ບັນດາພິທີກຳທີ່ເປັນເອກະລັກສະເພາະໃນງານດອງຂອງຊາວເຜົ່າ ປາໂກ

(VOVWORLD) -ໃນພິທີກຳຕ່າງໆໃນການດຳລົງຊີວິດ, ຊາວເຜົ່າ ປາໂກ ຖືງານດອງເປັນສຳຄັນ ແລະ ເຄື່ອງສິນສອດແມ່ນສິ່ງທີ່ສຳຄັນຕ້ອງມີການກະກຽມ. ເມື່ອລູກຊາຍ, ລູກສາວ ເຖິງອາຍຸກະສຽນ ຢາກສ້າງຄອບຄົວ ກໍ່ແມ່ນຈຸດເວລາພໍ່ແມ່ສອງຝ່າຍຍິງຊາຍຕ້ອງກະກຽມເຄື່ອງຂອງໃຫ້ແກ່ພິທີສູ່ຂໍ ແລະ ງານດອງ. ແລະ ການຮ້ອງລຳທຳເພງກໍ່ແມ່ນພິທີກຳທີ່ຂາດບໍ່ໄດ້ໃນງານດອງຂອງຊາວເຜົ່າ ປາໂກ. ບົດຂຽນຂອງນັກຂ່າວໂຕຕວນ ທີ່ມີຫົວຂໍ້ວ່າ: ບັນດາພິທີກຳທີ່ເປັນເອກະລັກສະເພາະໃນງານດອງຂອງຊາວເຜົ່າ ປາໂກ
ບັນດາພິທີກຳທີ່ເປັນເອກະລັກສະເພາະໃນງານດອງຂອງຊາວເຜົ່າ ປາໂກ - ảnh 1 ພິທີງານດອງຂອງຊາວເຜົ່າ ປາໂກ

ແຕ່ດົນນານມາແລ້ວ, ໝູ່ບ້ານຂອງຊາວເຜົ່າ ປາໂກ ຍັງຄົງຮັກສາປະເພນີ “ດີຊີມ” ໝາຍຄວາມວ່າ ໄປຊອກຫາຄົນຮັກ. ນີ້ແມ່ນການດຳເນີນຊີວິດ ທີ່ມີລັກສະນະເພີນຈິດເພື່ອໃຫ້ຄູ່ບ່າວສາວທີ່ຮັກກັນໄດ້ສະແດງອາລົມຈິດຢ່າງຈິງໃຈຕໍ່ກັນ. ຕາມປະເພນີມາແຕ່ດຶກດຳບັນແລ້ວ, ເມື່ອຜູ້ບ່າວຜູ້ສາວມີຄວາມຮັກຕໍ່ກັນ, ຜູ້ບ່າວໄດ້ຮັບອະນຸຍາດເປັນເຈົ້າການມາຫາບ່ອນຢູ່ຂອງຜູ້ສາວ ແລະ ສະແດງສັນຍານດ້ວຍວິທີເອົາງ່າໄມ້ເຄາະໃສ່ເສົາເຮືອນຮ້ານ, ຖ້າຫາກຜູ້ສາວເຫັນດີ ຈະເປີດປະຕູເຊີນຜູ້ບ່າວເຂົ້າເຮືອນ ແລະ ທັງສອງຄົນຈະພ້ອມກັນໂອ້ລົມຕະຫລອດຄືນ ແລະ ຂັບກ້ຽວກັນ, ຂັບຮ້ອງບັນດາບົດເພງກ່ຽວກັບຄວາມຮັກໃຫ້ກັນຟັງ ຜ່ານທຳນອງເພງຂັບ ຊວາງ, ຕາອວ໋າຍ, ຊ່າເນີດ.. ປະຈຸບັນ ຮີດຄອງປະເພນີ “ດີຊີມ” ໄດ້ຖືກສູນຫາຍໄປສ່ວນໃດຫນຶ່ງແລ້ວ ແຕ່ຈຸດວັດທະນະທຳທີ່ເປັນມູນເຊື້ອຍັງຄົງຮັກສາໄວ້, ເປັນຕົ້ນແມ່ນປະເພນີຂັບກ້ຽວກັນໄດ້ສະແດງໃນພິທີສູ່ຂໍ ງານດອງ.

