ສວນສາທາລະນະນະຄອນ, ແຫ່ງເຕົ້າໂຮມມວນມາລາຢູ່ດາຫຼາດ

ດາຫຼາດ ໄດ້​ຮັບ​ຖື​ວ່າ​ແມ່ນ “ ນະ​ຄອນ​ແຫ່ງມວນ​ມາ​ລາ”. ຢູ່​ນະ​ຄອນ​ແຫ່ງນີ້, ດອກ​ໄມ້​ບານ​ສະ​ພັ່ງ​ຕະຫຼອດ​ປີ, ແຕ່​ພິ​ເສດ​ໃນ​ເດືອນ 2, ຊຶ່ງ​ແມ່ນ​ຈຸດ​ເວ​ລາ​ກ້າວ​ເຂົ້າ​ສູ​່​ລະ​ດູ​ບານ​ໃໝ່, ດອກ​ໄມ້​ນາໆ​ຊະ​ນິດ​ຢູ່ ດາຫຼາດ ບານ​ສະ​ພັ່ງ​ຢ່າງ​ງາມ​ຕາ​ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ. ດອກ​ເໝີຍ, ດອກ​ສະ​ກຸ​ຣະ, ດອກ​ກຸຫຼາບ, ດອກ​ບານ​ຂາວ ພາ​ກັນ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ​ໃນ​ທ່າມ​ກາງ​ແສງ​ແດດ​ທີ່​ອົບ​ອຸ່ນ​ໃນ​ຕົ້ນ​ລະ​ດູ​ບານ​ໃໝ່. ເພື່ອ​ຮັບ​ຊົມ​ຄວາມ​ງາມ​ຂອງດອກ​ໄມ້, ແຂກ​ທ່ອງ​ທ່ຽວບໍ່​ຕ້ອງ​ໄປ​ໃສ​ຢູ່​ຫ່າງ​ໄກ, ພຽງ​ແຕ່​ແວ່​ຢາມ​ສວນ​ສາ​ທາ​ລະ​ນະ​ຂອງ​ນະ​ຄອນ ກໍ​ຈະ​ໄດ້​ຮັບຊົມ​ຄວາມ​ງາມ​ທັງ​ໝົດ​ຂອງດອກ​ໄມ້​ນາໆ​ຊະ​ນິດ​ດ້ວຍ​ສີຫຼາກຫຼາຍທີ່​ສວຍ​ສົດ​ງົດ​ງາມ.

   

ສວນສາທາລະນະນະຄອນ, ແຫ່ງເຕົ້າໂຮມມວນມາລາຢູ່ດາຫຼາດ - ảnh 1
ສວນ​ສາ​ທາ​ລະ​ນະ​ແຫ່ງດອກ​ໄມ້​ຂອງ​ນະ​ຄອນດາຫຼາດ

       ​ສວນ​ສາ​ທາ​ລະ​ນະ​ແຫ່ງດອກ​ໄມ້​ຂອງ​ນະ​ຄອນດາຫຼາດໃນ​ປະ​ຈຸ​ບັນ ແມ່ນ​ແຫ່ງວາງ​ສະ​ແດງດອກ​ໄມ້​ຂອງ​ຫວຽດ​ນາມດ້ວຍດອກ​ໄມ້​ນັບ​ຮ້ອຍ​ຊະ​ນິດ​ທີ່​ແຕກ​ຕ່າງ​ກັນ. ດ້ວຍ​ເນື້ອ​ທີ່​ກ້​ວາງ​ຂວາງ​ປະ​ມານ 7000 m­­­2 ແລະ ມີ​ທີ່​ຕັ້ງ​ທີ່​ສະ​ດວກ ຊຶ່ງ​ຕັ້ງ​ຢູ່​ຕອນ​ທ້າຍ​ຂອງ​ໜອງ ຊວນ​ເຮືອງ, ​ສວນ​ສາ​ທາ​ລະ​ນະ​ແຫ່ງດອກ​ໄມ້​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍມາ​ຢ້ຽມ​ຊົມ​ເມື່ອ​ມີ​ໂອ​ກາດ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່ ດາຫຼາດ. ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ນັບ​ຕັ້ງ​ແຕ່​ນາ​ທີທຳ​ອິດ ເມື່ອ​ເຫັນ​ປະ​ຈັກ​ຕາ​ປະ​ຕູ​ໂຂງ​ໃຫຍ່​ຂອງ​​ສວນ​ສາ​ທາ​ລະ​ນະດອກ​ໄມ້ຂອງ​ນະ​ຄອນ. ປະ​ຕູ​ໂຂງ​ຂອງ​ສວນ​ສາ​ທາ​ລະ​ນະ​ຖືກ​ອອກ​ແບບ​ດ້ວຍ 3 ຂອບດອ​ກໄມ້ມີ​ຮູບ​ໂຄ້ງ ໂດຍ​ຕິດ​ຕໍ່ກັນ​ດ້ວຍ​ໂຖດອກ​ໄມ້​ນັບ​ຮ້ອຍ​ໂຖ. ລຽບ​ຕາມ 2 ທາງ​ຍ່າງ​ແມ່ນ​ລະ​ບົບ​ນ້ຳ​ພຸ ອັນ​ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຮູ້​ສຶກ​ເຢັນ​ສະ​ບາຍ. ນາງ ບຸຍ​ຮ່​ວຽນ​ເຟືອງ ມາ​ຈາກ​ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ :

   “ ສະ​ຖານ​ທີ່​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ເມື່ອ​ມາ​ຢາມດາຫຼາດ, ນັ້ນແມ່ນ​ສວນ​ສາ​ທາ​ລະ​ນະດອກ​ໄມ້​​ນະ​ຄອນດາຫຼາດ. ຄວາມ​ປະ​ທັບ​ໃຈ​ທຳ​ອິດ ເມື່ອ​ມາ​ແຫ່ງນີ້ ແມ່ນ​ບໍ​ລິ​ເວນ​ທີ່​ກ້​ວາງ​ຂວາງ​ດ້ວຍດອກ​ໄມ້​ນາໆ​ຊະ​ນິດ​ປະ​ກົດ​ຂຶ້ນ​ໃນ​ສາຍ​ຕາ. ການ​ປະ​ດັບ​ປະ​ດາ​ຢູ່​ສວນ​ສາ​ທາ​ລະ​ນະ​​ແຫ່ງນີ້​ແມ່ນ​ສວຍ​ງາມ​ທີ່​ສຸດ, ທັງ​ນີ້​ກໍ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ​່ຽວ​ໄດ້​ຖ່າຍ​ຮູບ​ເປັນ​ທີ່ລະ​ນຶກ ”

     ເມື່ອ​ຍ່າງ​ຂ້າມ​ຜ່ານ​ປະ​ຕູ​ໂຂງ​ດອກ​ໄມ້, ແຂກ​ທ່ອງ​ທ່ຽວ​ຈະ​ຕົກ​ສະ​ເງີ້​ເມື່ອ​ເຫັນ​ບັນ​ດາສວນດອ​ກ​ໄມ້ສົດ​ທີ່​ມີ​ສີຫຼາກຫຼາຍ ດ້ວຍດອກ​ໄມ້​ກວ່າ 300 ຊະ​ນິດ​ທີ່​ແຕກ​ຕ່າງ​ກັນ, ໃນ​ນັ້ນ​ມີ ດອກກຸຫຼາບ, ດອກລີລີ, ດອກເບັນຈະມາດ, ດອກຂົນຕາ…ກໍ​ລ້ວນ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ​ຕະຫຼອດ​ປີ. ໃນ​ສວນ​ສາ​ທາ​ລະ​ນະ​ ກໍ​ຍັງ​ມີ​ສວນດອກ​ກ້ວຍ​ໄມ້ຊຶ່ງ​ແມ່ນດອກ​ໄມ້​ຊະ​ນິດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ ດາຫຼາດ ແລະ  ​ສວນດອກກະ​ປອງ​ເພັດ​ໃຫຍ່, ທັງ​ນີ້​ກໍ​ຕອບ​ສະ​ໜອງຄວາມ​ຕ້ອງ​ການຮັບ​ຊົມດອ​ກໄມ້ ກໍ​ຄືຄວາມ​ຕ້ອງ​ການ​ແລກ​ປ່ຽນ​ຄ້າ​ຂາຍ​ຂອງ​ແຂກທ່ອງ​ທ່ຽວ. ນາງ ລິນ​ດານ ແຂກ​ທ່ອງທ່ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິ​ນ ເວົ້າ​ວ່າ : 

