ໂດຍ​​ຕັ້ງ​ຢູ່​ທາງ​ຝັ່ງຊ້າຍແຄມ​ແມ່​ນຳ​້​ແດງ, ຮ່າ​ໂນ້ຍ, ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄືື່ອງ​ປັ້ນ​ດິນ​ເຜົາ ກີມ​ລານ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອູ່​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ບູ​ຮານຂອງ​ເຂດ​ທົ່ງ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ. ໝູ່​ບ້ານ​ອາ​ຊີບ ກິມ​ລານ ບໍ່​ມີ​ຄວາມ​ອຶກ​ກະ​ທຶກ​ຄຶກ​ໂຄມ, ບໍ່​ຖືກ​ຫັນ​ເປັນ​ການ​ຄ້າ ແລະ ໄດ້​ຄົງ​ຕົວ​ຢ່າງ​ສະ​ຫງົບ​ງຽບ, ທົນ​ທານ, ພ້ອມ​ກັບ​ນາຍ​ຊ່າງ​ລຸ້ນ​ຕ່າງໆ ນັບ​ມື້​ນັບ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງນອນ.

ໂດຍ​​ຢູ່​ຫ່າງ​ຈາກ ຮ່າ​ໂນ້ຍ ປະ​ມານ 20 ກມ, ໝູ່​ບ້ານ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ​ ກິມ​ລານ, ຕາ​ແສງ ບາດ​ຈ່າງ, ຮ່າ​ໂນ້ຍ ໄດ້​ຮູ້​ຈັກ​ເຖິງ​ແມ່ນໝູ່​ບ້ານ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ, ດິນ​ເຄືອບ​ໃຫ້​ແກ່​ລາ​ຊະ​ວັງ ທັງ​ລອງ ໃນ​ເມື່ອ​ກ່ອນ ດ້ວຍ​ໄລຍະ​ປະ​ຫວັດ​ສາດອັນຍາວນານ​ນັບຫຼາຍ​ປີ. ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາຢູ່​ທີ່ນີ້​ໄດ້​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ສະຕະ​ວັດ​ທີ 8 ແລະ ມີ​ການ​ພັດ​ທະ​ນາ​​ຢ່າງຈະ​ເລີນ​ຮຸ່ງເຮືອງ​ໃນ​ເວ​ລາ​ເກືອບ 10 ສະ​ຕະ​ວັດ ຈົນ​ຮອດ​ເວ​ລາ​ຖືກ​ສູນ​ຫາຍ​ໄປ​ໃນ​ທ້າຍ​ສະ​ຕະ​ວັດ​ທີ 18. ຮອດ​​ທ້າຍ​ຊຸມ​ປີ 70 ຂອງສະ​ຕະ​ວັດ​ກ່ອນ, ຊາວ​ໝູ່​ບ້ານ ກິມ​ລານ ພັດ​ໄດ້​ຟື້ນ​ຟູ​ບັນ​ດາ​ເຕົາ​ເຜົາ​ດິນ​ເກົ່າ ຄ່ອຍໆ​ຟື້ນ​ຟູ​ເປັນ​ໝູ່​ບ້ານ​ອາ​ຊີບທີ່​ມັ່ງ​ຄັ່ງ​ຄື​ໃນ​ທຸກວັນ​ນີ້.

​ໂດຍ​ມີ​ອາ​ຍຸ​ເກືອບ 1000 ປີ, ໝູ່​ບ້ານ ກິມ​ລານ ຍັງ​ຮັກ​ສາ​ໄດ້​ສີ​ສັນ​ຂອງ​ໝູ່​ບ້ານ​ອາ​ຊີບ​ບູ​ຮານອັນ​​ສະ​ຫງົບ​ງຽບ​ທີ່​ມີ​ມູນ​ເຊື້ອໃນ​ການຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາມາ​ແຕ່​ດົນ​ນານ. ສິ່ງ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ຂອງເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ ແມ່ນ​ຜະ​ລິດ​ຕະ​ພັນ​ບໍ່​ມີ​ລວດ​ລາຍທີ່ພິຖີລະອຽດ ຫາກ​ມີ​ຄວາມ​ລຽບ​ງ່າຍ, ກົມ​ກຽວ, ສ້າງ​ຄວາມ​ສະ​ດວກ ​ແຕ່​ຍັງ​ພົ້ນເດັ່ນ​ອອກ​ຈຸດທີ່ສວຍງາມ, ​ດູດ​ດື່ມ​ໃຈ… ທ່ານ​ ດ່າວ​ຫວຽດ​ບິນ, ນັກ​ສິ​ລະ​ປະ​ກອນ, ປະ​ທານ​ສະ​ມາ​ຄົມເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ ໃຫ້​ຮູ້​ວ່າ:

ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ ມີ 425 ຄອບ​ຄົວ ຊື່ງ​ໄດ້​ຜະ​ລິດ​ບັນ​ດາ​ປະ​ເພດເຄື່ອງ​ປັ້ນ​ດິ​ນ​ເຜົາກໍ່​ສ້າງ, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ, ເຄື່ອງຮວງຈຸ້ຍ, ເຄື່ອງ​ບູ​ຊາ… ຢູ່​ໝູ່​ບ້ານ​ອາ​ຊີບ ​ກິມ​ລານ ມີ​ບັນ​ດາ​ໂຮງ​ຈັກ​ຜະລິດໃຫຍ່, ​ຫມູ່​ບ້ານ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົ​ມເຄື່ອງ​ປັ້ນ​ດິ​ນ​ເຜົາ ​ຊື່ງແມ່ນ​ແຫ່ງ​ທີ່​ບັນ​ດາ​ນັກ​ສີ​ລະ​ປະ​ກອນ, ນາຍ​ຊ່າງ​ສາ​ມາດ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ ແລະ ຖ່າຍ​ທອດ​​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຜະ​ລິດໃຫ້​ກັນ.

ຕາມ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ນາຍ​ຊ່າງ​ໃນ​ໝູ່​ບ້ານ, ເຄື່ອງ​ປັ້ນ​ດິ​ນ​ເຜົາ ກິ​ລານ ມີ​ຈຸດ​ພິ​ເສດ​ສະ​ເພາະ ຍ້ອນ​ສາ​ມາດປະກາຍເລືອງແສງ ເມື່ອມີ​ແສງ​ສະ​ຫວ່າງ, ເຄັດ​ລັບ​ສ້າງ​ຄວາມ​ສາ​ມາດປະກາຍແສງຂອງເຄື່ອງ​ປັ້ນ​ດິ​ນ​ເຜົາ ແມ່ນຢູ່​ໃນ​ວັດ​ຖຸ​ດິບ ແລະ ​ຕັກ​ນິກ​ການ​ເຜົາ​ດິນ​ທີ່​ຊັດ​ເຈນ. ໂດຍ​ມີ​ເວ​ລາ​ເກືອບ 40 ປີ​ໄດ້​ຕິດ​ພັນ​ກັບ​ອາ​ຊີບ, ນັກ​ສິ​ລະ​ປະ​ກອນ ຫງວຽນ​ວັນ​ງວຽນ ໄດ້​ຍຶ​ດ​ໝັ້ນ​ກັບ​ການ​ເຮັດເຄື່ອງ​ປັ້ນ​ດິ​ນ​ເຜົາແບບ​ຫັດ​ຖະ​ກຳ. ນັກ​ສິ​ລະ​ປະ​ກອນ ຫງວຽນ​ວັນ​ງວຽນ ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າເຮັດ​ເຄື່ອງ​ປັນ​ດິນ​ເຜົາ​ດ້ວຍ​ມື​ຈາກ​ດິນ​ດາກ, ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ. ຜະ​ລິດ​ຕະ​ພັນ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ແມ່ນນ້ຳເຄືອບສີຟ້າ. ຂ້າ​ພະ​ເຈົ້າ​ໄດ້​ເດີນຕາມ​ທິດ​ທາງ​ສະ​ເພາະ​ຂອງ​ຕົນ​ເພື່ອ​ຮັກ​ສາ​ອາ​ຊີບ, ພ້ອມ​ກັນ​ນັ້ນ ​ນີ້ກໍ່​ແມ່ນ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ມີ​ມູນ​ຄ່າ​ສູງ. ຜ່ານ​ບັນ​ດາ​ຜະ​ລິດ​ຕະ​ພັນ​ນີ້, ຫຼາຍ​ຄົນ​ກໍ່​ຮູ້​ຈັກ​ ເຄື່ອງ​ປັ້ນ​ດິນ​ເຜົາ​ ກິມ​ລານ.

