ຫຼັກ 0 ຈຸດເລີ່ມຕົ້ນຂອງເສັ້ນທາງໂຮ່ຈິມີນແຫ່ງເທບນິຍາຍ

(vovworld)- ວັນ​ທີ 19/5/1959, ກົມ​ການ​ເມືອງ ​ແລະ ຄະນະ​ພັກ​ການທະຫານ​ສູນ​ກາງ ​ໄດ້ຕົກລົງ​ກໍ່​ສ້າງ ​ເສັ້ນທາງ​ຄົມມະນາຄົມຂົນ​ສົ່ງການ​ທະຫານ​ຢູ່​ລຽບ​ຕາມ​ສາຍພູ​ຫລວງທີ່ມີ​ຊື່​ວ່າເສັ້ນ​ທາງ​ໂຮ່ຈິ​ມີນ. ຫນ້າ​ທີ່​ຂອງ​ເສັ້ນທາງ​ສາຍ​ນີ້​ແມ່ນ​ລຳລຽງຂົນ​ສົ່ງອາວຸດ ​ແລະ ສະບຽງ​ອາຫານ​ຊ່ວຍ​ຫນູນ​ພາກ​ໃຕ້. ຈັດ​ຕັ້ງການ​ສົ່ງ, ຕ້ອນຮັບ​ພະນັກງານ, ທະຫານ, ສົ່ງ​ເອກະສານ​ຈາກ​ພາກ​ເຫນືອ​ເຂົ້າ​ພາກ​ໃຕ້ ​ແລະ ຈາກ​ພາກ​ໃຕ້​ໄປພາກ​ເຫນືອ. ຈຸດ​ເລີ່​ມຕົ້ນ​ແມ່ນ​ຢູ່​ຫຼັກ 0, ​ໃນເທດສະບານ​ລາດ ​ເມືອງ​ເຕີນ​ກີ ​ແຂວງ ​ເງ້ອານ.

ຫຼັກ 0 ຈຸດເລີ່ມຕົ້ນຂອງເສັ້ນທາງໂຮ່ຈິມີນແຫ່ງເທບນິຍາຍ - ảnh 1
ພິທີລົງມືກໍ່ສ້າງຫລັກ 0 ເສັ້ນທາງໂຮ່ຈິມີນໃນເມື່ອກ່ອນ
ພາບເອກະສານ:dantri.com.vn

        ​ເມື່ອ​ສົງຄາມ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກ້າວເຂົ້າ​ສູ່​ໄລຍະ​ຕັດສິນ​ຊີ້​ຂາດ ​ແລະ ​ກະກຽມ​ໃຫ້​ບັ້ນ​ຮົບ​ໂຮ່ຈິ​ມີນ, ປົດປ່ອຍ​ພາກ​ໃຕ້​ຫວຽດນາມ​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ວັນ​ທີ 27/11/1972, ພະນັກງານ​ນັກຮົບ​ກອງ 559 ​ເລີ່​ມ ລົງມື​ກໍ່ສ້າງ​ເສັ້ນທາງ​ລຳລຽງ​ຂົນ​ສົ່ງ​ດ້ວຍ​ພາຫະນະ​ກົນ​ຈັກ ຈາກ​ເທດສະບານ​ລາດ ​ເມືອງ​ເຕີນ​ກີ ​ແຂວງ ​ເງ້ອານ​ໄປ​​ໂລກ​ນີງ ​ແຂວງ ບີ່​ງ​ເຟືອ​ກ. ຈາກ​ນັ້ນ, ​ເທດສະບານ ລາດ ກາຍ​ເປັນ​ບ່ອນ​ເຕົ້າ​​ໂຮມ​ເພື່ອ​ສົ່ງ​ພະນັກງານ​ນັກຮົບ ​ແລະ ພະລາທິການ, ອາວຸດເຂົ້າ​ພາກ​ໃຕ້.

