ໃນທ່າມກາງຈັງຫວະການດຳລົງຊີວິດຂອງຕົວເມືອງໜຶ່ງທີ່ນັບມື້ນັບປ່ຽນແປງຕາມແຕ່ລະວັນນັ້ນ, ຕາແສງ ກີ່ເລື່ອ ຍັງໄດ້ຮັກສາບັນດາສຽງພິເສດສະເພາະ ເຊັ່ນ: ສຽງລະຄັງໃນວັດ ແທັ່ງ, ກິ່ນທູບຫອມໃນວິຫານ ຕາຝູ, ບັນດາງານຕະຫຼາດນັດໄດ້ຄົວຕົວນັບຮ້ອຍໆປີ ຫຼືບັນດາລວດລາຍທີ່ຍອດຍິ່ງໃນແຜ່ນແພຂອງຊາວເຜົ່ານຸ່ງຢູ່ ຟານຊລິງ….
ວິຫານ ຕາຝູ ຕັ້ງຢ່າງສະຫງົບງຽບຢູ່ໃຈກາງຕາແສງ ກີ່ເລື່ອ. ໃນກວ່າ 3 ສະຕະວັດ, ແຫ່ງນີ້ຍັງແມ່ນບ່ອນທີ່ ປຊຊ ຢູ່ທົ່ວທຸກສາລະທິດຢາກມາຈູດທູບໃຕ້ທຽນຍາມຕົ້ນປີເພື່ອຂໍຄວາມສະຫງົບສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ. ທ່ານ ດັງມິນທ້ວນ ສະມາຊິກປະຈຳວິຫານ ຕາຝູ, ຕາແສງ ກີ່ເລື່ອ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:
ວິຫານ ຕາຝູ ບໍ່ໄດ້ບູຊາຕາມບູລຸດຕາມເທບນິຍາຍ, ຫາກໄດ້ບູຊາວຽກແທ້ຄົນຈິງ. ໄລຍະທ່ານຢູ່ ລ້າງເຊີນ, ຄຸນງາມຄວາມດີຂອງທ່ານແມ່ນໃຫຍ່ຫຼວງທີ່ສຸດ. ທັງໄດ້ປົກປັກຮັກສາເຂດດິນແດນ ລ້າງເຊີນ ທັງຂົນຂວາຍ ປຊຊ ຢູ່ທາງເຮົາ ແລະ ປຊຊ ມາຈາກ ຈີນ ເພື່ອສ້າງຕັ້ງເຂດຖະໜົນຕະຫຼາດ ກີ່ເລື່ອ ນັບແຕ່ສະຕະວັດທີ 17.
ໃນບັນດາໝູ່ບ້ານຢູ່ ຕາແສງ ກີ່ເລື່ອ ຍັງມີແມ່ຍິງຊາວເຜົ່ານຸ່ງ ຟານຊລິງ ໄດ້ຮັກສາອາຊີບຖັກແສ່ວພື້ນເມືອງຢູ່. ນາຍຊ່າງ ນາງ ຮ່າທິເທີມ, ຢູ່ ຕາແສງ ກີ່ເລື່ອ, ແຂວງ ລ້າງເຊີນ ແບ່ງປັນວ່າ:
ໝູ່ບ້ານອາຊີບນີ້ແມ່ນລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້, ເມື່ອໃຫຍ່ຂຶ້ນມາຂ້າພະເຈົ້າກໍ່ເຫັນພໍ່ປູ່ແມ່ຍ່າ, ພໍ່ແມ່ ໄດ້ປູກຕົ້ນຝ້າຍ, ຕ່ຳຫູກ, ຍ້ອມສີດຳເພື່ອຫຍິບສົ້ງເສື້ອແລ້ວ. ເພື່ອເຮັດກະເປົາອັນໜຶ່ງ, ຕ້ອງຕັດຈາກບັນດາແຜ່ນແພສີດຳ, ແລ້ວຖັກແສ່ວດ້ວຍມືທັງໝົດ.
