ວິຫານ ເກືອອົງ - ສະຖານທີ່ສັກສິດຢູ່ ນະຄອນເກີມຝາ, ແຂວງກວາງນິງ

(VOVWORLD) -    ວິຫານ ເກືອອົງ ຖືກຕັ້ງບົນໂນນໜ່ວຍໜຶ່ງທີ່ຂຶ້ນກັບຕາແສງ ເກືອອົງ, ນະຄອນເກີມຝາ, ແຂວງກວາງນິງ. ນີ້ແມ່ນກິດຈະກຳວັດທະນະທຳແຫ່ງຈິດວິນຍານ, ຕິດພັນກັບແນວຄິດຈິດໃຈ ແລະ ຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງປະຊາຊົນຢູ່ແຫ່ງນີ້
ງານບຸນວິຫານ ເກືອອົງ ແມ່ນງານບຸນອັນເປັນປະເພນີໃຫຍ່ກວ່າໝູ່ຢູ່ນະຄອນເກີມຝາ ອັນໄດ້ດຶງດູດແຂກທ່ອງທ່ຽວມານະມັດສະການ, ພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ, ມີໂຊກມີລາບ ແລະ ໄຫວ້ບູຊາພະອໍລະຫັນ ເຈີນກ໋ວກຕາງ ຊຶ່ງແມ່ນນາຍພົນຜູ້ໜຶ່ງໄດ້ມີຄຸນງາມຄວາມດີໃນການຕີເອົາໄຊຊະນະພວກທະຫານມົງກົນເຂົ້າມາຮຸກຮານ  .
ວິຫານ ເກືອອົງ - ສະຖານທີ່ສັກສິດຢູ່ ນະຄອນເກີມຝາ, ແຂວງກວາງນິງ - ảnh 1 ງານບຸນວິຫານ ເກືອອົງ

      ຕາມປະຫວັດສາດແລ້ວ, ເມື່ອກ່ອນນີ້, ວິຫານ ເກືອອົງແມ່ນຕູບຫຍ້າຕັ້ງກ້ອງກົກໄມ້ໃຫຍ່, ຄຽງຂ້າງວິຫານ ກັບຕຽນ. ວິຫານຍັງເປັນທີ່ຮູ້ຈັກກັນດີ ແມ່ນສະຖານທີ່ບູຊາທຸກຄົນໃນຄອບຄົວຂອງນາຍພົນ ເຈີນກ໋ວກຕ້ວນ ຊຶ່ງແມ່ນຜູ້ທີ່ມີຄຸນງາມຄວາມດີໃນການປົກປັກຮັກສາປະເທດຊາດຕໍ່ໜ້າພວກສັດຕູມົງກົນເຂົ້າມາຮຸກຮານ. ວິຫານ ເກືອອົງໄດ້ຮັບການປຸກສ້າງເພື່ອບູຊາ ພະອໍລະຫັນ ເຈີນກ໋ວກຕາງຊຶ່ງແມ່ນນາຍພົນທີ່ມີຄວາມເກັ່ງກ້າສາມາດຂອງລາດຊະວົງເຈີນ ແລະ ແມ່ນບຸດຊາຍຜູ້ທີ 3 ຂອງນາຍພົນ ເຈີນກ໋ວກຕ້ວນ, ພ້ອມກັບບັນດາເຈົ້າເສນາຜູ້ໃກ້ຊິດກັບເພິ່ນ, ດ້ວຍຮູບແກະຄວັດສະຫຼັກ 34 ຮູບ ຖືກ ແກະຄວັດສະຫຼັກຢ່າງລະອຽດອ່ອນ, ມີລັກສະນະສິລະປະສູງ. ໂຄງສ້າງຂອງວິຫານມີຄວາມເປັນເອກະລັກສະເພາະຊຶ່ງປະກອບດ້ວຍວິຫານຫະ(ຢູ່ລຸ່ມ), ວິຫານຈຸງ (ຢູ່ເຄິ່ງກາງ) ແລະ ວິຫານເທື້ອງ (ຢູ່ເທິ່ງ) . ເມື່ອຂຶ້ນຈູດທູບທຽນບູຊາຢູ່ວິຫານເທື້ອງ, ແຂກທ່ອງທ່ຽວຈະໄດ້ຮັບຊົມທັດສະນີຍະພາບ ອ່າວບ້າຍຕືລອງ ປະກອບດ້ວຍເກາະດອນນ້ອຍໃຫຍ່ຫຼາຍໜ່ວຍໃຕ້ທ້ອງຟ້າສີຄາມທີ່ກ້ວາງໃຫຍ່ໄພສານ. ທັດສະນີຍະພາບທີ່ມະຫັດສະຈັນນີ້ ແມ່ນຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນໆ. ລຸງບຸຍວັນຮຸ່ງ ແຂກທ່ອງທ່ຽວຮ່າໂນ້ຍ ແບ່ງປັນວ່າ : 

