ຢ້ຽມຢາມໂບດຕ່າງໆທີ່ຮ່າໂນ້ຍໃນຍາມບຸນຄິຼດສະມາດ

(VOVWORLD) -ວັນບຸນຄິຼດສະມາດພວມຫຍັບເຂົ້າໃກ້ ກໍແມ່ນຈຸດເວລາທີ່ໂບດຕ່າງໆຢູ່ຮ່າໂນ້ຍໄດ້ຮັບການປະດັບປະດາຢ່າງສວຍງາມ. ນີ້ທັງແມ່ນສະຖານທີ່ເຄື່ອນໄຫວທາງສາສະໜາທີ່ສັກສິດ, ທັງແມ່ນບ່ອນເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາໃນຊຸມວັນທ້າຍປີ
ຢ້ຽມຢາມໂບດຕ່າງໆທີ່ຮ່າໂນ້ຍໃນຍາມບຸນຄິຼດສະມາດ  - ảnh 1ໂບດໃຫຍ່ທີ່ຮ່າໂນ້ຍ 

ຈາກໜອງຮ່ວານກ້ຽມ, ຍ່າງຕາມຖະໜົນຍ່າຈຸງ, ແຂກທ່ອງທ່ຽວຈະພົບເຫັນໂບດໃຫຍ່ ຊຶ່ງໄດ້ພົ້ນເດັ່ນຂຶ້ນໃນຄຸ້ມຖະໜົນດ້ວຍສະໜາມກ້ວາງໃຫຍ່, ມີອະນຸສາວະລີພະແມ່ມາຣີອູ້ມພະເຢຊູຄາວເປັນເດັກ. ໂບດໃຫຍ່ແຫ່ງນີ້ຖືກອອກແບບຕາມສະຖາປັດຕະຍະກຳບູຮານຂອງເອີລົບ ຊຶ່ງນິຍົມກໍ່ສ້າງໃນສະຕະວັດທີ 12, ດ້ວຍບັນດາຫຼັງຄາມີຮູບໂຄ້ງ, ກ້ວາງ ແລະ ມຸ່ງຂຶ້ນສູ່ທ້ອງຟ້າ. ໂບດມີລວງຍາວປະມານ 65 ແມັດ, ກ້ວາງ 21 ແມັດ ແລະ ມີ 2 ທາດລະຄັງ ສູງເກືອບ 32 ແມັດ. ສຳລັບໄມ້ກາງເຂນ ຖືກເຮັດດ້ວຍຫີນຢ່າງລະອຽດອ່ອນ ພ້ອມກັບບັນດາລວດລາຍຈິດຕະກຳທີ່ມີພາບພົດປະເທດຫວຽດນາມ, ອັນໄດ້ເຮັດໃຫ້ເສັ້ນທາງອ້ອມແອ້ມໂບດ ທັງ 2 ເບື້ອງ ເພີ່ມຄວາມດູດດື່ມຫຼາຍຂຶ້ນ.

     ໂບດໂຫຍ່ລວມມີ 3 ເຂດເຊັ່ນ: ເຂດຕ້ອນຮັບແຂກ ຊຶ່ງສະຫງວນໃຫ້ແກ່ຄະນະດົນຕີ, ເຂດທຳພິທີທາງສາສະໜາ ແລະ ເຂດວັງພະເຈົ້າ ກໍແມ່ນບ່ອນທຳພິທີທາງສາສະໜາເຊັ່ນກັນ. ໂບດແຫ່ງນີ້ ກໍແມ່ນບ່ອນທີ່ 30 ກວ່າປີມານີ້, ປ້າ ຫງວຽນຮ່າ ຢູ່ເມືອງຮາຍບາຈຶງ, ຮ່າໂນ້ຍ ເຄີຍມານີ້ໃນເວລາທ້າຍອາທິດ. ປ້າຮ່າແບ່ງປັນວ່າ : 

