ຫຼາຍປະເທດຊົມເຊີຍ ລີບີ ເລືອກຕັ້ງລັດຖະບານຊົ່ວຄາວ.

(VOVWORLD) -ກະຊວງການຕ່າງປະເທດ ຊາອຸດິ ອາຣັບເບຍ ໄດ້ຊົມເຊີຍເລື່ອງ ລີບີ ເລືອກຕັ້ງລັດຖະບານຊົ່ວຄາວ ແລະ ໄດ້ສະແດງຄວາມປາຖະໜາວ່າ ການກະທຳນີ້ຈະພາໄປເຖິງໝາກຜົນ ຖອນຈຳນວນທະຫານຕ່າງປະເທດຕີຮັບຈ້າງ ອອກຈາກປະເທດ ລີບີ
   ຫຼາຍປະເທດຊົມເຊີຍ ລີບີ ເລືອກຕັ້ງລັດຖະບານຊົ່ວຄາວ.  - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສການເມືອງ ລີບີ

ວັນທີ 6 ກຸມພາ ກະຊວງການຕ່າງປະເທດ ຊາອຸດິ ອາຣັບເບຍ ໄດ້ຊົມເຊີຍເລື່ອງ ລີບີ ເລືອກຕັ້ງລັດຖະບານຊົ່ວຄາວ ແລະ ໄດ້ສະແດງຄວາມປາຖະໜາວ່າ ການກະທຳນີ້ຈະພາໄປເຖິງໝາກຜົນ ຖອນຈຳນວນທະຫານຕ່າງປະເທດຕີຮັບຈ້າງ ອອກຈາກປະເທດ ລີບີ. ຊາອຸດິ ອາຣັບເບຍ ສະແດງຄວາມຫວັງວ່າ ໝາກຜົນນີ້ຈະຮັບປະກັນຄວາມເປັນເອກະພາບ ແລະ ອະທິປະໄຕຂອງ ລີບີ.

      ໃນວັນດຽວກັນ, ກະຊວງ ການຕ່າງປະເທດ ອາເຊຣີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການສົນທະນາ ດ້ານການເມືອງຢູ່ ລີບີ ພາຍໃຕ້ການປົກປ້ອງຂອງສະຫະປະຊາຊາດ. ອານເຊລີ ຢືນຢັນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບລັດຖະບານຊົ່ວຄາວ ລີບີເພື່ອບັນລຸສັນຕິພາບ ສະຖຽນລະພາບ ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ ດ້ວຍວິທີສຳຜັດຢ່າງຮອບດ້ານ ອີງໃສ່ການປົກປັກຮັກສາ ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດບ້ານໃກ້ເຮືອນຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