ຫຼຸງເວິນ-ດິນແດນຂອງເມກ

(VOVWORLD) -         ໂດຍນອນຢູ່ເຂດພູດອຍທາງທິດຕາເວັນຕົນພາກເໜືອ, ຫຼຸງເວິນຖືກອຸປະມາດັ່ງຫຼັງຄາເຮືອນຂອງດິນແດນ ເມື່ອງບີ ຍ້ອນນອນຢູ່ເທິງສາຍພູສູງສະຫຼັບສັບຊ້ອນຖືກປົກຄຸມໄປດ້ວຍກຸ່ມເມກເລື່ອນລອຍ ແລະ ທັງແມ່ນອູ່ວັດທະນະທຳໃຫຍ່ ແລະເກົ່າແກ່ທີ່ສຸດຢູ່ເຂດເມືອງຮວ່າບິ່ງ. ຫຼຸງເວິນມີອາກາດເຢັນສະບາຍຕະຫຼອດປີທິວທັດທຳມະຊາດໃຫຍ່ໂຕມະໂຫຖານແລະຮົກເຮື້ອພ້ອມກັບການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າເມື່ອງ ອັນໄດ້ກາຍເປັນສະຖານນທີ່ດຶງດູດໃຈແຂກທ່ອງທ່ຽວ.
ຫຼຸງເວິນ-ດິນແດນຂອງເມກ - ảnh 1

ຫຼຸງເວິນ-ດິນແດນຂອງເມກ

    ໂດຍນອນຫ່າງຈາກໃຈກາງນະຄອນ ຮວ່າບິ່ງປະມານ40 ກິໂລແມັດ ຕາແສງຫຼຸງເວິນເມືອງເຕິນຫຼາກແມ່ນໜຶ່ງໃນອູ່ວັດທະນະທຳໃຫຍ່ 4 ແຫ່ງຢູ່ເຂດເມືອງ ຮວ່າບິ່ງ.ຫຼຸງເວິນນອນຢູ່ຄວາມສູງ 1.200 ແມັດເມື່ອທຽບໃສ່ໜ້ານ້ຳທະເລຖືກປົກຄຸມໄປດ້ວຍກຸ່ມເມກຕະຫຼອດປີ.  ນອກຈາກນັ້ນຢູ່ແຫ່ງນີ້ຍັງຕິດພັນກັບບັນດາເລື່ອງລາວເລົ່າຂານປາກຕໍ່ປາກເຊິ່ງແຂກທ່ອງທ່ຽວຍາມໃດກໍ່ຢາກຄົ້ນຫາ. ໂດຍໄດ້ຮັບຖືວ່າເປັນຫຼັງຄາເຮືອນເຂດເມື່ອງບີ ຍ້ອນວ່າຢູ່ແຫ່ງນີ້ແມ່ນດິນແດນດຳລົງຊີວິດຢູ່ພື້ນທີ່ສູງທີ່ສຸດຂອງຊາວເຜົ່າເມື່ອງ. ມີແຂກທ່ອງທ່ຽວຫຼາຍຄົນສະແດງຄວາມໃນໃຈສູ່ຟັງວ່າ:

      “ເຮົາມີຄວາມປະທັບໃຈທີ່ສຸດຍ້ອນວ່ານີ້ແມ່ນແຫ່ງຍັງຮົກເຮື້ອ. ທິວທັດທຳມະຊາດຢູ່ແຫ່ງນີ້ກໍ່ມີຄວາມເປັນເອກະລັກສະເພາະແລະມີຄວາມແຕກຕ່າງກັບແຫ່ງອື່ນໆ”. 

       “ນີ້ແມ່ນແຫ່ງທີ່ມີນຳ້ຕົກຕາດຫຼາຍແຫ່ງແລະພວກຂ້າພະເຈົ້າກໍ່ຢາກຄົ້ນຫາຕົວຈິງ. ພວກຂ້າພະເຈົ້າສາມາດປີນຮອດຈອມພູແລະພ້ອມກັນຮັບປະທານອາຫານຢູ່ທີ່ນັ້ນ. ພວກຂ້າພະເຈົ້າໄດ້ຄົ້ນຫາຊີວິດທີ່ຮົກເຮື້ອກໍ່ມີຄວາມປະທັບໃຈທີ່ສຸດນີ້ໄດ້ຮັບຖືວ່າປຽບເໝືອນແດນສະຫວັນ”.

