ໂດຍນອນ​ຢູ່​ໃກ້​ກັບ​​ເຂດແຄມ​​ຝັ່ງທະ​ເລ​ສີ​ຟ້າ​ໃສ​, ຢູ່​ໃຕ້​ຮົ່ມ​ຕົ້ນສົນທີ່ມີສີ​ຂຽວອຸ່ມ​ທຸ່ມ, ໝູ່​ບ້ານ​ຊາວ​ປະ​ມົງ ຊວັນ​ອຽນ ຕາ​ແສງ ຕຽນ​ດ່ຽນ, ແຂວງ ຮ່າ​ຕິ້ງ ຊື່ງ​ແມ່ນ​ໝູ່​ບ້ານ​ຊາວ​ປະ​ມົງ​ນ້ອຍ​ແຄມ​ທະ​ເລ​ແຫ່ງ​ໜຶ່ງ​ທີ່ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອ, ລຽບ​ງ່າຍ, ສະ​ຫງົບ​ງຽບ​ທີ່ບໍ່​ແມ່ນ​ແຫ່ງ​ໃດ​ກໍ່​ມີ. ຍາມ​ຮຸ່ງອາ​ລຸນ​ຢູ່​ແຫ່ງນີ້​ໄດ້​ປຸກ​ລຸກ​ດ້ວຍ​ສຽງ​ເຮືອຈັກ​ທີ່ດັງ​ກ້ອງ​ຈາກ​ທະ​ເລ, ເມື່ອ​ບັນ​ດາ​ເຮືອ​ຫາ​ປາ​ໄດ້​ກັບ​ຄືນມາພາຍຫຼັງ​ຫຼາຍວັນ​ຄືນ​ໄດ້​ອອກສູ່​ທະ​ເລ.

ຍາມ​ຮຸ່ງ​ເຊົ້າ​ຂອງ​ແຕ່​ລະ​ວັນ, ເມື່ອດວງ​ຕາ​ເວັນ​ຂຶ້ນ, ແສງ​ແດດ​ເຫຼືອງ​ປົກ​ຄຸມ​ໄປ​ທົ່ວ​ໜ້າ​ນ້ຳ​ທະ​ເລ, ຂະ​ບວນ​ເຮືອ​ຫາ​ປາ​ໄດ້​ພາ​ກັນ​ເຂົ້າ​ທຽບຝັ່ງ. ທ່າ​ເຮືອ​ພັດ​ມີ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ, ປາ, ກຸ້ງ​ສົດ​ໆ​ໄດ້​ຈັດ​ແບ່ງ​ປະ​ເພດ​ຢ່າງວ່ອງ​ໄວ​ເພື່ອ​ຈະ​ສາ​ມາດ​ສົ່ງ​ໄປ​ຂາຍ​ຢູ່​ຕະຫຼາດ​ຍາມ​ເຊົ້າ​ໃຫ້​ທັນ.

ຢູ່​ທ່າ​ເຮືອ, ຜົວ​ເມຍ​ອ້າຍ ເຈິ່ນວັນ​ເກືອງ ແລະ ເອື້ອຍ ​ເລ​ທິ​ນຸ ກຳ​ລັງຟ້າວຟັ່ງ​ສົ່ງ​ບັນ​ດາເຂັ້ງ​ປາ​ທຸກ​ຊະ​ນິດ​ຂຶ້ນ​ຝັ່ງ. ອ້າຍ ເກືອງ ແບ່ງ​ປັນ​ວ່າ:

ປີນີ້, ດິນ​ຟ້າ​ອາ​ກາດ​ເອື້ອຍ​ອຳ​ນວຍ. ໃນ​ໄປ​ຫາ​ປາ​ຄັ້ງ​ນີ້, ຄອບ​ຄົວ​ຂ້າ​ພະ​ເຈົ້າໄດ້​ປາ 20 ໂລ​ພ້ອມ​ກັບ​ກຸ້ງ, ປູຫຼາຍ​ຊະນິດ. ໄປ​ຫາປາໄດ້​ເຕັມ​ເຮືອ​ຄື​ແນວນີ້ ຊີ​ວິດກໍ່​ຈະ​ດີ​ກວ່າອີກ.

