ຫຼ້າງເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຕະຫຼອດປີ

(VOVWORLD) -    ແຂວງ ຫຼ້າງເຊີນ ຫ່າງຈາກ ຮ່າໂນ້ຍ ປະມານ 180 ກິໂລແມັດ ແມ່ນດິນແດນເຕັມໄປດ້ວຍທ່າແຮງ ບົ່ມຊ້ອນດ້ານການທ່ອງທ່ຽວ ຂອງເຂດທາງທິດຕາເວັນອອກສຽງເໜືອ ຫວຽດນາມ. ດ້ວຍລະບົບປູຊະນີຍະສະຖານທາງປະຫວັດສາດ, ທິວທັດທຳມະຊາດ, ວັດວາອາຮາມຫຼາຍແຫ່ງນັ້ນ, ແຂກທ່ອງທ່ຽວເມື່ອມາທ່ອງທ່ຽວຢູ່ ຫ້ຼາງເຊີນ ສາມາດເລືອກເຟັ້ນເອົາສະຖານທີ່ຫຼາຍແຫ່ງ ເພື່ອ
ຢ້ຽມຊົມ ທັດສະນະສຶກສາ ແລະ ຄົ້ນຫາ. ຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ ກໍ່ແມ່ນຄວາມດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຫ່ງນີ້ ໃນຕະຫຼອດສີ່ລະດູໃນປີ
 ຫຼ້າງເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຕະຫຼອດປີ - ảnh 1ຈອມພູເໝົາເຊີນ ແມ່ນສະຖານທີ່ແຫ່ງໜຶ່ງທີ່ດູດດື່ມ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດ ມາຢ້ຽມຊົມ 

  ເມື່ອມາຢ້ຽມຢາມ ຫຼ້າງເຊີນ, ນອກຈາກດ່ານຊາຍແດນ ເຕິນແທັງ, ຕະຫຼາດ ດົງກິງ, ແຂກທ່ອງທ່ຽວຍັງສາມາດເລືອກເອົາບັນດາສະຖານທີ່ອື່ນໆ ເພື່ອຢ້ຽມຊົມທິວທັດທຳມະຊາດຄື ຖ້ຳຍິແທັງ, ທ່າເຮືອ ດ໊າກີ່ກຸ່ງ; ຖ້ຳວັດຕຽນ ແລະ ນ້ຳສ້າງເທວະດາ, ເຂດທ່ອງທ່ຽວ ເໝົາເຊີນ, ກຳແພງລາດຊະວົງໝາກ… ໃນສະຖານທີ່ເຫຼົ່ານັ້ນ, ເໝົາເຊີນ ແມ່ນສະຖານທີ່ແຫ່ງໜຶ່ງທີ່ດູດດື່ມ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດໂອກາດ ມາຢ້ຽມຊົມ. ໃນລະດູຮ້ອນຢູ່ແຫ່ງນີ້ ອາກາດເຢັນສະບາຍແຕ່ສຳລັບຍາມລະດູໜາວ ມີບາງໄລຍະ ເໝົາເຊີນ ຖືກປົກຄຸມໄປດ້ວຍສີຂາວຂອງຫິມະ. ພ້ອມກັນນັ້ນ, ວິຫານພະແມ່ ດົງດັງ ເຊິ່ງເປັນແຫ່ງບູຊາພະພຸດທະເຈົ້າ ແລະ ພະແມ່ ບ໋ານທຽນ ເຊິ່ງແມ່ນສະຖານທີ່ບູຊາທີ່ມີຊື່ສຽງ  ໃນການເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ ກໍ່ເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມ ຫ້ຼາງເຊີນ. ໃນແຕ່ລະປີ ຮອດວັນທີ 10 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນຢູ່ວິຫານພະແມ່ ດົງດັງ ກໍ່ໄດ້ຈັດງານບຸນລະດູບານໃໝ່     ຢ່າງຟົດຟື້ນມ່ວນຊື່ນ. ນາງ ຍືທິຫາດ ແຂກທ່ອງທ່ຽວມາຈາກເມືອງ ດົງຮຶງ ແຂວງ ຖາຍບິ່ງ ເປີດເຜີຍວ່າ:

