ລະດູບານໃໝ່ທຳອິດທີ່ໄດ້ຮູ້ໜັງສື

(VOVWORLD) -ບຸນເຕັດປີນີ້ມີຄວາມໝາຍພິເສດສຳລັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເມືອງຊາຍແດນຊົງໝ໊າ ແຂວງເຊີນລາ ຍ້ອນວ່ານີ້ແມ່ນລະດູບານໃໝ່ທຳອິດທີ່ເຂົາເຈົ້າຮູ້ອ່ານຮູ້ຂຽນ. ແສງສະຫວ່າງຈາກບັນດາຊຸດຮຽນລົບລ້າງຄວາມບໍ່ຮູ້ໜັງສືໄດ້ສ້າງຄວາມເຊື່ອໝັ້ນ ແລະ ຄວາມໃຝ່ຝັນໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບຊີວິດໃໝ່ ຢູ່ດິນແດນທີ່ທຸກຍາກເຂດຊາຍແດນ
ລະດູບານໃໝ່ທຳອິດທີ່ໄດ້ຮູ້ໜັງສື - ảnh 1ສອງແມ່ລູກນາງຊົ່ງທິຈືທວນຄືນບົດຮຽນ

      ແຕ່ຮຸ່ງເຊົ້າ, ສອງແມ່ລູກນາງຊົ່ງທິຈືຢູ່ຕາແສງນ່າງິ້ວ ເມືອງຊົງໝ໊າ ແຂວງ ເຊີນລາໄດ້ກະກຽມປຶ້ມອ່ານ ປຶ້ມຂຽນ ອຸປະກອບການຮຽນເພື່ອພ້ອມກັນໄປຮຽນ. ຮຽນອາທິດລະ 5 ມື້. ເມື່ອລູກສາວໄປໂຮງຮຽນປະຖົມນ່າງິ້ວກໍ່ແມ່ນເວລາທີ່ນາງຈືຂຶ້ນຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສື ຖືກຈັດຂຶ້ນຢູ່ທີ່ນີ້. ນີ້ແມ່ນຄວາມໃຝ່ຝັນໃນຕະຫຼອດກວ່າ 30 ປີຜ່ານມາຂອງແມ່ຍີງຊາວເຜົ່າມົ້ງຄົນນີ້.

      ເມື່ອກ່ອນນີ້ ການດຳລົງຊີວິດຂອງຄອບຄົວກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ນາງຈືເຄີຍໄປຕາມພໍ່ແມ່ໄປເຮັດໄຮ່ ຢູ່ບ້ານກໍ່ບໍ່ມີຫ້ອງຮຽນ ດັ່ງນັ້ນນາງບໍ່ໄດ້ໄປຮຽນ.ເມື່ອໃຫຍ່ຂຶ້ນແລ້ວກໍ່ແຕ່ງງານຍ້ອນການຂ້ອງຄາກັບວຽກງານຄອບຄົວໄດ້ພາໃຫ້ນາງເລີຍບໍ່ຮູ້ໜັງສື. ດ້ວຍຄວາມຕັດສິນໃຈໄປຮຽນ ບໍ່ພຽງແຕ່ເພື່ອເພີ່ມລະດັບຄວາມຮູ້ ທັງບັນເທົາຄວາມຫຍຸ້ງຍາກໃນຊີວິດ, ດີກວ່າສິ່ງໃດໝົດແມ່ນນັບແຕ່ນີ້ ນາງໄດ້ຮ່ວມເດີນທາງກັບພວກລູກຂອງຕົນພວມຢູ່ໃນເກນອາຍຸໄປໂຮງຮຽນ. ນາງຈືເວົ້າວ່າ:

     “ເຮົາມີອາຍຸສູງແລ້ວແຕ່ກໍ່ບໍ່ຮູ້ໜັງສື ບໍ່ຮູ້ຄິດໄລ່ ດັ່ງນັ້ນກໍ່ເປັນການຍາກໃນການຊື້ຂາຍ. ປີນີ້ເຮົາກໍ່ໄດ້ໄປຮຽນ, ເຮົາໄປຕະຫຼາດຂາຍໄກ່ ຂາຍສາລີ ກໍ່ຈະຮູ້ຄິດໄລ່ ແລ ະລະດູບານໃໝ່ປີນີ້ ຈະມ່ວນກວ່າປີກ່ອນ”.

          ກໍ່ເຊັ່ນດຽວກັນກັບນາງຊົ່ງທິຈື ການຈັບປາກກາຂຽນໜັງສືສຳລັບລໍ່ທິທວາຢູ່ບ້ານຟ່ອງຊ່າຍຕາແສງນ່າງິ້ວ ກໍ່ມີຄວາມຫຍຸ້ງຍາກກວ່າເມື່ອທຽບໃສ່ການຈັບຈົກ ເພື່ອເຮັດໄຮ່ໄຖນາຫຼືຫຍິບປັກທັກແສ່ວ. ນັບ 10 ປີທີ່ຜ່ານມາ ນາງທວາ ຍາມໃດກໍ່ມີຄວາມຫວັງວ່າຈະມີມື້ໜຶ່ງສາມາດຂຽນໄດ້ຊື່ຂອງຕົນ ແລະ ປັດຈຸບັນດ້ວຍຄວາມວຸດຈິດສຸດໃຈຂອງອ້າຍເອື້ອຍຄູຢູ່ຫ້ອງຮຽນ, ຄວາມໃຝ່ຝັນຂອງນາງທວາ ໄດ້ປະກົດຜົນເປັນຈິງ.  ນາງທວາໃຫ້ຮູ້ວ່າ:

    “ເມື່ອບໍ່ຮູ້ໜັງສື ໄປໃສກໍ່ຕ້ອງເພິ່ງຄວາມຊາວຍເຫຼືອໃຫ້ທຸກໆຄົນຂຽນໃຫ້. ປັດຈຸບັນເຮົາຮູ້ໄດ້ຮູ້ໜັງສືແລ້ວ ກໍ່ບໍ່ຕ້ອງຖາມໃຜແລະ ເພິ່ງຄວາມຊ່ວຍເຫຼືອຈາກຜູ້ໃດອີກ. ເຮົາຮຽນໄດ້ພຽງສອງອາທິດກໍ່ມີຄວາມກ້າວໜ້າແລ້ວ ສາມາດຂຽນຊື່ຂອງຕົນແລະ ຊື່ຂອງລູກໄດ້ແລ້ວ”.

     ດ້ວຍຈຳນວນນັກຮຽນເກືອບ 80 ຄົນຈາກໄວໜຸ່ມ ຕະຫຼອດຮອດຜູ້ເຖົ້າຜູ້ແກ່ກໍ່ລ້ວນແຕ່ນັ່ງຮ່ວມຫ້ອງດຽວກັນ.ໃນແຕ່ຫຼອດສາມເດືອນນັບແຕ່ມື້ໄຂຊຸດຮຽນມາຮອດປັດຈຸບັນ ເອື້ອຍຄູລໍ່ທິເຟືອກ ຢູ່ໂຮງຮຽນປະຖົມນ່າງິ້ວເມືອງຊົງໝ໊າ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອສິດສອນໃຫ້ບັນດານັກຮຽນພິເສດ. ເອືອຍຄູລໍ່ທິເຟືອກເວົ້າວ່າ:

     “ຢູ່ຫ້ອງຮຽນກໍ່ມີຫຼາຍຊົນເຜົ່າຄືເຜົ່າມົ້ງ, ຜູ້ໄທ, ຂະມຸ... ນັກຮຽນຫຼາຍຄົນຍັງບໍ່ທັຍຮູ້ພາສາກາງ ດັ່ງນັ້ນເມື່ອສອນຄູສອນກໍ່ໃຊ້ພາສາຊົນເຜົ່າເພື່ອອະທິບາຍແນະນຳ. ນັກຮຽນສ່ວນຫຼາຍກໍ່ລ້ວນແຕ່ມີສະພາບຄອບຄົວຫຍຸ້ງຍາກ ດັງນັ້ນ ພວກຂ້າພະເຈົ້າກໍ່ໄດ້ໜູນຊ່ວຍທາງດ້ານອຸປະກອບການຮຽນໃຫ້ແກ່ນັກຮຽນ.”

      ນັບແຕ່ນີ້ເຖິງປີ 2025 ຊົງໝ໊າຈະມີ 18 ຊຸດຮຽນລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ ເຂດພູສູງຊາຍແດນແຫ່ງທີ່ມີຫຼາຍຄົນຍັງບໍ່ຮູ້ໜັງສືແລະມີຄວາມຫວັງຢາກໄດ້ຮຽນລົບລ້າງຄວາມບໍ່ຮູ້ໜັງສື. ທ່ານຫງວຽນກົງວຽນ ຫົວໜ້າຂະແໜງສຶກສາແລະ ບຳລຸງກໍ່ສ້າງເມືອງ ຊົງແບ໊ ແຂວງເຊີນລາໃຫ້ຮູ້ວ່າ:

   “ວຽກງານລົບລ້າງຄວາມບໍ່ຮູ້ໜັງສືແມ່ນວຽກງານທີ່ຫຍຸ້ງຍາກ. ພໍ່ແມ່ປະຊາຊົນເກືອບທັງໝົດໃນເກນອາຍຸອອກແຮງງານ. ທາງຂະແໜງສຶກສາໄດ້ສົມທົບກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຂົນຂວາຍນັກຮຽນເຂົ້າຮ່ວມຊຸດຮຽນ ສັບຊ້ອນເວລາໃຫ້ນັກຮຽນຢ່າງມີໄຫວພິບ ຕ້ອງເລືອກເອົາເວລາທີ່ນັກຮຽນມີເວລາວ່າງບໍ່ຂ້ອງຄາກັບການອອກແຮງງານທຳການຜະລິດ. ສຳລັບຄູສອນກໍ່ຖືກເລືອກເອົາບັນດາຜູ້ຮູ້ດີພາສາທ້ອງຖິ່ນ ແລະ ມີຄວາມກະຕືລືລົ້ນ.”

     ນີ້ກໍ່ແມ່ນລະດູບານໃໝ່ທຳອິດ ທີ່ພໍ່ແມ່ປະຊາຊົນໄດ້ຮູ້ໜັງສື ເຊິ່ງແມ່ນການເລີ່ມຕົ້ນໃຫ້ແກ່ຄວາມໃຝ່ຝັນກ່ຽວກັບຊີວິດໃໝ່ ທີ່ສະຫວ່າງສະໄຫວກວ່າເກົ່າຢູ່ເຂດຊາຍແດນຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