ແພສີຄາມ - ຈຸດທີ່ສວຍງາມສ້າງເປັນສີສັນສະເພາະໃຫ້ແກ່ຊຸດອາພອນຂອງຊົນເຜົ່ານຸ່ງ

(vovworld) - ຜູ້​ສາວ​ຊົນ​ເຜົ່າ​ນຸ່ງ, ນັບ​ແຕ່​ເວລາ​ຍັງ​ນ້ອຍ​, ​ແມ່ເຖົ້າ, ​ແມ່​ໄດ້​ສອນ​ໃຫ້​ຮູ້​ວິທີ​ປູກ​ຝ້າຍ, ຕຳ່​ຫູກ, ປັກ​ແສ່ວ... ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່ານຸ່ງ, ຖ້າ​ຫາກ​ລູກ​ສາວ​ໃຫຍ່​ແລ້ວ​ແຕ່​ບໍ່​ຮູ້​ຕຳ່​ຫູກ, ຫຍິບ​ເສື້ອ​ແມ່ນ​​ຈະ​ເອົາ​ຜົວ​ຍາກ. ປະຈຸ​ບັນ, ຊາວ​ເຜົ່າ​ນຸ່ງຢູ່​ຫຼາຍ​ແຫ່ງ​ຍັງ​ຄົງ​ຮັກສາ​ປະ​ເພນີ​ດັ່ງກ່າວ​ຢູ່, ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ.

ແພສີຄາມ - ຈຸດທີ່ສວຍງາມສ້າງເປັນສີສັນສະເພາະໃຫ້ແກ່ຊຸດອາພອນຂອງຊົນເຜົ່ານຸ່ງ - ảnh 1
(ພາບປະກອບ)

        ແມ່ຍິງ​ຊົນ​ເຜົ່າ​ນຸ່ງຖື​ເປັນ​ສຳຄັນ​ເລື່ອງ​ຫຍິບ,ປັກແສ່ວ​ໃສ່​ຊຸດ​ອາພອນ​.​ ເມື່ອ​ເບິ່ງ​ຊຸດ​ອາພອນ, ກໍ່​ສາມາດ​ຮູ້​ໄດ້​ວ່າ​ຜູ້​ສາວ​​ນັ້ນ​ມີຝີ​ມື​ດີ​ຫຼື​ບໍ. ​ເມື່ອ​ມາ​ຢູ່​ນຳ​ຄອບຄົວ​ຂອງ​ຜົວ, ຜູ້ສາວ​ຊາວ​ເຜົ່າ​ນຸ່ງ​ຈະນຳ​ເອົາ​ຜ້າ​ຫົ່ມ, ​ໝອນ​ທີ່​ຕົນ​​ເຮັດ​ເອງ​ໄປ​ນຳ ​ແລະ ຖື​ວ່າ​ນັ້ນ​ແມ່ນ “ມູນມັງ“ ​ໃຫ້​ຄວາມ​ຜາ​ສຸກ​ຂອງ​ຄູ່​ຜົວ​ເມຍ. ບັນດາ​ລວດລາຍ​ທັງ​ໝົດ​ໃນ​ຊຸດ​ອາພອນ​ລ້ວນ​ແຕ່​ຖືກ​ປັກ​ແສ່ວ​​ດ້ວຍ​ມືໃສ່ຜ້າ​ສີ​ຄາມ​ທີ່​ເປັນ​ມູນ​ເຊື້ອ. ​ເຖິງ​ວ່າ​ໄດ້​ມີ​ການ​ແບ່ງ​​ເປັນ​ໝວດ​ຢູ່​ທ້ອງ​ຖີ່​ນຕ່າງໆ​​ແລ້ວກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ນຸ່ງ​ສ່ວນ​ຫຼາຍ​ລ້ວນ​ແຕ່​ຫຍິບ​ຊຸດ​ອາພອນ​ເອງ​ໃຫ້​ແກ່​ຕົນ. ປ້າ ນົງ​ທິຮວາ, ຊົນ​ເຜົ່າ​ນຸ່ງ​ຢູ່​ເມືອງ ກາວ​ລົກ, ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ຕາມ​ປະ​ເພນີ​ກ່ອນ​ນີ້, ປະຊາຊົນ​ປູກ​ຝ້າຍ​​ເອງ, ຮອດ​ລະດູ​ການ​ເກັບ​ກ່ຽວ​ຈະ​ເກັບ​ເອົາ​ແລ້ວ​ຕາກ​ໃຫ້​ແຫ້ງ, ຫຼັງ​ຈາກ​ນັ້ນ​ຈະ​​ເອົາ​ມາປັ່ນ​​ໃຫ້ເປັນ​ເສັ້ນ​ເພື່ອ​ຕຳ່​​​ເປັນແຜ່ນ​ແພ. ວຽກ​ງານ​ທັງ​ໝົດ​ລ້ວນ​ແຕ່​​​ແມ່ນ​​ແມ່ຍິງ​​ເປັນ​ຜູ້ຮັບຜິດຊອບ. ປະຈຸ​ບັນ, ຢູ່​ຕະຫຼາດ​​ໄດ້ຂາຍ​ເສັ້ນ​ໄໝ​ຫຼາຍ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ພຽງ​ແຕ່​​ໄປ​ຊື້​ມາ​​ຕຳ່​ເທົ່າ​ນັ້ນ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການຜະລິດ​ຜ້າ​ສີ​ຄາມ​ພັດເສຍ​​ເຫື່ອ​ແຮງຫຼາຍ“.

