ແຂວງ ບິ່ງ​ເຢືອງ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ

(VOVWORLD) -            ໄລຍະທີ່ຜ່ານມາ ເຖິງວ່າໄດ້ຮັບຜົນສະທ້ອນຢ່າງໃຫຍ່ຫຼວງ ຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ແຂວງ ບິ່ງເຢືອງ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ໃນການຍູ້ແຮງການເຄື່ອນໄຫວໂຄສະນາການທ່ອງທ່ຽວ. ໂດຍຜ່ານການເຄື່ອນໄຫວເຫຼົ່ານີ້ ຮູບພາບການທ່ອງທ່ຽວຂອງແຂວງ ບິ່ງເຢືອງ ໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວ ທັງຢູ່ພາຍໃນແລະຕ່າງແຂວງ ຈາກນັ້ນ ສ້າງຄວາມສະດວກຕື່ມອີກໃນການຍູ້ແຮງວຽກງານໂຄສະນາ ສົ່ງເສີມການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວເຂົ້າມາແຂວງ ບິ່ງເຢືອງ. 

  ດ້ວຍທີ່ຕັ້ງທີ່ອຳນວຍຄວາມສະດວກ ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ປະມານ 30 ກິໂລແມັດ, ແຂວງ ບິ່ງເຢືອງ ສາມາດຮ່ວມສຳພັນກັບບັນດາຕົວເມືອງໃຫຍ່ ໃນທົ່ວປະເທດ ຢ່າງສະດວກສະບາຍ ພິເສດບໍລິເວນແຂວງ ກໍ່ແມ່ນແຫ່ງມີຈຸດໄຂວ່ກັນຂອງສາມລຳແມ່ນ້ຳຄື ແມ່ນ້ຳ ໄຊງ່ອນ, ແມ່ນ້ຳ ດົ່ງນາຍ ແລະ ແມ່ນ້ຳແບ໊ ອັນໄດ້ສ້າງເປັນທັດຊະນີຍະພາບທີ່ສວຍສົດງົດງາມ, ບັນດາສວນຕົ້ນໄມ້ກິນໝາກຂຽວອຸ່ມທຸ່ມ ແທດເໝາະກັບຮູບແບບການທ່ອງທ່ຽວທຳມະຊາດ ພັກຜ່ອນບຳລຸງສຸຂະພາບ. ຕາມທ່ານ ຫງວຽນແທັງຟອງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງເຢືອງ ແລ້ວ ດິນແດນແຫ່ງນີ້ ເຕົ້າໂຮມບັນດາເງື່ອນໄຂທີ່ສະດວກ ເພື່ອພັດທະນາເສດຖະກິດ - ສັງຄົມຢ່າງຮອບດ້ານ ໃນນັ້ນມີຂະແໜງທ່ອງທ່ຽວ. ທ່ານກ່າວວ່າ:

       “ເງື່ອນໄຂໃນສະເພາະໜ້າເພື່ອໃຫ້ຂະແໜງທ່ອງທ່ຽວ ບິ່ງເຢືອງ ພັດທະນນັ້ນ ສິ່ງທຳອິດແມ່ນທີ່ຕັ້ງ ພູມມີສາດ ອຳນວຍຄວາມສະດວກ ຢູ່ໃກ້ກັບນະຄອນໃຫຍ່. ດ້ວຍເສັ້ນທາງຫຼວງ ໄດ້ສ້າງເງື່ອນໄຂໃຫ້ແກ່ແຂກທ່ອງທ່ຽວມາແຂວງ ບິ່ງເຢືອງ ໄດ້ຢ່າງສະດວກສະບາຍກວ່າ ນອກຈາກທາງບົກທາງນ້ຳທີ່ສະດວກທີ່ສຸດ. ກ່ຽວກັບຂະແໜງທ່ອງທ່ຽວແຂວງ ບິ່ງເຢືອງ ໃນໄລຍະທີ່ຜ່ານມາກໍ່ໄດ້ຄ່ອຍໆພັດທະນາ ເປັນຕົ້ນແມ່ນພາຍຫຼັງທີ່ການທ່ອງທ່ຽວຢູ່ ດ້າຍນາມ ໄດ້ຂະຫຍາຍຕົວ ດ້ວຍຫຼາຍຜະລິດຕະພັນການທ່ອງທ່ຽວ. ຜ່ານນັ້ນກໍ່ໄດ້ດຶງດູດຈຳນວນແຂກທ່ອງທ່ຽວ ເຂົ້າມາແຂວງ ບິ່ງເຢືອງ ຢ່າງຫຼວງຫຼາຍ. ບິ່ງເຢືອງ ກໍ່ມີປູຊະນີຍະສະຖານວັດທະນະທຳ ທິວທັດທຳມະຊາດບາງແຫ່ງ ແລະ ບັນດາສວນຕົ້ນໄມ້ກິນໝາກທີ່ມີຊື່ສຽງ”.