        ກ່ອນ​ນີ້, ​ເທດສະບານ​ລາດ​ຕັ້ງ​ຢູ່​​ກາງ​ປ່າ​ຕຶບ​ດົງ​ຫນາ, ບັນດາ​ຂຸມ​ລະ​ເບີດ​ຍ້ອນ​ສົງ​ຄາມປ​ະ​ໄວ້. ​ຢູ່ໃຈກາງເທດສະບານນີ້ ມີເສັ້ນທາງ 3 ສາຍ, ສາຍ​ທີ​ຫນຶ່ງ​ແມ່ນ​ເຊື່ອມ​ຕໍ່​​ເສັ້ນທາງ​ເລກ 15 B ​​ໄປ​ທາງພາກ​ເຫນືອ, ອີກ​ສາຍ​ຫນຶ່ງ​ແມ່ນ​ເສັ້ນທາງ 15A ​ໄປ​ໂດ​ເລືອ​ງ, ນາມ​ດານ ນະຄອນ ວີ​ງ.. ສາຍ​ສຸດ​ທ້າຍ​ແມ່ນ​ເສັ້ນທາງ​ດ້ວຍ​ພາຫະນະ​ກົນ​ຈັກ​ຍຸດ​ທະ​ສາດ​​​ເພື່ອ​ລຳລຽງ​ຂົນ​ສົ່ງ​ສະບຽງ​ອາຫານ, ອາວຸດ​​ເຂົ້າພາກ​ໃຕ້. ພົນຈັດຕະວາ ຫວໍ​ເສີ, ອະດີດ​ກຳມະການການ​ເມືອງ  ພົນ​ລະ​ພາກ​ຫລວງ ​ເຈື່ອງ​ເຊີນ (ພົນ​ລະ​ພາກ​ຫລວງ 559) ຊື່​ງ​ແມ່ນ​ຜູ້​​ໄປ​ສຳ​ຫລວດ ​ແລະ ກໍ່ສ້າງ​ບ່ອນ​ເຕົ້າ​ໂຮມ​ຢູ່​ຫຼັກ 0 ​ໃຫ້​ຮູ້​ວ່າ: ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ແມ່ນ​ກອງພັນ​ ດ້ວຍ​ພະນັກງານ, ນັກຮົບ​ພຽງ​ກວ່າ 500 ຄົນ​ເທົ່າ​ນັ້ນ ​ແຕ່​​ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກຊ່າງ​ແສງ,  ຊາວ​ຫນຸ່ມ​ຕະລຸມ​ບ່ອນ, ​ແລະ ປະຊາຊົນ​​ເມືອງຕ່າງໆ​​ໃນແຂວງ ​ເງ້ຕີງ ​ໄດ້​ຂຸດ​ດິນ, ຂຸດ​ຫິນ​ນັບ​ພັນ​ແມັດ​ກ້ອນ, ​ຟື້ນ​ຟູ​ຂົວ​ນັບ​ສີ​ບໆ​ແຫ່ງ, ກໍ່ສ້າງ​ເສັ້ນທາງ​ທັງ​ປອດ​ໄພ​ທັງ​ປິດລັບ​ເຂົ້າ​ພາກ​ໃຕ້​ຫວຽດນາມ.  ​ສີ​ບກອງ​ພົນ​ຫລັກ​​ແຫ​ລ່ງ ພ້ອມ​ດ້ວຍ​ເຄື່ອງ​ຂອງ, ອາວຸດ​ນັບ​ລ້ານ​ໂຕນ ​ໄດ້​​ເຕົ້າ​ໂຮມ​ຢູ່​ເທດສະບານ​ລາດ ກ່ອນ​ທີ່​ເຂົ້າ​ສະຫນາມຮົບ.

