ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ

(vovworld) – ດິນ​ຟ້າ​ອາ​ກາດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ (ແຂວງ​ແຄ໋ງ​ຮ່​ວາ)ຮ້າຍ​ແຮງ, ຜິດ​ປົກ​ກະ​ຕິ, ບາງ​ເທື່ອ​ແດດ​ກ້າຮ້ອນເອົ້າ, ບາງ​ເທື່ອ​​ຝົນ​ຕົກ, ພາ​ຍຸລົມ​ແດງ. ພິ​ເສດ​ແມ່ນ​ຂາດ​ນ້ຳ​ຈືດ, ອັນ​ໄດ້​ກໍ່​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ຊີ​ວິດ​ຢູ່​ໃນ​ເກາະ. ຍ້ອນ​ເຫດ​ນັ້ນ, ການ​ປູກ​ຜັກ, ຕົ້ນ​ໄມ້ ກໍ່​ຄື​ການ​ລ້ຽງ​ສັດ​ຢູ່​ທີ່ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ ພາກນີ້, ນັກ​ຂ່າວ ວິງ​ຟອງ ຈະ​ແນະ​ນຳ​ບັນ​ດາ “ຮູບ​ແບບ​ກະ​ສີ​ກຳ” ໃນ​ເມືອງ​ເກາະ​ເຈື່ອງ​ຊາ. ເຊີນ​ທ່ານ​ຮັບ​ຟັງ.

ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ - ảnh 1

ນັກຮົບປົກປັກຮັກສາເກາະເຈື່ອງຊາ

(ພາຍອິນເຕີແນດ)

        ບັນ​ດາ​ຮູບ​ແບບ​ກະ​ສີ​ກຳ​ຂະ​ໜາດ​ກາງ ແລະ ນ້ອຍຢູ່​ທີ່ນີ້ ​ແມ່ນ​ການ​ປູກ​ຜັກ, ລ້ຽງ​ເປັດ, ເປັດ​ຫົງ, ກະ​ຕ່າຍ, ໝູ, ງົວ… ​ຢູ່​ເກາະ​ເຈື່ອງ​ຊາ ​ຜັກຖືກ​ປູກ​ຢູ່​ທຸກ​ແຫ່ງ. ​ສ່ວນ​ຢູ່​ເກາະ​ນ້ຳ​ຖ້ວມ, ໃນ​ຊຸມ​ປີ​ກ່ອນ, ການ​ປູກ​ຜັກ ແລະ ຕົ້ນ​ໄມ້​​​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ ຍ້ອນ​ຂາດ​ນ້ຳຈືດ, ຝຸ່ນ​ເຄ​ມີ ແລະ ​ເຕັກ​ນິກ​ການ​ປູກ​ຝັງ​​. ແຕ່​ໄລ​ຍະ​ມໍ່ໆ​ມານີ້, ​ໂດຍໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຊົນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ, ​ພະ​ນັກ​ງານ​, ນັກ​ຮົບ ແລະ ປະ​ຊາ​ຊົນໃນ​ເກາະ​ໄດ້​ຮັບແນວ​ພັນ​ປູກທີ່​ເໝາະ​ສົມ​ກັບ​ດິນ​ຟ້າ​ອາ​ກາດ​ຢູ່​ທີ່ນີ້ ພ້ອມ​ກັບກະ​ຖາງ​ປູກ​ຜັກ​ອີກ… ອັນ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການກ້າ​ເບ້ຍ ແລະ ປູກ​ຜັກ​ກວ່າອີກ. ພັນ​ຕີ ຫງວຽນ​ດຶກ​ຢຸ, ຮອງ​ຫົວ​ໜ້າ​ກອງ​ບັນ​ຊາ​ການ​ເກາະ​ຊິງ​ຕົ່ນ​ດົງ (ທິດ​ຕາ​ເວັນ​ອອກ), ໃຫ້​ຮູ້​ວ່າ:

        “​ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ປູກ​ຜັກ ແລະ ລ້ຽງ​ສັດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ປູກ​ຜັກຫຼາຍ​ແນວ​ຄື​ຢູ່​ເຂດດິນ​ຕໍ່​ແຜ່ນ. ແຕ່​ການ​ບົວ​ລະ​ບັດ​ພັດ​ຍາກຫຼາຍ… ດິນ​ປູກ​ຜັກ​​ຕ້ອງນຳ​ມາຈາກ​ດິນ​ຕໍ່​ແຜ່ນ, ສ່ວນ​ຝຸ່ນໃຊ້​ໃນ​ການ​ປູກ​ຝັງ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຕ້ອງ​​ເຮັດ​ເອງ​ດ້ວຍ​ໃບ​ໄມ້​ຕົກ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ກັນຜັກກິນ​ຢ່າງ​ພຽງ​ພໍ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ… ຍ້ອນ​ເຫດ​ນັ້ນ​ຊີ​ວິດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ໄດ້​ຮັບ​ການ​ຍົກ​ສູງ​​ຂຶ້ນຢ່າງ​ຈະ​ແຈ້ງ”.

ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ - ảnh 2

ປູກຜັກຢູ່ເກາະຊິງໂຕ່ນດົງ

(ພາຍອິນເຕີແນດ)

        ຂະ​ບວນ​ການ​ເພ​ີ່ມ​ພູນ​ຜະ​ລິດ​ຜົນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ຍູ້​ແຮງ​ຢູ່​ເກາະ​ຕ່າງໆ​ໃນ​ໝູ່​ເກາະ​ເຈື່ອງ​ຊາ. ເມື່ອ​ໄປ​ຢ້ຽມ​ຢາມ​ເກາະ​ເຈື່ອງ​ຊາ​ໃຫ​ຍ່, ເກາະ​ຊອງ​ຕື​ໄຕ (ຢູ່​ທິດ​ຕາ​ເວັນ​ຕົກ), ເກາະ​ນາມ​ອຽດ… ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ສວນ​ຜັກຂຽວ ດ້ວຍ​ຜັກຫຼາຍ​ແນວ​ຄື: ຜັກ​ປັງ, ຜັກ​ກາດ, ຜັກ​ບົ້ງ, ຜັກ​ຫອມ​ທຸກ​ຊະ​ນິດ ແລະ ຕົ້ນ​ໄມ້​ໃຫ້​ໝາກ​ຄື​ໝາກ​ກ້ວຍ, ໝາກ​ຮຸ່ງ, ໝາກມ່ວງ… ຫຼື​​ຢູ່ບັນ​ດາເກາະ​ນ້ຳ​ຖ້ວມ​ຄື: ເກາະດ໋າ​ລາດ, ດ໋າ​ໄຕ, ຕຽນ​ໜື… ເຖິງວ່າ​ມີ​ເນື້ອ​ທີ່​ນ້ອຍ​ກໍ່​ຕາມ, ແຕ່​ພະ​ນັກ​ງານ, ນັກ​ຮົບ​ຍາມ​ໃດ​ກໍໝູນ​ໃຊ້​ດິນ​ທີ່​ເປົ່າ​ຫວ່າງ​ເພື່ອ​ປູກ​ຜັກ ກໍ່​ຄື​ປູກ​ໃນ​ກະ​ຖາງ​ດ້ວຍ​ຢາງ. ພັນ​ຕີ ຮ່​ວາງວັນ​ວິ້ງ, ຜູ້​ຊ່ວຍ​ວຽກ​ພະ​ລາ​ທິ​ການ​ຢູ່​ເກາະ​ເຈື່ອງ​ຊາ​ດົງ, ໃຫ້​ຮູ້​ວ່າ:

        “ຄວາມ​ຫ​ຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ປູກ​ຜັກ​ນັ້ນແມ່ນ​ ຍາມ​ປ່ຽນ​ລະ​ດູ ແລະ ວັນ​ມີພາ​ຍຸ​ລົມ​ແດງ. ຢາກ​ຮັກ​ສາ​ຜັກແມ່ນຕ້ອງ​ປົກ​​ຄຸມ​ຢ່າງ​ລະ​ອຽດ. ເຮັດ​ຄື​ແນວ​ນັ້ນ​ຜັກ​ຈຶ່ງ​ພັດ​ທະ​ນາ​ໄດ້. ປະ​ຈຸ​ບັນ​ພວກ​ຂ້າ​ພະ​ເຈົ້າ​ພວມປູກ​ຜັກ​ໃນ​​ກະຖາງ 120 ອັນ. ປູກ​ຜັກ​ແບບນີ້​ສາ​ມາດ​ປະ​ຢັດ​ນ້ຳ​ໄດ້, ປະ​ກອບ​ສ່ວນແກ້​ໄຂ​ບັນ​ຫາ​ຜັກ​ໂດຍ​ພື້ນ​ຖານ​ໃຫ້​ແກ່ພະ​ນັກ​ງານ, ນັກ​ຮົບ​ໃນ​ເກາະ​ໄດ້. ນອກ​ນັ້ນ​ທະ​ຫານ​ຍັງ​ເອົາ​ໄມ້​ຕໍ່​ເປັນຂອບເພື່ອ​ປູກ​ຜັກອີກ”.

ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ - ảnh 3

ປູກຜັກຢູ່ເກາະເຈື່ອງຊາດົງ

(ພາຍອິນເຕີແນດ)

        ບໍ່​ພຽງ​ແຕ່​ປູກ​ຜັກ​ເທົ່າ​ນັ້ນ, ​ທະ​ຫານ ແລະ ປະ​ຊາ​ຊົນ​ໃນ​ເກາະ​ຕ່າງໆ​ຍັງ​ລ້ຽງ​ສັດ​ອີກ. ຢ່​ເກາະ​ເຈື່ອງ​ຊາ​ໃຫ​ຍ່, ເຈື່ອງ​ຊາ​ດົງ, ອານ​ບາງ…ເຂົາ​ເຈົ້າ​​ໄດ້ລ້ຽງ​ໄກ້, ໝູ, ງົວຫຼາຍ​ໂຕ​ ບໍ່​ຕ່າງ​ຫ​ຍັງ​ກັບ​ເຂດ​ບ້ານ​ນາ​ຢູ່​ດິນ​ຕໍ່​ແຜ່ນ. ຢູ່​ເກາະ​ເຈື່ອງ​ຊາ​ດົງ ​ມີ​ເຂດລ້ຽງ​ໄກ່, ເປັດຫຼາຍ​ເຂດ, ແຕ່​ລະ​ເຂດ​ຖືກ​ປົກຄຸມ​ຢ່າງ​ລະ​ອຽດ, ເພື່ອ​ກັນ​ລົມ, ຮັບ​ປະ​ກັນ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ລ້ຽງ​ໄກ່, ເປັດ, ເປັດ​ຫົງ​ນັບ​ຮ້ອຍ​ໂຕ…ພັນ​ຕີ ຮ່ວາງ​ວັນ​ວິ້ງ, ຜູ້​ຊ່ວຍ​ວຽກ ພະລາທິການຢູ່​ເກາະ​ເຈື່ອງ​ຊາ​ດົງ (ທິດຕາ​ເວັນ​ອອກ), ​ໃຫ້​ຮູ້​ວ່າ​ປີ 2012 ຜ່ານ​ມາ, ເກາະ​ເຈື່ອງ​ຊາ​ດົງ ປູກ​ຜັກ​ໄດ້​ເກືອບ 6,5 ​ໂຕນ, ລ້ຽງສັດ​ໄດ້​ກວ່າ 1,6 ​ໂຕນ…

