ໃນທ່າມກາງຈັງຫວະການດຳລົງຊີວິດທັນສະໄໝທີ່ຄຶກໂຄມ, ສຽງຫຼອກໄໝຕ່ຳຫູກຢູ່ໝູ່ບ້ານອາຊີບ ມີ້ງຽບ, ຕາແສງ ນິງເຟືອກ, ແຂວງ ແຄັງຮວ່າ ຍັງດັງຂຶ້ນຢ່າງສະໝ່ຳສະເໝີ. ນີ້ແມ່ນຈຸດນັດພົບພິເສດສະເພາະ, ບ່ອນທີ່ບັນດາແມ່ຍິງເຜົ່າຈຳ ໄດ້ຮັກສາຈັງຫວະຂອງກີ່ຫູກໃນແຕ່ລະວັນ, ອັນໄດ້ສ້າງເປັນບັນດາແຜ່ນແພພື້ນເມືອງທີ່ສວຍງາມທີ່ສຸດ. ບໍ່ພຽງແຕ່ອະນຸລັກຮັກສາວັດທະນະທຳຂອງຊາດເທົ່ານັ້ນ, ບັນດາຜະລິດຕະພັນແຜ່ນແພພື້ນເມືອງ ຍັງໄດ້ຕອບສະໜອງຄວາມຕ້ອງການຂອງຕະຫລາດເທື່ອລະກ້າວອີກດ້ວຍ ແລະ ປະກອບສ່ວນພັດທະນາການທ່ອງທ່ຽວ, ຍົກສູງຊີວິດການເປັນຢູ່ຂອງຊາວເຜົ່າຈຳຢູ່ທີ່ນີ້.
ໂດຍຫ່າງຈາກໃຈກາງ ຟານຣາງ-ທາບຈ່າມ ປະມານ 12 ກມ, ໝູ່ບ້ານອາຊີບ ມີ້ງຽບ ຕັ້ງຢູ່ໃກ້ກັບຝັ່ງແມ່ນ້ຳ ຢິງ ຢ່າງສະຫງົບງຽບ. ຜ່ານການເວລາ, ອາຊີບຕ່ຳຫູກຂອງວົງຄະນະຍາດເຜົ່າຈຳ ແຂວງ ແຄັງຮວ່າ ຍັງໄດ້ຮັກສາ ແລະ ສືບທອດກັນມາຜ່ານຫຼາຍລຸ້ນຄົນ. ຈຸດພິເສດທີ່ສ້າງຄວາມດຶງດູດຂອງໝູ່ບ້ານອາຊີບ ມີ້ງຽບ ແມ່ນການຮັກສາເຕັກນິກຕ່ຳຫູກແບບຫັດຖະກຳພື້ນເມືອງໄວ້ເໝືອນເດີມ.
ປ້າ ລຶວທິແອັມ, ສະມາຊິກສະຫະກອນຕ່ຳຫູກພື້ນເມືອງ ຈຳ ມີ້ງຽບ ໃຫ້ຮູ້ວ່າ: ກ່ອນນີ້, ຜະລິດຕະພັນແຜ່ນແພພື້ນເມືອງຂອງຊາວເຜົ່າຈຳມີສີດຳ ແລະ ຂາວ ແຕ່ປະຈຸບັນກໍ່ໄດ້ປະສົມກັບຫຼາຍສີ, ສ້າງເປັນສີສັນງາມກວ່າອີກ:
ຜູ້ເຖົ້າຜູ້ແກ່ ຫຼືວ່າຄອບຄົວທີ່ລູກຫາກໍ່ແຕ່ງດອງຈຶ່ງຈະໃຊ້ແພນີ້. ນີ້ແມ່ນສາຍແພ, ຕ່ຳ 2 ສາຍແພນີ້ຈະເສຍເວລາ 4 ວັນ. ມື້ໃດກໍ່ເຮັດ, ເວັ້ນເສຍແຕ່ຄອບຄົວຄາວຽກຈຶ່ງຈະເຊົາ. ເຮັດວຽກນີ້ແມ່ນໃນເວລາຫວ່າງ. ປະຈຸບັນຊາວເຜົ່າຈຳກໍ່ສັ່ງຊື້ບໍ່ຫຼາຍ, ພຽງແຕ່ຂາຍໃຫ້ແຂກທ່ອງທ່ຽວເທົ່ານັ້ນ.
