ຮູບການທ່ອງທ່ຽວ Homestay ຢູ່ ບ້ານຕ໋າວານໄຢ- ຊາປາ


(vovworld)- ມາ​ຢ້ຽມ​ຢາມ ​ເທດ​ສະ​ບານຊາ​ປາ ແຂວງ ລາວ​ກາຍ, ນັກ​ທ່ອງ​ທ່ຽວ​ມັກ​ຖ່າຍ​ຮູບ​ຢູ່​ໂບດ​ຫີນ, ຂຶ້ນ​ພູ ຮ່າມ​ຣົ່ງ ແລະ ຍ່າງ​ເລາະ​ຫລິ້ນ​ຢູ່​ຕາມບັນ​ດາ​ສາຍ​ທາງ​ທີ່​​​ເຕັມ​ໄປ​ດ້ວຍນ້ຳ​ໝອກ​. ຊາ​ປາ ບໍ່​ພຽງ​ແຕ່​ມີຄື​ແນວນັ້ນ. ຫາກຈຸດ​ພົ້ນ​ເດັ່ນ​ຢູ່ ຊາ​ປາ ນັ້ນ​ແມ່ນ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງບັນ​ດາ​ໝູ່​ບ້ານ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້. Homestay ແມ່ນ​ຮູບ​ການ​ທ່ອງ​ທ່ຽວ​ວົງ​ຄະ​ນາ​ຍາດ ໂດຍ​ຊາວ​ທ້ອງ​ຖິ່ນ​ດຳ​ເນີນ​ທຸ​ລະ​ກິດເອງ​.

ຮູບການທ່ອງທ່ຽວ Homestay ຢູ່ ບ້ານຕ໋າວານໄຢ- ຊາປາ - ảnh 1
ນັກ​ທ່ອງ​ທ່ຽວ​ຕ່າງ​ປ​ະ​ເທດ​ພັກ​ຜ່ອນ​ນຳ​ຄອບ​ຄົວ​ຊາວ​ຊົນ​ເຜົ່າ
ຢູ່​ບ້ານ ຕ໋າ​ວານ-ຊາ​ປາ
ພາບ:internet

        ຕາ​ແສງ ຕ໋າ​ວານ ຫ່າງ​ຈາກ​ໃຈ​ກາງ​ເທດ​ສະ​ບານ ຊາ​ປາ ປະ​ມານ 20 ກິ​ໂລ​ແມັດ. ຈາກ ຊາ​ປາ ນັກ​ທ່ອງ​ທ່ຽວ​ໄປ​​ຕາມ​ເນີນ​ພູ, ເບື້ອງ​ຫນຶ່ງ​ແມ່ນ​ປ່າ​ໄມ້, ເບື້ອງ​ຫນຶ່ງ​ແມ່ນ​ນາ​ຂັ້ນ​ໄດ. ເມື່ອ​ມາ​ຮອດ ຕາ​ແສງ ຕ໋າ​ວານ ນັກ​ທ່ອງ​ທ່ຽວ​ເຄີຍ​ເຂົ້າ​ຢ້ຽມ​ຢາມ ບ້ານ ຕ໋າ​ວານ​ໄຢ ທີ່​ສະ​ຫງົ​ບ​ງຽບ. ຢູ່​ບ້ານ​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​​ຈະພົບ​ເຫັນບັນ​ດາ​ປ້າ​ຍ​ໂຄ​ສະ​ນາ​ນ້ອຍໆ ດ້ວຍ​ແຖວ​ຫນັງ​ສື​ທີ່​ວ່າ Homestay, ຊື່ງ​ແມ່ນ​ຮູບ​ການ​ທ່ອງ​ທ່ຽວ​ຖືກ​ນຳ​ເຂົ້າ​ເຄື່ອນ​ໄຫວ​ເມື່ອ​ປີ 1995.

        ລຸງ​ຮ່​ວາງ​ໝຸກ ຊື່ງ​ແມ່ນ​ຜູ້​ທຳ​ອິດ​ຢູ່ ບ້ານ ຕ໋າ​ວານ​ໄຢ ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ​ແບບນີ້. ​ໂອ​ກາດ​ທີ່​ພາ​ໃຫ້​ລຸງ​ສຳ​ພັດ​ກັບ​ບໍ​ລິ​ການ Homestay ແມ່ນ​ບັງ​ເອີນ​ທີ່​ສຸດ. ມື້​ຫນຶ່ງ ບັງ​ເອີນ​ມີຜູ້​ນຳ​ທ່ຽວ ພາ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ ບ້ານ ຕ໋າ​ວານ​ໄຢ ເຂົາ​ເຈົ້າ​ໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດຈົນ​ເດິກ ສະ​ນັ້ນ ຈຶ່ງ​ຂໍ​ອະ​ນຸ​ຍາດ​ໄດ້​ພັກ​ຜ່ອນ​ຢູ່​ເຮືອນ​ຄອບ​ຄົວ​ລຸງ.

