ໝູ່ບ້ານຫາຍມິງ - ບ່ອນຜະລິດເຄື່ອງເຟີນີເຈີຕາມຮູບແບບເຄື່ອງບູຮານ

ໂດຍ​ຕັ້ງ​ຢູ່​ເຂດ​ບ້ານ​ນາ​ທີ່​ລຽບ​ງ່າຍ ແລະ ມີ​ຄວາມ​ສະ​ຫງົບ​ສຸກ​ຂອງ​ແຂວງ​ນາມດິ້ງ, ຕາ​ແສງ​ຫາຍ​ມິງ, ເມືອງ​ຫາຍ​ເຫົ້​າ. ຫາຍ​ມິງ​ເປັນ​ສະ​ຖານ​ທີ່​ເພື່ອ​ໃຫ້​ຜູ້​ທີ່​ມີ​ຄວາມ​ເມົາ​ມົວ​ແກະສະຫຼັກ, ຄວັດ​ລວດລາຍມາ​ຄົ້ນ​ຫາ, ​ບັນ​ດາ​ເຄື່ອງ​ເຟີ​ນີ​ເຈີ​ເຫຼົ່ານັ້ນແມ່ນໄດ້ ຜະລິດ​ຕາມຮູບແບບຂອງເຄື່ອງບູຮານ. ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ເຟີ​ນີ​ເຈີ​ຢູ່​ຕາ​ແສງ​ຫາຍ​ມິງ​ມີຫຼາຍ​ຮູບຫຼາຍ​ແບບ, ນັບ​ແຕ່​ເຄື​ອ່ງ​ບູຮານທຽມ, ເຄື່ອງໃຊ້ສອຍ​ທີ່ທາ​ສີແດງເຄືອບຄໍາ ຫຼື ສີທອງມັກໃຊ້ໃນຄອບຄົວຮັ່ງມີໃນສະໄໝກ່ອນ,ເຄື່ອງແກະຄວັດສະຫຼັກ, ຝັງໄຂ່ມຸກ....ມາ​ຢ້ຽມ​ຢາມ​ຕາ​ແສງ​ຫາຍ​ມິງ​ເພື່ອ​ໄດ້​ເຫັນບັນ​ດາ​ນາຍ​ຊ່າງ​ຢູ່​ທີ່ນີ້​ມີ​ຄວາມ​ສຸດ​ອົກ​ສຸດ​ໃຈ​ກັບ​ອາ​ຊີບເປັນ​ຄື​ແນວ​ໃດ. 

 

ໝູ່ບ້ານຫາຍມິງ - ບ່ອນຜະລິດເຄື່ອງເຟີນີເຈີຕາມຮູບແບບເຄື່ອງບູຮານ  - ảnh 1

ໝູ່ບ້ານ​ຫາຍ​ມິງ - ບ່ອນຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີຕາມຮູບແບບເຄື່ອງບູຮານ

ໂດຍ​ຫ່າງ​ຈາກ​ນະ​ຄອນ​ນາມດິ້ງກວ່າ 40 ກິ​ໂລ​ແມັດ, ຕາ​ແສງ​ຫາຍ​ມິງ​ມີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​ດ້ວຍ​ອາ​ຊີບ​ຜະ​ລິດ​ເຄື່ອງ​​ສິ​ລະ​ປະ​ຫັດ​ຖະ​ກຳ​​ທີ່ເຮັດດ້ວຍ​ໄມ້. ປະ​ຈຸ​ບັນ​ທົ່ວ​ຕາ​ແສງ​ມີ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ຜະ​ລິດ​ປະ​ເພດ​ສິນ​ຄ້ານີ້​ເກືອບ 200 ຮາກ​ຖານ. ທ່ານ ຫງວຽນ​ວັນ​ເຈື່ອງ ເຈົ້າ​ຂອງ​ຮາກ​ຖານ​​ຜະ​ລິດ​ຢູ່​ຕາ​ແສງ​ຫາຍ​ມິງ, ເມືອງ​ຫາຍ​ເຫົ້າ, ແຂວງ​ນາມດິ້ງ ໃຫ້​ຮູ້​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຫຖຍ​ມິງ​ເປັນ​ສິນ​ຄ້າ​ທີ່​ແຂກ​ເລືອກ​ເຟັ້ນ. ຜູ້​ທີ່​ນິ​ຍົມ ແລະ ມີ​ຄວາມ​ເຂົ້າ​ໃຈ ເຂົາ​ເຈົ້າ​ຈະ​ຊອກ​ຫາ​ທຸກວິ​ທີ​ເພື່ອ​ ມາ​ຢ້ຽມ​ຢາມ​ຫ໋າຍ​ມິງ ແລະ ສັ່ງ​ຈອງ​ສິນ​ຄ້າ. 