        ໃນການສົມລົດ, ບ່າວສາວຊາວເຜົ່າ ປາໂກ ມີຄວາມເສລີໃນການຊອກຮູ້ເຊິ່ງກັນ ແລະກັນ. ເຖິງຢ່າງໃດກໍຕາມ ເພື່ອເປັນຄູ່ຜົວເມຍ, ບ່າວສາວຊາວເຜົ່າ ປາໂກ ຕ້ອງຜ່ານຜ່າຫລາຍພິທີກຳທີ່ເປັນເອກະລັກສະເພາະ. ພາຍຫລັງຕົກລົງປົ່ງໃຈແຕ່ງງານນຳກັນ, ຄູ່ບ່າວສາວຈະແຈ້ງໃຫ້ຄອບຄົວສອງຝ່າຍຮັບຊາບ. ຕາມທ່ານ ໂຮ່ວັນແຫ້ງ, ເຈົ້າກົກເຈົ້າເຫລົ່າຂອງຊາວເຜົ່າ ປາໂກ ຢູ່ ຕາແສງ ຮົ່ງຈູງ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫ້ວ ແລ້ວ: ພິທີລາຍງານໃຫ້ຄອບຄົວສອງຝ່າຍຮັບຮູ້ແມ່ນສະແດງໃຫ້ເຫັນຄວາມເຄົາລົບນັບຖື ຂອງຄູ່ບ່າວສາວສຳລັບພໍ່ແມ່ຂອງຕົນ, ລາຍງານໃຫ້ພໍ່ແມ່ຮັບຊາບເພື່ອກະກຽມບັນດາເຄື່ອງຂອງໃຫ້ແກ່ພິທີສູ່ຂໍ ແລະ ງານດອງໃຫ້ລູກຂອງຕົນ.

        “ກ່ອນທີ່ຈັດພິທີສູ່ຂໍ ຕ້ອງທຳພິທີບູຊາເທວະດາຟ້າແຖນຢູ່ ເຮືອນ ເພື່ອລາຍງານໃຫ້ບັນພະບຸລຸດຮູ້ວ່າ ໄປສູ່ຂໍລູກສາວຂອງຄອບຄົວອື່ນມາເປັນລູກໃພ້. ເມື່ອໄປສູ່ຂໍຢູ່ຄອບຄົວເຈົ້າສາວ ຕ້ອງມີຂອງຕ້ອນ ນັ້ນແມ່ນ ໝາກປັດ, ປອກແຂນຢົກ. ຕາມປະເພນີ ແລ້ວ, ນີ້ແມ່ນຂອງຕ້ອນສ້າງຄວາມສະຫນິດຜູກພັນເປັນແກ່ວເປັນດອງກັນ. ສິ່ງນີ້ໝາຍຄວາມວ່າ ພໍ່ແມ່ເຫັນດີໃຫ້ລູກຂອງຕົນແຕ່ງງານ. ນັ້ນແມ່ນພິທີສູ່ຂໍສຳຄັນທີ່ສຸດ.”

ພິທີການໃນງານດອງຂອງຊາວເຜົ່າ ປາໂກ ມີຫລາຍສິ່ງທີ່ປະທັບໃຈ. ພ້ອມກັບເຄື່ອງສິນສອດມອບໃຫ້ເຈົ້າບ່າວ, ເຈົ້າສາວແລ້ວ ຄອບຄົວສອງຝ່າຍກໍ່ໄດ້ກະກຽມເຍື່ອງອາຫານທີ່ແຊບນົວເພື່ອຈັດງານລ້ຽງ. ຄອບຄົວເຈົ້າບ່າວ ກະກຽມປອກແຂນເງິນ, ປອກແຂນຢົກ, ໂສ້ງເສື້ອ. ແລະ ຕ້ອງກະກຽມຊີ້ນໝູ, ຊີ້ນງົວ, ຊີ້ນແບ້… ສ່ວນຄອບຄົວເຈົ້າສາວກະກຽມຜ້າກັ້ງ, ຜະລິດຕະພັນແຜ່ນແພພື້ນເມືອງ, ອາຫານຫລາຍປະເພດຄື: ປາ, ຊີ້ນໄກ່, ຊີ້ນເປັດ…

