ສາງ​ເຊື້ອ​ເພີງ​ຢູ່ Nagorny-Karabakh ລະ​ເບີດ

(VOVWORLD) - ເຂດ Nagorny-Karabakh ນອນຢູ່ເຂດດິນທາງທິດຕາເວັນຕົກສ່ຽງໃຕ້ຂອງ Azerbaijan ແຕ່ມີປະຊາຊົນເຊື້ອຊາດ Armenia ດຳລົງຊີວິດເປັນຈຳນວນຫຼາຍ ແລະ ຢາກໂຮມເຂົ້າປະເທດ Armenia.
ສາງ​ເຊື້ອ​ເພີງ​ຢູ່ Nagorny-Karabakh ລະ​ເບີດ - ảnh 1ສະຖານທີ່ເກີດເຫດ (ພາບ: TTXVN)

ມີຜູ້ໄດ້ຮັບບາດເຈັບກ່ວາ 200 ຄົນໃນເຫດ ສາງເຊື້ອເພິງ ລະເບີດຢູ່ Nagorny-Karabakh ທີ່ເກີດຂຶ້ນໃນຕອນເຊົ້າວັນທີ 26 ກັນຍາ. ບັນດາພາຫະນະສື່ມວນຊົນສັງຄົມ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານໜຶ່ງ ໂດຍໃຫ້ຮູ້ວ່າ ສ່ວນຫຼາຍຜູ້ຖືກຮັບບາດເຈັບລ້ວນແຕ່ໃນອາການສາຫັດ, ໃນຂະນະທີ່ຄວາມສາມາດທາງການແພດຂອງ Nagorny-Karabakh “ແມ່ນບໍ່ພຽງພໍ”. ທ່ານນີ້ຖືວ່າຜູ້ປະສົບເຄາະຮ້າຍຕ້ອງໄດ້ຮັບການໜູນຊ່ວຍທາງການແພດໂດຍດ່ວນ ແລະ ຮຽກຮ້ອງຕ້ອງ ຜັນຂະຫຍາຍເຮືອບິນກູ້ໄພກູ້ຊີບ. ເຂດ Nagorny-Karabakh ນອນຢູ່ເຂດດິນທາງທິດຕາເວັນຕົກສ່ຽງໃຕ້ຂອງ Azerbaijan ແຕ່ມີປະຊາຊົນເຊື້ອຊາດ Armenia ດຳລົງຊີວິດເປັນຈຳນວນຫຼາຍ ແລະ ຢາກໂຮມເຂົ້າປະເທດ Armenia. ເລື່ອງນີ້ໄດ້ກໍ່ການຂັດແຍ້ງກັນດ້ານອະທິປະໄຕທີ່ຍາວນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ Azerbaijan ແລະ Armenia./.

ຕອບກັບ

ຂ່າວ/ບົດ​ອື່ນ