ໝູ່​ບ້ານ​ອາ​ຊີບ​ຂັດ​ສີ ກາດ​ດັ່ງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ພັດ​ທະ​ນາ​ໃນ​ເວ​ລາ​ກວ່າ 600 ປີ​ແລ້ວ​, ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ​ໄດ້​ປະ​ກົດ​ໃນ​ສາ​ລາ, ວິ​ຫານ, ວັດ​ວາ​ອາ​ຮາມ​ແຫ່ງ​ຕ່າງໆ… ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນເຄືຶຶອບ​ສີ​ເຫຼືອງ​ເຫຼື້ອມ​ຄື: ບັນ​ດາ​ຮູບ​ປັ້ນ, ບັນລັງ, ຕູ້ບູຊາ, ປະ​ຕູຮ້ານບູຊາ, ຄຳ​ປະ​ຕິ​ຄູ່… ກ່ອນນີ້, ຜະ​ລິດ​ຕະ​ພັນ​ຂັດ​ສີ​ເຄີຍ​ເຮັດ​​ໃສ່ໄມ້ ແຕ່​ປະ​ຈຸ​ບັນ​ນາຍ​ຊ່າງ​ໝູ່​ບ້ານ ກາດ​ດັ່ງ ໄດ້​ປະ​ດິດ​ສ້າງ​ຜະ​ລິດ​ຕະ​ພັນ​ຈາກ​ໄມ້​ໄຜ່​ໄມ້​ເຮັ້ຍ ເພື່ອ​ເຮັດ​ເປັນ​ເຄື່ອງ​ທີ່​ລະ​ນຶກ, ປະ​ດັ​ບ​ປະ​ດາ​ໃນ​ຄອບ​ຄົວ, ສຳ​ນັກ​ງານ… ເພື່ອໃຫ້​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ​ປະ​ຈຸ​ບັນ. ອ​້າຍ ດັ້ງ​ແທັ່ງ​ກົງ ເຈົ​້າ​ຂອງ​ຮາກ​ຖານ​ຜະ​ລິດ​ເຄື່ອງ​ຂັດ​ສີ​ຢູ່​ຕາ​ແສງ ວ້ານ​ທັງ ແຂວງ ນິງ​ບິ່ງ ໃຫ້​ຮູ້​ວ່າ:

ເມື່ອ​ກ່ອນ​ໄດ້ເຮັດ​ດ້ວຍ​ມື​ທັງໝົດ ແຕ່​ໃນ 2, 3 ປີ​ມານີ້, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໃຊ້​ເຄື່ອງ​ຈັກ​ເພື່ອ​ແນ​ໃສ່​ເພີ່ມ​ປະ​ລິ​ມາ​ການ​ຜະ​ລິດ. ໃນ​ຊຸມ​ປີມໍ່ໆ​ມານີ້, ສິນ​ຄ້າ​ເຮັດ​ດ້ວຍ​ໄມ້​ໄຜ່ ໄມ້​ເຮັ້ຍ​ ໄດ້​ເພີ່ມ​ຂຶ້ນ​ເປັນ​ຈຳ​ນວນຫຼາຍ. ສີ​ມື​ຂອງ​ນາຍ​ຊ່າງ​ໄດ້​ຍົກ​ສູງ​ຂຶ້ນ​ຍ້ອນ​ຄວາມ​ຮຽກ​ຮ້ອງທີ່​ນັບ​ມື້​ນັບຫຼາຍ​ຂອງ​ລູກ​ຄ້າ. ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ແຕ່ 500 ຮອດ​ລ້ານ​ຜະ​ລິດ​ຕະ​ພັນ.

ໄມ້​ໄຜ່​ໄມ້​ເຮັ້ຍ​ພາຍ​ຫຼັງ​ໄດ້​ແຊ່​ນ້ຳໄວ້​ເປັນ​ເດືອນ ກໍ່ເອົາ​ມາ​ຕາກໃຫ້ແຫ້ງ​ປະ​ມານ 1 ອາ​ທິດ ແລ້ວ​ຈະ​ເອົາ​ໄປ​ເຮັດ​ບັນ​ດາ​ຂັ້ນ​ຕອນ​ເພື່ອເຮັດ​​ເປັນ​ຜະ​ລິດ​ຕະ​ພັນ ຫຼັງ​ຈາກນັ້ນ​ຈະ​ແມ່ນ​ຂັ້ນ​ຕອນ​ຂັດ​ສີ. ເອື້ອຍ ບຸ່ຍ​ທິ​ທູ ຜູ້​ມີ​ປະ​ສົບ​ການ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ໄມ້​ໄຜ່​ໄມ້​ເຮັ້ຍ​ຂັດ​ສີ​ເປັນ​ເວ​ລາ 20 ປີ ແບ່ງ​ປັນ​ວ່າ:

ນາຍ​ຊ່າງ​ຕ​ອ້ງ​ຄັດ​ເລືອກ​ໄມ້​ເຮັ້ຍ​ ບໍ່ເອົາ​ອ່ອນ​ເກີນ​ໄປ ກໍ່​ຄືບໍ່​ແກ່​ເກີນ​ໄປ. ເອົາ​ມາ​ແຊ​່ນ້ຳ​ຢ່າງ​ໜ້ອຍ​ສຸດ​ແມ່ນ 6 ເດືອນ​ເພື່ອບໍ່​ໃຫ້ອອກໂໝກ, ມີ​ຄວາມ​ທົນ​ທານ. ຫຼັງ​ຈາກນັ້ນ​ແມ່ນ​ຂັ້ນ​ຕອນ​ຕັດຜ່າ​ໄມ້​ເຮັ້ຍ​ເປັນທ່ອນ, ເຮັດ​ໃຫ້​ປ່ຽງໄມ້​ເຮັ້ຍ​ເຫຼື້ອມງາມ…

ພາຍຫຼັງ​ໄດ້ກະກຽມໄມ້​ໄຜ່​ໄມ້​ເຮັ້ຍຕາມຂັ້ນຕອນທຳອິດເປັນທີ່ຮຽບຮ້ອຍແລ້ວ, ແຕ່​ລະ​ຜະ​ລິດ​ຕະ​ພັນ​ໄດ້ປະຕິບັດຜ່ານຫຼາຍ​ຂັ້ນ​ຕອນ​ຢ່າງ​ລະ​ອຽດ​ລະ​ອໍ​ຕື່ມ​ອີກ​ຄື: ຮອງພື້ນ​ສີ, ທາ​ສີ, ຂັດໃຫ້​ເຫຼື້ອມ, ຕິດ​ຫອຍ​ກັບ​ກີ້, ໂອບເປືອກ​ໄຂ່, ເຄືອບ​ຄຳ… ສຸດ​ທ້າຍ, ບັນ​ດາ​ນາຍ​ຊ່າງ​ຈະ​ປະ​ດັບ​ປະ​ດາ​ດ້ວຍ​ລວດ​ລາຍ​ຕ່າງໆ. ທ່ານ ຈິ້ງງອກ​ຖຸຍ ຮອງ​ຜູ້​ອຳ​ນວຍ​ການ ​ບໍ​ລິ​ສັດ ນາມ​ຫາຍ ​ຈຳ​ກັດ, ຕາ​ແສງ ວ້ານ​ທັງ ແຂວງ ນິງ​ບິ່ງ ໃຫ້​ຮູ້​ວ່າ:

ທຸກ​ຂັ້ນ​ຕອນ​ເຮັດ​ຜະ​ລິດ​ຕະ​ພັນ​ຂັດ​ສີ​ທີ່​ເຮັດ​ດ້ວຍ​ມື​ ລ້ວນ​ແຕ່​ສຳ​ຄັນ​ທີ່​ສຸດ ຍ້ອນ​ວ່າ ນັ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ນັ້ນ​ແມ່ນ​ເຄື່ອງ​ໃຊ້​ໃນ​​ຄອບ​ຄົວ, ເຮືອນ​ຄົວ, ເຄື່ອງບັນຈຸ​ອາ​ຫານ, ດັ່ງ​ນັ້ນ ​ທຸກ​ຂັ້ນ​ຕອນ​ຕ້ອງ​ໄດ້​ຮັບ​ການກວດ​ກາ​ຢ່າງ​ເຂັ້ມ​ງວດ​ເພື່ອ​ຮັບ​ປະ​ກັນ​ມາດ​ຖານ​ການ​ສົ່ງ​ອອກ ແລະ ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ​ດ້ານ​ສະ​ບຽງ​ອາ​ຫານ.