    “ ຫຼາຍປີມານີ້, ສະຖາປັດຕະຍະກຳ ຍັງເໝືອນເດີມ, ມີແຕ່ຝາເມື່ອຖືກຕົກສີ ກໍທາສີໃໝ່ເທົ່ານັ້ນ, ພື້ນເຮືອນ ຫາກໍປູກາໂຣໃໝ່. ເວລາທີ່ຜ່ານມາ, ທາງໂບດກໍບູລະນະປະຕິສັງຂອນວັງພະເຈົ້າຄືນ, ເຮັດຮ້ານບູຊາໃໝ່ ກ້ວາງ ແລະ ສວຍງາມກ່ວາເກົ່າ. ຮອດໂອກາດບຸນຄິຼດສະມາດ, ໂບດໃຫຍ່ກໍໄດ້ຮັບການປະດັບປະດາຢ່າງສວຍງາມ. ປີນີ້, ຕົ້ນແປກຖືກປະດັບປະດາດ້ວຍລະບົບດອກໄຟຮຸ່ງແຈ້ງ. ແຂກທ່ອງທ່ຽວສາກົນເມື່ອຍ່າງຜ່ານແຫ່ງນີ້ ກໍຢຸດແວ່ຖ່າຍຮູບເປັນທີ່ລະນຶກ. ນີ້ປຽບເໝືອນສະຖານທີ່ທ່ອງທ່ຽວທີ່ດູດດື່ມ”

     ກໍແມ່ນກິດຈະກຳທີ່ເປັນຕົວແບບໃຫ້ແກ່ແບບສະຖາປັດຕະຍະກຳປະສົມລະຫວ່າງເອີລົບ ແລະ ຫວຽດນາມນັ້ນ, ໂບດເກືອບັກ ຢູ່ເຮືອນເລກທີ 56 ຖະໜົນຟານດິງຟຸ່ງ, ເມືອງບາດິງ ກໍແມ່ນໜຶ່ງໃນບັນດາໂບດທີ່ເກົ່າແກ່ມີຊື່ສຽງດົງດັງທີ່ສຸດຂອງຮ່າໂນ້ຍ. ໂບດແຫ່ງນີ້ໄດ້ຮັບການກໍ່ສ້າງແຕ່ປີ 1925 ຫາ 1930 ໂດຍແມ່ນຄຸນພໍ່ທັງເປັນນັກສະຖາປານິກຊາວຝະລັ່ງ ອອກແບບຕາມຮູບສີ່ລຽມ, ບໍ່ເຮັດຕາມແບບເກິ່ງກັນ. ໂບດແຫ່ງນີ້ມີລະບົບປອງຢ້ຽມຮັບເອົາແສງສະຫວ່າງ ແລະ ລົມ, ສ່ວນລະບົບກັນແດດ, ກັນຝົນແມ່ນເຮັດດ້ວຍຫຼັງຄາແບບຂອງໄທ ເວັ້ນເສຍແຕ່ບັນດາປອງຢ້ຽມປະດັບ ແລະ ຮັບເອົາແສງສະຫວ່າງຖືກເຮັດດ້ວຍແກ້ວກັນແດດ. ລະບົບຫຼັງຄາໂບດເຮັດດ້ວຍດິນຂໍ ຖືກແກ່ຍາວຈາກທາດລະຄັງ ຜ່ານຫຼັງຄາມີຮູບໂຄ້ງ, ແລ້ວກໍຍາວຮອດເຂດທຳພິທີທາງສາສະໜາ ແລະ ເຂດຕ່າງໆອ້ອມຂ້າງ, ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກປຽບເໝືອນສິ່ງທີ່ເຄີຍພົບເຄີຍເຫັນຢູ່ເຂດບ້ານນາຫວຽດນາມ. ລຸງຮ່ວາຍນາມ ຢູ່ເມືອງຮ່າດົງສະແດງຄວາມຮູ້ສຶກຂອງຕົນເມື່ອມາຢ້ຽມຢາມໂບດວ່າ : 

    “ ໂບດ ເກືອບັກ, ມີບໍລິເວນກ້ວາງຂວາງ, ລະບົບຕັ່ງນັ່ງໃນໂບດຖືກປະດັບປະດາຢ່າງສວຍງາມ. ໂບດແຫ່ງນີ້ມີ ຈຸດເກົ່າແກ່ ແລະ ມີລັກສະນະເຄັ່ງຂຶມ. ໃນໂອກາດບຸນຄິຼດສະມາດແຕ່ລະປີ, ໂບດໄດ້ຮັບການປະດັບປະດາຢ່າງງາມຕາດ້ວຍດອກໄມ້, ໂຄມໄຟ. ໃນໂບດກໍມີຖ້ຳຫຼາຍໜ່ວຍ ງາມທີ່ສຸດ ”

