ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ

(vovworld)- ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ແລະ ທັດ​ສະ​ນີ​ຍະ​ພາບ​ອຽນ​ຕື ​ຂຶ້ນ​ກັບ​ຕາ​ແສງ​ເຟືອງ​ດົງ ແລະ ເທື້ອງ​ອຽນ​ກົງ, ນະ​ຄອນອວງ​ບີ໋, ແຂວງກວາງ​ນິງ. ໂດຍນອນ​ໃນ​ເຂດ​ປ່າ​ທີ່​ໃຫ​ຍ່​ໂຕ​ໂອ​ຖົງ ຕັ້​ງ​ຢູ່ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ, ​ນັບ​ແຕ່​ດົນ​ນານມາ​ແລ້ວ, ຈອມ​ພູ​ອຽນ​ຕື​ ໄດ້​ມີ​ຊື່​ສຽງ​ດ້ວຍ​ວັດ​ດົ່ງ​ ທີ່ຕັ້ງ​ໃນ​ຄວາມ​ສູງ 1.068 ແມັດ ເມື່ອ​ທຽບ​ໃສ່​ໜ້ານ້ຳທະ​ເລ. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານນີ້ມີ​ລະ​ບົບ​ວັດ​ວາ​ອາ​ຮາມ, ທາດ ແລະ ປ່າ​ໄມ້​ດົງ​ດີບ ທ່າມ​ກາງທີວ​ທັດທຳ​ມະ​ຊາດ​ທີ່​ສວຍ​ງາມ.

ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ - ảnh 1

ທັດສະນີຍະພາບຢູ່ອຽນຕື

(ພາບ: ອິນເຕີແນດ)

        ໃນແສງ​ແດດກ້າທີ່​ອົບເອົ້າຂອງ​ລະ​ດູ​ຮ້ອນ, ເມື່ອ​​ຍ່າງຫຼິ້ນ​ໃນເຂດ​ປູ​ຊະ​ນີ​ຍະ​ສະ​ຖານອຽນ​ຕື ​ໄດ້​ສູບ​ອາ​ກາດທີ່​ປອດ​ໂປ່ງ​​ຢູ່​ເຂດ​ປ່າ​ໄມ້​ທີ່​ຂຽວ​ອຸ່ມ​ທູ່ມ​ນັ້ນ ແມ່ນ​ສິ່ງ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ.

        ອຽນ​ຕື ​ແມ່ນ​ແຫ່ງຖື​ສິນ​ກິນບວດ​ຂອງພະສົງຫຼາຍ​ອົງ​ນັບ​ແຕ່​ທ້າຍ​ສະ​ໄໝ​ລາດ​ຊະ​ວົງຫຼີ ແລະ ຕົ້ນ​ສະ​ໄໝ​ລາດ​ຊະ​ວົງ​ເຈິ່ນ​ ຄື: ພະ​ອາ​ຈານ ຫ້ຽນ​ກວາງ, ດ້າວ​ເວິນ, ພະ​ພຸດເຈິ່ນ​ເຍິນ​ຕົງ, ແທ໋ງ​ຕົງ. ອຽນ​ຕື​ ຖືກ​ຖື​ວ່າ​ແມ່ນດິນ​ແດນແຫ່ງພະ​ພຸດ ນັບ​ແຕ່​ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ ສະ​ລະ​ບັນ​ລັງ ແລ້ວ​ຖື​ສິນ​ກິນບວດ​​ເປັນ​ເວ​ລາ 10 ປີຢູ່​ອຽນ​ຕື​ ແລະ ​ສ້າງເປັນ​ນິ​ກາຍຈຸກ​ເລິມ, ພະ​ອາ​ຈານ ທິກ​ເຕະ​ຟຸກ (Thich Tue Phuc), ຮອງເຈົ້າ​ອະ​ທິ​ການ​ ທ່ຽນ​ວ້ຽນ​ຈຸກ​ເລິມ​ອຽນ​ຕື, ໃຫ້​ຮູ້​ວ່າ:

        “ເມື່ອ​ເວົ້າ​ເຖິງວັດ​ແມ່ນ​ເວົ້າ​ເຖິງ​ນິ​ກາຍ​ຈຸກ​ເລິມ​ອຽນ​ຕີ. ໃນ​ສະ​ຕະ​ວັດ​ທີ 14, ເຈົ້າ​ຊີ​ວິດ ເຈິ່ນ​ເຍິນ​ຕົງ, ເຊິ່ງ​ແມ່ນ​ເຈົ້າ​ຊີ​ວິດ​ລຸ້ນ​ທີ 3 ຂອງ​ລາດ​ຊະ​ວົງ​ເຈິ່ນ, ເມື່ອ​ມີ​ອາ​ຍຸ 35 ປີ, ອົງ​ໄດ້”​ສະ​ລະ​ບັນ​ລັງ​ໃຫ້​ລູກ​ຊາຍ​ຂອງ​ຕົນແມ່ນ​ ແອງ​ຕົງ ແລ້ວ​ເປັນ​ທີ່​ປຶກ​ສາ​ໃຫ້​ລູກ​ເປັນ​ເວ​ລາ 6 ປີ, ເມື່ອ​ອາ​ຍຸ 41 ປີ, ອົງ​ໄດ້​ປະ​ລະ​​ທຸກ​ສິ່ງ​ທຸກ​ຢ່າງເພື່ອ​ຖືສິນ​ກິນບວດ​ເທິງ​ພູ​ອຽນ​ຕື. ສາ​ສະ​ໜາ​ພຸດ​ຖືກ​ນຳ​ເຂົ້າ​ຫວຽດ​ນາມ​ ແຕ່​ສະ​ຕະ​ວັດ​ທີ 1, ທີ 2 ແຕ່​ສ່ວນຫຼາຍ​ແມ່ນ​ມາຈາກ​ອິນ​ເດຍ, ຕໍ່​ມາ​ກໍ່​ມີ​ນິ​ກາຍອື່ນ​ອີກ ​ແຕ່​ບໍ່​ທັນ​ມີນິ​ກາຍ​ຂອງ​ພຸດທະ​ສາສະໜາຫວຽດ​ນາມ ​ເທື່ອ, ດັ່ງ​ນັ້ນ​ ​ເຈິ່ນ​ເຍິນ​ຕົງ ​ໄດ້​ລວບ​ລວມນິກາຍ​ຕ່າງໆ​ເພື່ອ​ກໍ່​ຕັ້ງ​ເປັນນິກາຍ ຈຸກ​ເລີມ​ອຽນ​ຕື”.

ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ - ảnh 2

ວັດດົ່ງຢູ່ອຽນຕື

(ພາບ: ອິນເຕີແນດ)

        ​ໃນ​ລະດູ​ຮ້ອນ, ທັດສະນີ​ຍະ​ພາບ​ອຽນ​ຕື ບໍ່​ພຽງ​ແຕ່​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອນຮັບ​ນັກຮຽນ, ນັກ​ສຶກສາ​ຫຼາຍ​ຄະນະ​ມາ​ຮັບ​ຟັງ​​ເທດ​ສະໜາ​ຄຳ​ພີ​​ຂອງ​ສາ​ສະ​ໜາ​ພຸດອີກ​ດ້ວຍ. ພະ​ອາຈານ ທິກ​ເຕະ​ຟຸກ (Thich Tue Phuc), ​ໃຫ້​ຮູ້​ວ່າ:

”ນັ່ງສະມາທິ​ແມ່ນ​ວິທີບຳ​ເພັນຕົວດີ​ທີ່​ສຸດ. ພິ​ເສດ​ແມ່ນ​ໃນ​ລະດູ​ຮ້ອນ, ​ເມື່ອ​ນັກຮຽນ, ນັກ​ສຶກສາ​ໄດ້​ພັກ​ແລ້ງ, ຄູ​ອາຈານ​ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ນ້ອງ​ມາ​​ແຫ່ງ​ນີ້ ​ເພື່ອ​ບຳ​ເພັນ​ຕົນໃຫ້ກາຍ​ເປັນ​ລູກ​ຄຳຮູ້, ​ເປັນ​ພົນລະ​ເມືອງ​ທີ່​ດີ”.

