ພຸດທະສາສະໜາ ຮວ່າຫາວ ໂດຍ ຮວິ່ງຝູໂສ (ສັງຄະນາຍົກ ດຶກຮວິ່ງ) ສ້າງຕັ້ງຂຶ້ນນັບແຕ່ປີ 1939 ຢູ່ບ້ານ ຮວ່າຫາວ, ເມືອງ ເຕີນເຈົາ, ແຂວງ ເຈົາໂດກ (ເກົ່າ) ປະຈຸບັນແມ່ນ ຕາແສງ ຝູເຕິນ, ແຂວງ ອານຢາງ. ພຸດທະສາສະໜາ ຮວ່າຫາວ ຖືຄວາມກະຕັນຍູ, ຄວາມຈົງຮັກພັກດີ ແລະ ຄວາມຮັກຊາດເປັນແກ່ນສານ ແລະ ມີແຜນນະໂຍບາຍການບວດ, ຖືສິນກິນບວດຢູ່ບ້ານ. ທ່ານ ບຸຍແທັງເລິມ ຜູ້ຖື ສາສະໜາພຸດ ຮວ່າຫາວ ຢູ່ທ້ອງຖິ່ນ ໃຫ້ຮູ້ວ່າ:
ພຸດທະສາສະໜາ ຮວ່າຫາວ ແມ່ນພື້ນຖານສາສະໜາພຸດ ສົມທົບກັບແນວຄິດຂອງ ທິດສະດີ ຂົງຈື້ ແລະ ເຫຼົາຈື້ ພ້ອມກັບແນວຄິດສະເພາະຂອງ ສັງຄະນາຍົກ ດຶກຮວິ່ງ. ດັ່ງນັ້ນ, ພຸດທະສາສະໜາ ຮວ່າຫາວ ເໝາະສົມກັບຮີດຄອງປະເພນີຂອງຄົນ ຫວຽດນາມ ແລະ ໄດ້ຮັບການຄັດເລືອກມາຈາກບັນດາສິ່ງຍອດຍິ່ງຂອງສາສະໜາພຸດ, ລັດທິຂົງຈື້ ແລະ ລັດທິເຫຼົາຈື້. ບວດຕາມພະພຸດທະເຈົ້າແຕ່ພ້ອມກັນນັ້ນກໍ່ໄດ້ສອນຄວາມເປັນມະນຸດຜູ້ຝັກໄຝ່ໃນຫຼັກສິນທຳ, ສຶກສາທຳມະຂອງພະພຸດທະເຈົ້າ ໄປຄວບຄູ່ກັບການປະຕິບັດໜ້າທີ່ໃນຖານະມະນຸດຜູ້ມີສິນທຳ. ເຜີຍແຜ່ບັນດາປັດຊະຍາຂອງ ພຸດທະສາສະໜາ ຮວ່າຫາວ ແລະ ກໍ່ແມ່ນປັດຊະຍາຂອງສາສະໜາພຸດ ແລະ ສິ່ງຍອດຍິ່ງຂອງລັດທິຂົງຈື້ ແລະ ລັດທິເຫຼົາຈື້ ແມ່ນສອດຄອ່ງກັບແບບແຜນການດຳລົງຊີວິດ, ວັດທະນະທຳຂອງຄົນ ຫວຽດນາມ.
ປະຈຸບັນ, ຕາແສງ ຝູເຕິນ ມີຜູ້ຖືສາສະໜາພຸດ ຮວ່າຫາວ ກວ່າ 90%, ກວ່າ 95% ແມ່ນຊາວເຜົ່າ ກິງ, ສ່ວນຍັງເຫຼືອແມ່ນຊາວເຜົ່າຂະແມ, ຊາວຈີນ. ໃນບໍລິເວນຕາແສງມີຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຫາວ. ທ່ານ ເລງອກເລີ້ຍ, ຮອງຫົວໜ້າຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຫາວ ໃຫ້ຮູ້ວ່າ:
ລັດນັບມື້ນັບໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຄື່ອນໄຫວຫຼາຍກວ່າ ໃຫ້ແກ່ບັນດາອົງການສາສະໜາເວົ້າລວມ ແລະ ພຸດທະສາສະໜາ ຮວ່າຫາວ ເວົ້າສະເພາະ. ເມື່ອເວົ້າກ່ຽວກັບນ້ຳໃຈຮັກສາດຂອງ ພຸດທະສາສະໜາ ຮວ່າຫາວ, ສັງຄະນາຍົກ ດຶກຮວິ່ງ ເຄີຍສອນວ່າ ມີບຸນຄຸນ 4 ຢ່າງ: ທີໜຶ່ງແມ່ນບຸນຄຸນບັນພະບູລຸດ, ພໍ່ແມ່, ທີສອງແມ່ນບຸນຄຸນປະເທດຊາດ, ຕ້ອງມີຄວາມຮັບຜິດຊອບໃນການປົກປັກຮັກສາປະເທດຊາດ, ປະເທດຊາດມີຄວາມສະຫງົບ, ມີຄວາມໝັ້ນຄົງເຂັ້ມແຂງ, ຮັ່ງມີ, ປຊຊ ຈິ່ງຈະມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ. ມີລູກຫຼານຂອງສາສະນິກກະຊົນ ສາສະໜາພຸດ ຮວ່າຫາວ ເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ… ໄດ້ເຂົ້າຮ່ວມການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ.