     ສະຖາປັດຕະຍະກຳໂບດຕ່າງໆຢູ່ຮ່າໂນ້ຍ ຍາມໃດກໍແມ່ນສິ່ງທີ່ລຸງນາມຮູ້ສຶກມີຄວາມປະທັບໃຈ ແລະ ຊົມຊອບທີ່ສຸດ.ບໍ່ພຽງແຕ່ໂບດ ເກືອບັກເທົ່ານັ້ນ, ລຸງນາມ ກໍເຄີຍໄປໂບດ ຮ່າມລອງ ອີກດ້ວຍ. ນີ້ແມ່ນໂບດຂອງສະມາຄົມສາສະໜາ ກາໂຕລິກ ໂຣມັນ ຊຶ່ງຂຶ້ນກັບສະພາສັງຄະລາດຮ່າໂນ້ຍ. ນີ້ແມ່ນບ່ອນດຳເນີນບັນດາການເຄື່ອນໄຫວເຫຼື້ອມໃສຂອງຊາວຄຼິດຮ່າໂນ້ຍ ແລະ ກໍແມ່ນໂບດຂອງເຂດຊາວຄຼິດ ຮ່າມລອງ. ກິດຈະກຳໂດຍແມ່ນນັກສະຖາປານິກຊາວຫວຽດນາມ ບ້ານເກີດຢູ່ຫ້າໂຮ່ຍ, ເທື່ອງຕີ້ນ ເປັນຜູ້ອອກແບບ. ໂບດແຫ່ງນີ້ຖືກກໍ່ສ້າງສຳເລັດເມື່ອປີ 1934,  ສູງ 17 ແມັດ. ລຸງຮ່ວາຍນາມ ໃຫ້ຮູ້ວ່າ : 

       “ ເມື່ອມາຢາມໂບດຮ່າມລອງ ກໍເຫັນມີລັກສະນະເກົ່າແກ່ທີ່ສຸດ, ເມື່ອເຂົ້າໄປທາງໃນ ກໍຮູ້ສຶກເຢັຍສະບາຍ, ກ້ວາງຂວາງ. ຢູ່ໃນໂບດມີບັນດາແຖວຕັ່ງຍາວ ຖືກປະດັບປະດາມາແຕ່ສະໄໝຝະລັ່ງ. ເຂົ້າໄປໂບດ, ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ  ”

     ເມື່ອຮອດວັນບຸນຄິຼດສະມາດໃນແຕ່ລະປີ, ໂບດຕ່າງໆຢູ່ຮ່າໂນ້ຍ ກໍແມ່ນແຫ່ງດຶງດູດຜູ້ມາຢ້ຽມຊົມນັບໝື່ນຄົນ. ມາຢາມໂບດທ້າຍຮ່າພ້ອມກັບບັນດາເພື່ອຮ່ວມຫ້ອງດຽວກັນ, ມາຍແອງ ຢູ່ເມືອງ ຮວ່ານກ້ຽມ, ຮ່າໂນ້ຍ ແບ່ງປັນວ່າ : 

     “ ໂບດທ້າຍຮ່າກວ້າງຫຼາຍ, ໃນໂອກາດວັນບຸນຄິຼດສະມາດ, ຢູ່ໂບດທ້າຍຮ່າ ເຄີຍມີຖ້ຳ 2 ໜ່ວຍ ຊຶ່ງຖືກຕັ້ງຢູ່ນອກປະຕູ ແລະ ຕັ້ງຢູ່ເດີນທາງໃນບໍລິເວນໂບດ ພ້ອມທັງມີຕົ້ນແປກຖືກປະດັບປະດາຢ່າງສວຍງາມ. ໂບດແມ່ນແຫ່ງເພື່ອໃຫ້ທຸກໆຄົນມາພາວະນາ ຂໍໃຫ້ມີຄວາມຢູ່ເຢັນເປັນສຸກ. ມາຢາມໂບດ, ຂ້າພະເຈົ້າຮູ້ສຶກສະຫວາດສະເຫວີຍ  ”

     ອາກາດໜາວວຽນມາໃນຊຸມວັນທ້າຍປີ, ຖະໜົນຫົນທາງຄຶກຄື້ນມ່ວນຊື່ນໄປດ້ວຍໂຄມໄຟ, ດອກໄມ້ປະດັບ ອັນໄດ້ສ້າງບັນຍາກາດທີ່ອົບອຸ່ນ. ໂບດຫຼາຍແຫ່ງຢູ່ຮ່າໂນ້ຍ ໄດ້ສຳເລັດການປະດັບປະດາສຸດທ້າຍເພື່ອກະກຽມຕ້ອນຮັບບຸນຄິຼດສະມາດໃນທ່າມກາງຄວາມສະຫງົບສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