ບ້ານ ເບົ່າ​ຈຸກ, ຢູ່​ຕາ​ແສງ ນິງ​ເຟືອກ, ແຂວງ ແຄັງ​ຮວ່າ ເຄີຍ​ໄດ້​ຮູ້ຈ​ັກ​​ກັນ​ມາ​ດ້ວຍອາ​ຊີບເຮັດເຄື່ອງປັ້ນ​ດິນ​ເຜົາ. ​ແຕ່​ຫຼາຍຄົນ​ບໍ່​ຮູ້​ໄດ້ວ່າ ຢູ່​ແຫ່ງນີ້​ຍັງ​ມີ​ຄອບ​ຄົວ​ໜຶ່ງ​ທີ່ຍັງ​ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ມີ​ມາ​ແຕ່​ບູ​ຮານ​ແລ້ວຂອ​ງ​ຊົນ​ເຜົ່​າ ຈຳ ໄວ້, ນັ້ນ​ແມ່ນ​ອາ​ຊີບ​ສະຫຼັກ​ເຄື່ອງເງິນ. ນີ້​​ໄດ້​ຮັບ​ຖື​​ວ່າ​ແມ່ນ​ບ່ອນ​ໜຶ່ງດຽວທີ່​ເຮັດ​ເຄື່ອງ​ແກະສະ​ຫຼັກ​ອັນລະ​ອຽດ​ລະ​ອໍ​ ທີ່​ເຄີຍ​ໃຊ້​ໃນ​ບັນ​ດາ​ພິ​ທີ​ການຕ່າງໆ​ຂອງ​ຊາວ​ເຜົ່າ ຈຳ.

ແຕ່​ລະ​ມື້ສຽງ​​​​ແກະສະຫຼັກ​ເຄື່ອງ​ເງິນ​ຂອງ​ຄອບ​ຄົວ​ ລຸງ ກິງວັນ​ເກີ່ນ ແລະ ປ້າ ດ່າງ​ທິມີ້​ເຈິມ, ຢູ່​ບ້ານ ເບົ່າ​ຈຸກ, ຕາ​ແສງ ນິງ​ເຟືອງ, ແຂວງ​ ແຄັງ​ຮວ່າ ​ຍັງ​ດັງ​ຂຶ້​ນ. ຢູ່ລະ​ບຽງ​ເຮືອນ, ເອື້ອຍ ກິງ​ທິມົ້ງ​ງຶງ, ລູກ​ສາວ​ຜູ້​ດຽວ​ຂອງ ​ລຸງ ເກ​ີ່ນ ແລະ​ ປ້າ ເຈິມ, ພວມ​ສືບ​ທອດ​ອາ​ຊີບ​ຂອ​ງ​ບັນ​ພະ​ບຸ​ລຸດ. ໂດຍບໍ່​ນຳ​ໃຊ້​ເຄື່ອງ​ຈັກ, ພຽງ​ແຕ່​​ນຳໃຊ້ສິ່ວ ແລະ ຄ້ອນ​ຕີ, ໃນ​ເວ​ລາ​ສັ້ນໆ ເອື້ອຍ​ໄດ້​ສ້າງ​ຜະ​ລິດ​ຕະ​ພັນເປັນ​ຮູບ​ເປັ​ນ​ຮ່າງ. ​ປະ​ຈຸ​ບັນ, ສຽງແກະ​ສະຫຼັກ​ເງິນ​ໄດ້​ກາຍ​ເປັນ​ຄວາມ​ລື້ງ​ເຄີຍ​ໃນ​ການ​ດຳ​ລົງ​ຊີ​ວິດ​​ແຕ່​ລະ​ວັນຂອງ​ຄອບ​ຄົວ ​ເອື້ອຍ ກິງ​ທິມົ້ງ​ງຶງ.