ກ່ຽວ​ກັບ​ວຽກ​ງານ​ລ້ຽງສັດ, ພວກ​ຂ້າພະ​ເຈົ​້າ​ໄດ້​ພະຍາຍາມ​ນຳ​ໃຊ້​ທຸກ​ວິທີ​ຢ່າງ​ມີ​ໄຫວ​ພິບ, ບາງ​ເທື່ອ​ເອົາ​ໄຂ່​ເປັດ​ໃຫ້​ໄກ່ຟັກ, ບາງ​ເທື່ອ​ກໍ່​ນຳ​ໃຊ້​ດອກ​ໄຟ​ເພື່ອ​ຟັນ​ໄຂ່​ເປັດ ​ແນ​ໃສ່​ຮັບປະກັນ​ແນວ​ພັນ​ສັດລ້ຽງ.​ ດັ່ງ​ນັ້ນໃນ​ປີຜ່ານມາ ​ພວກ​ຂ້າພະ​ເຈົ້າ​​ຈຶ່ງລ້ຽງເປັດ​​ໄດ້ 300 ​ໂຕ “.

ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ - ảnh 4

ລ້ຽງເປັດໃນເກາະເຈື່ອງຊາ
(ພາຍອິນເຕີແນດ)

ນອກຈາກ​ລ້ຽງສັດ​ປີກ​ໄດ້​ດີ​ແລ້ວ, ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ​ຕ່າງໆ​ຍັງ​ປະດິດ​ສ້າງ​ເຄື່ອງ​ຟັນ​ໄຂ່​ໄກ່, ​ໄຂ່​ເປັດ​ດ້ວຍ​ດອກ​ໄຟ​ອີກ, ພັນ​ຕີ ຫງວຽນ​ດຶກ​ຢຸ, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ເກາະ​ຊິງ​ໂຕ່ນ​ດົງ, ​ແບ່ງປັນ​ວ່າ:

ຢູ່​ເກາະ​ພວກ​ຂ້າພະ​ເຈົ້າ​ກໍ່​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ການ​ລ້ຽງ​ໄກ່, ​ເປັດ, ​ເປັດ​ຫົງ ​ແລະ ​ໃຫ້​ເປັດ​ປະສົມ​ພັນ​ກັບ​ເປັດ​ຫົງ ​ເພື່ອ​ມີ​ແນວ​ພັນ​ແຂງ​ແຮງ​ກວ່າ. ດັ່ງ​ນັ້ນສັດ​ປີກ​ຢູ່​ໃນ​ເກາະ​ພັດທະນາ​ດີ​ທີ່​ສຸດ, ຮັບປະກັນ​ມີ​ຊີ້ນ​​​ຢ່າງ​ພຽງ​ພໍເພື່ອຮັບ​ໃຊ້​ໃຫ້​ແກ່​ພະນັກງານ, ນັກຮົບ​ຕະຫຼອດ​ປີ“.

ໄປຢ້ຽມຢາມບັນດາ “ຮູບແບບກະສີກຳ“ ຢູ່ເກາະເຈື່ອງຊາ - ảnh 5

ລ້ຽງໝູໃນເກາະເຈື່ອງຊາ
(ພາຍອິນເຕີແນດ)

​​ການ​ປູກ​ຜັກ, ລ້ຽງສັດ​ຢູ່​ເກາະ​ເຈື່ອງ​ຊາ ​ໄດ້​​ເຮັດໃຫ້ພາ​ເຂົ້າຂອງ​ພະນັກງານ, ນັກຮົບ​ມີ​ຜັກ​ມີ​ຊີ້ນ​ຢ່າງ​ພຽງພໍ, ຮັບປະກັນ​ສຸຂະພາບ​ເພື່ອ​ໃຫ້​​ເຂົາ​ເຈົ້າກຽມພ້ອມສູ້​ຮົບປົກ​ປັກ​ຮັກສາ​ທະ​ເລ​ເກາະ​ທີ່​ແສນ​ຮັກ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