ສຳ​ລັບຊາວ​ເຜົ່າ​ມົ້ງ​ ຢູ່ຕາ​ແສງ ຕາ​ຊົວ ແຂວງ ເຊີນ​ລາ, ການ​ຍ້ອມ​ສີ​ຄາມບໍ່​ພຽງ​ແຕ່​​ໄດ້​ສ້າງ​ເປັນ​ສີ​ຟ້າ​ພິ​ເສດ​ສະ​ເພາະ​ໃຫ້​ແຜ່ນ​ແພ​ເທົ່າ​ນັ້ນ, ຜ່ານນັ້ນ​ຈະ​ແມ່ນ​ບັນ​ດາ​ລວດ​ລາຍ​ທີ່ໄດ້​ຮັກ​ສາ​ໄວ້​ຜ່ານຫຼາຍ​ລຸ້ນ​ຄົນ​ອີກ​ດ້ວຍ. ແຕ່​ລະ​ແຖວ​ຖັກ​ແສ່ວ, ແຕ່​ລະ​ລວດ​ລາຍກໍ່​ລ້ວນ​ແຕ່​ມີ​ຂີດ​ໝາຍ​ຂອງ​ແຕ່​ລະ​ກຸ່ມ​ຊາວ​ເຜົ່າ​ມົ້ງ, ກາຍ​ເປັນ​ວິ​ທີ​ເພື່ອ​ຮັບ​ຮູ້​ກົກ​ເຄົ້າ ແລະ ສີ​ສັນ​ວັດ​ທະ​ນະ​ທຳ. ອ້າຍ ທ່າວ​ອາ​ຈົງ ຜູ້​ພວມ​ຮັກ​ສາ​ອາ​ຊີບ​ຍ້ອມ​ສີ​ຄາມ​ພື້ນ​ເມືອງ​ຂອງຊາວ​ເຜົ່າ​ມົ້ງ ​ຢູ່ຕາ​ແສງ ຕາ​ຊົວ ແບ່ງ​ປັນ​ວ່າ:

ຮິດ​ຄອງ​ປະ​ເພ​ນີ​ຂອງ​ແຕ່​ລະ​ບ່ອນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ, ຢູ່ຕາ​ແສງ ຕາ​ຊົວ, ຊາວ​ເຜົ່າ​ມົ້ງ​ດຳ ແລະ ຊາວ​ເຜົ່າ​ມົ້ງ​ສີ​ ແມ່ນ 2 ຕະ​ກຸນ​ຕ່າງ​ກັນ ແຕ່​ມີ​ເຕັກ​ນິກ​ການ​ຕ່ຳ​ແພ​ຄື​ກັນ, ມີລວດ​ລາຍຕ່າງກັນ. ເບິ່ງ​ສົ້ງ​ເສື້ອ​ຂອງ​ຕະກຸນ​ຊາວ​ເຜົ່າ​ມົ້ງ, ເບິ່ງ​ລວດ​ລາຍ​ຈະ​ສາ​ມາດ​ຈຳ​ແນກ​ 2 ຕະ​ກຸນ​ຊາວ​ເຜົ່າ​ມົ້ງ​ໄດ້.

ເພື່ອ​ຍ້ອມ​ສີ​ຄາມ​ໃຫ້​ແຜ່ນ​ແພ​ຜືນ​ໜຶ່ງບໍ່​ແມ່ນ​ສິ່ງ​ທີ່​ງ່າຍ​ດາຍ. ຈາກ​ຂອດ​ແຊ່​​ຄາມກໍ່​ຕ້ອງ​ຄິດ​ໄລ່​​ລະ​ອຽດ ເພື່ອ​ເຮັດແນວໃດໃຫ້​ມີ​ສີ​ຕິດທົນ​ທານ ແລະ ງາມ​ທີ່​ສຸດ. ອ້າຍ ຫງວຽນ​ຈ້ອງ​ທິ້ງ, ຜູ້ກໍ່​ຕັ້ງ ແລະ ແນະ​ນຳ​ຢູ່​ໂຮງ​ຈັກ​ຍ້ອມ​ສີ​ຄາມ ຕາ​ແສງ ຕາ​ຊົວ, ແຂວງ ເຊີນລາ ແບ່ງ​ປັນ​ວ່າ:

ເມື່ອເຮົາ​ຫາກໍ່​ເຮັດ​​ສີ​ຄາມ​ເພື່ອ​ຍ້ອມ, ມັນ​ຕ່າງ​ກັບ​ບັນ​ດ​າ​ວັດ​ຖຸ​ດິບ​ອື່ນ​ ແມ່ນບໍ່​ສາ​ມາດ​ຍ້ອມ​ໄດ້​ເລີຍ, ຫາກ​ຕ້ອງ​ລໍ​ຖ້າ​ເວ​ລາ​ເໝາະ​ສົມ. ເພື່ອ​ບັນ​ລຸ​ໄດ້​ຄຸນ​ນະ​ພາບ​ດີ​ທີ່​ສຸດ, ສີ​ງາມ​ທີ່​ສຸດ, ອາດ​ຈະ​ເສຍ​ເວ​ລາ​ເຖິງ 1 ເດືອນ, ເວ​ລາ​ນັ້ນ​ຈຶ່ງ​ຈະ​ສາ​ມາດ​ຜະ​ລິດ ແລະ ຍ້ອມ​ດ້ວຍ​ຈຳ​ນວນຫຼາຍໄດ້. ເມື່ອ​ໄດ້ເວ​ລາ​ເໝາະ​ສົມ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ອາດ​ຈະ​ແກ່​ຍາວ​ເຖິງ​ນັບ​ສີບ​ປີກໍ່​ບໍ່​ອອກ​ສີ.