ບັນດານັກຊ່ຽວຊານຄົ້ນຄ້ວາວັດທະນະທຳກໍ່ຖືວ່າ ຄຸນຄ່າຂອງ ກີ່ເລື່ອ ແມ່ນນອນໃນການປະສານກົມກຽວລະຫວ່າງການເຫຼື້ອມໃສ, ປະຫວັດສາດ ແລະ ຊີວິດວົງຄະນະຍາດ. ນັ້ນບໍ່ພຽງແຕ່ແມ່ນບັນດາເຂດປູສະນີຍະສະຖານຍ່ອຍສະເພາະ, ຫາກຍັງແມ່ນພື້ນທີ່ວັດທະນະທຳທີ່ຍັງມີຊີວິດ. ທ່ານປະລິນຍາໂທ ຫງວຽນກວາງຈູງ, ນັກຊ່ຽວຊານບຳລຸງສ້າງ ແລະ ພັດທະນາການທ່ອງທ່ຽວທາງຈິດວິນຍານຢູ່ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
ຕາແສງ ກີ່ເລື່ອ ຕ້ອງມີລະບົບແຫຼ່ງຊັບພະຍາກອນມະນຸດຈາກຜູ້ຄຸ້ມຄອງເຂດປູສະນີຍະສະຖານ, ຊາວທ້ອງຖິ່ນ, ອົງການຄຸ້ມຄອງຕ້ອງໂຄສະນາ, ແນະນຳກ່ຽວກັບປະຫວັດສາດ, ກົກເຄົ້າຂອງບັນດາວິຫານ, ສາລາບ້ານ, ວັດວາອາຮາມແຫ່ງຕ່າງໆໃຫ້ແກ່ແຂກທ່ອງທ່ຽວໄດ້ຮູ້ ແລະ ແນະນຳແຂກວິທີປະພຶດທີ່ຖືກຕ້ອງໃນເຂດທີ່ສັກກະລະບູຊາ. ການທ່ອງທ່ຽວທາງຈິດວິນຍານຕ້ອງຖືເອົາແກ່ນສານແມ່ນງານບຸນ, ຍ້ອນວ່າງານບຸນໄດ້ນຳມາເຊິ່ງຫຼາຍປະໂຫຍດກ່ຽວກັບຄຸນຄ່າການປົກປັກຮັກສາ, ອະນຸລັກຮັກສາ.
ໂດຍໄດ້ເຫັນແຈ້ງຄວາມສາມາດບົ່ມຊ້ອນນັ້ນ, ອຳນາດການປົກຄອງທ້ອງຖິ່ນ ພວມສ້າງບັນດາຜະລິດຕະພັນທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາມໍລະດົກ, ເສີມຂະຫຍາຍສີສັນ ແລະ ຍົກສູງຄຸນນະພາບການບໍລິການເທື່ອລະກ້າວ. ທ່ານນາງ ໂຮ່ທິໂຕອວຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ກີ່ເລື່ອ, ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:
ໃນໄລຍະທີ່ຈະມາເຖິງ, ສຳລັບການທ່ອງທ່ຽວທາງຈິດວິນຍານຢູ່ ຕາແສງ ກີ່ເລື່ອ, ອຳນາດການປົກຄອງທ້ອງຖິ່ນຈະມີການລົງທຶນທີ່ໃດໜຶ່ງທີ່ແນ່ນອນຄື: ຢູ່ວັດ ບັກງາ ຈະເປີດກ້ວາງສະຖານທີ່, ຮັກສາສີສັນທີ່ມີຢູ່ແລ້ວ. ນອກຈາກດ້ານຈິດວິນຍານ ກໍ່ຈະໃຫ້ແຂກທ່ອງທ່ຽວລົງຕົວຈິງການຜະລິດແບບຫັດຖະກຳພື້ນເມືອງຄື: ການຖັກແສ່ວດ້ວຍມືທີ່ເປັນມູນເຊື້ອຂອງຊາວເຜົ່ານຸ່ງ ຟານຊລິງ ໃນບໍລິເວນຕາແສງ….
ແຂກທ່ອງທ່ຽວແຕ່ລະຄົນ, ເມື່ອມາຢ້ຽມຢາມຕາແສງ ກີ່ເລື່ອ ກໍ່ລ້ວນແຕ່ມີຄວາມຮູ້ສຶກໃດໜຶ່ງທີ່ແຕກຕ່າງກັນ, ບໍ່ພຽງແຕ່ແມ່ນການເດີນທາງເທົ່ານັ້ນ, ຫາກຍັງຈະແມ່ນຄວາມຊົງຈຳກ່ຽວກັບເຂດດິນແດນແຫ່ງໜຶ່ງ ທີ່ຍັງໄດ້ຮັກສາວັດທະນະທຳຂອງແຂວງ ລ້າງເຊີນ ໃນທ່າມກາງຊີວິດການເປັນຢູ່ທຸກວັນນີ້ອີກດ້ວຍ./.