        “​ເທດສະບານ​ລາດ​ໃນ​ຄາວ​ນັ້ນ​ແມ່ນ​ເຂດ​ທີ່​ຮົກ​ເຮື້ອ​ເປົ່າ​ຫວ່າງ, ​ໃນເຂດ​ພູດ​ອຍ ສະ​ນັ້ນ​ໄດ້​ຮັບປະກັນ​ຄວາມປິດ​ລັບ​ໃຫ້​ແກ່​ການຂົນ​ສົ່ງ​ພະນັກງານ, ທະຫານ​ ​ແລະ ​ອາວຸດ, ສະບຽງ​ອາຫານ​ເຂົ້າ​ພາກ​ໃຕ້. ຈາກ​ນີ້, ສາມາດ​ຂົນ​ສົ່ງພາຫະນະ​ກົນ​ຈັກ​ເຂົ້າ​ພາກ​ໃຕ້​. ​ການ​ລຳລຽງ​ຂົນ​ສົ່ງ​ໃຫ້​ພາກ​ໃຕ້ ​ແມ່ນ​ຫນ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ ສະ​ນັ້ນ ນັກຮົບພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ​ທີ່​ສຸດ. ​ໃນ​ຄາວ​ນັ້ນ, ​ພະ​ນັກ​ງານ​ຈາກ​ພາກ​ໃຕ້​​ໄດ້​ຮັບ​ການເລືອກ​ເຟັ້ນມາ​ເຕົ້າ​ໂຮມ​ຢູ່​ຫຼັກ 0 ທາງພາ​ກ​ເຫ​ນືອ​ເພື່ອ​ກະ​ກຽ​ມ​ເຂົ້າ​ຮັບ​ໃຊ້​ພາກ​ໃຕ້. “

        ຫຼັກ 0, ເສັ້ນ​ທາງ​ພາ​ຫະ​ນະ​ກົນ​ຈັກ​ຍຸດ​ທະ​ສາດ ໂຮ່​ຈິ​ມີນ ແກ່​ຍາວ​ຈາກ​ພາກ​     ເຫ​ນືອ​ລົງພາກ​ໃຕ້ ດ້ວຍ​ຄວາມ​ຍາວ 17.000 ກິ​ໂລກ​ແມັດ, ສະ​ເພາະ​ທາງ​ທິດ​ຕາ​ເວັນ​ອອກ​ສາຍ​ພູ​ຫລວງ ແມ່ນ 1.920 ກິ​ໂລ​ແມັດ ດ້ວຍລະບົບ​ທາງ 5 ສາຍ​ຕາມ​ລວງ​ຍາວ ແລະ 21 ສາຍ​ຕາມ​ລວງ​ຂວ​າງ​ທີ່ເຊື່ອມ​ຕໍ່ກັບ​ບັນ​ດາ​ສະ​ຫ​ນາມ​ຮົບ. ພົນ​ຈັດ​ຕະ​ວາ ໂງ​ເສີ ແບ່ງ​ປັນ​ວ່າ:

        “ເມື່ອຫຼັກ 0 ​​ກໍ່ສ້າງສຳ​ເລັດ ມັນໄດ້ຮັບ​ການ​ຕີ​ລາ​ຄາ​ວ່າ​ ທັງແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ໃຫ​ຍ່​ ​ແລະ ໃຫມ່​ທີ່ສຸດ, ທັງ​ເຮັດ​ໃຫ້​ເສັ້ນ​ທາງ​ໂຮ່​ຈິ​ມີ ມີ​ຂອບ​ຂະ​ຫ​ນາດ​ໃຫ​ຍ່ກວ່າ. ​ທ່ານ​ເລຢວນ, ອະ​ດີດ​ເລ​ຂາ​ທິ​ການ​ໃຫ​ຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເວົ້າ​ວ່າ: ເສັ້ນ​ທາງ​ໂຮ່​ຈິ​ມີນ​ທັງ​ຮັບ​ໃຊ້​ການ​ຕໍ່​ຕ້ານ​ໃນ​ສົງ​ຄາມ​ປົດ​ປ່ອຍ​ຊາດ ທັງມີ​ຄວາມ​ໝາຍ​​ເພື່ອອະ​ນາ​ຄົດ​ຍາວ​ນານ​ຂອງ​ປະ​ເທດ​ຊາດ.”