     “ ແຕ່ລະປີ, ພວກຂ້າພະເຈົ້າໄດ້ມານີ້ ເພື່ອຈູດທູບທຽນບູຊາອາໄລຫາເຖິງ   ນາຍພົນ ເຈີນກ໋ວກຕາງ ແລະ ຈາລຶກຄຸນງາມຄວາມດີຂອງເພິ່ນໃນການປົກປັກຮັກສາດິນແດນພາກເໜືອຂອງປະເທດຊາດ. ກ່ອນອື່ນໝົດແມ່ນພາວະນາໃຫ້ປະເທດຊາດເຂັ້ມແຂງ,, ປະຊາຊົນມີຄວາມຜາສຸກ ”

     ງານບຸນວິຫານ ເກືອອົງຖືກຈັດຂຶ້ນ 2 ປີເທື່ອໜຶ່ງ ທີ່ມີຂອບຂະໜາດໃຫຍ່ນັບແຕ່ວັນທີ 10 ຫາວັນທີ 12 ມີນາ(ຄືແຕ່ວັນທີ 2 ຫາວັນທີ 4 ເດືອນ 2 ໄລ່ຕາມຈັນທະປະຕິທິນ) ດ້ວຍ 2 ຂັ້ນຕອນ, ນັ້ນແມ່ນຂັ້ນຕອນທຳພິທີ ແລະ ຂັ້ນຕອນຈັດງານບຸນ. ນອກຈາກນັ້ນ, ກໍຍັງມີງານບຸນຖືກຈັດຂຶ້ນໃນວັນທີ 3 ເດືອນ 8 ໄລ່ຕາມຈັນທະປະຕິທິນ, ນີ້ແມ່ນວັນໄຫວ້ບູຊາຂອງ ນາຍພົນ ເຈີນກ໋ວກຕາງ. ຂັ້ນຕອນທຳພິທີຂອງງານບຸນວິຫານ ເກືອອົງ ຖືກດຳເນີນດ້ວຍບັນດາພິທີກຳຢ່າງສົມກຽດເຊັ່ນ: ພິທີໄຂ, ພິທີແຫ່ພະອໍລະຫັນ…                        

    ງານບຸນວິຫານ ເກືອອົງ ພົ້ນເດັ່ນຂຶ້ນດ້ວຍ ພິທີແຫ່ພະອໍລະຫັນ, ນີ້ແມ່ນພິທີກຳສຳຄັນພິເສດໃນພິທີໄຂງານບຸນ. ພິທີແຫ່ພະອໍລະຫັນມີຂຶ້ນຢູ່ຕາມຖະໜົນສາຍຕ່າງໆຊຶ່ງເປັນການສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງປະຊາຊົນທີ່ມີຕໍ່ ນາຍພົນ ເຈີນກ໋ວກຕ້ວນ. ພິທີແຫ່ພະອໍລະຫັນໄດ້ຮັບການດຳເນີນຢ່າງລອບຄອບຖີ່ຖ້ວນ, ປະກອບດ້ວຍບັນດາຂະບວນແຫ່ເປັນລ້ຳດັບຊຶ່ງເດີນໜ້າແມ່ນກອງເຊີດມັງກອນ, ຕໍ່ມາແມ່ນຂະບວນແຫ່ທຸງ, ແຫ່ວໍ….ພ້ອມກັນນັ້ນແມ່ນພິທີຖະຫວາຍດອກໄມ້ທູບທຽນບູຊາ ແລະ ການວາພາບເຖິງເລື່ອງລາວກ່ຽວກັບນາຍພົນ ເຈີນກ໋ວກຕາງ. ສາດສະດາຈານ ຮ່ວາງຢາບ ອະດີດພະນັກງານສະຖາບັນຄົ້ນຄ້ວາພາສາຫວຽດເດີມ ໃຫ້ຮູ້ວ່າ : 