        “ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້​ມາ​ແຕ່​ດົນ​ນານ​ແລ້ວ. ພາ​ຍ​ຫລັງ ລັດ​ອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ບ້ານ ຕ໋າ​ວານ​ໄຢ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​​ເປັນຄອບ​ຄົວ​ທຳ​ອິດ​ຕ້ອນ​ຮັບ​ແຂກ ເມື່ອ​ປີ 1995-1996 ແລະ ແຂກ​ທ່ອງ​ທ່ຽວ​ຜູ້​ທຳ​ອິດ​ມາ​ກິນຢູ່ນຳ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ແມ່ນ​ມາ​ຈາກ ດານ​ມາກ.”

ຮູບການທ່ອງທ່ຽວ Homestay ຢູ່ ບ້ານຕ໋າວານໄຢ- ຊາປາ - ảnh 2
ຊາວ​ຊົນ​ເຜົ່າ​ຢູ່​ບ້ານ​ຕ໋າ​ວານ ເຮັດ​ບໍ​ລິ​ການHomestay
ພາບ:baotintuc.vn

        Homestay ແມ່ນ​ຮູບ​ການ​ທ່ອງ​ທ່ຽວ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ກິນ​ຢູ່​ໃນ​ຄອບ​ຄົວ​ຂອງ​ຊາວ​ຊົນ​ເຜົ່າ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ຕົວ​ຈິງ​ກໍ​ຄື​ອະ​ດີດ​ຕະ​ການ. ແຂກ​ທ່ອງ​ທ່ຽວ​ໄດ້​ເຊື່ອມ​ຕົວ​​ເຂົ້າກັບ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຊົນ​ເຜົ່າ, ຜ່ານ​ນັ້ນຈະ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຊ​ົນ​ເຜົ່າ​ຢູ່  ຕ໋າ​ວານ​ໄຢ.

        ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ຕ໋າ​ວານ​ໄຢ ສ່ວນ​ຫລາຍ​ແມ່ນ​ມາ​ຈາກ ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ, ສະ​ວິດ, ນອກ​ແວ. ເຖິງວ່າ​ພາ​ສາ​ເວົ້າ​ແມ່ນ​ແຕກ​ຕ່າງ​ກັນ​ກໍ​ຕາມ ແຕ່​​ເມື່ອ​ໂອ້​ລົມ​ກັບ​ເຈົ້າ​ຂອງ​ເຮືອນ ກໍ​ສ້າງ​ໃຫ້​ນັກ​ທ່ອງ​ທ່ຽວ​ບັນ​ດາ​ອະ​ນຸ​ສອນ​ຍາກ​ທີ່​ຫລົງ​ລືມ​ໄດ້.

ແຂກ: ຄອບ​ຄົວ​ຂອງ​ທ່ານ​ມີ​ຈັກ​ຄົນ

ເຈົ້າ​ຂອງ​ເຮືອນ: ຂ້າ​ພະ​ເຈົ້າ​ມີ​ລູກ 10 ຄົນ, ຊາຍ 4 ຄົນ, ຍິງ 6 ຄົນ

ແຂກ: ເຮືອນ​ຫລັງ​ນີ້​ແມ່ນ​ໃຫຍ່​ໂຕ​, ລູກ 10 ຄົນ​ທັງ​ໝົດຂອງ​ທ່ານ​ລ້ວນ​ແຕ່​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້​ເລີຍ ຫລື​ຢູ່​ບ່ອນ​ອື່ນ.

ເຈົ້າ​ຂອງ​ເຮືອນ: ລູກ​ກົກ​ຂອງ​ຂ້າ​ພະ​ເຈົ້າ​ສ້າງ​ຄອບ​ຄົວ​ແລ້ວ, ສ່ວນ​ລູກ​ຊາຍ 2 ຄົນ​ບໍ່​ທັນ​ສ້າງ​ຄອບ​ຄົວ ສະ​ນັ້ນ​​ພວກ​ຫລານ​ລ້ວນ​ແຕ່ຢູ່​ນຳ​ຂ້າ​ພະ​ເຈົ້າ.