ຫຼັກ 0 ຈຸດເລີ່ມຕົ້ນຂອງເສັ້ນທາງໂຮ່ຈິມີນແຫ່ງເທບນິຍາຍ - ảnh 2
ຫລັກ 0 ເສັນທາງໂຮ່ຈີມີນ ປະຈຸບັນ
ພາບ:dantri.com

        ນັບ​ແຕ່​​ໄດ້​ຮັບ​ການກໍ່​ສ້າງ​ຈົນ​​ສົງ​ຄາມ​ສິ້ນ​ສຸດ​ລົງ, ບົນ​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍນີ້ ທະ​ຫານ​ເຈື່ອງ​ເຊີນ ສາມາດ​ລຳ​ລຽງ​ຂົນ​ສົ່ງອາ​ວຸດ​, ສະ​ບຽງ​ອາ​ຫານ​ໄດ້ເກືອບ 445 ລ້ານ​ໂຕນ ແລະ ນ້ຳ​ມັນ​ເຊື້ອ​ໄຟ​ເກືອບ 58 ລ້ານ​ໂຕນ​ໃຫ້​ແກ່​ພາກ​ໃຕ້, ປະ​ກອບ​ສ່ວນ​ສ້າງ​ເປັນ​ໄຊ​ຊະ​ນະ​ປະ​ຫວັດ​ສາດ​ລະ​ດູ​ບານ​ໃຫມ່​ປີ 1975, ປົກ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

        ພາຍຫຼັງສຳ​ເລັດ​ໜ້າ​ທີ່​ປະ​ຫວັດ​ສາດ​ຂອງ​ຕົນ, ປະ​ຈຸ​ບັນ ເສັ້ນ​ທາງ​ເຈື່ອງ​ເຊີນ - ໂຮ່​ຈິ​ມີນ ໄດ້​ຮັບ​ການກໍ່​ສ້າງ​ກາຍ​ເປັນ​ເສັ້ນ​ທາງ​ຕົ້ນ​ຕໍ​ເຊື່ອມ​ຕໍ່​ພາກ​ເຫ​ນືອ​-ພາກ​ໃຕ້ ຮັບ​ໃຊ້​ພາ​ລະ​ກິດ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫ​ະ​ກຳ ແລະ ທັນ​ສ​ະ​ໄຫມ. ປີ 1989, ເສັ້ນ​ທາງ​ໂຮ່​ຈິ​ມີນ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ມາດ​ຕະ​ຖານ​ແຫ່​ງ​ຊາດ ແລະ ຕິດ​ພັນ​ກັບ​ເສັ້​ນ​ທາງ​ແຫ່ງ​ເທບ​ນິ​ຍາຍນີ້ ​ແມ່ນຫລັກ​ 0. ວັນ​ທີ 27/4/1990, ຫຼັກ 0 ໄດ້​ຮັບ​ການ​ຮັບ​ຮອງ​ວ່າແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ. ປະ​ຈຸ​ບັນ ຫລັກ 0 ໄດ້​ຮັບ​ການກໍ່​ສ້າງ, ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ດ້ວຍ​ເນື້ອ​ທີ່ 600 ຕາ​ລາງ​ແມັດ, ດ້ວຍ​ຫໍ​ມູນ​ເຊື້ອ​ທີ່​ແນະ​ນຳ​ບັນ​ດາ​ວັດ​ຖຸ​ພັນ​ໃນ​ໄລ​ຍະ​ສົງ​ຄາມ, ແມ່ນ​ບ່ອນ​ຮັບ​ໃຊ້​ປະ​ຊາ​ຊົນ​, ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ​ຕ່າງ​ປະ​ເທດ, ​ພ້ອມ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ, ຊອກ​ຮູ້.. ພັນ​ເອກ ເງິນ​ຈ່າຍ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ເສັ້​ນ​ທາງ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ: ຈະ​ກໍ່​ສ້າງ​ອະ​ນຸ​ສາ​ວາ​ລີ ດ້ວຍ​ຫົວ​ເລື່ອງ: “ແນວ​ຫລັງ​ມູ່ງ​ໄປ​ສູ່​ແນວ​ຫ​ນ້າ” ຢູ່​ໃນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຫຼັກ 0 ເພື່ອ​ອາ​ໄລ​ຫາ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ​ເຂົ້າ​ຮ່ວມ​ການຕໍ່​ສູ້ທີ່​​ໄດ້ເສຍ​ສະ​ຫລະ​ຊີ​ວິດ​ບົນ​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍນີ້.