ແຂວງ ບິ່ງ​ເຢືອງ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ - ảnh 1ສະຫະສະມາຄົມທ່ອງທ່ຽວແຂວງຫາກໍຕ້ອນຮັບຄະນະນັກທ່ອງທ່ຽວຕ່າງແຂວງໃນເດືອນພະຈິກທີ່ຜ່ານມາ (ພາບ: baobinhduong.vn)

        ໃນສອງສາມປີທີ່ຈະມາເຖິງ ແຂວງບິ່ງເຢືອງ ໄດ້ກຳນົດວ່າ ການທ່ອງທ່ຽວທາງແມ່ນ້ຳ ກໍ່ແມ່ນຜະລິດຕະພັນຍຸດທະສາດຂອງແຂວງ ສຸມໃສ່ຮັກສາ ແລະ ໃຫ້ບຸລິມະສິດພັດທະນາການທ່ອງທ່ຽວຕາມສາມຂົງເຂດ. ຂົງເຂດທາງທິດໃຕ້ລວມມີບໍລິເວນນະຄອນ ຖູ໋ເຢົ່າໂໝດ ນະຄອນ ຖ້ວນອານ ນະຄອນ ຢີ໊ອານ ແລະ  ແລະ ສ່ວນໜຶ່ງຂອງເທດສະບານ ເບ໊ນກ໊າດ ຈະພັດທະນາການທ່ອງທ່ຽວທຳມະຊາດ ສວນຕົ້ນໄມ້ກິນໝາກ ແມ່ນ້ຳລຳເຊ ທ່ອງທ່ຽວວັດທະນະທຳ ດ້ວຍບັນດາປູຊະນີຍະສະຖານປະຫວັດສາດ, ງານບຸນ, ໝູ່ບ້ານອາຊີບຫັດຖະກຳ, ການທ່ອງທ່ຽວວັດວາອາຮາມ, ການເຫຼື້ອມໃສ, ການລະຫຼິ້ນລັນເທີງ... ສ່ວນຂົງເຂດທາງທິດຕາເວັນອອກສຽງເໜືອລວມມີ ໜອງເຢົ່າຕ໊ຽງ, ພູນຸ໊ຍເກົ້າ, ເຂດແຄມແມ່ນ້ຳ ໄຊງ່ອນ... ຈະສຸມໃສ່ພັດທະນາການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວວັດທະນະທຳປະຫວັດສາດ, ທ່ອງທ່ຽວທຳມະຊາດ. ສຳລັບຂົງເຂດທາງທິດຕາເວັນອອກລຽບຕາມເຂດອ່າງແມ່ນ້ຳ ດົ່ງນາຍ ແມ່ນ້ຳແບ໊ ຂຶ້ນກັບເທດສະບານ ເຕິນອວຽນ ແລະ ເມືອງ ຝູຢ໊າວ ໄດ້ຖືກວາງແຜນຜັງ ເພື່ອພັດທະນາການທ່ອງທ່ຽວທຳມະຊາດ ການພັກຜ່ອນ ບຳລຸງສຸຂະພາບ ໃນໂອກາດທ້າຍອາທິດ ແລະ ການຫຼິ້ນກິລາລະດັບສູງ.