ປ້າ ລຶວທິແອັມ, ສະມາຊິກສະຫະກອນຕ່ຳຫູກພື້ນເມືອງ ຈຳ ມີ້ງຽ ແບ່ງປັນວ່າ: ນອກຈາກບັນດາລວດລາຍທົ່ວໄປ, ບັນດານາຍຊ່າງຂອງສະຫະກອນ ຍັງຊອກຫາບັນດາລວດລາຍເກົ່າເພື່ອຟື້ນຟູຄືນໃໝ່, ຄົ້ນຄ້ວາເພື່ອຮັກສາ ແລະ ສືບທອດໃຫ້ແກ່ລຸ້ນຫລັງ:
ນາຍຊ່າງຈຳນວນໜຶ່ງໄດ້ຊອກຮູ້ ແລະ ຟື້ນຟູບັນດາລວດລາຍເກົ່າ ຊື່ງກ່ອນນີ້ຖືກຫຼົງລືມໄປ. ບັນດາຜະລິດຕະພັນນີ້ມີຄ່າທີ່ສຸດ ເພື່ອເຮັດເປັນສາຍແອວ. ນາຍຊ່າງທີ່ສາມາດເຮັດໄດ້ສ່ວນຫຼາຍແມ່ນມີອາຍຸສູງແລ້ວ, ຍັງແຕ່ໜ້ອຍຄົນທີ່ຮູ້ຈັກກັບລວດລາຍນັ້ນ.
ເພື່ອອະນຸລັກຮັກສາຄຸນຄ່ານີ້, ສະຫະກອນຕ່ຳຫູກພື້ນເມືອງ ຈຳ ມີ້ງຽບ ລວມມີສະມາຊິກ 70 ຄົນ ໄດ້ເຂົ້າຮ່ວມການຜະລິດແຜ່ນແພພື້ນເມືອງ. ປະຈຸບັນ, ທັງໝູ່ບ້ານກໍ່ມີປະມານ 400 ຄອບຄົວໄດ້ຮັກສາອາຊີບນີ້. ທ່ານ ຝູວັນງອຍ, ປະທານ ສະຫະກອນຕ່ຳຫູກພື້ນເມືອງ ຈຳ ມີ້ງຽບ, ຕາແສງ ນິງເຟືອກ, ແຂວງ ແຄັງຮວ່າ ໃຫ້ຮູ້ວ່າ: ຢູ່ວັນບຸນວັດທະນະທຳຊົນເຜົ່າຈຳ ຄັ້ງທີ 6 ຈັດຂຶ້ນຫວ່າງແລ້ວນີ້, ນາຍຊ່າງຂອງສະຫະກອນໄດ້ຖືກຮັບເຊີນມາແນະນຳກ່ຽວກັບອາຊີບຕ່ຳຫູກພື້ນເມືອງຂອງຊາວເຜົ່າຈຳ:
ເຂົ້າຮ່ວມບັນບຸນວັດທະນະທຳຈຳ, ພວກຂ້າພະເຈົ້າໄດ້ຄັດເລືອກບັນດານາຍຊ່າງດີເດັ່ນ ແນະນຳແຕ່ລະຂັ້ນຕອນຕ່ຳຫູກເພື່ອມີຜະລິດຕະພັນສຳເລັດຮູບ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າໄດ້ແນະນຳອາຊີບຕ່ຳຫູກພື້ນເມືອງຈຳ ແຄັງຮວ່າ ກັບແຂກທ່ອງທ່ຽວ.
ເພື່ອຮັກສາ ແລະ ພັດທະນາໝູ່ບ້ານອາຊີບໃນອະນາຄົດ, ຊາວໝູ່ບ້ານອາຊີບ ມີ້ງຽບ ໄດ້ປັບປຸງຮູບແບບຢ່າງບໍ່ຢຸດຢັງ ເພື່ອໃຫ້ສອດຄ່ອງກັບຄວາມນິຍົມຂອງຕະຫຼາດ. ໄປຄຽງຄູ່ກັນນັ້ນ, ທາງທ້ອງຖິ່ນຍັງໄດ້ໜູນຊ່ວຍໝູ່ບ້ານ ຮ່ວມສຳພັນກັບບັນດາວິສາຫະກິດແຟຊັນພາຍໃນປະເທດ ແລະ ສາກົນ ແນໃສ່ເປີດກວ້າງຕະຫຼາດ, ຍົກລະດັບມູນຄ່າຂອງຜະລິດຕະພັນ./.