        “ປະ​ຈຸ​ບັນ, ຫຼັກ 0 ໄດ້​ກາຍ​ເປັນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ, ສະ​ນັ້ນ ເພື່ອ​ເສີມ​ຂະ​ຫ​ຍາຍ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກ​ຂອງ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ນີ້, ທຸກ​ຂັ້ນ, ຂະ​ແຫນງ​ການ​​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ໃນ​ຊຸມ​ປີ​ຜ່ານ​ມາ, ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ ຫຼັກ 0 ໄດ້​ຮັບ​ການ​ຍົກ​ລະ​ດັບ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນີ້​ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ສຶກ​ສາ​ມູນ​ເຊື້ອ​ຂອງ​ຊາດ ແລະ ທະ​ຫານ​ເຈື່ອງ​ເຊີນ ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ​ຄົນລຸ້ນ​ຫ​ນຸ່ມເຂົ້າ​ໃຈ​ກ່ຽວ​ກັບ​ການ​ຕໍ່​ຕ​້ານ​ຕ​້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ.”

        ຢູ່​ຕີນ​ພູ ເສັ້ນ​ທາງ​ໂຮ່​ຈິ​ມີນ ໃນ​ເມື່ອ​ກ່ອນ  ​ແມ່ນ​ນ້ຳ​ຫ້ວຍ​ເລິກ, ກີ່ວ​ຊັນ ແຕ່​ປະ​ຈຸ​ບັນ ເສັ້ນ​ທາງ​ເຈືອງ​ເຊີນ ຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ ແລະ ກາຍ​ເປ​ັນ​ເສັ້ນ​ທາງ​​ເສດ​ຖະ​ກິດ - ການ​ປ້ອງ​ກັນ​ຊາດ​ສຳ​ຄັນຕົ້ນ​ຕໍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​ຂົນ​ສົ່ງ ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ. ເທດ​ສະ​ບານ ລາດ ຊື່ງ​ແມ່ນ​ບ່ອນ​ທີ່​ມີ ຫຼັກ 0 ​ຖືກ​ທຳ​ລາຍ​​ໃນ​ສົງ​ຄາມ​​ເມື່ອ​ກ່ອນນີ້, ປະ​ຈຸ​ບັນ ໄດ້​ພັດ​ທະ​ນາ​ຢ່າງ​ຄັບ​ຄາ​ຫ​ນາ​ແຫ​ນ້ນ ດ້ວຍ​​ກິດ​ຈະ​ກຳທີ​່​ໃຫ​ຍ່​ໂຕຫຼາຍ​ແຫ່ງ, ​ອາ​ຄານຊັ້ນ​ສູງ​ຫລາຍ​ຫລັງ. ປະ​ຈຸ​ບັນ ຢູ່​ຄຽງ​ຂ້າງ​ຫລັກ​ 0 ແລະ ຢູ່​ສອງ​ຟາ​ກ​ທາງ​ໂຮ​່​ຈິ​ມີນ​ແຫ່ງ​ເທບ​ນິ​ຍາຍ​, ​ ຊ​ີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ​ມີ​ຄວາມ​ອີ່ມ​ຫ​ນຳ​ສຳ​ລານ ​ແລະ ສົມບູນ​ພູນ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