ນັ້ນ​ແມ່ນ​ການ​ໄປ​ທຳ​ມາ​ຫາ​ກິ​ນ​ຂອງ​ຊາວ​ປະ​ມົງ​ແຄມ​ທະ​ເລ ຊວັນ​ອຽນ ແຂວງ ຮ່າ​ຕິ້ງ. ຊາວ​ປະ​ມົງ​​ຢູ່ນີ້ສ່ວນຫຼາຍ​ໄດ້​ໄປ​ຫາ​ປາ​ຢູ່​ໃກ້​ຝັ່ງ ດ້ວຍ​ເຮືອນ້ອຍ, ສະ​ມັດ​ຕະ​ພາບ​ຕ່ຳ. ແຕ່​ລະ​ມື້, ເຂົາ​ເຈົ້າ​ໄດ້​ອອກ​ໄປ​ຫາ​ປາ​ແຕ່ເວ​ລາ 1-2 ໂມງ​ເຊົ້າ ແລະ ກັບ​ຄືນ​ມາ​ເມື່ອດວງ​ຕາ​ເວັນ​ຂຶ້ນ. ລູງ ຫງວຽນ​ຊວັນ​ຮ່າວ, ບ້ານ ອຽນ​ງື, ຕາ​ແສງ ຕຽນ​ດ່ຽນ ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ອາ​ຊີບ​ໄປ​ຫາ​ປາ​ເປັນ​ເວ​ລາ​ກວ່າ 50 ປີ ແບ່ງ​ປັນ​ວ່າ:

ຊີ​ວິດ​ຂອງ​ຊາວ​ປະ​ມົງ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ ແຕ່​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ​ ແລະ ຫວັງວ່າ ​ທະ​ເລ​ຈະ​ມີ​ປາ, ກຸ້ງຫຼາຍ​ໆ ເພື່ອ​ໃຫ້ຊີ​ວິດ​ນັບ​ມື້​ນັບ​ດີ​ກວ່າ​ເກົ່າ. ລຸ້ນ​ພໍ່​ລຸ້ນ​ອ້າຍ, ລຸ້ນ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ໄດ້​ຕິດ​ພັນ​ກັບ​ທະ​ເລ. ເຖິງວ່າ​ຜິວ​ໜັງ​ໄດ້​ດຳ​ຄ້ຳລົງ​ກໍ່​ຕາມ ແຕ່​ສຳ​ລັບ​ຊາວ​ປະ​ມົງ​ພວກ​ຂ້າ​ພະ​ເຈົ້າແລ້ວ ໄດ້ໄປ​ອອກ​ແຮງ​ງານ​ເພື່ອ​ຊ່ວຍ​ຄອບ​ຄົວ, ສືບ​ທອດ​ລຸ້ນ​ພໍ່​ລຸ້ນ​ອ້າຍກໍ່​ແມ່ນ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ.

ເຖິງວ່າ​ອາ​ຊີບ​ໄປ​ຫາ​ຢູ່ນອກ​ຝັ່ງ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງກໍ່​ຕາມ, ແຕ່​ສຳ​ລັບ​ຊາວ​ປະ​ມົງ, ທະ​ເລບໍ່​ພຽ​ແຕ່​ແມ່ນ​ບ່ອນ​ເພື່ອ​ທຳ​ມາ​ຫາ​ກິນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ມູນ​ເຊື້ອ​ທີ່​ໄດ້​ສືບ​ທອດ​ກັນ​ມາ​ແຕ່​ລຸ້ນນີ້​ໄປ​ສູ່​ລຸ້ນ​ອື່ນໆ​ອີກ​ດ້ວຍ. ໂດຍ​ໄດ້​ສືບ​ທອດ​ອາ​ຊີບ​ຂອງ​ລຸ້ນ​ກ່ອນ, ຊາວ​ໜຸ່ມຫຼາຍ​ຄົນ​ຂອງ​ໝູ່​ບ້ານ​ຊາວ​ປະ​ມົງ ຊວັນ​ອຽນ ກໍ່​ໄດ້​ຕິດ​ພັນ​ກັບ​ທະ​ເລ​ນັ​ບ​ແຕ່​ຄາວ​ເປັນ​ເຍົາ​ວະ​ຊົນ.

​ໝູ່​ບ້ານ​ຊາວ​ປະ​ມົງ ຊວັນ​ອຽນ ມີ 500 ຄອບ​ຄົວ, ດຳ​ລົງ​ຊີ​ວິດ​ສ່ວນຫຼາຍ​ດ້ວຍ​ອາ​ຊີບ​ຫາ​ສິນ​ທະ​ເລ. ທົ່ວ​ຕາ​ແສງ​ມີ​ເຮືອ, ກຳ​ປັ່ນ 300 ລຳ​ໄດ້​ຈົດ​ທະ​ບຽນ​ເຄື່ອນ​ໄຫວ, ສ່ວນຫຼາຍ​ແມ່ນ​ເຮືອ​ມີ​ສະ​ມັດ​ຕະ​ພາບ​ນ້ອຍ, ໄດ້​ຫາ​ປາ​ຢູ່​ໃກ້​ຝັ່ງ. ລາຍ​ຮັບ​ທີ່​ຂ້ອນຂ້າງດີ​ຈາກ​ອາ​ຊີບ​ຫາ​ປາ ໄດ້​ນຳ​ມາ​ເຊິ່ງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ​ກວ່າ. ປ້າ ເຈິ່ນ​ທິ​ງາ ບ້ານ ຫາຍ​ເລີ້ຍ, ຕາ​ແສງ ຕຽນ​ດ່ຽນ ​ພ້ອມ​ກັບ​ຜົວ​ຕິດ​ພັນ​ກັບ​ທະ​ເລ​ມາ​ເປັນ​ເວ​ລາ​ກວ່າ 30 ປີ​ແລ້ວ ໃຫ້​ຮູ້​ວ່າ:

​ນັບ​ແຕ່ຫຼາຍ​ປີ​ມານີ້, ໝູ່​ບ້ານ​ຊາວ​ປະ​ມົງ ຊວັນ​ອຽນ ສ່ວນຫຼາຍ​ແມ່ນ​ໄດ້​ໄປ​ທຳ​ມາ​ຫາ​ກິນ​ຢູ່ນອກ​ຝັ່ງ, ເສດ​ຖະ​ກິດ​ແມ່ນ​ອີງ​ຕາມ​ທະ​ເລ. ແຕ່​ລະ​ເຊົ້າ​ແມ່ນ​ມີ​ເຮືອ, ກຳ​ປັ່ນ​ປະ​ມານ 300-400 ລຳ​ໄປ​ຫາ​ປາ. ເມື່ອ​ກັບ​ມາ​ມີ​ປາ, ມີ​ກຸ້ງ, ປູຊະນິດຕ່າງໆ… ເມື່ອ​ຂາຍ​ໄດ້​ໝົດ, ມີ​ລາຍ​ຮັບ​ຕື່​ມອີກ​ແມ່ນ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ສຸດ. ພວກ​ຂ້າ​ພະ​ຈົ້າ​ໄດ້​ລະ​ດົມ​ກຳລັງ​ໃຈໃຫ້ແກ່​ກັນ​ແມ່ນ​ຕ້ອງ​ພະ​ຍາ​ຍາມ​ຕິດ​ພັນ​ກັບ​ທະ​ເລ​ເພື່ອ​ຊີ​ວິດ​ທີ່ດີ​ຂຶ້ນ​ອີກ. ຫວັງ​ວ່າ​ ທະ​ເລຈະມີ​ຄວາມ​ສະ​ຫງົບ​ເພື່ອ​ໃຫ້​ຊາວ​ປະ​ມົງ​ອຸ່ນ​ອຽນ​ໃຈຕິດ​ພັນ​ກັບ​ທະ​ເລ.

​ເມື່ອດວງ​ຕາ​ເວັນ​ຂຶ້ນ​ສູງ, ສຽງ​ເຮືອ​ຈັກ​ກໍ່​ຄ່ອຍໆ​ມິດ​ລົງ, ຫາດ​ຊາຍ​ທະ​ເລ​ກັບ​ຄືນ​ສູ່​ສະ​ພາບ​ສະ​ຫງົບ​ງຽບ​ເໝືອ​ນເດີມ. ຢູ່​ເທິງ​ຝັ່ງ, ​ບັ​ນດາເຮືອ​ຫາ​ປາ​ນອນ​ເປັນ​ແຖວ, ທຸງ​ຊາດ​ປິວ​ສະ​ບັດ, ອັນ​ໄດ້​ສ້າງ​ສີ​ສັນ​ທີ່​ສວຍ​ງາມ​ທີ່​ສຸດ. ຍັງພຽງ​ແຕ່​ຮອຍ​ຕີນ​ຢູ່​ຫາດ​ຊາຍ​ທະ​ເລ ແລະ ສຽງ​ຄື້ນ​ທະ​ເລ​ສວດສາດ. ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ອັນ​ລຽບ​ງ່າຍນັ້ນ ໄດ້​ສ້າງ​ເປັນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ໝູ່​ບ້ານ​ຊາວ​ປະ​ມົງ ຊວັນ​ອຽນ, ແຫ່ງ​ທີ່​ໃນ​ແຕ່​ລະ​ວັນ​ໃໝ່ ລ້ວນ​ແຕ່​ໄດ້​ເລີ່ມ​ຈາກ​ທະ​ເລ​ທີ່​ກວ້າງ​ໃຫ່​ຍ ແລະ ຊາວ​ປະ​ມົງ​ຍັງ​ໄດ້​ຝາກ​ຝັງ​ຄວາມ​ຫວັງ​ໄປນຳ​ເຮືອ​ຫາ​ປາ​ແຕ່​ລະ​ລຳ./.