(ພາບ: TTXVN)
ວັນທີ 16 ກໍລະກົດ, ຄະນະຊີ້ນຳກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ກ່າເມົາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການປະຕິບັດ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຍູ້ແຮງການປະຕິບັດການຊອກຫາ, ທ້ອນໂຮມ ແລະ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ໃນບໍເວນແຂວງ.
ຕາມບົດລາຍງານຂອງກອງບັນຊາການທະຫານແຂວງ ກ່າເມົາ ທີ່ກອງປະຊຸມ, ດ້ວຍການກະກຽມຢ່າງລະອຽດລະອໍທາງດ້ານກຳລັງ, ການໂຄສະນາ, ລະດົມຫຼາຍແຫຼ່ງຂໍ້ມູນຈາກປະຊາຊົນ ແລະ ອະດີດນັກຮົບກ່ຽວກັບທີ່ຕັ້ງຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນໄດ້ທ້ອນໂຮມ; ພ້ອມກັນນັ້ນ ກໍ່ຫັນຂໍ້ມູນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເປັນດີຈີຕອນ, ສ້າງພື້ນຖານຮັບໃຊ້ການຖອດລະຫັດເຄື່ອງໝາຍ ແລະ ຊອກຫາໃນເຂດຕົວຈິງ, ມາຮອດປະຈຸບັນ, ແຂວງ ກ່າເມົາ ໄດ້ປະຕິບັດສຳເລັດການຂຸດ 263 ຂຸມຝັງສົບທີ່ຍັງບໍ່ທັນຢັ້ງຢືນຂໍ້ມູນໄດ້ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕາແສງ ເຈິ່ນວັນເທີຍ, ເກັບເອົາຕົວຢ່າງ 237 ອັດຖິ ແລະ ມອບໃຫ້ສະຖາບັນວິທະຍາສາດອາຍາ (ກະຊວງຕະຫຼວດ ຫວຽດນາມ) ວິໄຈ ADN ຮັບໃຊ້ການຢັ້ງຢືນຊື່ ແລະ ນາມສະກຸນ.