ປະ​ຈຸ​ບັນ, ແຕ່​ລະ​ເດືອນ, ໂຮງ​ງານ​ຍ້ອມ​ສີ​ຄາມ ຕາ​ຊົວ ໄດ້​ຜະ​ລິດ​ປະ​ມານ 100 ຜະ​ລິດ​ຕະ​ພັນ ແລະ ຕ້ອນ​ຮັບ​ແຂກ​ນັບ​ສີບ​ຖ້ຽວ​ຄົນ​ມາ​ຢ້ຽມ​ຊົມ ແລະ ລົງ​ຕົວ​ຈິງ. ເຖິງວ່າ​ຂອບ​ຂະ​ໜາດບໍ່​ໃຫຍ່ ແຕ່ກໍ່​ພໍ​ໃຫ້​ບັນ​ດາ​ຜູ້​ຮັກ​ສາ​ອາ​ຊີບ​ພື້ນ​ເມືອງ ບົນ​ເຂດ​ດິນ​ແດນ​ຂອງ​ບ້ານ​ເກີດ​ເມືອງນອນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ຕົນ​ເອງພວມ​ໄປ​ຖືກ​ທິດ.

ຖ້າ​ກ່ອນນີ້, ຫຼາຍ​ຄົນ​ໄດ້​ມາ ຕາ​ຊົວ ເພື່ອ​ຮັບອາ​ລຸນ​ໃນ​ທ່າມກາງ​ທະ​ເລໝອກ ຫຼື​ຄົ້ນ​ຫາກະດູກສັນຫຼັງຂອງ ໄດໂນເສົາ, ແຕ່​ປະ​ຈຸ​ບັນ, ວ​ິ​ວັດ​ການນັ້ນ​ກໍ່​ມີ​ຈຸດ​ນັດ​ພົບ​ໃໝ່. ເພື່ອນ ຕ້າ​ຍຸງ, ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ຂັ້ນຕອນການ​ຍ້ອມ​ສີ​ຄາມ, ແພ​ຂາວ​ຜືນ​ໜຶ່ງ​ພາຍຫຼັງ​ໄດ້​ຍ້ອມ​ສີ​ຄາມ​ຈະ​ກາຍ​ເປັນ​ແຜ່ນ​ແພ​ສີ​ຄາມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ.​ ເມື່ອ​ແຕ້ມ​ດ້ວຍຂີ້​ເຜິ້ງໃສ່​ແຜ່ນແ​ພ​ສີ​ຄາມ​ ພັດ​ກາຍ​ເປັນ​ສີ​ຂາວ. ສິ່ງ​ພິ​ເສດ​ແມ່ນ​ແຜ່ນ​ແພ​ໄດ້​ຍ້ອມ​ສີ​ຄາມ​ຈະບໍ່​ປ່ຽນ​ສີ​​ເມື່ອ​ຊັກລວມ​ກັບ​ສົ້ງ​ເສື້ອ​ອື່ນໆ. ບັນ​ດາ​ວັດ​ຖຸ​ດິບ​ທຳ​ມະ​ຊາດນີ້ ໄດ້​ເຮັດ​ໃຫ້ເປັນ​ສີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ຊຸດ​ອາ​ພອນ​ທີ່​ໄດ້​ຍ້ອມ​ສີ​ຄາມ​ຂອງ​ຊາວ​ເຜົ່າ​ມົ້ງ.

ໂດຍບໍ່ຄຶກໂຄມ, ບໍ່​​ອວດໂອ້, ​ບັນ​ດາ​ຄົນ​ໜຸ່ມ​ໄດ້ເລົ່າ​ເລື່ອງອາ​ຊີບ​ຍ້ອມ​ສີ​ຄາມ​ຢູ່​ຕາ​ແສງ ຕາ​ຊົວ ແຂວງ ເຊີນ​ລາ ​ດ້ວຍ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ຂອງ​ໝູ່​ບ້ານ ກັບ​ບັນ​ດາ​ຄຸນ​ຄ່າ​ດັ້ງ​ເດີມ​ທີ່​ສຸດ ເພື່ອ​ໃຫ້​ຄຸນ​ຄ່າ​ພື້ນ​ເມືອງບໍ່​ຖືກ​ສູນ​ຫາຍ​ໄປ./.