ແຂກ: ຄອບ​ຄົ​ວ​ຂອງ​ທ່ານ​ຮັບ​ນັກ​ທ່ອງ​ທ່ຽວ​​ເຂົ້າ​ພັກ​ຜ່ອນໃນແຕ່​ລະ​ມື້ ແມ່ນບໍ່

ເຈົ້າ​ຂອງ​ເຮືອນ: ແມ່ນ​ແລ້ວ, ຕ້ອນ​ຮັບ​ແຂກ​ເປັນ​ປະ​ຈຳ.

         ທ່ານ​ນາງ Maja, ນັກ​ທ່ອງ​ທ່ຽວ​ມາ​ຈາກ ນອກ​ແວ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ທິວ​ທັດ​ທຳ​ມະ​ຊາດ​ກໍ​ຄື​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ໄຢ ຢູ່ ຊາ​ປາ. ມາ​ດຳ​ລົງ​ຊີ​ວິດ​ໃນ​ເຮືອນ​ທ່ານ ໝຸກ ບໍ່​ຈັກ​ເທົ່າ​ໃດ​ມື້ ແຕ່​​ນາງ Maja ໄດ້​ສະ​ຫງວນ​ອາ​ລົມ​ຈິດ ແລະ ເຈດ​ຕະ​ນາ​ດີ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ​ຄື​ຊາວ​ເຜົ່າ​ໄຢ​ຢູ່ ຕ໋າ​ວານ.

         “ນີ້​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ສ້າງ​ຄວາມ​ປະ​ທ​ັບ​ໃຈ​ທີ່​ສຸດ, ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້​ຈັບ​ອົກ​ຈັບ​ໃຈ​ຫລາຍ. ພິ​ເສດ​ຈາກ​ເທິງ​ພູ​ຫລຽວ​ເບິ​່ງ​ລົງ​ເຫັນ​ວ່າ ມີ​ນາ​ຂັ້ນ​ໄດ​ງາມ​ທີ່​ສຸດ. ຢູ່​ປະ​ເທດ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຮູບ​ພາບ​ທິວ​ທັດ​ທຳ​ມະ​ຊາດ​ຄ​ື​ແນວນີ້. ມາ​ຢ້ຽມ​ຢາມ​ໝູ່​ບ້ານນີ້ ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ເຄື່ອງ​ສິ​ລະ​ປະຫັດ​ຖະ​ກຳ​ ແລະ ຊາວ​ຊົນ​ເຜົ່າ​ທຸກ​ຄົນ​ລ້ວນ​ແຕ່​ນຸ່ງ​ຊຸດ​ພື້ນ​ເມືອງ​ງາມ​ຫລາຍ. ເຖິງວ່າ ບໍ່​ມີ​ເວ​ລາ​​ຫລາຍ​ເພື່ອພັກ​ຜ່ອນ​ຢູ່ນີ້​ ແຕ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ປະ​ຊາ​ຊົນ​ຢູ່​ທີ່ນີ້​ແມ່ນ​ຜູ້​ຮັກ​ແພງ​ແຂກ​ຄົນ,  ເປ​ີດ​ອົກ​ເປ​ີດ​ໃຈ.”

        ກ່ອນນີ້, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເມື່ອ​ໄປ​ຢ້ຽມ​ຢາມ​ບ້ານ​ຕ່າງໆ​ຢູ່ ຊາ​ປາ​ແລ້ວ ລ້ວນ​ແຕ່ກັບ​ຄືນ​ພັກ​ຜ່ອນ​ຢູ່​ໂຮງ​ແຮມ​ໃນ​ເທດ​ສະ​ບານ ຊາ​ປາ ແຕ່​ປະ​ຈຸ​ບັນ ເຂົາ​ເຈົ້າ​ມັກ​ພັກ​ຜ່ອນ​ຢູ່​ບ້ານ​ຊາວ​ຊົນ​ເຜົ່າ​ກວ່າ. ຢູ່​ທີ່ນີ້ ເຂົາ​ເຈົ້າ​ຮູ້​ສຶກ​ໄດ້​ຄວາມ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ, ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ບ້ານ ແລະ ໄດ້​ຢ້ຽມ​ຊົມ ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຢູ່​ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