ແຕ່ລະປີ, ຢູ່ຕາແສງ ຝູເຕິນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ພຸດທະສາສະໜາ ຮວ່າຫາວ (ຄືວັນທີ 18 ເດືອນ 5 ໄລ່ຕາມຈັນທະປະຕິທິນ) ແລະ ວັນເກີດຂອງ ສັງຄະນາຍົກ ດຶກຮວິ່ງ (ວັນທີ 25 ເດືອນ 11 ໄລ່ຕາມຈັນທະປະຕິທິນ), ທ້ອງຖິ່ນໄດ້ຕ້ອນຮັບສາສະນິກກະຊົນທີ່ມາຈາກທົ່ວທຸກສາລະທິດເປັນຈຳນວນຫຼາຍ ເຕົ້າໂຮມກັນມາກາບໄຫວ້, ຮ່ວມຊີວິດທາງສາສະໜາ… ຜູ້ຖືສາສະໜາດພຸດ ຮວ່າຫາວ ຢູ່ທ້ອງຖິ່ນໄດ້ສະແດງຄວາມຮັກແພງແຂກຄົນ, ກະກຽມນ້ຳດື່ມ, ຂອງກິນແຈກຢາຍໃຫ້ຟຼີຄື: ເຂົ້າຈີ່, ເຂົ້າໜຽວ, ເຜືອກມັນ, ເຂົ້າ, ເຂົ້າປຽກ… ເພື່ອເອົາໃຫ້ ປຊຊ ທີ່ມານະມັດສະການ ແລະ ແຂກທ່ອງທ່ຽວທີ່ມາແຫ່ງນີ້.
ຕາແສງ ຝູເຕິນ ແມ່ນຈຸດພົ້ນເດັ່ນກ່ຽວກັບບັນດາການເຄື່ອນໄຫວສັງຄົມຄື: ປຸກສ້າງເຮືອນແຫ່ງສາຍຈິດມິດໃຈ, ກໍ່ສ້າງຂົວ, ທາງ, ປູກສວນຢາສະໝູນໄພໃຫ້ ປຊຊ ຜູ້ທຸກຍາກ. ທາງຕາແສງໄດ້ສົມທົບກັບຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຫາວ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ ປຸກສ້າງເຮືອນແຫ່ງມະຫາສາມັກຄີ 120 ຫຼັງ, ຂົນຂວາຍກໍ່ສ້າງຂົວຄົມມະນາຄົມຊົນນະບົດ 2 ແຫ່ງ…
ສິ່ງພິສູດອີກອັນໜຶ່ງໃຫ້ແກ່ການໜູນຊ່ວຍຂອງອຳນາດກາປົກຄອງທ້ອງຖິ່ນໃນການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາຢູ່ ຝູເຕິນ ແມ່ນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຫາວ ເພື່ອກໍ່ສ້າງໂຮງຮຽນພຸດທະສາສະໜາ ຮວ່າຫາວ ຊັ້ນກາງ. ນີ້ແມ່ນໂຮງຮຽນແຫ່ງດຽວໃນປະຈຸບັນຂອງສະມາຄົມພຸດທະສາສະໜາ ຮວ່າຫາວ. ອ້າຍ ຟານຈີເຕີມ, ນັກຮຽນໂຮງຮຽນພຸດທະສາສະໜາ ຮວ່າຫາວ ຊັ້ນກາງ ໃຫ້ຮູ້ວ່າ:
ຢູ່ທີ່ນີ້ ຂ້າພະເຈົ້າໄດ້ຮຽນກ່ຽວກັບບັນດາຄວາມຮູ້ສາມັນທີ່ມີປະໂຫຍດຫຼາຍຢ່າງ ແລະ ພິເສດແມ່ນພະທຳຄຳສັ່ງສອນຂອງ ພຸດທະສາສະໜາ ຮວ່າຫາວ. ຂ້າພະເຈົ້າຫວັງວ່າ ເມື່ອຮຽນຈົບຈະກາຍເປັນອາຈານຂອງໂຮງຮຽນແຫ່ງນີ້ ເພື່ອສາມາດແຜ່ກະຈາຍບັນດາພະທຳຄຳສັ່ງສອນຂອງພຸດທະສາສະໜາ ຮວ່າຫາວ ກໍ່ຄືວຽກງານການກຸສົນຂອງພຸດທະສາສະໜາ ຮວ່າຫາວ.
ປຊຊ ຜູ້ຖຶສາສະໜາພຸດ ຮວ່າຫາວ ຢູ່ຕາແສງ ຝູເຕີນ, ແຂວງ ອານຢາງ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການກຸສົນ, ບັນດາຂະບວນການແຂ່ງຂັນຮັກຊາດ, ພ້ອມກັນກໍ່ສ້າງຊົນນະບົດໃໝ່. ຜູ້ມີຍົດຖາບັນດາສັກ ແລະ ສາສະນິກກະຊົນ ໄດ້ “ຢູ່ໃນສິນ ກິນໃນທຳ”, ຮ່ວມແຮງຮ່ວມໃຈກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ./.