ແຂວງ ບິ່ງ​ເຢືອງ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ - ảnh 2ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບິ່ງເຢືອງ ສົມທົບກັບບັນດາບໍລິສັດທ່ອງທ່ຽວຂຸດຄົ້ນ ແລະ ຂະຫຍາຍສາຍທ່ອງທ່ຽວທາງນ້ຳ 

        ເພື່ອຫັນການຮ່ວມສຳພັນພັດທະນາການທ່ອງທ່ຽວ ກັບບັນດາແຂວງທາງທິດຕາເວັນອອກພາກໃຕ້ ໃຫ້ປາກົດຜົນເປັນຈິງນັ້ນ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ບິ່ງເຢືອງ ສົມທົບກັບບັນດາບໍລິສັດທ່ອງທ່ຽວຂຸດຄົ້ນ ແລະ ຂະຫຍາຍສາຍທ່ອງທ່ຽວທາງນ້ຳ ບົນແມ່ນ້ຳ ໄຊງ່ອນ ແລະ ແມ່ນ້ຳ ດົ່ງນາຍ ເພື່ອດຶງດູດນັກທ່ອງທ່ຽວແຂກມາແຂວງ ບິ່ງເຢືອງ ເປັນຕົ້ນແມ່ນແຂກທ່ອງທ່ຽວສາກົນ. ພ້ອມກັນນັ້ນການນຳໃຊ້ບັນດາເຂດທ່ອງທ່ຽວທີ່ພວມມີຢູ່ແລ້ວ ກໍ່ຄືບັນດາປູຊະນີຍະສະຖານປະຫວັດ ວັດທະນະທຳ ການຢ້ຽມຊົມທັດສະນະສຶກສາຢູ່ບັນດາໝູ່ບ້ານອາຊີບຫັດຖະກຳ, ການທ່ອງທ່ຽວຢູ່ຕາມວັດວາອາຮາມ, ການທ່ອງທ່ຽວສົມທົບກັບການຫຼິ້ນກິລາ, ການເລືອກເອົາບັນດາເຂດເຮືອນສວນ ຕົ້ນໄມ້ກິນໝາກເພື່ອສ້າງສະຖານທີ່ທ່ອງທ່ຽວ ຮັບໃຊ້ແຂກມາຢ້ຽມຊົມ ທ່ອງທ່ຽວຢູ່ຕາມເຂດສວນທຳມະຊາດ. ອ້າຍ ຫງວຽນແທັງຟອງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

       “ມາຮອດປັດຈຸບັນ ທາງແຂວງໄດ້ປະກາດໃຊ້ບັນດາແຜນການລະອຽດ. ອາດຈະເວົ້າໄດ້ວ່າ ການສ້າງບັນດາສະຖານທີ່ທ່ອງທ່ຽວ, ລາຍການທ່ອງທ່ຽວທີ່ສາມາດຮັບປະກັນຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ, ການຍົກລະດັບການບໍລິການ, ເສີມຂະຫຍາຍຄຸນຄ່າ ບັນດາປູຊະນີຍະສະຖານປະຫວັດສາດ ວັດທະນະທຳໃນບໍລິເວນແຂວງ. ນອກຈາກນັ້ນ ພວກຂ້າພະເຈົ້າຍັງຮຽກຮ້ອງໃຫ້ມີການເຄື່ອນໄຫວ ຫັນການລົງທຶນເຂົ້າຂົງເຂດທ່ອງທ່ຽວ ໃຫ້ກາຍເປັນວຽກງານຂອງສັງຄົມ”.