ງານດອງທີ່ເປັນປະເພນີຂອງຊາວເຜົ່າ ປາໂກ ລວມມີ ສອງພິທີກຳຕົ້ນຕໍ. ນັ້ນແມ່ນ ພິທີຕ້ອນຮັບເຈົ້າສາວຢູ່ເຮືອນຂອງຄອບຄົວເຈົ້າສາວ ແລະ ສົ່ງເຈົ້າສາວໄປຍັງເຮືອນຄອບຄົວເຈົ້າບ່າວ. ເຄື່ອງຂອງຊື່ງຄອບຄົວເຈົ້າສາວກະກຽມໃຫ້ລູກສາວເມື່ອໄປຢູ່ນຳຄອບຄົວເຈົ້າບ່າວ ນັ້ນແມ່ນ ບັນດາຜະລິດຕະພັນແຜ່ນແພພື້ນເມືອງຜ້າກັ້ງ. ເມື່ອອອກຈາກເຮືອນ ເຈົ້າສາວໃຊ້ຜ້າກັ້ງປົກຫົວອີກ ເພື່ອຫລີກລ້ຽງສິ່ງທີ່ບໍ່ດີເມື່ອໄປຢູ່ນຳຄອບຄົວເຈົ້າບ່າວ. ເມື່ອຄະນະຝ່າຍຍິງມາຮອດປະຕູເຮືອນຝ່າຍຊາຍ ແມ່ຂອງເຈົ້າບ່າວຢືນຖ້າຢູ່ປະຕູແລ້ວ ເພື່ອຕ້ອນຮັບລູກໃພ້. ວຽກທຳອິດນັ້ນແມ່ນ ແມ່ຂອງເຈົ້າບ່າວເອົາຜ້າປົກຫົວອອກໃຫ້ລູກໃພ້ ແລ້ວໃສ່ປອກຄໍໝາກປັດທີ່ໄດ້ກະກຽມກ່ອນນີ້ໃຫ້ເຈົ້າສາວ. ເມື່ອຄະນະຝ່າຍຍິງນັ່ງລົງເປັນທີ່ຮຽບຮ້ອຍແລ້ວ ພິທີຕ້ອນຮັບແກ່ວດອງຖືກຈັດຂຶ້ນດ້ວຍການຂັບກ້ຽວລະຫວ່າງຜູ້ຕາງຫນ້າຄອບຄົວເຈົ້າບ່າວ ແລະ ຜູ້ຕາງຫນ້າຄອບຄົວເຈົ້າສາວ.

ບັນດາພິທີກຳທີ່ເປັນເອກະລັກສະເພາະໃນງານດອງຂອງຊາວເຜົ່າ ປາໂກ - ảnh 2ມອບເຄື່ອງສິນສອດໃຫ້ເຈົ້າສາວ 

