ອຽນຕື ເຊິ່ງແມ່ນເຂດພູເຂົາທີ່ສັກສິດ

​ແຕ່ລະ​ເທື່ອ​ເມື່ອ​ລະດູບານ​ໃໝ່​ວຽນມາ, ​ເມື່ອ​ດອກ​ຈອງ​ບານ​ຂາວ​ກະຈະປົກ​ຄຸມ​​​​​ໄປທົ່ວ​​ເຂດປ່າ, ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖີ່​ນ ຂອງ​ປະ​ເທດ​ກໍ່​ພາກັນໄປ​ນະມັດສະການ​ ວັດອຽນ​ຕື, ​​​ເຊິ່ງ​ແມ່ນ​​​ເຂດພູ​ທີ່​ສັກສິດເພື່ອ​​​ໄດ້​ສຳ​ພັດ​ກັບ​ກ້ອນເມກ, ສາຍ​ລົມພັດ​ວອຍວອຍ ​ແລະ ​ສຽງ​ລະຄັງ​​ທີ່​ດັງ​ກ້ອງ​ກັງວານ​​​ໄປ​ທົ່ວ. ​ ​ເຊີນ​ທ່ານ​ໄປ​ນະມັດສະການ ວັດອຽນ​ຕື ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ, ​ເພື່ອ​ໄດ້​ເຊື່ອມ​ຕົວ​​ເຂົ້າ​ກັບ​ໂລກ​​ແຫ່ງ​ຈິດນຍານ ​ແລະ ສຳ​ພັດ​ກັບ​ກ້ອນເມກທີ່​ເລ່ືອນລອຍເທິງ​ຈອມ ຟູ່​ເວິນ.

ອຽນຕື ເຊິ່ງແມ່ນເຂດພູເຂົາທີ່ສັກສິດ - ảnh 1
ສະຖານທີ່ທ່ອງທ່ຽວອຽນຕື
(ພາບ:dulichanz.)

ໂດຍ​ຕັ້ງ​ຢູ່​ບໍລິ​ເວນ​ນະຄອນ ອວງບີ໋, ​ແຂວງ ກວາງ​ນິງ, ​ເຂດ​ປູ​ສະ​ນີຍະສະ​ຖານ ປະຫວັດສາດ ​ແລະ​ ທັດສະນີ​ຍະ​ພາບ ອຽນ​ຕື ປະກອບ​ມີບັນດາ​ປູ​ສະ​ນີຍະສະ​ຖານ, ວັດວາອາ​ຮາມ, ​ພະທາດເຈດີ, ສານ​ເຈົ້າ ​ທີ່ມີ​ມາ​ກ່ອນ​ນີ້​ນັບຮ້ອຍ​ປີ. ພູ​ອຽນ​ຕືຫຼື​ເອີ້ນ​ວ່າ ​ແບກ​ເວິນ​ເຊີນ ຫຼື ຟູ່​ເວິນ​ເຊີນ ມີ​ຄວາມສູງ 1.068 ມ ​ເມື່ອ​ທຽບ​ໃສ່​ລະດັບໜ້າ​ນ້ຳ​ທະ​ເລ. ຢູ່​ເຂດ​ພູຜາ​ປ່າ​ດົງ ອຽນ​ຕື ທີ່​ງາມ​ປຽບ​ເໝືອນ​​ແດນ​ສະຫວັນ​ນີ້, ​ເຈົ້າ​ຊີວິດ ​ເຈິ່ນ​ເຍິນ​ຕົງ (1258​ - 1308) ພາຍຫຼັງ​ຊີ້​ນຳ​ນຳພາ​ປະຊາຊົນ​ຕີ​ເອົາ​ຊະນະ​ເສິກຕ່າງ​ດ້າວ ແຢວນ ເໝີງ 2 ຄັ້ງນັ້ນ, ໄດ້​ ສະລະ ລາຊະ​ບັນລັງ​ໃນ​ປີ 1299 ​​ເພື່ອ​ໄປ​ບວດ​ຢູ່ ວັດອຽນ​ຕື, ​​ແລະ ຕັ້ງ​ນາມ​ບວດ​ວ່າ ຈຸກ​ເລິ​ມດ້າຍ​ເດົ່າດ່າ, ​ແລະ​​ກໍ່​ຕັ້ງນິກາຍ ຈຸກ​ເລິ​ມ. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ອຽດຕືກາຍ​ເປັນ​ສູນ​ກາງຂອງ​ພຸດທະ​ສາສະໜາ, ດ້ວຍ​ນິກາຍ ທ່ຽນ​ຈຸກ​ເລິ​ມອຽນ​ຕື, ​ນີ້​ກໍ່​ແມ່ນ​ສັນຍາ​ລັກ​ຂອງ​ ພຸດທະ​ສາສະໜາ ຫວຽດນາມ.