    “ໝູ່​ບ້ານ​ອາ​ຊີບນີ້​ມີ​ມາ​ແຕ່​ດົນ​ນານ. ​ຂ້າ​ພະ​ເຈົ້າ​ເກີດ​ມາ​ຍັງ​ນ້ອຍ​ຢູ່​ ສະ​ນັ້ນ​ຈຶ່ງບໍ່​ຮູ້​ປະ​ຫວັດ​ຄວາ​ມ​ເປັນ​ມາ​ຂອງໝູ່ບ້ານ​ອາ​ຊີບນີ້​ຄື​ແນວ​ໃດ ພຽງ​ແຕ່​ຮູ້​ວ່າ​ເມື່ອ​​ເວ​ລານັ້ນ​ຢູ່​ໃນ​ໝູ່ບ້ານ​ມີ 2-3 ຄົນ​ເທົ່າ​ນັ້ນ​ທີ່​ເຮັດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​​ໄມ້. ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​​ທີ່​ເຮັດດ້ວຍ​ໄມ້ແມ່ນ​​ຜະ​ລິດຕາມ​​ຮູບແບບເຄື່ອງ​ເກົ່າ​ແກ່​, ມີ​ລັກ​ສະ​ນະ​ມາ​ແຕ່​ດົນ​ນານ, ເຕົ້າ​ໂຮມຍອດ​ຍິ່ງ ສະ​ນັ້ນ​ຈຶ່ງ​ພະ​ຍາ​ຍາມ​ຮ່ຳ​ຮຽ​ນ​ເອົາ. ຄຸນ​ລັກ​ສະ​ນະ​ພິ​ເສດ​ສະເພາະຂອງ​ໝູ່​ບ້ານ​ອາ​ຊີບ​ເຄື່ອງ​ເຟີ​ນີ​ເຈີ​ຫາຍ​ມິງ, ທົ່ວ​ປະ​ເທດ​ມີ​ພຽງ​ແຕ່​ຕາ​ແສງ​ຂ້າ​ພະ​ເຈົ້າ​ທີ່​ປະ​ກອບ​ອາ​ຊີບ​ຜະລິດເຄື່ອງເຟີນີເຈີຕາມຮູບ​ແບບ​ ​ເຄື່ອງບູ​ຮານຄື​ຊຸດ​ໂຕະ​ຕັ່ງ,​ ຕຽງ​, ຕູ້​ໂຊ ແລະ ບັນ​ດາ​ຊຸດ​ໂຕະ​ມົນ​ນ້ອຍ……..ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ທີ່​ເຮັດ​ຕາມສິ່ງ​ທີ່ຍອດ​ຍິ່ງຂອງບັນ​ດາ​ຜູ້​ສ້າງ​ອາ​ຊີບ​ລຸ່ນ​ທຳ​ອິດ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ນັ້ນ​ບໍ່​ມີ​ວັນທີ່ຈະຫຼ້າ​ສະ​ໄໝ ”      

