ພາຍຫຼັງເວລາກວ່າ 10 ປີທີ່ປະຕິບັດດຳລັດເລກທີ 55/2015 ຂອງລັດຖະບານ ກ່ຽວກັບນະໂຍບາຍສິນເຊື່ອ ຮັບໃຊ້ການພັດທະນາກະສິກຳ, ຊົນນະບົດ, ຊາວຊົນເຜົ່າສ່ວນໜ້ອຍແຂວງ ດັກລັກ ເວົ້າລວມ, ໄດ້ມີແຫຼ່ງກຳລັງສຳຄັນຕື່ມອີກ ເພື່ອລົງທຶນທຳການຜະລິດ, ລ້ຽງສັດ. ຈາກແຫຼ່ງທຶນນີ້, ຫຼາຍຄອບຄົວໄດ້ສ້າງຊີວິດທີ່ເປັນປົກກະຕິ, ຫລຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ປະກອບສ່ວນສ້າງບ້ານເຂດ ໄຕງວຽນ ໃຫ້ນັບມື້ນັບພັດທະນາ. ກະສິກຳ ດັກລັກ ບັນລຸໄດ້ຄວາມເປັນຫຼາຍຮູບຫຼາຍແບບ ແລະ ຍືນຍົງຢ່າງໄວວາ.
ອ້າຍ Ksor Y Viên, ຢູ່ບ້ານ Hwing, ຕາແສງ Ea Hiao, ແບ່ງປັນວ່າ ຄອບຄົວອ້າຍໄດ້ປູກຕົ້ນຖົ່ວລຽນສະຫຼັບໃນສວນກາເຟ, ໝາກຖົ່ວລຽນຫາກໍ່ເກັບກ່ຽວໄດ້ສ້າງລາຍຮັບໃຫ້ຄອບຄົວເກືອບ 4000 USD. ໄລ່ລວມຈາກການປູກກາເຟ, ປູກເຂົ້າໃນເນື້ອທີ່ 1,1 ha, ຄອບຄົວອ້າຍມີລາຍຮັບກ່ວາ 14.000 USD ໃນປີນີ້. ອ້າຍ Y Viên ໃຫ້ຮູ້ວ່າ: ປີ 2015, ຍ້ອນມີແຫຼ່ງທຶນກູ້ຢືມຈາກທະນາຄານ, ຜົວເມຍອ້າຍໄດ້ກໍ່ຮ່າງສ້າງຕົວປະສົບຜົນສຳເລັດ. ໃນໄລຍະທີ່ຈະມາເຖິງ, ອ້າຍ Y Viên ຄາດວ່າຈະກູ້ຢືມເງິນກ້ອນໃຫ່ຍຕື່ມອີກ ເພື່ອປະຕິບັດຮູບແບບຟາມຄົບວົງຈອນ, ທັງປູກຝັງ, ທັງລ້ຽງສັດ:
ພວກຂ້າພະເຈົ້າກຳລັງລ້ຽງງົວ ແລະ ຈະຂາຍເອົາເງິນສົມທົບກັບທຶນກູ້ຢືມໄດ້ ເພື່ອກໍ່ສ້າງຄອກ, ຫັນໄປລ້ຽງໝູ. ຄອບຄົວຂ້າພະເຈົ້າຫວັງວ່າ ທະນາຄານຈະສ້າງເງື່ອນໄຂສະດວກ, ໃຫ້ກູ້ຢືມຕື່ມອີກປະມານເກືອບ 12.000 USD ເພື່ອຫັນປ່ຽນຜົນລະປູກ, ສັດລ້ຽງ, ດ້ວຍການກຳນົດເວລາກູ້ຢືມປະມານ 5 ປີ. ມີແຫຼ່ງລາຍຮັບ, ພວກຂ້າພະເຈົ້າຈະສົ່ງຄືນທະນາຄານ ແລະ ມີເງິນເພື່ອລ້ຽງດູລູກຫຼານ, ໃຫ້ລູກຫຼານໄປຮ່ຳຮຽນ.