        ປ້າ ຫງວຽນ​ທິລຽນ, ​ເຖິງ​ວ່າ​ປີ​ນີ້​ໄດ້​ມີອາຍຸ 75 ປີ​ແລ້ວ​ກໍ່ຕາມ, ​ແຕ່​ປ້າ​ຍ່າງ​ຂຶ້ນ​ຂັ້ນ​ໄດ​ດ້ວຍ​ຫີນ​ຍັງ​ສະບາຍ​ຢູ່. ປ້າ ລຽນ ​ເວົ້າ​ວ່າ ​ໄປ​ນະມັດສະການ ອຽນ​ຕື ​ແມ່ນ​​ກັບ​​ເມືອ​ຫາໂລກ​ພະພຸດ, ດັ່ງ​ນັ້ນ​ພະພຸດທ​ະ​ເຈົ້າ​ຈຶ່ງ​ບັນດານ​​ໃຫ້​ຂ້າພະ​ເຈົ້າມີສຸຂະພາບ​ເຂັ້ມ​ແຂງ​ເພື່ອ​ໄປນະມັດສະການ​ໄດ້​.

        ”ນັບ​ແຕ່​ປີ 1988 ມາ​ຮອດ​ປະຈຸ​ບັນ, ປີ​ໃດຂ້າພະ​ເຈົ້າ​ກໍ່ໄປ ອຽນ​ຕື. ​ໃນ​ຊຸມ​ປີ​ກ່ອນ, ທາງ​ໄປ​ ອຽນ​ຕື ຍັງລຳບາກ, ລະ​ອິດ​ລະ​ອ້ຽວ​ທີ່​ສຸດ, ​ແຕ່​ພະພຸດ​ໄດ້​ບັນດານ​​ໃຫ້​ພວກ​ຂ້າພະ​ເຈົ້າ​ມີ​ສຸຂະພາບ​ເຂັ້ແຂງຈຶ່ງ​ສາມາດ​ໄປ​ໄດ້”

ອຽນຕື ເຊິ່ງແມ່ນເຂດພູເຂົາທີ່ສັກສິດ - ảnh 2
ຈອມພູເຂົ້າອຽນຕື
(ພາບ: halongsail.)

ໄປ​ນະມັດສະການ ອຽນ​ຕື, ຜູ້​ໃດ​ກໍ່​ປາຖະໜາ​ຢາກ​​ໄດ້ສຳ​ພັດ​ກັບ​ ວັດ​ດົ່ງ. ຂື້ນ​ມາຮອດ​​ແຫ່ງ​ນີ້ ​ແມ່ນ​ຂື້ນ​ສູ່​ໂລກ​ພະ​ລານ​ຫີນ, ​ໂງ່ນຫີນໃຫຍ່, ​ນ້ອຍ​ກ່າຍກອງ, ສະຫຼັບ​ກັນ​ສ້າງ​ເປັນ​ຮູບ​ຊົງ​ທີ່​ແປກ​ປະຫຼາດ​ຫຼາຍ​ຮູບ. ກ້ອນ​ເມກ​ຂາວ​ກະຈະ​ປົກ​ຄຸມ​ໄປ​ທົ່ວ​​ເຂດພູຜາ​ປ່າ​ໄມ້​ທີ່​ຂຽວ​ອຸ່ມ​ທູ່​ມ. ດິນ​ຟ້າ​ອາກາດ​ໜາວ​ເຢັນ, ວັດ​ດົ່ງ​ຄື​ຫຍໍ້​ເຂົ້າ ​ແລະ ​ເຕົ້າ​ໂຮມ​ສິ່ງ​​ສັກສິດທັງ​ໝົດ​ຂອງ​ດິນ​ຟ້າ​ອາກາດ​ເຂົ້າ​​ເປັນ​ໜຶ່ງ​ດຽວ.

