ເຂດທ່ອງທ່ຽວຊຸມຊົນກາລູ-ສະຖານທີ່ອະນຸລັກວັດທະນະທຳຊົນເຜົ່າເວິນກ່ຽວ

(VOVWORLD) -            ເຂດທ່ອງທ່ຽວຊຸມຊົນ ກາລູ  ຫ່າງຈາກໃຈກາງເມືອງ ດັກຣົງ ແຂວງ ກວ໋າງຈິ ໄປທາງທິດຕາເວັນຕົກ 8 ກິໂລແມັດ ນອນຢູ່ຄຽງຂ້າງທາງຫຼວງເລກ 9 ແຄມແມ່ນ້ຳ ດັກຣົງ ເທບນິຍາຍ. ມາຮອດແຫ່ງນີ້ ແນ່ນອນວ່າແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຂດວັດທະນະທຳ ແລະ ອາຫານການກິນ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ.
ເຂດທ່ອງທ່ຽວຊຸມຊົນກາລູ-ສະຖານທີ່ອະນຸລັກວັດທະນະທຳຊົນເຜົ່າເວິນກ່ຽວ - ảnh 1ແຈໜຶ່ງໃນເຂດທ່ອງທ່ຽວຊຸມຊົນ ກາລູ

     ເຂດທ່ອງທ່ຽວຊຸມຊົນ ກາລູ ໄດ້ຮັບການລົງທຶນກໍ່ສ້າງຈາກໂຄງການພັດທະນາທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ແລະ ໄດ້ນຳເຂົ້າເຄື່ອນໄຫວໃນປີ 2014. ນັບແຕ່ນັ້ນເປັນຕົ້ນມາ ນີ້ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຢູ່ແຂວງ ກວ໋າງຈິ ແລະຢູ່ພາຍໃນປະເທດ ແລະ ຕ່າງປະເທດ ມາຢ້ຽມຊົມທັດສະນະສຶກສາຄົ້ນຫາຈຸດທີ່ຮົກເຮືອ ແລະ ໄດ້ມີໂອກາດໄດ້ຊອກຮູ້ ວັດທະນະທຳເຜົ່າ ເວິນກ່ຽວ. ນາງ ໂຮ່ເວິນຈິງ ພະນັກງານວັດທະນະທຳ ຕາແສງ ດັກຣົງ ໃຫ້ຮູ້ວ່າ:

      “ຈຸດພິເສດຢູ່ແຫ່ງນີ້ ແມ່ນມີຫ້ວຍນ້ຳອຸ່ນ ໂດຍທຳມະຊາດບັນດານໃຫ້. ດັ່ງນັ້ນແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຫ່ງນີ້ ເຂົາເຈົ້າກໍ່ຢາກອາບນ້ຳອຸ່ນທຳມະຊາດ. ພາຍຫຼັງຊຸມວັນເຮັດວຽກດ້ວຍຄວາມອິດເມື່ອຍ ແຂກທ່ອງທ່ຽວມານີ້ອາບນ້ຳອຸ່ນ ກໍ່ຮູ້ສຶກກິນແຊບນອນຫຼັບ ແລະ ສາມາດບັນເທົາຄວາມອິດເມື່ອຍ”.

       ຫ້ວຍນ້ຳອຸ່ນ ກາລູ ໄຫຼຈາກຈອມພູ ດົ່ງຈໍ, ແຂກທ່ອງທ່ຽວມານີ້ ໃຜໆກໍ່ຢາກອາບນ້ຳອຸ່ນ ເຖິງວ່າເທື່ອໜຶ່ງກໍ່ຕາມ. ນ້ອງ ໂຮ່ທິຕາງ ຜູ້ນຳທ່ຽວຢູ່ເຂດທ່ອງທ່ຽວແຫ່ງນີ້ໃຫ້ຮູ້ວ່າ:

        “ເຂດທ່ອງທ່ຽວຊຸມຊົນ ກາລູ ກໍ່ມີສະນ້ຳອຸ່ນ, ປັດຈຸບັນຢູ່ເຂດໄດ້ລົງທຶນກໍ່ສ້າງສະນ້ຳອຸ່ນສອງແຫ່ງແລ້ວ ສະແຫ່ງໜຶ່ງມີອຸນຫະພູມ 30 ອົງສາ ສ່ວນສະອີກແຫ່ງໜຶ່ງກໍ່ມີນ້ຳອຸ່ນ 50 ອົງສາ ແຕ່ກໍ່ສຸດແລ້ວຕາມໃຈມັກຂອງແຂກທ່ອງທ່ຽວ”.

       ເຂດທ່ອງທ່ຽວຊຸມຊົນ ກາລູ ມີທິວທັດທຳມະຊາດສວຍສົດງົດງາມ ທຳມະຊາດອຸດົມສົມບູມຮົກເຮື້ອ ປະຊາຊົນມີຈິດໃຈຮັກແພງແຂກ ແລະ ມີຈຸດວັດທະນະທຳທີ່ມີເອກະລັກສະເພາະ. ເຂດທ່ອງທ່ຽວແຫ່ງນີ້ລວມມີ ບ່ອນຊົມທິວທັດທຳມະຊາດ, ມີເດີນຈັດງານບຸນ, ສູນແນະນຳທິວທັດທຳມະຊາດ, ມີເຮືອນພັກຊຸມຊົນ, ມີເຮືອນ 16 ຫຼັງ ຂອງພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ ໄດ້ຮັບການອະນຸລັກ, ມີຕູບ 10 ຫຼັງ ໂດຍພໍ່ແມ່ພີ່ນ້ອງໃນບ້ານປຸກສ້າງຂຶ້ນ ເພື່ອສ້າງຄວາມເປັນເອກະລັກສະເພາະ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມພັກຜ່ອນ. ນາງ ໂຮ່ທິຕາງ ຜູ້ນຳທ່ຽວຢູ່ແຫ່ງນີ້ ໃຫ້ຮູ້ຕື່ມອີກວ່າ:

       “ແຂກທ່ອງທ່ຽວມານີ້ ກໍ່ຮ່ວມກັບຊາວບ້ານຕັ້ງຄ້າຍຈູດໄຟ ແລະ ພ້ອມກັນຂັບລຳທຳເພງ. ຢູ່ຫ້ວຍ ກາລູ ກໍ່ມີສັດນ້ຳຫຼາຍປະເພດຄື ປາ ກຸ້ງ ປູ ຫອຍ... ຢູ່ກາງເດີນ ກໍ່ປຸກສ້າງຕູບໃຫຍ່ຫຼັງໜຶ່ງ ແລະ ແຂກທ່ອງທ່ຽວ ເມື່ອໄປຫຼາຍຄົນເຂົາເຈົ້າກໍ່ເລືອກເອົາຕູບຫຼັງນີ້ ເພື່ອກິນດື່ມ”. 

      ຢູ່ຄຽງຂ້າງເຂດຊຸມຊົນ ກໍ່ແມ່ນແຫ່ງດຳລົງຊີວິດຢູ່ຮ່ວມກັນຂອງຊາວເຜົ່າ ເວິນກ່ຽວ ດ້ວຍບັນດາຮີດຄອງປະເພນີທີ່ເປັນເອກະລັກ, ສາງວັດທະນະທຳບໍ່ເປັນວັດຖຸ ດ້ວຍເຄື່ອງດົນຕີພື້ນເມືອງຫຼາຍປະເພດ ພ້ອມກັບບັນທຳນອງເພງພື້ນເມືອງທີ່ເປັນເອກະລັກ ຮັບໃຊ້ແຂກທ່ອງທ່ຽວ. ອ້າຍ ໂຮ່ຟານ ຊາວ ເວິນກ່ຽວ ຢູ່ຕາແສແງ ດັກຣົງ ໃຫ້ຮູ້ວ່າ:

        “ຮອດວັນເສົາຫຼື ວັນທິດ ແຂກທ່ອງທ່ຽວມີຄວາມຕ້ອງການມາທ່ຽວ ເຮົາກໍ່ຮັບໃຊ້ໃນທັນທີ. ບັນດາເຄື່ອງດົນຕີຂອງບັນດາຊາວເຜົ່າ ເວີນກ່ຽວ ກໍ່ເຮັດໃຫ້ແຂກທ່ອງທ່ຽວຊົມຊອບທີ່ສຸດ ເປັນຕົ້ນແມ່ນ ຄ້ອງ, ສິລະປະຟ້ອນສາບ, ບຸນຮັບເຂົ້າໃໝ່...”

       ດ້ວຍທິວທັດທຳມະຊາດທີ່ສວຍສົດງົດງາມ ບວກກັບວັດທະນະທຳພື້ນເມືອງ, ພໍ່ແມ່ພີ່ນ້ອງເຜົ່າ ເວິນກ່ຽວ ຢູ່ແຫ່ງນີ້ໄດ້ຮູ້ຈັກນຳໃຊ້ບັນດາຜະລິດຕະພັນຂອງທ້ອງຖິ່ນ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ.  ອ້າຍ ໂຮ່ຟານ ໃຫ້ຮູ້ຕື່ມອີກວ່າ:

        “ແຕ່ປາງກ່ອນຢູ່ແຫ່ງນີ້ຕົ້ນຕໍແມ່ນເຮັກໄຮ່ ດັ່ງນັ້ນລາຍຮັບກໍ່ຕ່ຳທີ່ສຸດ. ເມື່ອການທ່ອງທ່ຽວພັດທະນາ ລາຍຮັບກໍ່ດີຂຶ້ນ. ພວກເຮົາຢູ່ແຫ່ງນີ້ລວມມີ 8 ອ້າຍນ້ອງກໍ່ເຮັດຮ່ວມກັນ ເດືອນໜຶ່ງ ໄດ້ລາຍຮັບ 4.000.000 ດົ່ງຕໍ່ຄົນ. ເມື່ອທຽບໃສ່ການເຮັດໄຮ່, ການເຮັດທຸລະກິດກໍ່ດີກວ່າໜ້ອຍໜຶ່ງ ແຕ່ວຽກງານກໍ່ບໍ່ໜັກປານໃດ”.

      ດ້ວຍຄວາມຮົກເຮື້ອຂອງເຂດພູຜາປ່າໄມ້ ແລະ ຄວາມງາມຂອງທຳມະຊາດ ກໍ່ແມ່ນແຫ່ງດຶງດູດໃຈສຳລັບແຂກທ່ອງທ່ຽວທຸກໆຄົນ ເມື່ອມາຄົ້ນຫາເຂດທ່ອງທ່ຽວຊົມຊົນ ກາລູ.ແຂກທ່ອງທ່ຽວມາຢາມ ກາລູ ກໍ່ປຽບເໝືອນມາເຊື່ອມຕົວກັບຈິດໃຈຮັກແພງແຂກຄົນຂອງຊາວເຜົ່າ ເວິນກ່ຽວ ທີ່ລຽບງ່າຍ ແຕ່ເຕັມໄປດ້ວຍຄວາມຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