ເມືອງ ກາວຟອງ (ແຂວງຮ່ວາບີງ) ອະນຸລັກຮັກສາຄຸນຄ່າວັດທະນະທຳເຂດເມື່ອງທ່າງ

(VOVWORLD) -ເມືອງກາວຟອງ, ແຂວງ ຮວ່າບີງ ແມ່ນເມືອງເອກຂອງເຂດເມື່ອງທ່າງ ຊື່ງແມ່ນຫນຶ່ງໃນຈຳນວນ 4 ເຂດ ຊົນເຜົ່າເມື່ອງ ທີ່ມີຊື່ສຽງຂອງແຂວງ ຮ່ວາບີງ. ພ້ອມກັບການພັດທະນາເສດຖະກິດ ສັງຄົມ, ອຳນາດການປົກຄອງ ແລະ ປະຊາຊົນ ເມືອງກາວຟອງ ພວມມານະພະຍາຍາມຮັກສາບັນດາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດເມື່ອງທ່າງ.

ເມືອງ ກາວຟອງ (ແຂວງຮ່ວາບີງ) ອະນຸລັກຮັກສາຄຸນຄ່າວັດທະນະທຳເຂດເມື່ອງທ່າງ - ảnh 1 ແມ່ຍິງຊາວເຜົ່າເມື່ອງຮັກສາສີສັນວັດທະນະທຳຂອງເຜົ່າຕົນ

ພາບ: baodantoc.com

ຕາແສງ ຢູງຟອງ ເມືອງ ກາວຟອງ, ຊື່ງແມ່ນເຂດໃຈກາງເຂດເມືອງທ່າງໃນຊຸມມື້ນີ້ແມ່ນຟົດຟື້ນທີ່ສຸດ ເພາະວ່າ  ໄປບ້ານໃດກໍ່ໄດ້ຍິນສຽງຄ້ອງສຽງຂັບລຳຂອງພໍ່ແມ່ປະຊາຊົນກະກຽມໃຫ້ແກ່ງານບຸນໄຂລະດູການ. ພາຍຫລັງຫລາຍປີຖືກສູນຫາຍໄປ, 4 ປີມານີ້ ປະຊາຊົນໃນຕາແສງ ຢູງຟອງ ເລີ່ມຟື້ນຟູງານບຸນໄຂລະດູການຜະລິດ ດ້ວຍການເຫລື້ອມໃສບູຊາ, ສົມມະນາຄຸນ ພະອໍລະຫັນຕ໋ານວຽນ, ພາວະນາຂໍໃຫ້ຄວາມອີ່ມຫນຳສຳລານສົມບູນພູນສຸກ. ງານບຸນໄຂລະດູການເມື່ອງທ່າງ ໄດ້ດຳເນີນໃນວັນທີ 6 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ເມື່ອລະດູບານໃຫມ່ວຽນມາ ດ້ວຍຈິດໃຈ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ. ພິເສດ ງານບຸນໄຂລະດູການຜະລິດເມືອງທ່າງ ໂດຍມີການເຂົ້າຮ່ວມການສະແດງຕີກອງຕີຄ້ອງຂອງນັກສິລະປະການກວ່າ 100 ຄົນ, ຄຽງຄູ່ກັນນັ້ນ ບັນດາທຳນອງເພງພື້ນເມືອງ, ບັນດາທຳນອງຂັບຮ້ອງຂອງບັນດາອ້າຍບ່າວນາງສາວເຜົ່າເມື່ອງ. ນັກສິລະປະການຕີກອງຕີຄ້ອງ ບູ່ຍແທງແໝວ, ບ້ານ ບາຍເບ ໃຫ້ຮູ້ວ່າ: ນີ້ແມ່ນງານບຸນມີຄວາມໝາຍສະຫລຸບປີຫນຶ່ງອອກແຮງງານທຳການຜະລິດ, ເປີດສາກວຽກງານໃນປີໃຫມ່ ພ້ອມທັງແມ່ນບ່ອນພົບປະແລກປ່ຽນເພື່ອຮັດແຫນ້ນຄວາມສາມັກຄີໃນປະຊາຄົມ, ແລະກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນເຄົາລົບນັບຖືເທວະດາຟ້າແຖນ, ພາວະນາຂໍໃຫ້ບ້ານເມືອງມີຄວາມອີ່ມຫນຳສຳລານສົມບູນພູນສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ສັດສາວາສິ່ງອອກແມ່ແຜ່ລູກ.

