(ພາບ: TTXVN)
ເນື່ອງໃນໂອກາດຈາລຶກ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 - 27 ກໍລະກົດ 2026), ຢູ່ ລາຍເຈົາ ແລະ ດ້ຽນບຽນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງເພື່ອຕອບບຸນແທນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ວັນທີ 16 ກໍລະກົດ, ຢູ່ແຂວງ ລາຍເຈົາ ໄດ້ຈັດພິທີເປີດໂຄງການສ້ອມແປງ, ຍົກລະດັບກິດຈະກຳເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ລາຍເຈົາ ເພື່ອຈາລຶກ, ຕອບບຸນແທນຄຸນບຸນຄຸນອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງພວງໄປວາງໃຫ້ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.
ສ່ວນຢູ່ ດ້ຽນບຽນ, ຕອນເຊົ້າວັນທີ 16 ກໍລະກົດ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ, ຢັ້ງຢືນຊື່ແລະນາສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ໄດ້ມອບ 668 ຕົວຢ່າງອັດຖິທີ່ຍັງບໍ່ທັນຢັ້ງຢືນຊື່ແລະນາມສະກຸມໄດ້ໃຫ້ແກ່ສະຖາບັນນິຕິວິເວດກອງທັບ (ກະຊວງປ້ອງກັນປະເທດ) ເພື່ອປະຕິບັດການວິໄຈ ADN, ຮັບໃຊ້ການຢັ້ງຢືນຊື່ແລະນາມສະກຸນ ນັກຮົບເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນການມອບອັດຖິຄັ້ງທີ 3 ຂອງແຂວງ.
ຕາມຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນ ນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດ້ຽນບຽນ ແລ້ວ ມາຮອດປະຈຸບັນ ບັນດາກຳລັງຂອງແຂວງໄດ້ຂຸດຂຸມຝັງສົບ 1.940 ຂຸມ, ຢູ່ 4 ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ; ເກັບເອົາ 1.822 ຕົວຢ່າງມອບໃຫ້ສະຖາບັນນິຕິວິເວດກອງທັບ, 118 ອັດຖິບໍ່ມີເງື່ອນໄຂຢ່າງພຽງພໍເພື່ອເກັບເອົາຕົວຢ່າງ.