         ເມື່ອມາຢ້ຽມຢາມໝູ່ບ້ານອາຊີບຜະລິດເຄື່ອງເຟີນີເຈີສີລະປະຫັດຖະກຳຫາຍມິງ, ສຽງເຈາະ, ສຽງແກະ, ສຽງຄວັດ, ສຽງຈັກກົບ, ຊອຍໄມ້ດັງອຶກກະທຶກຄຶກໂຄມ ໄປທົ່ວບ້ານ. ເມືອໄປຢ້ຽມຢາມໂຮງຈັກໂຮງງານ ບັນດານາຍຊ່າງໄດ້ສຸມຈິດສຸມໃຈ ໃສ່ຜະລິດຕະພັນ ແຕ່ລະຢ່າງທີ່ສຸດ. ເມື່ອເບິ່ງເຂົາເຈົ້າເຮັດ ຈຶ່ງຮູ້ໄດ້ສີມືຂອງນາຍຊ່າງ ຢູ່ທີ່ນີ້. ສອງຝ່າມືທຳມະດາແຕ່ພັດວ່າມີຄວາມຄ່ອງແຄ້ວຜະລິດໄດ້ບັນດາ ຜະລິດຕະພັນ ທີ່ມີຄວາມປານີດທີ່ສຸດ. ລຸງຫງວຽນວັນເຈື່ອງ ໄດ້ແບ່ງປັນຄວາມໃນໃຈກັບນາຍຊ່າງ ແຕ່ລະຄົນຢູ່ທີ່ນີ້ວ່າ ເພື່ອໃຫ້ໄດ້ຜະລິດຕະພັນໜື່ງທີ່ມີຄວາມສົມບູນ ນັ້ນ ບໍ່ພຽງແຕ່ມີສີມື ແຮງງານດີເທົ່ານັ້ນ ຫາກຍັງເຮັດດ້ວຍຄວາມຮູ້ສຶກຂຶ້ນໃຈອີກດ້ວຍບັນດາລວດລາຍ ແກະ,ຄວັດສະຫຼັກຢ່າງອຽດຈຶ່ງຈະໄດ້ຄວາມຊັດເຈນ ແລະ ກ້ຽງງາມດີ.  ບັນດາລວດລາຍ ທີ່ເປັນເອກະລັກສະເພາະ ຫຼື ບັນດາຮູບແກະສະຫຼັກ ຄວັດລວດລາຍ ໂຕມັງກອນ, ນົກຍງ ຫຼື ຕະຫຼອດຮອດບັນດາໃບໄມ້ນ້ອຍທີ່ສວຍງາມ, ບັນດານາຍຊ່າງ ຢູ່ຫາຍມິງລ້ວນແຕ່ ແກະຄວັດສະຫຼັກແຕ່ລະລວດລາຍດ້ວຍຄວາມລະມັດລະວັງ.  ເຂົາເຈົ້າປາຖະໜາຢາກໃຫ້ ຜະລິດຕະພັນທີ່ຕົນເອງຜະລິດອອກມານັ້ນ ບໍ່ພຽງແຕ່ແມ່ນ ຜະລິດຕະພັນທີ່ໄດ້ຮັບການ ຕົບແຕ່ງ ແລະ ນໍາໃຊ້ເທົ່ານັ້ນ ຫາກຍັງຕ້ອງມີຄຸນຄ່າກ່ຽວກັບ ສີລະປະເພື່ອໃຫ້ຍືນຍົງຄົງຕົວ ກັບການເວລາອີກດ້ວຍ. 

