທ່າກຳປັ່ນໃນອະນາຄົດ ສາມາດທົດແທນຜົນປະໂຫຍດຈາກການຂຸດຄົ້ນນ້ຳມັນອາຍແກັສ ກໍ່ຄືພວມພັດທະນາຢ່າງແຂງແຮງ. ໄລ່ຮອດປັດຈຸບັນທົ່ວແຂວງມີທ່າກຳປັ່ນ 47 ແຫ່ງ ພວມເຄື່ອນໄຫວ ດ້ວຍຍອດກຳລັງຂົນສົ່ງສິນຄ້າປະມານ 137,4 ລ້ານໂຕນຕໍ່ປີ. ເພື່ອໃຫ້ພື້ນຖານເສດຖະກິດພັດທະນາແບບຍືນຍົງ,ແຂວງໄດ້ເລັ່ງໃສ່ຍູ້ແຮງ 4 ເສົາຄ້ຳເສດຖະກິດ ນັ້ນແມ່ນ ອຸດສາຫະກຳ, ທ່າກຳປັ່ນທະເລ, ການທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ ໃນນັ້ນການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ພັດທະນາຕາມທິດຍືນຍົງມີຄຸນນະພາບສູງ. ທ່ານ ຫງວຽນຕ໊ວນມິງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ເນັ້ນໜັກວ່າ:

      “ການຮ່ວມແຮງຮ່ວມໃຈ ຄວາມເຫັນດີເປັນເອກະສັນ ຄວາມຕັດສິນໃຈຂອງລະບົບການເມືອງ ການເຫັນດີເຫັນພ້ອມຂອງປະຊາຊົນ, ນັ້ນແມ່ນປັດໄຈຕັດສິນຊີ້ຂາດຜົນສຳເລັດ ຕັດສິນການເຕີບໂຕຢ່າງຕໍເນື່ອງ ແລະ ພັດເທະນາຢ່າງແຂງແຮງຂອງແຂວງໃນ 30 ປີທີ່ຜ່ານມາ.”

        ປີ 2020,  GRDP ຄິດສະເລ່ຍໃສ່ຫົວຄົນຂອງແຂວງບັນລຸ 11.375 USDຕໍ່ຄົນ ຫຼາຍທົບ 12 ເທົ່າເມື່ອທຽບໃສ່ປີ 1992.ນັບແຕ່ປີ 2000 ມາຮອດປັດຈຸບັນ ແຂວງຍາມໃດກໍ່ຮັກສາທີ່ຕັ້ງແມ່ນທ້ອງຖິ່ນມີ GRDP ຄິດສະເລ່ຍໃສ່ຫົວຄົນສູງກວ່າໝູ່ໃນທົ່ວປະເທດ. ພ້ອມກັນນັ້ນ ແຂວງ ບາເຣັຍ - ຫວຸງເຕົ່າ ກໍ່ໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ. ທາງແຂວງກໍ່ໄດ້ຍູ້ແຮງການສ້າງເຄືອຂ່າຍສາທາລະນະສຸກ ແລະ ຄຸນນະພາບການກວດປິ່ນປົວພະຍາດ ໄດ້ຖືກຍົກສູງຂຶ້ນເທື່ອລະກ້າວ. ທ່ານ ຫງວຽນຮົ່ງຫຼິງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ເນັ້ນໜັກວ່າ:

       “ພ້ອມກັບການພັດທະນາເສດຖະກິດ, ແຂວງສືບຕໍ່ຂະຫຍາຍ 12 ບັນຫາທີ່ສຳຄັນ ເພື່ອຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ”.

     ບັນດາຜົນງານທີ່ບັນລຸມາໄດ້ໃນອາຍຸການທີ່ຜ່ານມາ ໄດ້ສ້າງທ່ວງທ່າ ແລະ ກຳລັງໃໝ່ ເປີດກາລະໂອກາດໃໝ່ ເພື່ອໃຫ້ແຂວງພັດທະນາກ້າວຂຶ້ນ. ດ້ວຍທ່າເຕີບໂຕທີ່ບັນລຸມາແລ້ວ ແລະ ບັນດາທ່າແຮງຂອງທ້ອງຖິ່ນ  ແຂວງຈະມີບັນດາບາດກ້າວກະໂດດຂັ້ນໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