ໄຊ​ຊະ​ນະ​ດຽນ​ບຽນ​ຟູ​ມີຂະ​ໜາດ​ຍຸກ​ສະ​ໄໝ

(VOVWORLD) -  ວັນທີ 7 ພຶດສະພາ, ຫວຽດນາມ ສະເຫຼີມສະຫຼອງ 66 ປີແຫ່ງວັນໄຊຊະນະປະຫວັດສາດ ດຽນບຽນຟູ (7/5/1954 – 7/5/2020)
ໄຊ​ຊະ​ນະ​ດຽນ​ບຽນ​ຟູ​ມີຂະ​ໜາດ​ຍຸກ​ສະ​ໄໝ - ảnh 1ໄຊຊະນະດຽນບຽນຟູມີຂະໜາດຍຸກສະໄໝ 

ໄຊຊະນະດຽນບຽນຟູຂອງກອງທັບ ແລະ ປະຊາຊົນຫວຽດນາມຫ່າງກອນນີ້ 66 ປີ ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນຝລັ່ງເຊັນສັນຍາ Geneva (7/1/1954) ຮັບຮອງເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດ ອິນດູຈີນ, ສິ້ນສຸດການຕໍ່ຕ້ານທີ່ຍືດເຍື້ອຍາວນານແຫ່ງຄວາມທຸກຍາກລຳບາກທີ່ແກ່ຍາວເປັນເວລາ 9 ປີ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ (1945 - 1954). ໄຊຊະນະດັ່ງກ່າວນັ້ນ ໄດ້ສ້າງບາດກ້າວພັດທະນາໃໝ່ໃຫ້ແກ່ການປະຕິວັດ ຫວຽດນາມ, ລາວ, ກຳປູເຈຍ, ເປັນສັນຍານປົ່ງບອກເຖິງການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າໃນຂອບເຂດທົ່ວໂລກ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນໄຊຊະນະດຽນບຽນຟູ, ໜັງສືພິມ ຫວຽດນາມສະບັບອອກວັນທີ 7/5/2020 ໄດ້ລົງຫຼາຍບົດກ່ຽວກັບເຫດການນີ້ຄື: ໜັງສືພິມກອງທັບປະຊາຊົນມີບົດຂຽນທີ່ມີຫົວຂໍ້ວ່າ “ໄຊຊະນະ ດຽນບຽນຟູພາຍໃຕ້ແງ່ມູນສາກົນ”, ໜັງສືພິມເອເລັກໂຕນິກ vov.vn ມີບົດຂຽນວ່າ “ນຳເອົາຈິດໃຈດຽນບຽນຟູເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ຟື້ນຟູເສດຖະກິດ”…

ຕອບກັບ

ຂ່າວ/ບົດ​ອື່ນ