    ເມື່ອພວກຂ້າພະເຈົ້າພົບເຫັນເຄື່ອງຂອງບູຮານເກົ່າແກ່ສວຍງາມ ແມ່ນເອົາມາຜະລິດ ຄືນໃໝ່ ເຮັດຫຼາຍເທື່ອເພື່ອສ້າງຄວາມລື້ງເຄີຍ. ໃນແຕ່ລະວັນມີຜະລິດຕະພັນ ໃດງາມກໍ່ຈະເອົາມາແກະ ຄວັດ ຕ້ອງມີຄວາມເມົາມົວຄືແນວນັ້ນຈຶ່ງເຮັດອາຊີບໃຫ້ດີໄດ້. ເມື່ອເຮັດແລ້ວເຫັນວ່າຍັງບໍ່ທັນພຽງພໍຕ້ອງໄປຊອກຫາຮໍ່າຮຽນຕື່ມອີກ. ບັນດາຄອບຄົວ ທີ່ມີເຄື່ອງຂອງສວຍງາມແຕ່ເຂົາເຈົ້າບໍ່ຂາຍ, ພຽງ​ແຕ່ຂໍເບິ່ງ, ຂໍຖາ່ຍຮູບເອົາເທົ່າ​ນັ້ນ. ເມື່ອໄດ້ລົງມືເຮັດຜະລິດຕະພັນໃດໜຶ່ງແລ້ວຈະບໍ່ຄິດໄລ່ເຖິງເວລາ, ເຮັດຈົນສຸດຈິດສຸດ ໃຈຈຶ່ງຈະໄດ້ຜະລິດຕະພັນທີ່ສວຍງາມ

        ຜະລິດຕະພັນຂອງໝູ່ບ້ານອາຊີບຫາຍມິງໄດ້ສ້າງຂີດໝາຍຢ່າງແທ້ຈິງ ແລະ ນັບມື້ນັບໄດ້ດຶງດູດຜູ້ຊົມໃຊ້ ເພາະວ່າບັນດາຜະລິດຕະພັນເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້ ມີຄວາມເປັນເອກະລັກສະເພາະ ແລະ ສວຍງາມທີ່ສຸດ. ແຕ່ຜະລິດຕະພັນເຄື່ອງເຟີນີເຈີ ຢູ່ໝູ່ບ້ານອາຊີບຫາຍມິງມີຄວາມແຕກຕ່າງກັບຜະລິດຕະພັນເຄື່ອງເຟີນີເຈີຢູ່ໝູ່ບ້ານອາຊີບແຫ່ງອື່ນໆ ນັ້ນແມ່ນ ເຄື່ອງເຟີນີເຈີຂອງຫາຍມິງແມ່ນການປະສົມປະສານຢ່າງກົມກຽວ ແລະ ຄວາມລະອຽດລະອໍລະຫວ່າງແບບ​ພື້ນ​ເມື​ອງ ແລະ ທັນສະໄໝ, ລະຫວ່າງບູຮານແລະ ຄວາມສີວິໄລ, ຜະລິດບັນດາຜະລິດຕະພັນທີ່ມີ ຄວາມປະສົມ ກົມກຽວ ດ້ານສີລະປະ, ປະສົມຄວາມປານີດ ແລະ ເໝາະສົມ. ບັນດາລາຍແຕ້ມແກະ ຄວັດສະຫຼັກຂອງຫາຍມິງຈະບໍ່ຫຼົງກັບບໍ່ວ່າໝູ່ບ້ານອາຊີບຜະ​ລິດ​ເຄື່ອງ​ນີ​ເຈີໃດຢູ່ ຫວຽດ ນາມ. ອ້າຍ ຟ້າມວັນຕຽບ ນາຍຊ່າງແກະຄວັດສະຫຼັກຢູ່ຫາຍມິງ ໃຫ້ຮູ້ວ່າ:

      “ເມື່ອເບິ່ງຮອຍແກະ ຄວັດສະຫຼັກຂອງຜະລິດຕະພັນແລ້ວ ນາຍຊ່າງ ຢູ່ທີ່ນີ້ຕ້ອງ ໄດ້ຜ່ານວິວັດການສະສົມຄວາມຮູ້ອຸດົມສົມບູນທີ່ສຸດ. ນາຍຊ່າງຢາກໃຫ້ ຜະລິດຕະພັນ ມີຈິດວິນຍານ ຈຶ່ງເຮັດດ້ວຍຄວາມສຸດຈິດສຸດໃຈຂອງຕົນ. ຄັ້ງທຳອິດເຮັດຈະ ບໍ່ງາມ ແຕ່ເຮັດຫຼາຍເທື່ອມັນກໍ່ຄ່ອຍງາມຂຶ້ນເອງ      ເຄື່ອງຜະລິດຕະພັນເຟີນີເຈີສີລະປະຫັດຖະກຳທີ່ເຮັດດ້ວຍໄມ້ຢູ່ຫາຍມິງມີຫຼາຍຮູບຫຼາຍແບບ ອຸດົມສົມບູນ ນັບແຕ່ໂຕະ, ຕັ່ງ, ຕຽງ, ຕູ້ໂຊ ເຄື່ອງໃຊ້ໃນຄອບຄົວຕະຫຼອດ ຮອດແຜ່ນຄວັດຕົວໜັງສືຈີນ......ສີລະປະໃນການຜະລິດເຄື່ອງເຟີນີເຈີ, ເຄື່ອງບູຮານທຽມ ຂອງຫາຍມິງມີຊື່ສຽງໂດ່ງດັງໄປທົ່ວ​ເຂດ.ທ່ານຮວ່າງວັນເຈື່ອງ ຊ່າງແກະສະຫຼັກ, ຄວັດ ລວດລາຍມາເປັນເວລາຫຼາຍປີຂອງໝູ່ບ້ານອາຊີບຫາຍມິງ,ຖືວ່າ:       

         “ເພື່ອໃຫ້ໄດ້ຜະລິດຕະພັນໜຶ່ງທີ່ມີຄຸນນະພາບ ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີສີມື ມີຄວາມອົດທົນ, ມີຫົວຄິດປະດິດສ້າງຈຶ່ງຈະໄດ້ຜະລິດຕະພັນທີ່ສວຍງາມ. ເຄື່ອງບູຮານໃນ ເມື່ອກ່ອນໄດ້ແກະ ຄວັດສະຫຼັກຫຼາຍລວດລາຍພ້ອມ​ກັບ​ການ​ຝັງ​ໄຂ່​ມຸກທີ່​ສວຍງາມ. ຄວາມງາມຂອງ​ການຝັງ​ໄຂ່​ມຸກແມ່ນພິເສດສະເພາະເມື່ອທຽບໃສ່ ຜະລິດ ຕະພັນທີ່ເຮັດ ດ້ວຍໄມ້. ຜະລິດຕະພັນຄື ຝາຕູ້, ຂອບຕຽງຕ້ອງໄດ້ແກະ, ຄວັດຝັງໄຂ່​ມຸກລວດລາຍຈຶ່ງ ເຮັດໃຫ້ຜະລິດຕະພັນມີຄວາມໂດດເດັ່ນ ແລະ ສວຍງາມ

       ແຕ່ລະຜະລິດຕະພັນ,ພິເສດແມ່ນແຜ່ນຄວັດຕົວໜັງສືຈີນ, ແຜ່ນ​ຄຳ​ກອນ ຮຽກຮ້ອງໃຫ້ຜູ້ທີ່ເຮັດອາຊີບນີ້ ນອກຈາກມີຄວາມສາມາດດ້ານສີມືແລ້ວ ຍັງຕ້ອງມີຄວາມ ເຂົ້າໃຈປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາລາດຊະວົງ ທີ່ຕິດພັນກັບຜະລິດຕະພັນແຕ່ລະຢ່າງ. ຫາຍມິງແມ່ນບ່ອນເຕົ້າໂຮມ ບັນດານາຍຊ່າງ ທີ່ມີສີມືຢ່າງຄ່ອງແຄ້ວພ້ອມກັບຄວາມມານະພະຍາຍາມ ແລະ ຄວາມລະອຽດລະອໍ ລະມັດລະວັງໃນບັນດາຜະລິດຕະພັນເຟີນີເຈີ. ຫາຍມິງກາຍເປັນ ເຄື່ອງໝາຍການຄ້າ ເຄື່ອງເຟີນີເຈີທີ່ມີຊື່ສຽງຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