ແລະ ກໍ່ຢູ່ບ້ານ Hwing, ຍ້ອນແຫຼ່ງທຶນກູ້ຢືມຈາກທະນາຄານ, ທ່ານ ເກິປາລຽມ (Kpa Liêm) ໄດ້ ຫລຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ. ໃນລະດູການເກັບກ່ຽວປີນີ້, ສວນຂອງຄອບຄົວທ່ານໄດ້ນຳມາຊຶ່ງໝາກຜົນດ້ວຍກາເຟ 15 ໂຕນ, ຖົ່ວລຽນ 10 ໂຕນ ແລະ ໝາກພິກໄທ 2 ໂຕນ, ລາຍຮັບປະມານ 12.500 USD.
ເມື່ອກ່ອນນີ້, ຕ້ອງເສຍເວລາ 3 ວັນຈຶ່ງຈະກູ້ຢືມເງິນໄດ້ ຍ້ອນລະບຽບການສັບສົນ, ຕ້ອງໄປຢັ້ງຢືນຄວາມຖືກຕ້ອງຂອງເອກະສານ, ພະແນກສິ່ງແວດລ້ອມ ແລ້ວຈຶ່ງຈະໄປທະນາຄານກູ້ຢືມເງິນໄດ້. ປະຈຸບັນລະບຽບການກໍ່ໄວ. ໜ່ວຍກູ້ຢືມທຶນຢູ່ຕາແສງ Ea Sol ເກົ່າ, ຕອນເຊົ້າກວດກາ, ຕອນບ່າຍອອກໄປທະນາຄານເຮັດລະບຽບການກູ້ຢືມ, ໃນມື້ໜຶ່ງກໍ່ສາມາດກູ້ຢືມທຶນໄດ້ເລີຍ, ສະດວກສະບາຍທີ່ສຸດ.
ຕາແສງ Ea Hiao ມີ 7.100 ຄອບຄົວ, 31.400 ຄົນ, ໃນນັ້ນ, ຊາວຊົນເຜົ່າສ່ວນໜ້ອຍກວມເອົາກ່ວາ 52%. ໃນການວາງແຜນຜັງໃໝ່ຂອງແຂວງ ດັກລັກ, Ea Hiao ຂຶ້ນກັບເຂດກຳລັງໜູນເສດຖະກິດທາງພາກເໜືອຂອງແຂວງ, ແຫ່ງທີ່ຈະເສີມຂະຫຍາຍທ່າໄດ້ປຽບດ້ານກະສິກຳ. ທ່ານ ຮວິ່ງວັນວິ້ງ ຮອງປະທານຄະນະກຳມະການ ປຊຊ ຕາແສງ Ea Hiao ໃຫ້ຮູ້ວ່າ:
ເມື່ອ ປຊຊ ມາຫາເພື່ອເຮັດລະບຽບການກູ້ຢືມທຶນ, ຄະນະກຳມະການ ປຊຊ ຕາແສງ ໄດ້ຊີ້ນຳຢ່າງຂ້ຽວຂາດໃຫ້ສູນຮັບໃຊ້ການບໍລິຫານລັດ ແລະ ຫ້ອງການເສດຖະກິດຂອງຕາແສງ ສຸມໃສ່ແກ້ໄຂສຳເນົາເອກະສານຂອງ ປຊຊ ພາຍໃນເວລາ 1-2 ຊົ່ວໂມງ. ສະເໜີທະນາຄານໃຫ້ບຸລິມະສິດຈັດສັນບັນດາບ້ວງເງິນກູ້ຢືມໃຫ້ຕື່ມອີກ, ພິເສດແມ່ນບັນດາບ້ວງເງິນກູ້ຢືມບຸລິມະສິດ, ໜູນຊ່ວຍຄອບຄົວທຸກຍາກ, ຄອບຄົວນະໂຍບາຍ ແລະ ຊາວຊົນເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກສາມາດເຂົ້າເຖິງແຫຼ່ງທຶນ.