​ເສັ້ນທາງ​ຂຶ້ນ​ພູ​ອຽນ​ຕື ​ໃນ​ປະຈຸ​ບັນ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ກ່ອນ​ນີ້​ຫຼາຍ. ຖ້າ​ເພື່ອນ​ບໍ່​ມີ​ເວລາໄປ​ນະ​ມັດ​ສະ​ການ​ຫຼາຍ ກໍ່​ສາມາດ​​ຂຶ້ນ​ພູ​ດ້ວຍ​ລະ​ບົບ​ກະ​ເຊົ້າ​ລອຍ​ຟ້າ​ໄດ້. ພາຍຫຼັງຂ້າມ​ພູ​ຫິນຊັນ​ເປັນ​ເວລາ 2 ຊົ່ວ​ໂມງ, ເພື່ອນກໍ່ໄປ​ຮອດ​ຈອມ​ພູ​ອຽນ​ຕື​ ​ໄດ້, ລະບົບ​ກະ​ເຊົ້າ​ລອຍ​ຟ້າຈະ​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ລົດ​ເວລາ​ໄປ​ຍັງ​ດິນ​ແດນ​ພະພຸດ​ລົງ​ເຄິ່ງໜຶ່ງ. ທ່ານ ​ເລ​ຈ້ອງ​ແທງ, ຮອງຜູ້ອຳນວຍການ​ບໍລິສັດ ຕຸ່ງ​ເລິ​ມ, ຄຸ້ມ​ຄອງ, ລະບົບ​ກະ​ເຊົ້າ​ລອຍ​ຟ້າ, ​ໃຫ້​ຮູ້​ວ່າ:

”ວັນ​ເສົາ ​ແລະ ວັນ​ອາທິດ, ​ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ຫຼາຍ​ທີ່​ສຸດ. ນັ້ນ​ແມ່ນ​ຄວາມ​ຊິນ​ເຄີຍ​ຂອງເຂົາ​ເຈົ້ານັບ​ແຕ່​ດົນ​ນານ​ມາ​ແລ້ວ. ອີງ​ໃສ່​ຄວາມ​ຊິນ​ເຄີຍ​ນັ້ນ, ບໍລິສັດ​ໄດ້​ວາງແຜນການຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ກໍ່​ຄື​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ທາງ​ໄປ​ວັດວາອາ​ຮາມ​ຄື​ແນວ​ໃດ ​ເພື່ອ​ຫຼີກ​ເວັ້ນສະພາບ​ຕິດຂັດ”.

ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ - ảnh 3

ລະບົບກະເຊົ້າລອຍຟ້າຢູ່ອຽນຕື

(ພາບ: ອິນເຕີແນດ)

ສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ເວລາ​ໄປ​ນະມັດສະການ​ຫຼາຍ, ສາມາດ​ຍ່າງ​ໄປ​​​ຍັງ​ວັດ​ດົ່ງ ກໍ່ໄດ້. ​ເສັ້ນທາງໄປ​​ລະ​ອິດ​ລະ​ອ້ຽວ ​ເລີ່​ມຈາກຫ້ວຍ ຢາຍ​ອວານ (ແກ້​ກຳ​ເວນ), ເຊິ່ງແມ່ນ​ແຫ່ງ​ທີ່​ເຈົ້າ​ຊີວິດ ​ເຍິນ​ຕົງ ​​​ໄດ້ສັ່ງໃຫ້​ກໍ່ສ້າງ​ວັດ​ເປັນ​ບ່ອນ​ສວດ​ມົນ​​ເພື່ອແກ້​ກຳ​ເວນໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ. ວັດ​ຕັ້ງ​ຢູ່​ໃຕ້​ຮົ່ມ​ໄມ້​ທີ່​ຂຽວ​ອຸ່ມ​ທູ່​ມ, ​ຢູ່ທາງ​ໜ້າ​​ແມ່ນ​ຫ້ວຍ​ນ້ຳທີ່​ສ່ອງໃສ.

ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ - ảnh 4
ວັດແກ້ກຳເວນຢູ່ອຽນຕື
(ພາບ: ອິນເຕີແນດ)

​ລຽບ​ຕາມ​ເສັ້ນທາງ​ໄປ​ຍັງ​ວັດ​ດົ່ງ ​​ຢູ່ເທິງ​ຈອມ​ພູ​ສູງ 1068 ​ແມັດນັ້ນ, ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​​ແວ່​ຢາມ​ວັດ​ຫຼາຍ​ແຫ່ງ​ເພື່ອ​ຈູດ​ທູບ​ທຽນ ນົບ​ໄຫວ້​ພະພຸດ​ ຄື: ​ວັດ​ຮວາ​ຮຽນ, ຫໍບູຊາ​ຫງອກ​ເວີນ, ວັດມົດມ໋າຍ (​ຫຼັງຄາ​ດຽວ) ບາ​ວຊ໋າຍ, ​ເວິນ​ຕຽນ…​ແບກ​ເຫີບ, ຜູ້​ໄປ​ນະມັດສະການ​ແບ່ງປັນ​ວ່າ:

”​ເມື່ອ​ຂຶ້ນ​ຮອດ​ວັດ​ດົ່ງ​ແມ່ນ​ເວລາ 5 ​ໂມງ​ເຊົ້າ, ​ເຖິງ​ວ່າ​ດິນ​ຟ້າ​ຍັງ​ມືດ​ມົວ​ກໍ່ຕາມ, ​ແຕ່​ຂ້າພະ​ເຈົ້າ​ຮູ້ສຶກ​ອູ່​ນອ່ຽນ​ໃຈ​ຫຼາຍ. ​ທັດສະ​ນີຍະ​ພາບ​ຢູ່​ອຽນ​ຕື ທັງ​ສະອາດ, ສວຍ​ງາມ ​ແລະ ສະຫງົບ​ງຽບ, ມັນ​ສົມ​ເປັນ​ດິນ​ແດນ​ແຫ່ງ​ພະພຸດທະ​ເຈົ້າ”

ອຽນຕື, ກວາງນິງ, ສະຖານທີ່ທ່ອງທ່ຽວແຫ່ງຈິດວີນຍານທີ່ລືຊື່ຂອງຫວຽດນາມ - ảnh 5

(ພາບ: ອິນເຕີແນດ)

​ໄປ​ນະ​ມັດ​ສະ​ການວັດ​ດົ່ງ, ທັງ​ພຸດທະສາສະນິກະຊົນ ​ແລະ ນັກ​ທ່ອງ​ທ່ຽວ ລ້ວນ​ແຕ່​ຮູ້ສຶກ​ສະຫວາດສະ​ເຫວີຍ ​ແລະ ເພິ່ງ​ພໍ​ໃຈ ​ຄື​ດັ່ງ​ໄດ້​ກ້າວ​ເຂົ້າ​ສູ່ແດນ​ສະ​ຫວັນ​ແຫ່ງທີ່​ເທວະ​ດາ, ​ພະພຸດ​ຫຼິ້ນໄພ້, ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​​ບັນ​ຫາ​ເສດ​ຖະ​ກິດ ແລະ ແຜ່​ສາສະໜາ​ໃຫ້​ແກ່ໂລກ​ມະນຸດ

ຕອບກັບ

ຂ່າວ/ບົດ​ອື່ນ