      ເພື່ອໄປຮອດຫຼຸງເວິນແຂກທ່ອງທ່ຽວຕ້ອງຜ່ານເສັ້ນທາງພູທີ່ລະອິດລະອ້ຽວແລະຜ່ານບັນດາເນີນພູສູງຊັນ. ມາຮອດແຫ່ງນີ້ ແຂກທ່ອງທ່ຽວຈະເຫັນປະຈັກຕາບັນດາເຮືອນຮ້ານຖືກປຸກຢູ່ຕາມເນີນພູທີ່ລັບແລໃນທ່າມກາງກຸ່ມເມກເລື່ອລອຍ.  ລຸງ ຮ່າວັນມິງ ຊາວບ້ານຫຼຸງເວິນໃຫ່ຮູ້ວ່າ:

     “ເຮືອນຫຼັງນີ້ ຂ້າພະເຈົ້າໄດ້ສ້ອມແປງໜ້ອຍໜຶ່ງເພື່ອຕ້ອນຮັບແຂກທ່ອງທ່ຽວ ເພາະວ່າຂ້າພະເຈົ້າຕ້ອງຮັກສາສີສັນເຮືອນຮ້ານຂອງເຜົ່າຕົນ, ຕ້ອງຮັກສາໃຫ້ລຸ້ນລູກລຸ້ນຫຼານບໍ່ປະໃຫ້ຈຸດຄວາມງາມຂອງເຮືອນຮ້ານສູນຫາຍໄປ”.  

        ເມື່ອທຽບໃສ່ສະຖານທີ່ແຫ່ງອື່ນໆ, ວັດທະນະທຳເຜົ່າເມື່ອງຢູ່ຫຼຸງເວິນໄດ້ຮັບການອະນຸລັກຮັກສາໄວ້ໄດ້ເໝືອນເດີມໃນຊີວິດຊຸມຊົນຄືບັນດາງານບຸນເປົ່າໄຟ,_ ງານບຸນລົງນາ, ງານບຸນອວຍພອນເຂົ້າໃໝ່... ແລະຍັງມີຫຼາຍຈຸດວັດທະນະທຳອື່ນໆອີກ. ນາງດິງທິງວານສັງກັດກອງສິລະປະກອນຫຼຸງເວິນໃຫ້ຮູ້ວ່າ:

      “ຄຸນຄ່າວັດທະນະທຳທັງໝົດຂອງຊົນເຜົ່າກໍ່ຄືບັນດາຮີດຄອງປະເພນີນັ້ນພວກຂ້າພະເຈົ້າກໍ່ລ້ວນແຕ່ຮັກສາໄວ້ໄດ້. ແຂກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຢາມໝູ່ບ້ານຈະໄດ້ຮັບຊົມເອື້ອຍນ້ອງແມ່ຍິງຕ່ຳແຜ່ນແພພື້ນເມືອງແລະຮັບຊົມທິວທັດທຳມະຊາດແລະພູຜາປ່າໄມ້ທີ່ສວຍສົດງົດງາມດັ່ງໃນຝັນ”.

      ໃນທ່າມກາງອາກາດໜາວ ຢູ່ເຂດພູດອຍ, ສຽງຄ້ອງຢູ່ຕາມເຂດເຮືອນຮ້ານ ໄດ້ດັງກ້ອງກັງວານໄປທົ່ວພູຜາປ່າໄມ້. ຄວາມສະຫງົບສຸກແລະຈິດໃຈຮັກແພງແຂກຂອງຊາວບ້ານຫຼຸງເວິນຈະເຮັດໃຫ້ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບຮີດຄອງປະເພນີວັດທະນະທຳຢູ່ດິນແດນເມື່ອງບີ. ປ້າຫງວຽນທິເລິມ ຜູ້ອາຍຸສູງຢູ່ ຫຼຸງເວິນເປີດເຜີຍວ່າ:

     “ເມື່ອເດັກນ້ອຍຫາກໍ່ເກີດຂຶ້ນ ທາງຄອບຄົວກໍ່ລ້ວນແຕ່ເຊື້ອເຊີນກອງສິລະປະຄ້ອງມາຕີເພື່ອລະດົມໃຈຫຼືມີງານດອງກໍ່ເຊື້ອເຊີນກອງສິລະປະຄ້ອງມາແບ່ງປັນຄວາມມ່ວນລະດົມກຳລັງໃຈ. ແລະເມື່ອມີງານສົບໂດຍສະເພາະແມ່ນບັນດາຜູ້ມີອາຍຸຈາກ 80 ປີຂຶ້ນໄປພວກຂ້າພະເຈົ້າກໍ່ລ້ວນແຕ່ເຊື້ອເຊີນກອງຄ້ອງມາຕີເພື່ອໄສົ່ງວິນຍານຂອງເພິ່ນໄປສຸຂະຕິພົບ.ສຽງຄ້ອງໄດ້ຕິດພັນກັບຊາວເຜົ່າເມື່ອງນັບແຕ່ປາງກ່ອນມາຮອດປັດຈຸບັນ”.

      ຫຼຸງເວິນມີອາກາດເຢັນສະບາຍຕະຫຼອດປີທິວທັດທຳມະຊາດສວຍສົດງົດງາມໃຫຍ່ໂຕມະໂຫຖານແລະຮົກເຮື້ອ  ພ້ອມກັບບັນດາການດຳເນີນຊີວິດວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວ ເຜົ່າເມື່ອງອັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວຢາກຄົ້ນຫາເຂດພູຜາປ່າໄມ້ຖືກປົກຄຸມໄປດ້ວຍກຸ່ມເມກຕະຫຼອດປີ.

ຕອບກັບ

ຂ່າວ/ບົດ​ອື່ນ