ເລິ່ມບິ່ງ - ແຫ່ງເກັບຮັກສາບັນດາຮ່ອງຮອຍບູຮານຄະດີທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທຳມະຊາດ

(VOVWORLD) -ເມືອງເລິມບິ່ງແຂວງຕວຽນກວາງມີລະບົບຊີວະພາບຫຼາຍຮູບຫຼາຍສີທິວທັດທຳມະຊາດເປັນໜ້າຈັບອົກຈັບໃຈດ້ວຍພູຜາປ່າໄມ້ແມ່ນ້ຳລຳເຊທີ່ໃຫຍ່ໂຕມະໂຫຖານ ໂດຍທຳມະຊາດບັນດານໃຫ້. ເມື່ອກ່ອນນີ້ ຢູ່ແຫ່ງນີ້ເຄີຍເປັນໜຶ່ງໃນບັນດາອູ່ຂອງຊາວຫວຽດບູຮານດຳລົງຊີວິດ
ເລິ່ມບິ່ງ - ແຫ່ງເກັບຮັກສາບັນດາຮ່ອງຮອຍບູຮານຄະດີທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທຳມະຊາດ - ảnh 1ຖ້ຳຄວຍປີນ

    ບັນດານັກຄົ້ນຄວ້າບູຮານຄະດີ ໄດ້ຊອກເຫັນບັນດາຮ່ອງຮອຍບູຮານຄະດີຢູ່ເມືອງເລິມບິ່ງຄື ຈົກ,ຂວານ,ລູກທະນູຖືກເຮັດດ້ວຍຫີນ, ທອງແດງ, ເຄື່ອງປັ້ນດິນເຜົາຢ່າງລະອຽດອ່ອນໃນສະໄໝວັດທະນະທຳຮວ່າບິ່ງ. ຢູ່ແຫ່ງນີ້ຍັງມີ ວິຫານວັດວາອາຮາມທີ່ມີມາແຕ່ດົນນານ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳປະຊາຊົນບັນດາເຜົ່າເຂດພູສູງໃນນັ້ນຕ້ອງເວົ້າເຖິງວິຫານປູ໊ບ໋າວ, ວັດຟຸກເລິມ... ຮ່ອງຮອຍສະຖານເຮືອນຄົວໄດ້ຊອກເຫັນຢູ່ຖ້ຳເພຍວ່າຍ ຂຶ້ນກັບພື້ນຖານວັດທະນະທຳບູຮານມີມາກ່ອນນີ້ 8.000 ປີ, ເນື້ອທີ່ເຮືອນຄົວບໍ່ກວ້າງສາມາດຮັບໃຊ້ການຝີງໃຫ້ຄວາມອົບອຸ່ນຫຼືປີ້ງອາຫານໃຫ້ແກ່ກຸ່ມຊຸມຊົນຕາມແບບໃນວົງຕະກຸນ. ບັນດານັກຄົ້ນຄວ້າບູຮານຄະດີຍັງໄດ້ຊອກເຫັນບັນດາຂຸມຝັງສົບຂອງຊາວຫວຽດບູຮານ. ທ່ານກາວວັນມິງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງເລິມບິ່ງໃຫ້ຮູ້ວ່າ:

    “ຖ້ຳເຟຍວ່າຍແມ່ນຖ້ຳຂອງຊາວຫວຽດບູຮານ.ຕາມບັນດານັກຄົ້ນຄວ້າບູຮານຄະດີແລ້ວຖ້ຳຊາວຫວຽດບູຮານຢູ່ແຫ່ງນີ້ ແມ່ນມີຊາວຫວຽດບູຮານດຳລົງຊີວິດກ່ອນນີ້ປະມານ 12.000 ປີ. ແຕ່ປາງກີ້ປາງກ່ອນຊາວຫວຽດບູຮານເຄີຍດຳລົງຊີວິດຢູ່ແຄມແມ່ນ້ຳຫ້ວຍບັນດາສະຖານທີ່ມີນ້ຳຮັບໃຊ້ຊີວິດປະຈຳວັນ”.

 ດ້ວຍບັນດາສາຍພູຫີນປູນທີ່ຍາວຢຽດ, ທາງໃນພູແມ່ນລະບົບຖ້ຳທີ່ລຶກລັບມະຫັດສະຈັນ ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ເມືອງອຽນບິ່ງພັດທະນາການທ່ອງທ່ຽວ. ພົ້ນເດັ່ນຂຶ້ນກວ່າໝູ່ແມ່ນບັນດາສະຖານທີ່ຄືຖ້ຳຄວຍປີນ, ຖ້ຳຄວຍຍີ, ຖ້ຳນ້ຳແມຫຼືຖ້ຳຊອງລອງ. ໜອງທຳມະຊາດ ນາຮາງ- ເລິມບິ່ງແມ່ນແຫ່ງເກັບຮັກສາລະບົບຊີວະພາບທີ່ອຸດົມສົມບູນດ້ວຍເກາະດອນນ້ອຍໃຫຍ່ຫຼາຍໜ່ວຍເທິງໜ້າໜອງ ອັນໄດ້ສ້າງເປັນທິວທັດສວຍສົດງົດງາມເປັນເອກະລັກສະເພາະໃນທ່າມກາງເຂດພູຜາປ່າໄມ້ຫວຽດບັກ. ພົ້ນເດັ່ນຂຶ້ນແມ່ນພູ 99 ໜ່ວຍຢູ່ຕາແສງ ເທື້ອງເລິມ ຖືກອຸປະມາ “ຮະລອງບົກໃນທ່າມກາງພູຜາປ່າໄມ້” ທ່ານກາວວັນມິງ ຫົວໜ້າຂະແຫນງວັດທະນະທຳຖະແຫຼງຂ່າວເມືອງເລິມບິ່ງ ໃຫ້ຮູ້ວ່າ:

   “ຖ້ຳຄວຍປີນ ຫາກໍ່ໄດ້ຮັບການຄົ້ນພົບ. ຢູ່ຖ້ຳແຫ່ງນີ້ ມີລະບົບຫີນຍ້ອຍສວຍງາມທີ່ສຸດໃນຖ້ຳກໍ່ມີຫ້ວຍນ້ຳ. ໃນການທ່ອງທ່ຽວຢ້ຽມຊົມທັດສະນະສຶກສາຢູ່ຖ້ຳນ້ຳແມຖ້າຫາກແຂກທ່ອງທ່ຽວມີຄວາມຕ້ອງການຈະໄດ້ຢ້ຽມຊົມບັນດາເນື້ອທີ່ປ່າດົງດິບທຳມະຊາດ ໃນນັ້ນມີຕົ້ນໄມ້ໃຫຍ່ນັບພັນຕົ້ນພິເສດຢູ່ຖ້ຳຄວຍຍີກໍ່ມີປ່າຊະນິດໜຶ່ງຍາກທີ່ຈະຫາໄດ້ຢູ່ແຫ່ງອື່ນ. ຖັດມາແມ່ນຖ້ຳຊອງລອງດ້ວຍລະບົບຫີນຍ້ອຍງົດງາມນອນຢູ່ມໍ່ກັບເມືອງບັກເມແຂວງຮ່າຢາງ”.

    ນອກຈາກລະບົບຖ້ຳ,ນ້ຳຕົກຕາດ ແຂກທ່ອງທ່ຽວເມື່ອມາຮອດເມືອງເລິມບິ່ງ ຈະໄດ້ຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ແຕ່ລະເຜົ່າກໍ່ມີບັນດາຮີດຄອງປະເພນີແຕກຕ່າງກັນ ອັນໄດ້ສ້າງຄວາມເປັນເອກຫະລັກແລະຫຼາຍຮູບຫຼາຍສີ.    ອ້າຍເຈົາແທັງງ່າ ຊາວຕາແສງເທື້ອງເລິມ ເມືອງເລິມບິ່ງໃຫ້ຮູ້ວ່າ:

   “ແຂກທ່ອງທ່ຽວເມື່ອມີໂອກາດມານີ້ ຈະໄດ້ເຊື່ອມຕົວເຂົ້າກັບຊີວິດວັດທະນະທຳແລະຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ. ໂດຍຜ່ານບັນດາຊຸດອາພອນ, ວິທີດຳລົງຊີວິດຢູ່ເຮືອນຮ້ານການເຄື່ອນໄຫວຜະລິດກະສິກຳພາເຂົ້າເຂັ້ມຂົ້ນໄປດ້ວຍສີສັນຫຼືບັນດາບົດເພງພື້ນເມືອງ.ນອກຈາກນັ້ນແຂກທ່ອງທ່ຽວຍັງໄດ້ເຫັນປະຈັກຕາ ທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານອີກດ້ວຍ”

. ມາຮອດເລິມບິ່ງ, ແຂກທ່ອງທ່ຽວຍັງໄດ້ຊີມບັນດາເຍື່ອງອາຫານພື້ນເມືອງຂອງຊາວເຜົ່າໄຕ, ຢ້າວ, ມົ້ງຄືເຂົ້າຫຼາມສົ້ມໝູ, ຊີ້ນຄວາຍແຫ້ງ,ຊາເຂົ້າມຸດ...  ປັດຈຸບັນຢູ່ທ້ອງຖິ່ນແຫ່ງນີ້ຍັງມີນັບ 10 ຄອບຄົວເຮັດໂຮມສະເຕ ອັນໄດ້ສ້າງເປັນເຂດທ່ອງທ່ຽວຊຸມຊົນຢູ່ແຕ່ລະບ້ານ.ປັດຈຸບັນເມືອງເລິມບິ່ງໄດ້ຟື້ນຟູບັນດາງານບຸນປະເພນີຄື ງານບຸນລົງນາຢູ່ຕາແສງເທື້ອງເລິມ, ລັງການ, ງານບຸນໂດດໄຟຂອງພໍ່ແມ່ພີ່ນ້ອງເຜົ່າ ປ່າແທ່ນ ຕາແສງຮົ່ງກວາງ ບັນດາງານບຸນຂອງເມືອງເລິມບິ່ງແມ່ນເຂັ້ມຂົ້ນໄປດ້ວຍສີສັນພື້ນເມືອງທີ່ເປັນເອກະລັກ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວໃນໂອກາດຕົ້ນລະດູບານໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