ກວ່າເຄິ່ງສະຕະວັດພາຍຫຼັງສົງຄາມ, ຢູ່ ຫວຽດນາມ ຍັງມີນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 175.000 ຄົນທີ່ຍັງບໍ່ທັນໄດ້ທ້ອນໂຮມ ແລະ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 300.000 ອັດຖິໄດ້ທ້ອນໂຮມແລ້ວ ແຕ່ຍັງບໍ່ທັນຢັ້ງຢືນຊື່ແລະນາສະກຸນໄດ້. ສະພາບຕົວຈິງນັ້ນໄດ້ວາງອອກຄວາມຮຽກຮ້ອງໃຫ້ສືບຕໍ່ໝູນໃຊ້ບັນດາຜົນງານໃໝ່ຂອງວິທະຍາສາດ - ເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ໃນ 6 ເດືອນຕົ້ນປີ 2026, ກະຊວງຕຳຫຼວດ ຫວຽດນາມ ໄດ້ກວດວິເຄາະ, ສ້າງຂໍ້ມູນ ADN ຍາດຕິພີ່ນ້ອງທີ່ຍັງບໍ່ທັນຢັ້ງຢືນໄດ້ຂໍ້ມູນ ເຂົ້າໃນຖານຂໍ້ມູນແຫ່ງຊາດກວ່າ 53.000 ຂໍ້ມູນຢ່າງຄົບຊຸດ; ພ້ອມກັນນັ້ນ ກໍ່ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ຫົວໜ່ວຍວິທະຍາສາດໄດ້ຢັ້ງຢືນຊື່ແລະນາມສະກຸນໃຫ້ແກ່ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຮູ້ຂໍ້ມູນ 25 ອັດຖິ. ຕາມແຜນການ, ໃນປີ 2026, ຈະຮັບເອົາຕົວຢ່າງ ADN ກວ່າ 300.000 ຕົວຢ່າງ ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ, ສ້າງເປັນແຫຼ່ງຂໍ້ມູນຮັບໃຊ້ວຽກງານສົມທຽບ.
ທ່ານສາດສະດາຈານ ເຈິ່ນຈູງແທັ່ງ, ສູນກວດວິໄຈ ADN, ສະຖາບັນຊີວະສາດ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໃຫ້ຮູ້ວ່າ:
“ກວດວິໄຈ ADN ດ້ວຍເຕັກໂນໂລຊີແກ້ໄຂລຳດັບແຢນລຸ້ນໃໝ່. ນີ້ແມ່ນບາດກ້າວໃນວຽກງານວິໄຈ ADN ຢູ່ ຫວຽດນາມ. ຈຸດດີທີ່ສຸດຂອງຂັ້ນຕອນນີ້ແມ່ນເປີດກວ້າງເປົ້າໝາຍຍາດຕິພີ່ນ້ອງສາມາດເຂົ້າຮ່ວມການກວດວິໄຈ, ບໍ່ໄດ້ກຳນົດຕາມສາຍຜູ້ເປັນແມ່ອີກ ຫາກຍັງເປີດກວ້າງໄປສູ່ສາຍຜູ້ເປັນພໍ່. ພ້ອມກັນນັ້ນ, ການວິກວດໄຈກໍ່ສາມາດເປີດກວ້າງໄປເຖິງລຸ້ນລູກລຸ້ນຫຼານ ລຸ້ນທີ 4, ທີ 5. ມີຈຸດດີສຳຄັນອື່ນອີກນັ້ນແມ່ນ ເຕັກໂນໂລຊີນີ້ອະນຸຍາດໃຫ້ຍົກອອກຂໍ້ສະຫຼຸບ ຫາກບໍ່ຈຳເປັນຕ້ອງມີຂໍ້ມູນເປັນພະຍານ”.
ດ້ວຍການພັດທະນາຂອງວິທະຍາສາດ - ເຕັກໂນໂລຊີ ພວມເປີດບັນດາແງ່ຫວັງໃໝ່, ໂອກາດໃໝ່ໃນເຄື່ອນໄຫວຊອກຫາຊື່ໃຫ້ແກ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