ປະ​ຈຸ​ບັນ, ຜະ​ລິດ​ຕະ​ພັນ​ຂັດ​ສີ​ຂອງ​ໝູ່​ບ້ານ ກາດ​ດັ່ງ ມີຫຼາຍ​ຮູບຫຼາຍ​ແບບ, ສ່ວນຫຼາຍ​ແມ່ນ​ເຄື່ອງ​ໃຊ້​ໃນ​ຄອບ​ຄົວ, ເຄື່ອງ​ປະ​ດັບ​ປະ​ດາ​ໃນ​ເຮືອນ​ຄື: ໂຖດອກ​ໄມ້, ພາບ… ດ້ວຍ​ເຕັກ​ໂນ​ໂລ​ຊີ​ໃໝ່, ຜະ​ລິດ​ຕະ​ພັນ​ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ພາຍ​ໃນ​ປະ​ເທດເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສົ່ງ​ອອກ​ໄປ​ຍັງຫຼາຍ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ, ລັດ​ເຊຍ… ອີກ​ດ້ວຍ. ທ່ານ ຟ້າມ​ຕຽນ​ດ້ຽນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ຕາ​ແສງ ວ້ານ​ທັງ ແຂວງ ນິງ​ບິ່ງ ໃຫ້​ຮູ້​ວ່າ:

ເມື່ອ​ກ່ອນ, ບັນ​ດາ​ຄອບ​ຄົວ​ໃນ​ຕາ​ແສງ​ໄດ້​ເຮັດ​​ອາ​ຊີບ​ຂັດ​ສີ​ເອງ ເພື່ອ​ສະ​ໜອງ​ໃຫ້​ບັນ​ດາ​ຕາ​ແສງ​ໃກ້​ຄຽງ​ໃນ​ແຂວງ ແລະ ໃນ​ທົ່ວ​ປະ​ເທດ. ແຕ່​ໄລ​ຍະ​ມໍ່ໆ​ມານີ້, ອາ​ຊີບ​ຂັດ​ສີ ກໍ່​ໄດ້​ພັດ​ທ​ະ​ນາ, ມີ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ໄປ​ຍັງ ເອີ​ລົບ, ທະ​ວີບ​ອາ​ເມ​ລິ​ກາ. ມາ​ຮອດ​ຈຸດ​ເວ​ລານີ້, ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ຕາ​ແສງ ວ້ານ​ທັງ ໄດ້​ສ້າງ​ຂຶ້ນເປັນຂອບ​ຂະ​ໜາດ​ໃຫຍ່ແລ້ວ ແລະ ສ້າງ​ຂັ້ນ​ຕອນ​ການ​ຜະ​ລິດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ມາດ​ຖານ​ການສົ່ງ​ອອກ.

ປະ​ຈຸ​ບັນ, ຕາ​ແສງ ວ້ານ​ທັງ ແຂວງ ນິງ​ບິ່ງ ມີ​ແຮງ​ງານ​ກວ່າ 3000 ຄົນ​ເຮັດ​ອາ​ຊີບ​ຂັດ​ສີ. ເພື່ອ​ໃຫ້​ອາ​ຊີບ​ໄດ້​ພັດ​ທະ​ນາ​ແບບ​ຍືນ​ຍົງ, ອຳ​ນາດ​ກາ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປ່ຽນ​ແປງ​ໃໝ່​ເຄື່ອງ​ອຸ​ປະ​ກອນ, ເຂົ້າ​ຮ່ວ​ງານ​ຕະຫຼາດ​ນັດ​ສົ່ງ​ເສີມ​ການ​ຄ້າ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ຜະ​ລິດ​ຕະ​ພັນ​ເຮັດ​ຈາກ​ໄມ້​ໄຜ່​ໄມ້​ເຮັ້ຍ​ຂັດ​ສີ ກາດ​ດັ່ງ ເທື່ອ​ລະ​ກ້າວ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ຍັງ​ໄດ້​ນຳ ໝູ​ບ້ານ ກາດ​ດັ່ງ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ ສົມ​ທົບ​ກັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ທຳ​ມະ​ຊາດ​ຂອງ​ແຂວງ ນິງບິງ ເທື່ອ​ລະ​ກ້າວ​ອີກ​ດ້ວຍ./.