           ການທ່ອງທ່ຽວບຳລຸງສຸຂະພາບໃນປັດຈຸບັນ ກໍ່ພວມແມ່ນທ່າອ່ຽງ ໜ້າທີ່ຄວາມຕ້ອງການຂອງແຂກທ່ອງທ່ຽວພວມນັບມື້ນັບເພີ່ມຂຶ້ນ. ກຸ່ມບໍລິສັດ ການບໍລິການໂຮງແຮມ ເບກາມິກ ໂຮສະປີຕານລີຕີ ບິ່ງເຢືອງ ກໍ່ພວມນຳການບໍລິການເຂົ້າຮັບໃຊ້ຄື ສະລອຍນ້ຳກາງແຈ້ງ, ຫ້ອງແອບເພາະກາຍ, ເຂດມັດຊາອົບນວດ, ພັດທະຄານ... ທ່ານ ຫງວຽນງອກແທັກ ຜູ້ອຳນວຍການດຳເນີນທຸລະກິດ ແລະ ແນະນຳຜະລິດຕະພັນຂອງກຸ່ມບໍລິສັດ ບໍລິການໂຮງແຮມ ເບກາມິກ ໂຮສະປີ ຕານລີຕີ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ມີບັນດາລາຍການແອບ ໂຢກາ ໂດຍບໍ່ເກັບຄ່າ, ລາຍການຖີບລົດ ແລະ ບັນດາລາຍການກ່ຽວກັບບັນດາເຍື່ອງອາຫານບຳລຸງສຸຂະພາບ. ນອກຈາກນັ້ນ ພວກຂ້າພະເຈົ້າຍັງຍົກລະດັບບັນດາໂຮງແຮມທີ່ສະຫງວນໃຫ້ແຂກພິເສດ ແລະ ມີບັນດາການເຄື່ອນໄຫວເປັນມິດກັບສິ່ງແວດລ້ອມ ຍົກຕົວຢ່າງຄື  ໄດ້ລົງທຶນເຂົ້າໃນໂຄງການພະລັງງານດວງຕາເວັນ. ນອກຈາກນັ້ນພວກຂ້າພະເຈົ້າຍັງມີບັນດາການເຄື່ອນໄຫວ ກ່ຽວກັບສິ່ງແວດລ້ອມ ແລະ ບັນດາແຜນການເປີດກວ້າງໂຄງການດຳເນີນທຸລະກິດຂອງໂຮງແຮມ”.

        ດ້ວຍການກຳນົດທິດເຫຼົ່ານັ້ນ ຂະແໜງທ່ອງທ່ຽວ  ບິ່ງເຢືອງ ພວມເພີ່ມທະວີປະຕິບັດແຜນນະໂຍບາຍ ຫັນວຽກງານໂຄສະນາສົ່ງເສີມການທ່ອງທ່ຽວຢູ່ພາຍໃນປະເທດ ເປັນວຽກງານຂອງສັງຄົມ, ໂຄສະນາສົ່ງເສີມການທ່ອງທ່ຽວອອກສູ່ຕ່າງປະເທດເທື່ອລະກ້າວ ພິເສດແມ່ນບັນດາການທ່ອງທ່ຽວໃນກຸ່ມ ອາຊຽນ, ສ້າງ ແລະ ພັດທະນາເຄື່ອງໝາຍການທ່ອງທ່ຽວຕິດພັນກັບຮູບພາບຊາວແຂວງ ບິ່ງເຢືອງ  ທີ່ມີຈິດໃຈຮັກແພງແຂກ, ຍູ້ແຮງການຮ່ວມມືກັບບັນດາແຂວງ ນະຄອນໃນທົ່ວປະເທດ ເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາ ບິ່ງເຢືອງ. ພ້ອມກັບທົ່ວປະເທດ, ແຂວງ ບິ່ງເຢືອງ ກໍ່ພວມປະຕິບັດການປັບຕົວຢ່າງປອດໄພມີໄຫວພິບຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຄ່ອຍໆຟື້ນຟູການເຄື່ອນໄຫວທ່ອງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