      “ຂ້າພະເຈົ້າເຫັນວ່າລະບົບວັດວາອາຮາມ ທິວທັດທຳມະຊາດຢູ່ ຫ້າງເຊີນ ແມ່ນອຸດົມສົມບູນທີ່ສຸດ. ຂ້າພະເຈົ້າໄດ້ໄປວັດວາອາຮາມຫຼາຍແຫ່ງຢູ່ ຫ້າງເຊີນ ແລ້ວ. ທຳອິດແມ່ນວິຫານ ກົງດົ່ງບັກເລະ, ແລ້ວກໍ່ໄປວິຫານ  ເຈົ່າບາດ, ເຈົ່າລຸກ; ວັດຕາມແທັງ, ວິຫານພະແມ່ ດົງດັງ ແລະ ສຸດທ້າຍຈະໄປວິຫານ ກີ່ກຸ່ງ”.

     ແລະ ກໍ່ນອນໃນລະບົບການເຫຼື້ອມໃສບູຊາພະແມ່, ວິຫານ ບັກເລະ ຢູ່ຕາແສງ ເຕິນແທັ່ງ ເມືອງ ຫິວຫຼຸງ ແຂວງ ຫ້ຼາງເຊີນ ກໍ່ແມ່ນບ່ອນບູຊາພະແມ່ ເທື້ອງງ່ານ ເຊິ່ງແມ່ນໜຶ່ງໃນຈຳນວນສາມພະແມ່ ໄດ້ຮັບການບູຊາຢູ່ ຫວຽດນາມ. ງານບຸນປະເພນີວິຫານ ບັກເລະ ຖືກຈັດຂຶ້ນໃນວັນທີ 20 ເດືອນ 9 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ. ພະອາຈານໃຫຍ່ ທິກວ໋າງຈວ່ຽນ ຮອງຫົວໜ້າຄະນະປະຈຳ ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມແຂວງຫ້ຼາງເຊີນໃຫ້ຮູ້ວ່າ:

    “ຫ້ຼາງເຊີນ ມີຄວາມເປັນເອກະລັກ ດ້ວຍວັດທະນະທຳການເຫຼື້ອມໃສບູຊາພະແມ່ ເຊິ່ງແມ່ນສິ່ງທີ່ບໍ່ເຄີຍມີຢູ່ທ້ອງຖິ່ນອື່ນໆ.  ໃນໂອກາດຈັດງານບຸນຕ່າງໆຄື ງານບຸນວິຫານ ກົງດົ່ງບັກເລະ ແຕ່ວັນທີ 19 ຫາວັນທີ 20 ເດືອນ 9  ຫຼື ໃນໂອກາດຕົ້ນລະດູບານໃໝ່, ປະຊາຊົນທີ່ມາຈາກສາລະທິດ ກໍ່ໄດ້ມາ ຫ້ຼາງເຊີນ ເຊິ່ງຕົ້ນຕໍແມ່ນທັງທ່ອງທ່ຽວ ທັງໄປວັດໄປວາພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ”.