   “ ມາ​ຮອດສວນ​ດອ​ກໄມ້​ຂອງ​ນະ​ຄອນ ດາຫຼາດ, ເຮົາ​ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງດອກ​ໄມ້​ທຸກ​ຊະ​ນິດ​ຢູ່​ແຫ່ງນີ້. ມີ​ດອກ​ໄມ້​ພິ​ເສດຫຼາຍ​ຊະ​ນິດ ຕ້ອງ​ໄດ້​ຮັບ​ການ​ບົວ​ລະ​ບັດ​ຮັກ​ສາ​ລະ​ອຽດ ຈຶ່ງ​ເຕີບ​ໂຕ​ໄດ້. ການ​ຈັດ​ວາງ, ປະ​ດັບ​ປະ​ດາ​ຢ່າງ​ກົມ​ກ່ຽວ ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ ”

           ຮອດ​ຍາມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ໃນ​ແຕ່​ລະ​ປີ, ​ສວນ​ສາ​ທາ​ລະ​ນະ​ດອກ​ໄມ້ຂອງ​ນະ​ຄອນດາຫຼາດໄດ້​ກາຍ​ເປັນ​ບ່ອນ​ຈັດ​ຕັ້ງ​ງານ​ບຸນດອກ​ໄມ້​ລະ​ດູ​ບານ​ໃໝ່ ຊຶ່ງ​ໄດ້​ເຕົ້າ​ໂຮມ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ປູກດອກ​ໄມ້​ຂອງ​ແຂວງ​ຕ່າງໆ​​ນຳ​ເອົາ ​ດອກ​ໄມ້​ມາ​ແຂ່ງ​ຂັນ. ນາງ ບຸຍ​ຮ່​ວຽນ​ເຟືອງ ມາ​ຈາກ​ຮ່າ​ໂນ້ຍເວົ້າ​ວ່າ :

   “ ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ຢູ່​ໃນ ​ສວນ​ສາ​ທາ​ລະ​ນະ​​ດອກ​ໄມ້ຂອງ​ນະ​ຄອນດາຫຼາດ ແມ່ນ​ສວນດອກ​ກ້ວຍ​ໄມ້ ເພາະ​ຢູ່​ນີ້ ມີ​ດອກ​ໄມ້ຫຼາຍ​ຊະ​ນິດ​ທີ່​ສວຍ​ງາມ​ໄດ້​ມາ​ຈາກ​ຜົນ​ຂອງ​ການ​ຕັດ​ຕໍ່​ພັນ​ທຸ​ກຳ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເມື່ອ​ມາ​ຮອດ ດາຫຼາດ, ຖ້າ​ຫາກບໍ່​ໄປ​ຢ້ຽມ​ຊົມ​ດອກ​ໄມ້ ແມ່ນ​ເປັນ​ໜ້າ​ເສຍ​ດາຍ ”

    ດອກ​ໄມ້ ດາຫຼາດ​ບານ​ສະ​ພັ່ງ​ຕະຫຼອດ​ປີ, ແຕ່​ລະ​ປີ​ພັດ​ມີ​ດອກ​ໄມ້​ໃໝ່ຫຼາຍ​ຊະ​ນິດ​ຖືກ​ນຳ​ເອົາ​ມາ​ປູກ. ເມື່ອ​ຮອດ​ຍາມ​ລະ​ດູ​ບານ​ໃໝ່​ວຽນ​ມາ, ກໍ​ແມ່ນ​ຈຸດ​ເວ​ລາ​ທີ່ດອກ​ໄມ້​ນາໆ​ຊະ​ນິດ​ພາ​ກັນ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ​ທ່າມ​ກາງ​ແສງ​ແດ​ດ​ທີ່​ອົບ​ອຸ່ນ​ສາດ​ສ່ອງ​ລົງ​ມາ​ຢູ່​ທົ່​ວ​ເຂດ
ຂ່າວ/ບົດ​ອື່ນ