“​ຄາວ​ຫາ​ກໍ່ຮຽນ​ອາ​ຊີບ​ນີ້, ​ຂ້າ​ພະ​ເຈົ້າ​ແກະ​ສະຫຼັກເຄື່ອງ​ເງິນ ຫຼາຍ​ເທື່ອກໍ່​ບໍ່​ເປັນຈັກເທື່ອ. ແຕ່​ລະ​ມື້​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຮັດ, ອາ​ຊີບນີ້ຕ້ອງ​ມີ​ຄວາມດຸໜັ່ນ ແລະ ພາກ​ພຽນ​ຈຶ່ງ​ເຮັດ​ໄດ້. ແມ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ສີ​ມື​ດີ, ຂັ້ນ​ຕອນ​ໃດ​ກໍ່​ເຮັດ​ໄດ້, ສ່ວນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ສ່ວນຫຼາຍແມ່ນຮັບ​ຜິດ​ຊອບ​ວຽກ​ງານປະ​ກອບ​ໃຫ້ເປັນ​ຜະ​ລິດ​ຕະ​ພັນ. ຄອບ​ຄົວ​ຂ້​າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ອະ​ນາ​ຄົດ​ລູກ​ຫຼານຈະ​​ມີ​ຄົນ​ສືບ​ທອດ, ຖ້າບໍ່​ດັ່ງນັ້ນ ​ອາ​ຊີບນີ້ກໍ່ຈະ​ສູນ​ເສຍ​ໄປ”.

ກ່ອນນີ້, ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ເຮັດ​ດ້ວຍ​ເງິນ​​ລ້ວນ ແຕ່​ຍ້ອນ​ລາ​ຄາ​ຂອງ​ເງິນ​ນັບ​ມື້​ນັບ​ສູງ, ສະ​ນັ້ນ, ມີ​ຫຼາຍ​ຜະ​ລິດ​ຕະ​ພັນ​ໄດ້​ປ່ຽນ​ໄປເຮັດດ້ວຍອາ​ລູ​ມີ​ນຽ​ມ ຫຼື ທອງເພື່ອ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຂອງ​ປະ​ຊາ​ຊົນ. ເຖິງວ່າໄດ້​ປ່ຽນ​ແປງ​ດ້ານ​ວັດ​ຖຸ​ແລ້ວ​ກໍ່​ຕາມ ແຕ່​ບັນ​ດາ​ນາຍ​ຊ່າງ​​ ຍັງ​​ຄົງຮັກ​ສາ​ບັນ​ດາ​ລວດ​ລາຍ​ທີ່​ເປັນ​ມູນ​ເຊື້ອ ແລະ ​ຄຸນ​ຄ່າວັດ​ທະ​ນະ​ທຳ ຈຳ ທີ່​ໄດ້​​ແກະສະ​ຫຼັກ​​ໄວ້ໃນຜະ​ລິດ​ຕະ​ພັນ​ຢູ່. ຕາມ​ບົດ​ຮຽນ​ປະສົບການ​ທີ່​ມາ​ແຕ່​ບູ​ຮານ​ແລ້ວ, ຂອດ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ອາ​ຊີບ​ນີ້ແມ່ນ​ຂັ້ນ​ຕອນ​ການແກະ​ສະ​ຫຼັກ ເພື່ອ​ສ້າງ​​​ເປັນລວດ​ລ​າຍ, ຄື: ມັງ​ກອນ, ດອກ​ໄມ້, ໃບ​ໄມ້ ຫຼື ບັນ​ດາ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຈຳ. ປ້າ ດ່າງ​ທິມິ້​ເຈິມ, ໃຫ້​ຮູ້​ວ່າ:

“ຕອນ​ທຳ​ອິດ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ອາ​ຊີບ​ສະຫຼັກ​ເຄື່ອງ​ເງິ​ນ, ຫຼັງ​ຈາກນັ້ນກໍ່​​ຖ່າຍ​ທອດ​ໃຫ້​ຂ້າ​ພະ​ເຈົ້າ. ​ຕໍ່​ມາຂ້າ​ພະ​ເຈົ້າ​ສ້າງຄອບຄົວແລ້ວ ​ກໍ່ຖ່າຍ​ທ​ອດ​ໃຫ້​ຜົວ​ອາ​ຊີບ​ນີ້. ​ເມື່ອ​ພໍ່​ເສຍ​ຊີ​ວິດ, ສອງຜົວ​ເມຍ​ຂ້​າພະ​ເຈົ້າໄດ້​ສືບ​ທອດ​ອາ​ຊີບ​ຂອງ​ຄອບ​ຄົວ​ ​ແລ້ວເຮັດ​ອາ​ຊີບ​​ນີ້ມາ​ຮອດ​ປະ​ຈຸ​ບັນ. ຜະ​ລິດ​ຕະ​ພັນ​ທີ່​​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຜ​ະ​ລິດ​ນັ້ນ, ມີ​ຄົນ​ມາ​ຊື້​ແລ້ວ​ນຳໄປ​ຂາຍ​ຢູ່​ຫຼາຍ​ແຫ່ງ, ທັງ​ຢູ່​ໃນ​ແລະນອກ​ແຂວງ ແຄັງ​ຮວ່າ. ຍ້ອນມີ​ອາ​ຊີບ​ສະຫຼັກ​ເຄື່ອງເງິນ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຈຶ່ງ​​ສາ​ມາດລ້ຽງດູ​ແລະໃຫ້​​ລູກ 9 ຄົນ​ໄປ​ຮ່ຳ​ໄປ​ຮຽນ​ໄດ້​, ປະ​ຈຸ​​ບັນລູກ​​ທັງ 9 ຄົນໄດ້ເຕີບ​ໃຫຍ່​ແລ້ວ”.

​ ຍ້ອນ​ມີຄວາມ​ງາມ​​ໃນແຕ່​ລະ​ຜະ​ລິດ​ຕະ​ພັນ, ແລະ​ມີ​ຊື່​ສຽງ​​ໃນ​​ອາ​ຊີບນີ້, ສະ​ນັ້ນ​ ຜະ​ລິດ​ຕະ​ພັນ​ທີ່​​ຄອບ​ຄົວ ລຸງ ກິງວັນ​ເກີ່ນ ຜະ​ລິດ​ອອກ ບໍ່​ພຽງ​ແຕ່​ຂາຍ​ດີ​ຢູ່​ໃນແຂວງ ແຄັງ​ຮ​ວ່າ ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່ບັນ​ດາ​ແຂວງ, ຄື: ເລິມ​ດົ່ງ, ດົ່ງ​ນາຍ, ໄຕ​ນິງ, ນະ​ຄອນ ໂຮ່​ຈີ​ມິນ ​ອີກດ້ວຍ. ອ້າຍ ບາ​ມິນ​ຈ​ວ່ຽນ, ພະ​ນັກ​ງານ​ຫໍ​ພິ​ພິ​ຕະ​ພັນ​ ແຄັງ​ຮ​ວ່າ, ໃຫ້​ຮູ້​ວ່າ:

“ສຳ​ລັບ​ຊາວ​ເຜົ່າ ຈຳ, ບັນ​ດາ​ເຄື່ອງ​ໃຊ້​ທີ່​ແກະສະຫຼັກດ້ວຍ​ເງິນ​ແມ່ນ​ມີ​ຄວາມ​ສຳ​ຄັນ​​ທີ​ສຸດ. ຕົວ​ຢ່າງ​ຄື ພາໃສ່ໃບພູແລະໝາກ​ຄ້ຽວ, ກັບ​ໃສ່ໃບພູແລະໝາກ​ຄ້ຽວ… ນັ້ນ​ແມ່ນ​ບັນ​ດາ​ເຄື່ອງ​ໃຊ້ເຊິ່ງ​ຊາວ​ເຜົ່າ ຈຳ ມີ​ຄວາມ​ນັບ​ຖືທີ່​ສຸດ, ໃນ​ໂອ​ກາ​ດ​ຖະ​ຫວາຍບູຊາ​ຈຶ່ງ​ເອົາ​ມາ​ໃສ່​ເຄື່ອງ​ບູ​ຊາ ເພື່ອຖະ​ຫວາຍ​ປູ່ຍ່າຕາຍາຍ, ບັນ​ພະ​ບຸ​ລຸດ. ຜ່ານນັ້ນ, ສະ​ແດງ​​ຄວາມ​ເຄົາ​ລົບນັບ​ຖື​ຕໍ່ເທວະ​ດາ​ຟ້າແຖນ, ​ປູ່ຍ່າຕາຍາຍ, ບັນ​ພະ​ບຸ​ລຸດ”.