“ໄລຍະຜ່ານມາ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ສະນັ້ນ ວັດທະນະທຳ  ຂອງ   ຊາວເຜົ່າເມື່ອງ ໄດ້ຮັບການຮັກສາ, ບັນດາບົດເພງພື້ນເມືອງ, ວັດທະນະທຳພື້ນເມືອງໄດ້ຮັບການປຸກລຸກ, ພັດທະນາ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັກສາການຕີກອງຕີຄ້ອງ ໄວ້ພອ້ທກັຍຄວາມສຸດຈິດສຸດໃຈຂອງພໍ່ແມ່ປະຊາຊົນເພື່ອສ້າງບັນດາລາຍການສະແດງເຂົ້າຮ່ວມງານບຸນ.”

       ເລື່ອງອະນຸລັກຮັກສາວັດທະນະທຳບໍ່ແມ່ນວັດຖຸ ແລະ ແມ່ນວັດຖຸ, ຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ແລະ ປະຊາຊົນ ກາວຟອງ ຈາກນັ້ນ ຄວາມຮັບຮູ້ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທ່ານ ບຸ່ຍວັນເຫືອງ, ຮອງເລຂາພັກຕາແສງ ຢູງຟອງ ແບ່ງປັນວ່າ:

       “ການພັດທະນາການພົວພັນດ້ານວັດທະນະທຳເຮັດໃຫ້ຄວາມງາມຄື ຊຸດອາພອນຂອງຊາວເຜົ່າເມື່ອງສູນຫາຍໄປ. ເຖິງຢ່າງໃດກໍຕາມ, ຢູ່ບັນດາງານດອງຂອງຊາວຊົນເຜົ່າ ບັນດາຊຸດງານດອງທັນສະໄຫມໄດ້ປ່ຽນແທນດ້ວຍບັນດາຊຸດອາພອນປະຈຳເຜົ່າເມື່ອງ ນັ້ນແມ່ນສິ່ງເຮັດໃຫ້ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ. ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຈັດຕັ້ງບັນດາກອງປະຊຸມສຳມະນາ, ການແຂ່ງຂັນຊຸດອາພອນປະຈຳເຜົ່າເມື່ອງ ເພື່ອແນໃສ່ຟື້ນຟູຄືນບັນດາຈຸດວັດທະນະທຳຂອງຊາວເຜົ່າເມື່ອງ.”

       ນອກຈາກການຮັກສາ, ເປີດກວ້າງ ແລະ ເສີມຂະຫຍາຍບັນດາງານບຸນ, ເມືອງ ກາວຟອງ ຍັງໄດ້ຮັກສາຄ້ອງປະມານກວ່າ 3000 ອັນ ພ້ອມກັນນັ້ນ ແມ່ນເປີດຊຸດສອນວິທີຕີຄ້ອງໃຫ້ລຸ້ນຫນຸ່ມ. ທ່ານນາງ ບຸ່ຍອຽນມີງ ພະນັກງານພະແນກວັດທະນະທຳ ກິລາ ເມືອງ ກາວຟອງ ໃຫ້ຮູ້ວ່າ:

        “ເມືອງກາວຟອງແມ່ນຫນຶ່ງໃນຈຳນວນ 4 ເມືອງໃຫຍ່ຂອງແຂວງ ຮ່ວາບີງ, ໃນນັ້ນ ຄ້ອງຂອງຊົນເຜົ່າ ເມື່ອງ ແມ່ນຈຸດວັດທະນະທຳພົ້ນເດັ່ນຂອງຊາວເຜົ່າເມື່ອງທ່າງ. ນີ້ແມ່ນຕົວເລກເປັນຫນ້າຊື່ນຊົມ ເພາະພໍ່ແມ່ປະຊາຊົນມີສະຕິໃນການຮັກສາ, ພັດທະນາຄ້ອງ. ປະຈຸບັນ ເມືອງ ແລະ ພະແນກວັດທະນະທຳຂອງແຂວງ ພວມເຮັດສຳເນົາເອກະສານສົ່ງເຖິງ UNESCO ເພື່ອຮັບຮອງວ່າແຂວງວັດທະນະທຳເມື່ອງ ແລະ ຄ້ອງຂອງເຜົ່າເມື່ອງ.”