        ຊາວ​ເຜົ່າ​ນຸ່ງ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ​ເຄີຍ​ຕຳ່​ຜ້າ​ຂີ້ງາ​ຍ້ອມ​ໃບ​ໄມ້​ຄາມ​ເພື່ອ​ຫຍິບ​ຊຸດ​ອາພອນ. ​​​ແຕ່ຊາວ​ເຜົ່ານຸ່ງ​ແຕ່ລະ​ໝວດກໍ່​ມີ​ວິທີ​ຫຍິບ, ປະດັບ​ປະດາ​ລວດລາຍ​ທີ່​ແຕກ​ຕ່າງ​ກັນ, ສ້າງ​ເປັນສີສັນ​ພິ​ເສດສະ​ເພາະ​ໃຫ້​​ຊຸດ​ອາພອນຂອງ​ຕົນ. ພາຍຫຼັງ​ຕຳ່​ຫູກດ້ວຍ​ກີ່​ໄມ້​ແລ້ວ, ຊາວ​ເຜົ່າ​ນຸ່ງ​ກໍ່ເກັບ​ໃບ​ຄາມມາ​​ແຊ່​ໃນ​ໄຫ​ນ້ຳ ສ້າງ​ເປັນ​ນຳ້​ສີ​ຄາມ​​​ເຂັ້ມ​ເພື່ອ​ຍ້ອມ​ຜ້າ.

        ຖ້າ​ຫາກ​ວ່າ​ຂັ້ນ​ຕອນ​ຜະລິດ​ຜ້າ​ສີ​ຄາມ​ລະອຽດ​ລະ​ອໍ, ​ເສຍ​ເຫື່ອ​ແຮງ​ຫຼາຍ. ການ​ຫຍິບ, ​ແສ່ວ​ໃນ​ຊຸດ​ອາພອນ​ກໍ່​ຕ້ອງ​ມີ​ເຕັກນິກຢ່າງ​​ຄ່ອງ​ແຄ້ວ. ຕາມ​ປົກກະຕິ, ​ແມ່​ຍິງ​ຊາວ​ເຜົ່າ​ນຸ່ງ​ໝວດ ສະ​ລິ່ງ ​ເມື່ອ​ປັກ​ແສ່ວ​ເຂົາ​ເຈົ້າ​ບໍ່​ໃຊ້​ຂອບປັກ​ແສ່ວ. ຜູ້​ໃດ​ມີ​ຄວາມ​ຊຳນານ​ໃນ​ການ​ປັກ​ແສ່ວ​, ຈະ​ສ້າງ​ເປັນລວດລາຍ​ທີ່​ສວຍ​ງາມ ​ແລະ ຮັກສາ​ສີ​ໃນ​ເວລານານ​ໄດ້. ບັນດາ​ລວດລາຍ​ທີ່​ຊາວ​ເຜົ່າ​ນຸ່ງ​ມັກ​ປະດັບ​ປະດາ​ໃນ​ຊຸດ​ອາພອນ​ຂອງ​ຕົນ​ ມີ​ຮູບ​ໃບ​ໄມ້, ດວງ​ຕາ​ເວັນ... ​ເຊິ່ງ​ຖືກ​ປັກ​ແສ່ວ​ດ້ວຍ​ສີ​ຫຼາກ​ຫຼາຍ. ​ສ່ວນ​ກະດຸມໃນ​ເສື້ອ​ສີ​ຄາມ​ຂອງ​ຊາວ​ເຜົ່າ​ນຸ່ງກໍ່​ເຮັດ​ແບບ​ຫັດຖະກຳ ​ແລະ ຕ້ອງ​ເສຍ​ເວລາ​ຫຼາຍ. ຜ້າ​ບີ​ງຂອງ​ຜູ້ຍິງ​ກໍ່​ປັກ​ແສ່ວ​ລວດລາຍ​ຕ່າງໆ​ຢ່າງ​ລະອຽດ​ລະ​ອໍ. ຜ້າ​ສີຄາມ​ສາມາດ​ໃຊ້​ເພື່ອ​ຕັດຫຍິບ​ຊຸດ​ອາພອນຂອງ​ຊົນ​ເຜົ່ານຸ່ງ, ​ເຮັດໝອນ, ຜ້າ​ຫົ່ມ, ຜ້າພັນ​ຄໍ​ໄດ້. ຍ້ອນ​ເຫດ​ນັ້ນ, ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ນຸ່ງ​ ​ເຖິງ​ວ່າ​ເບິ່ງ​ຄື​ວ່າ​ງ່າຍດາຍ, ​ແຕ່​ພັດ​​ສຸພາບ​ນິ້ມ​ນວນ, ອັນ​ໄດ້​ສ້າງ​ຄວາມ​ງາມ​ໃຫ້​ແມ່​ຍິງ​ຕື່ມ​ອີກ. ຈິດຕະກອນ ດ່າວທິຕ໋ວຽນ, ຜູ້​ນິຍົມ​ຊອກ​ຫາ​ເຕົ້າ​ໂຮມ​ບັນດາ​ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ​ຕ່າງ, ​ໃຫ້​ຮູ້​ວ່າ:

        “ບໍ່​ຮູ້​ວ່າ​ນັບ​ແຕ່​ເວລາ​ໃດ, ​ແພ​ສີ​ຄາມ​ໄດ້​ສ້າງ​ເປັນຄວາມ​ງາມ​ໃນ​ຊຸ​ດອາ​ພອນຂອງຜູ້ຍິງ​ຊົນ​ເຜົ່າ​ນຸ່ງ. ບັນດາ​ລວດລາຍ​ໃນ​ຜ້າ​ຂີ້ງາ​ມີສີສັນ​ຫຼາກ​ຫຼາຍ, ​ແລະ ຖືກ​ປັກ​ແສ່ວ​ຢ່າງ​ຄ່ອງ​ແຄ້ວ​ເທິງ​ພື້ນ​ສີ​ຄາມ ​ອັນໄດ້​ສ້າງ​ເປັນ​ສີສັນ​ສະ​ເພາະ​ໃຫ້​ຊຸ​ດອາພອນຂອງ​ຊົນ​ເຜົ່າ​ນຸ່ງ. ພຽງ​ແຕ່​ເບິ່ງ​ຜ້າແພ​​ແຕ່ລະ​ແຜ່ນເທົ່າ​ນັ້ນ​ກໍ່​ສາມາດ​ຮູ້​ໄດ້​ວັດທະນະທຳທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ແຕ່ລະ​ໝວດ​ຊົນ​ເຜົ່າ ​ແລະ ​ແຕ່ລະ​ເຂດ“.

ແພສີຄາມ - ຈຸດທີ່ສວຍງາມສ້າງເປັນສີສັນສະເພາະໃຫ້ແກ່ຊຸດອາພອນຂອງຊົນເຜົ່ານຸ່ງ - ảnh 2
(ພາບປະກອບ)

        ທ່ານ ​ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ​ນຸ່ງທີ່​ຂຶ້ນ​ກັບ​ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິ​ທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ເປີດ​ປະຕູ​ເຊື່​ອມ​ໂຍງ​ກັບ​ສາກົນ, ສິນຄ້າຈາກ​ປະ​ເທດ​ຕ່າງໆ​ນຳ​ເຂົ້າ​ຕະຫຼາດ​ຫວຽດນາມ​ກໍ່ອຸດົມສົມ​ບູນ, ຊາວ​ໜຸ່ມ​ຊົນ​ເຜົ່າ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ຊົນ​ເຜົ່າ​ນຸ່ງ​ເຄີຍ​​ປ່ຽນ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ເປັນ​ຊຸດ​ໂສ້ງ​ເສື້ອທີ່​ທັນ​ສະ​ໄໝ. ຕໍ່ໜ້າທ່າ ອ່ຽງທີ່ອາຊີບຕຳ່​ແຜ່ນ, ຕັດຫຍິບຊຸດອາພອນທີ່ເປັນມູນເຊື້ອມີໄພເສື່ອມຫາຍ​ໄປ, ປະ​ຊາຊົນ​ຊາວ​ເຜົ່າ​ນຸ່ງ​ຢູ່​ແຂວງ ລ້າງ​ເຊີນ ​ໄດ້​ສ້າງ​ບັນດາ​ສະ​ໂມ​ສອນ, ​ໂຮງງານ​ຕັດຫຍິບ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ຂາຍ​ໃຫ້​ແຂກ​ທ່ອງ​ທ່ຽວ ​ແລະ ນີ້​ກໍ​ແມ່ນ​ວິທີ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ​ນຸ່ງ​ຮັກສາ​ສີສັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້.

 

ຕອບກັບ

ຂ່າວ/ບົດ​ອື່ນ