ປະ​ຈຸ​ບັນ, ທ້ອງ​ຖິ່ນ​ພວມ​ກຳ​ນົດ​ທິດ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ອາ​ຊີບ​ສະຫຼັກ​ເຄື່ອງ​ເງິນນີ້ ສົມ​ທົບ​ກັບ​ເຄື່ອງບັ້ນ​ດິນ​ເຜົາ ເບົ່າ​ຈຸກ ແລະ ຕ່ຳ​​ຜ້າ​ພື້ນ​ເມືອງ ມີ້​ງຽບ ເຂົ້າ​ໃນ​ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວຊຸມຊົນ. ທ່ານ ດ່າງ​ຈິກວຽດ, ເລ​ຂາ​ພັກ​ບ້ານ ເບົ່າ​ຈຸກ, ກ່າວ​ວ່າ:

“ຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ບັນ​ດາ​ຂະ​ແໜງ​ການເອົາ​ໃຈ​ໃສ່​ເຖິງ​ນະ​ໂຍ​ບາຍ​ບຳ​ລຸງ​ສ້າ​ງ​ອາ​ຊີບ, ກໍ່​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ເຮັດສຳ​ເນົາເອກະສານ​ຮັບ​ຮອງ​ຜົວ​ເມຍ​ລຸງ ເກີ່ນ ແລະ ປ້າ ເຈິມ ເປັນ​ນັກ​ສິ​ລະປະ​ກອນ​ດີ​ເດັ່ນ. ຜ່ານນັ້ນ, ກໍ່ຈະເປັນ​ການ​ລະ​ດົມ​ກຳ​ລັງ​ໃຈ, ​ສົ່ງ​ເສີມຈ​ິດ​ໃຈ​ ລຸງ ເກີ່ນ ແລະ ປ້າ ເຈິມ, ປະ​ກອບ​ສ່ວນ​ຖ່າຍທອດ​, ສິດສອນອ​າ​ຊີບ​ສະຫຼັກ​ເຄື່ອງເງິນ​ໃຫ້​ແກ່​ຄົນ​ລຸ້ນ​ຫຼັງ”.

ອາ​ຊີບ​​ສະຫຼັກ​ເຄື່ອງ​ເງິນຢູ່​ບ້ານ ເບົ່າ​ຈຸກ ແມ່ນ​ອາ​ຊີບຫັດ​ຖະ​ກຳ​ທີ່ມີ​ມາ​ແຕ່​ດົນ​ນານ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ເຖິງວ່າ​ບໍ່​ບໍ່​ແມ່ນ​ອາ​ຊີບ​​ທົ່ວ​ໄປ​ຄື​ອາ​ຊີບ​ເຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ​ກໍ່​ຕາມ, ແຕ່​ອາ​ຊີບ​ສະຫຼັກ​ເຄື່ອງ​ເງິນ​ຍັງ​ໄດ້​ຮັບການ​ຮັກ​ສາ​ໄວ້​ຜ່ານ​ຫຼາຍ​ລຸ້ນ​ຄົນ, ສວມ​ບົດ​ບາດ​ທີ່ຈຳ​ເປັນ​ໃນ​ການ​ຜະ​ລິ​ດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຮັບ​ໃຊ້​​ຊີ​ວິດທາງ​ດ້າ​ນ​ຈິດ​ວິນ​ຍານ ແລະ ການ​ເຫຼື້ອມ​ໄສ​ເ​ຊື່ອ​ຖືຂອງ​ຊາວ​ເຜົ່າ ຈຳ.