       “ງານບຸນວິຫານ ເກືອອົງແມ່ນວັນບຸນຂອງປະຊາຊົນພາກຕາເວັນອອກສ່ຽງເໜືອ, ບັນດາເຜົ່າຢູ່ແຫ່ງນີ້ ຊຶ່ງແມ່ນບັນດາຜູ້ປົກປັກຮັກສາເຂດທະເລທາງພາກເໜືອຂອງປະເທດຊາດ. ນີ້ແມ່ນໂອກາດເພື່ອໃຫ້ທຸກໆຄົນໄດ້ເຕົ້າໂຮມກັນ, ຖະຫວາຍເຄືອ່ງຂອງ, ດອກໄມ້ທູບທຽນບູຊາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາບຸກຄົນທີ່ມີຄຸນງາມຄວາມດີໃນການປົກປັກຮັກສາປະເທດຊາດ ”

    ທີ່ງານບຸນວິຫານ ເກືອອົງ, ນອກຈາກຂັ້ນຕອນທຳພິທີແລ້ວ,  ຂັ້ນຕອນຈັດງານບຸນຍາມໃດກໍດຶງດູດການເຂົ້າຮ່ວມຂອງຊາວທ້ອງຖິ່ນ ແລະ ແຂກທີ່ມາຈາກສາລະທິດຢ່າງຫຼວງຫຼາຍ, ຍ້ອນຄວາມອຸດົມສົມບູນຂອງບັນດາການລະຫຼິ້ນພື້ນເມືອງ, ອັນໄດ້ສ້າງບັນດາບັນຍາກາດທີ່ຟົດຟື້ນມ່ວນຊື່ນໃຫ້ແກ່ຜູ້ຄົນທັງຫຼາຍ. ທ່ານ ຝ້າມວັນກິງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີມຝາ ໃຫ້ຮູ້ວ່າ : 

    “ງານບຸນວິຫານ ເກືອອົງໄດ້ຮັບການຢັ້ງຢືນແມ່ນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງລະດັບຊາດ ໄດ້ຮັບການຢັ້ງຢືນຜ່ານຫຼາຍປີທີ່ຜ່ານມາ. ນະຄອນເກີມຝາໄດ້ຈັດຕັ້ງບັນດາງານບຸນເປັນຢ່າງດີ, ທັງຮັບປະກັນລັກສະນະວັດທະນະທຳ, ອະລິຍະທຳຂອງປູຊະນີຍະສະຖານລະດັບຊາດ. ໃນໄລຍະທີ່ຈະມາເຖິງ, ງານບຸນດັ່ງກ່າວຈະສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍຕົວເພື່ອໃຫ້ງານບຸນນີ້ນັບມື້ນັບເປີດກ້ວາງ ແລະ ດຶງດູດແຂກທ່ອງທ່ຽວມາຮ່ວມນັບມື້ນັບຫຼາຍຂຶ້ນ ”

      ງານບຸນວິຫານ ເກືອອົງ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຄົນລຸ່ນໜຸ່ມຫວນຄືນມູນເຊື້ອການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງປູ່ຍ່າຕາຍາຍ ບັນພະບຸລຸດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ສັກສິດຂອງປູຊະນີຍະສະຖານອີກດ້ວຍ. ທັງນີ້ກໍເປັນການສ້າງພາບພົດທີ່ສວຍງາມຂອງນະຄອນເກີມຝາໃນສາຍຕາຂອງແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