        ກ້ອນ​ເມກສະຫຼັບ, ກ່າຍກອງ​ກັນ, ​ປົກ​ຄຸມ​ທັງດິນ​​ແລະຟ້າ. ​ໄປ​ເຖິງ ວັດ​ດົ່ງ, ​ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ່​ຮູ້ສຶກ​ວ່າ​ຕົນ​ເອງ​ໄດ້​ໄປ​ຮອດ​ແດນ​ສະຫວັນ, ປາສະຈາກ​ໂລກ​ມະນຸດ ​ແລະ ​ຈິດ​ໃຈກໍ່​ສະຫວາດສະ​ເຫວີຍ​ພ້ອມ​ກັບທັດສະນີ​ຍະ​ພາຍທີ່​ສວຍ​ງາມ​ຢູ່​ທີ່​ນີ້.

        ສຳ​ຫຼັບ ຮ່າ​ເຟືອງ​ມາຍ, ອາຍຸ 29 ປີ, ​ເຊິ່ງ​ແມ່ນ​ພະນັກງານ​ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແລ້ວ, ​ແຕ່ລະ​ເທື່ອ, ​ເມື່ອ​ໄປ​ຮອດ ອຽນ​ຕື ປຽບ​ເໝືອນ​ໄດ້​ສຳ​ພັດ​ກັບ​ຄວາມ​ສະຫງົບ​ສຸກ. ​ເມື່ອ​ຍ່າງ​ຂຶ້ນ​ຂັ້ນ​ໄດ​ດ້ວຍຫີນ​ບົນເສັ້ນທາງ​ໄປ​ນະມັດສະການ, ​ລຽບ​ຕາມ​ປ່າ​ໄມ້​ຂຽວ​ອຸມທຸ່ມ, ​​ແລະ ໄດ້​ຟັງສຽງ​ລະຄັງທີ່​ດັງ​ກ້ອງ​ກັງວານ​ນັ້ນ, ​ໄດ້​ເຮັດ​ໃຫ້​ນາງ​ຮູ້​ສຶກຕື້​ນຕັນ​ໃຈ​ຫຼາຍ.

        ”​​ເທື່ອ​ທຳ​ອິດ​ທີ່​ໄປ​ ອຽນ​ຕື ກ່ອນ​ນີ້ 5 ປີ, ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫຼາຍ, ຈົນ​ເວົ້າ​ບໍ່​ອອກ. ມື້​ນີ້​ແມ່ນ​ເທື່ອ​ທີ 2 ທີ່​ຂ້າພະ​ເຈົ້າ​ໄປ ວັດ​ດົ່ງ. ມື້ວານ​ນີ້​ໄດ້​ໄປ​ແລ້ວ, ​ແຕ່​ມື້​ນີ້​ຍັງໄປ​ອີກ. ຂ້າພະ​ເຂົ້າ​ໄປ ອຽນ​ຕື ​ເພື່ອ​ບູຊາ​ພະພຸດ, ​ເຮັດ​ຄື​ແນວ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຮູ້ສຶກ​ສະຫວາດສະ​ເຫວີຍ ​ແລະ ອຸ່ນ​ອ່ຽນ​ໃຈ”.

ອຽນຕື ເຊິ່ງແມ່ນເຂດພູເຂົາທີ່ສັກສິດ - ảnh 3
ວັດຕັ້ງຢູ່ຈອມພູອຽນຕື
(ພາບ: dulichhalong)

​ໃນ 18 ປີ ຜ່ານ​ມາ, ປີ​ໃດປ້າ ຫງວຽນ​ທິ​ເຕິ​ມ ຢູ່​ນະຄອນ ​ໂຮ່ຈີ​ມິນ ກໍ່​ໄປ​ນະມັດສະການ ອຽນ​ຕື ​ກົງ​ກັບໂອກາດງານ​ບຸນ ອຽນ​ຕືຖືກ​ຈັດ​ຂຶ້ນ.

        ”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ໄປ ວັດ​ດົ່ງ, ທັງ​ໄປ​ທັງພັກຜ່ອນ​ຢູ່​ຕາມໃຕ້​ຮົ່ມ​ໄມ້​ໃຫຍ່​​​ເພື່ອສູບ​ເອົາ​ອາກາດ​ທີ່​ປອດໂປ່​ງ ສ້າງ​ພະລັງ​ຕື່ມ​ອີກເພື່ອ​​ເດີນໄປ​ຕໍ່. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ມີ ກະ​ເຊົ້າ ແລ້ວ, ການ​ໄປ​ມາ​ກໍ່​ສະດວກສະບາຍ​ກວ່າ. ປີ​ນີ້​ຂ້າພະ​ເຈົ້າ​ມີ​ອາຍຸ 70 ປີ​ແລ້ວ. ພວກ​ຂ້າພະ​ເຈົ້າ​ໄປ ອຽນ​ຕື ດ້ວຍ​ຄວາມ​​​ເຊື່ອ​ຖື, ຄວາມ​ໄວ້​ເນື້ອ​ເຊື່ອໃຈ​, ດັ່ງ​ນັ້ນ​ຈຶ່ງໄດ້​ຮັບ​ການບັນດານ​ຈາກ​ພະພຸດ”