       ພ້ອມກັບການເຫຼື້ອມໃສບູຊາພະແມ່, ລະບົບວັດວາອາຮາມຢູ່ ຫ້ຼາງເຊີນ ກໍ່ອຸດົມສົມບູນ ແລະ ເປັນເອກະລັກ ເຊິ່ງໄດ້ດຶງດູດຊາວພຸດ ມານະມັດສະການ ໄຫວ້ບູຊາຢ່າງຫຼວງຫຼາຍ. ບັນດາວັດທີ່ມີຊື່ສຽງຄື ວັດເຍິດຍິຕາມແທັງ, ວັດແທັ່ງ, ວັດເຕິນແທັງ… ບໍ່ພຽງແຕ່ສ້າງຄວາມປະທັບໃຈທາງດ້ານສະຖາປັດຕະຍາກຳ, ລະບົບຮູບປັ້ນຮູບຫຼໍ່ເທົ່ານັ້ນ ຫາກຍັງມີຄວາມໝາຍຢ່າງເລິກເຊິ່ງ ຕິດພັນກັບແຕ່ລະເລື່ອງລາວປະຫວັດສາດ ວັດທະນະທຳທີ່ມີມາແຕ່ດົນນານ. ນາງ ເຈິ່ນທິບິກແຮັ້ງ ຜູ້ອຳນວຍການສູນຂໍ້ມູນຂ່າວສານ ສົ່ງເສີມການທ່ອງທ່ຽວແຂວງ ຫ້ຼາງເຊີນ ໃຫ້ຮູ້ວ່າ:

      “ປັດຈຸບັນພວກຂ້າພະເຈົ້າ ກໍ່ໄດ້ສ້າງບາງສາຍທ່ອງທ່ຽວ ລຽບຕາມທາງຫຼວງ 1A ໄປຍັງບັນດາເມືອງ ແລະ ເຕົ້າໂຮມຕົ້ນຕໍແມ່ນຢູ່ນະຄອນ ຫ້ຼາງເຊີນ. ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຍັງຈະສ້າງການຮ່ວມສຳພັນ ກັບບັນດາທ້ອງຖິ່ນອື່ນໆ ເພື່ອຈະມີຮູບແບບທ່ອງທ່ຽວຢູ່ຕາມວັດວາອາຮາມ ໃຫ້ຂະຫຍາຍຕົວຄື ບັກຢາງ, ບັກນິງ ເພື່ອສ້າງບັນດາສາຍທ່ອງທ່ຽວລະຫວ່າງແຂວງ ທັງນີ້ກໍ່ເຮັດໃຫ້ຜະລິດຕະພັນທ່ອງທ່ຽວຢູ່ ຫ້າງເຊີນ ເພີ່ມຄວາມອຸດົມສົມບູນ”.

      ພ້ອມກັບບັນດາສະຖານທີ່ທ່ອງທ່ຽວ ຢູ່ຕາມວັດວາອາຮາມ ແລະ ທິວທັດທຳມະຊາດນັ້ນ, ບັນດາໝູ່ບ້ານອາຊີບຫັດຖະກຳ ກໍ່ແມ່ນປັດໄຈຊ່ວຍ ຫ້າງເຊີນ ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ດູດດື່ມຢູ່ພາກເໜືອ. ມີບາງໝູ່ບ້ານອາຊີບທີ່ພົ້ນເດັ່ນຄື: ໝູ່ບ້ານອາຊີບຕົ້ມເຫຼົ້າ ເໝົາເຊີນ, ໝູ່ບ້ານອາຊີບ ຕ່ຳແຜ່ນແພພື້ນເມືອງຂອງເຜົ່ານຸ່ງ, ໝູ່ບ້ານຜະລິດດິນຂໍ ກວິ່ງເຊີນ, ໝູ່ບ້ານຜະລິດທູບ ຢາກາດ… ຄວາມງາມຂອງທຳມະຊາດ ພ້ອມກັບຈິດໃຈຂອງຊາວທ້ອງຖິ່ນທີ່ສັດຊື່ ແລະ ຮັກແພງແຂກ ພ້ອມກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກ, ບັນດາສະຖານທີ່ວັດທະນະທຳປະຫວັດສາດ ທີ່ອຸດົມສົມບູນໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ ຂອງບັນດາເຜົ່າອ້າຍນ້ອງ ທີ່ດຳລົງຊີວິດຢູ່ຮ່ວມກັນບົນດິນແດນ ຫ້ຼາງເຊີນ ພວມເຊື້ອເຊີນບັນດາເພື່ອນຈົ່ງມາທ່ອງທ່ຽວຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