ທຳນອງຂັບກ້ຽວຂອງຝ່າຍຊາຍມີຕອນກ່າວວ່າ: “ຄອບຄົວຂ້າພະເຈົ້າຂາດແນວພັນສາລີ, ແນວພັນເຂົ້າ, ໄດ້ຍິນວ່າ ຢູ່ຄອບຄົວເຈົ້າສາວມີແນວພັນສາລີ, ແນວພັນເຂົ້າດີ, ພວກຂ້າພະເຈົ້າຢາກຂໍເອົາເມືອບ້ານ. ສ່ວນທຳນອງຂັບກ້ຽວຂອງຝ່າຍຍິງໄດ້ຕອບວ່າ: “ຂໍຂອບໃຈພວກອ້າຍໄດ້ຂໍແນວພັນສາລີ,ແນວພັນເຂົ້າຂອງພວກຂ້າພະເຈົ້າ, ແຕ່ແນວພັນສາລີ, ແນວພັນເຂົ້າຂອງພວກຂ້າພະເຈົ້າເມັດນ້ອຍ, ເມັດລີບ   ຢ້ານວ່າ ພວກອ້າຍຈະຕຳຫນິ. ການຂັບກ້ຽວທັງແມ່ນການສະແດງສິລະປະ ທັງແມ່ນຄຳເວົ້່າ ເຕັມໄປດ້ວຍອາລົມຈິດ. ການຂັບຮ້ອງໃນບັນດາງານດອງປຽບເຫມືອນ ການທົດລອງຄວາມເກັ່ງກ້າສາມາດລະຫວ່າງສອງຄອບຄົວ. ຜ່ານການຂັບກ້ຽວກັນນັ້ນ ຄອບຄົວເຈົ້າບ່າວໄດ້ຂັບກ່ຽວກັບ ສະພາບ ຂາດຜູ້ເຮັດວຽກງານໃນຄອບຄົວ ສະນັ້ນຈຶ່ງໄປ ຂໍແຕ່ງງານເອົາລູກໃພ້ມາຢູ່ເຮືອນນຳ. ບັນດາຂອງຕ້ອນທີ່ມອບໃຫ້ຄອບຄົວເຈົ້າສາວ ພ້ອມກັບບັນດາທຳນອງເພງຂັບກ້ຽວກັນທີ່ເຕັມໄປດ້ວຍອາລົມຈິດລະຫວ່າງສອງຄອບຄົວແມ່ນຈຸດທີ່ເປັນເອກະລັກສະເພາະໃນງານດອງຂອງຊາວເຜົ່າ ປາໂກ. ທ່ານ ໂຮ່ວັນຕຽນ, ນັກຄົ້ນຄ້ວາດ້ານວັດທະນະທຳຊາວເຜົ່າ ປາໂກ ໃຫ້ຮູ້ວ່າ:

“ການຂັບກ້ຽວກັນເກືອບຄືວ່າໄດ້ກາຍເປັນພິທີກຳໃນປະເພນີສູ່ຂໍ ແລະ ງານດອງຂອງຊາວເຜົ່າ ປາໂກ. ທຳນອງເພງແມ່ນລຽບງ່າຍ, ຈິງໃຈ ແຕ່ມີຄວາມໝາຍແທ້ຈິງ. ສອງຄອບຄົວເຈົ້າບ່າວ ແລະ ເຈົ້າສາວ ສະແດງອາລົມຈິດຕໍ່ກັນ, ບາງເທື່ອອວດວ່າ ລູກສາວຂອງແມ່ເກັ່ງດ້ານນີ້ດ້ານນັ້ນ, ສ່ວນຄອບຄົວເຈົ້າບ່າວກໍ່ຂັບຕອບວ່າລູກຊາຍຂອງຂ້າພະເຈົ້າແມ່ນເກັ່ງວຽກນີ້.”

ບັນດາທຳນອງຂັບກ້ຽວລະຫວ່າງສອງຝ່າຍ ລ້ວນແຕ່ສະແດງໃຫ້ເຫັນຄວາມປາດຖະຫນາຢາກໃຫ້ຄູ່ບ່າວສາວມີຄວາມສຸກ ແລະຈະເປັນຄູ່ຄອງກັນຕະຫລອດຊີວິດ. ບັນດາການຂັບກ້ຽວກັນໃນພິທີສູ່ຂໍງານດອງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ແມ່ນໄມ້ວັດແທກຄຸນຄ່າດ້ານຄວາມຮູ້, ອິດທິພົນຊື່ສຽງໃນວົງຕະກຸນ ແລະ ຜ່ານນັ້ນ ສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອວັດທະນະທຳຂອງເຜົ່າ ປາໂກ.

ຕອບກັບ

ຂ່າວ/ບົດ​ອື່ນ