ທ່ານ ຫງວຽນວັນຕຸ່ງ, ຮອງຜູ້ອຳນວຍການທະນາຄານ Agribank ສາຂາ ດັກລັກເໜືອ ໃຫ້ຮູ້ວ່າ: ໂດຍໄດ້ປະຕິບັດດຳລັດຂອງລັດຖະບານ ແລະ ທະນາຄານຂັ້ນເທິງກ່ຽວກັບສິນເຊື່ອກະສິກຳຊົນນະບົດ, ໃນຊຸມປີທີ່ຜ່ານມາ, ຄຽງຂ້າງການສຸມໃສ່ທຶນໃຫ້ແກ່ກະສິກຳ, ຊົນນະບົດ, ທະນາຄານ Agribank ສາຂາ ດັກລັກເໜືອ ໄດ້ຖືເປັນສຳຄັນພິເສດ ການໜູນຊ່ວຍ ປຊຊ ຊາວເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍທີ່ມີເງິນລົງທຶນເພື່ອທຳການຜະລິດ, ລ້ຽງສັດ. ພ້ອມກັບສິນເຊື່ອ, ທາງທະນາຄານຍັງໄດ້ເອົາໃຈໃສ່ຕໍ່ວຽກງານຮັບປະກັນຊີວິດສັງຄົມ, ປະກອບສ່ວນໜູນຊ່ວຍ ປຊຊ ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ພັດທະນາເສດຖະກິດ, ທ່ານ ຕຸ່ງ ໃຫ້ຮູ້ວ່າ:
ທະນາຄານ Agribank ສາຂາ ດັກລັກເໜືອ ໄດ້ຜັນຂະຫຍາຍ 15 ລາຍການ, ນະໂຍບາຍສິນເຊື່ອບຸລິມະສິດ, ມີອັດຕາດອກເບັ້ຍຕ່ຳກວ່າອັດຕາດອກເບັ້ຍກູ້ຢືມທຳມະດາ ແຕ່ 1-2%, ສະຫງວນໃຫ້ລູກຄ້າ ສ່ວນບຸກຄົນ, ໃນນັ້ນມີ ປຊຊ ຊາວຊົນເຜົ່າສ່ວນໜ້ອຍ. ບັນດານະໂຍບາຍນີ້ມີຄວາມເປັນຫຼາຍຮູບຫຼາຍແບບ, ຈາກເຮືອນຢູ່, ການດຳລົງຊີວິດ ຕະຫຼອດຮອດການຜະລິດ, ການດຳເນີນທຸລະກິດກະສິກຳ, ການປູກຝັງ, ລ້ຽງສັດ, ສິນໃນນ້ຳ ແລະ ການຫັນເປັນເຄື່ອງຈັກ…
ຈາກບັນດາບ້ວງເງິນກູ້ຢືມທີ່ເໝາະສົມ, ຫຼາຍຄອບຄົວຊາວຊົນເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍແຂວງ ດັກລັກ, ໃນນັ້ນມີ ປຊຊ ຕາແສງ Ea Hiao ໄດ້ມີເງື່ອນໄຂລົງທຶນທຳການຜະລິດ, ລ້ຽງສັດຕື່ມອີກ, ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ກະແສທຶນບໍ່ພຽງແຕ່ໄດ້ຊ່ວຍປ່ຽນແປງຊີວິດຂອງແຕ່ລະຄອບຄົວເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຮັດແຄບຊ່ອງວ່າງການພັດທະນາ, ສ້າງສາບ້ານໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ເຂົ້າໃນບັນດານະໂຍບາຍຂອງພັກ, ລັດອີກດ້ວຍ. ນີ້ກໍ່ແມ່ນໜຶ່ງໃນບັນດາພື້ນຖານປະກອບສ່ວນເພື່ອໃຫ້ ດັກລັກ ພັດທະນາຢ່າງວ່ອງໄວ, ຍືນຍົງໃນໄລຍະໃໝ່./.