        ຢູ່ບໍລິເວນເມືອງ ກາວຟອງ ຍັງຮັກສາໄດ້ບັນດາບ້ານເມື່ອງບູຮານ ຄື ບ້ານ ຢາງໂໝ ຕາແສງ ບີງແທງ, ບ້ານ ບ໋າຍເບ ຕາແສງ ຢູງຟອງ, ບ້ານເມື່ອງບູຮານ ຄຸ້ມບ້ານມື່ງ, ຄຸ້ມບ້ານ ຣູ ຕາແສງ ຊວນຟອງ. ນອກນັ້ນ ບັນດາຄຸນຄ່າດ້ານວັດທະນະທຳແມ່ນວັດຖຸຕິດພັນກັບຈຸດທີ່ເປັນເອກະລັກສະເພາະ ແລະ ວິວັດການພັດທະນາຂອງ ກາວຟອງ ກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນຍົກລະດັບ. ກຸ່ມປູຊະນີຍະສະຖານປະຫວັດສາດວັດທະນະທຳເຂດຕໍ່ຕ້ານ ແທກອຽນ - ກາວຟອງ; ປູຊະນີຍະສະຖານຕິດພັນກັບພື້ນທີ່າສວນດອກໄມ້ພູຄົກຂຶ້ນກັບຕາແສງ ເຕີນຟອງປູຊະນີຍະສະຖານປະຕິວັດ ກູຈີງລານ ຕາແສງ ບີງແທງ, ເຂດປູຊະນີຍະສະຖານວິຫານ ເບີ ຕາແສງ ທູງນາຍ ພວມໄດ້ຮັບການຜັນຂະຫຍາຍລົງທຶນ ແລະ ໄລຍະຈະມາເຖິງ ຈະກາຍເປັນບັນດາສະຖານທີ່ທ່ອງທ່ຽວວັດທະນະທຳຊີວະພາບ, ການເຫລື້ອມໃສດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ.

        ທ່ານ ຫວູງອກກຽນ, ເລຂາພັກ ເມືອງ ກາວຟອງ ໃຫ້ຮູ້ວ່າ: ຕໍ່ຫນ້າບັນດາຄຸນຄ່າດ້ານວັດທະນະທຳພື້ນເມືອງມີໄພຖືກສູນຫາຍໄປ, ເມືອງ ກາວຟອງ ພວມເກັບຮັກສາເພື່ອຟື້ນຟູບັນດາງານບຸນເມື່ອງທ່າງ, ຈັດຕັ້ງການຖ່າຍທອດບັນດາທຳນອງເພງພື້ນເມືອງ ເທື່ອງດາງ, ບໍແມ້ງ ຈາກບັນດານັກສິລະປະການໃຫ້ລຸ້ນຫນຸ່ມ.

       “ເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຊາວເຜົ່າເມື່ອງ ຖືເປັນສຳຄັນທີ່ສຸດຈາກອຳນາດການປົກຄອງເມືອງ. ຕ້ອນຮັບລະດູບານໃຫມ່ ປີ 2018, ພວກຂ້າພະເຈົ້າຈະຈັດຕັ້ງງານບຸນເມື່ອງທ່າງ ໃຫ້ກາຍເປັນງານບຸນຂັ້ນເມືອງ. ຈາກນັ້ນ ເສີມຂະຫຍາຍເມື່ອງທ່າງ ກາຍເປັນຫນຶ່ງໃນບັນດາອູ່, ຫນຶ່ງໃນ 4 ເຂດຊົນເຜົ່າ ເມື່ອງໃຫຍ່ກວ່າໝູ່ໃນແຂວງ, ຮັບປະກັນບັນດາຄຸນຄ່າຫລັກແຫລ່ງ. ຮັບປະກັນສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ການຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳ”

       ກາວຟອງ ຖືວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຊົນເຜົ່າ ເມື່ອງ ແມ່ນກຳລັງຫນູນແຫ່ງການກໍ່ສ້າງ, ພັດທະນາຊີວິດວັດທະນະທຳທາງດ້ານຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ບໍລິເວນ. ນອກນັ້ນ ຈາກບັນດາຄຸນຄ່າດ້ານວັດທະນະທຳຂອງບັນດາທັດສະນີຍະພາບ, ເຂດປູຊະນີຍະສະຖານປະຫວັດສາດ, ບັນດາການເຄື່ອນໄຫວວັດທະນະທຳທີ່ເຂັ້ນຂົ້ນໄປດ້ວຍສີສັນຊົນເຜົ່າ, ຍັງເປັນການປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວ, ຈາກນັ້ນ ພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