        ນອກຈາກ​ຄວາມ​ເຊື່ອ​ໝັ້ນຢ່າງ​ເດັດຂາດ​ຕໍ່​ໂລກ​ຈິດວິນຍານ​ແລ້ວ, ​ເມື່ອ​ໄປ ອຽນ​ຕື, ​ແຂກ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ ຍັງ​ມີ​ຄວາມ​ປະ​ທັບໃຈ​ຕໍ່​ທິວ​ທັດ​ທຳ​ມະ​ຊາດ ກໍ່​ຄື​ສິ່ງ​ແວດ​ລ້ອມ​ຢູ່​ທີ່​ນີ້. ປ້າ ຕື່​ເຕິ​ມດຶກ, ຢູ່​ຕາ​ແສງ ຮ່ວາງ​ມາຍ, ນະຄອນ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        ”ຂ້າພະ​ເຈົ້າ​ເຫັນ​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທີ່​ນີ້​ລ້ວນ​ແຕ່ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ, ອັນ​​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ພຸດທະສາສະນິກະຊົນທັງໝົດ ​ເມື່ອ​ກໍ່ສ້າງ​ເສັ້ນທາງ​ໄປ​ຍັງ​ແດນພະພຸດ​ ເຈົ້າ​ຊີວິດ ​ເຈິ່ນ​ເຍິນ​ຕົງ. ປີ​ນີ້, ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ຈົບງາມ. ​ເມື່ອ​ໄປ​ຍັງ​ ວັດ​ດົ່ງ ມີ​ນ້ຳໝອກ​ປົກ​ຄຸມຫຼາຍ, ​ແຕ່​ພາຍຫຼັງ​ທຳ​ພິທີ​ສຳ​ເລັດ, ບັນດາ​ພະ​ອາຈານ​​ ເລີ່​ມ ທຳ​ການຕີ​ກາ, ນ້ຳໝອກ​ກໍ່​ະລາ​ຍ​ໄປ, ​ແລະ ອາກາດ​ກໍ່​ຄ່ອຍໆ​ໂປ່​ງ​ໃສຂຶ້ນ”

        ຜ່ານ​ການ​ເວລາກວ່າ 700 ປີ, ມີ​ວັດວາອາ​ຮາມ, ​ເຈດີ ຫຼາຍ​ແຫ່ງ​ຢູ່ ອຽນ​ຕື ​ໄດ້​ຖືກ​ເປ່​ເພ, ມີ​ບາງ​ກິດຈະກຳ​ໄດ້​ຮັບ​ການບູລະນະ​ປະຕິສັງຂອນ​, ​ແລະ ສ້ອມ​ແປງ​ຄືນ​ໃໝ່, ​ແຕ່​ບັນດາ​ຄຸນ​ຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ, ​ແນວ​ຄິດ​ຂອງ ນິກາຍ​ຈຸກ​ເລິ​ມ ຍັງ​ຄົງ​ໄດ້​ຮັບ​ການຮັກສາ​ໄວ້ ​ແລະ​ ຍື່ນ​ຍົງ​ຄົງ​ຕົວ​ຢູ່​ເທົ້າ​ທຸກ​ວັນ​ນີ້. ​ໃນ​ແຕ່ລະ​ປີ, ​ເມື່ອ​ງານ​ບຸນ ອຽນ​ຕື ຖືກ​ຈັດ​ຂຶ້ນ​ນັບ​ແຕ່​ວັນ​ທີ 10 ​ເດືອນ​ຈຽງ​ເຖິງ​ທ້າຍ​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ, ມີ​ປະຊາຊົນ​ນັບ​ໝື່ນ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ກໍ່ພາກັນ​ໄປ​ນະມັດສະການ​ ອຽນ​ຕື ​ເຊິ່ງ​ແມ່ນ​ເຂດ​ພູ​ທີ່​ສັກສິດ​ປຽບ​ເໝືອນ​​​ໄດ້ກັບ​ຄືນ​ສູ່​ດິນ​ແດນ​ແຫ່ງກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