ນັກ​ສິ​ລະ​ປະ​ກອນ​ໜຸ່ມ ເຈິ່ນ​ເຕິດກວັນ ດ້ວຍ​ພື້​ນ​ຖານ​ຄວາມ​ຮູ້​ດ້ານວ​ິ​ຈິດ​ສິນ​ທີ່​ດີ ພວມ​ນຳ​ມາ​ເຊິ່ງ​ກະ​ແສ​ລົມ​ໃໝ່​ໃຫ້​ແກ່ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ. ດ້ວຍ​ການ​ໝູນ​ໃຊ້​ວິ​ທີ​ການປັ້ນນູນ 3 ມິ​ຕິ, ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ລັກ​ສະ​ນະ​ຄວາມ​ງາມ ແລະ ສະມັດ​ຕະ​ພາບ​ການ​ນຳ​ໃຊ້, ລາວ​ໄດ້​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່ໄດ້​ຮັບ​ການ​ອອກ​ແບບ​ພິ​ເສດ, ທັງ​ງາມ, ທັງ​ມີ​ປະ​ໂຫຍດ​ໃນ​ການ​ນຳ​ໃຊ້. ນັກ​ສິ​ລະ​ປະ​ກອນ​ ເຈິ່ນ​ເຕິດກວັນ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ເຮັດ​ຜະ​ລິດ​ຕະ​ພັນ decor ປະ​ດັບ​ປະ​ດາ​ຕາມ​​ແບບປັ້ນ, ແຕ້ມ, ປະ​ດິດ​ສ້າງ, ປ່ຽນ​ແປງ… ຫາກບໍ່​ໄດ້​ເຮັດ​ຕາມ​ແບບ​ທີ່​ມີ​ແລ້ວ. ຂ້າພະ​ເຈົ້າ​ໄດ້​ຮັດ​ເຄື່ອງ​ປັ້ນ​ດິນ​ເຜົາ​ຕາມ​ວິ​ທີ​ການ​ທັນ​ສະ​ໄໝ. ບັນ​ດາ​ແບບ​ໂດຍ​ຂ້າ​ພະ​ເຈົ້າ​ອອກ​ແບບຈະບໍ່​​ຊ້ຳກັນ. ຈຳ​ນວນ​ບໍ່ຫຼາຍ ​ແຕ່​ເມື່ອ​ເປັນ​ຜະ​ລິດ​ຕະ​ພັນ​ກໍ່​ລ້ວນ​ແຕ່​ມີ​ແຂກ​ມາ​ຊື້​ໝົດ.

ຢູ່ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ, ມູນ​ເຊື້ອບໍ່​ໄດ້​ປະ​ກົດ​ຢູ່​ລວດ​ລາຍ, ສີ​ເຄືອບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໃນ​ຈິນ​ຕະ​ນາ​ການ​ຮັກ​ສາ​ອາ​ຊີບ ດ້ວຍ​ວິ​ທີ​ເຮັດ​ໃໝ່​ອີກ​ດ້ວຍ. ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ໜຸ່ມບໍ່ຄິດງໍ້ທີ່​ທົດ​ລອງ​ບັນ​ດາ​ການ​ອອກ​ແບບ​ໃໝ່ ຫຼື​ນຳ​ໃຊ້​ການ​ຄ້າ​ເອ​ເລັກ​ໂຕ​ນິກ ເພື່ອ​ເປີດ​ກ້​ວາງ​ສົ້ນ​ອອກ​ຂອງ​ຜະ​ລິດ​ຕະ​ພັນ. ທ່ານ ​ດ່າວ​ຫວຽດ​ບິນ, ນັກ​ສິ​ລະ​ປະ​ກອນ, ປະ​ທານ​ສະ​ມາ​ຄົມເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ ໃຫ້​ຮູ້​ວ່າ:

ຢູ່ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ, ມີ​ເຂດ​ວາ​ງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ໃກ້​ກັບຫໍ​ພິ​ພິ​ຕະ​ພັນເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ. ນອກ​ຈາກນັ້ນ​ ກໍ່​ຍັງ​ມີ​ບັນ​ດາ​ເຕົາ​ເຜົາເຄື່ອງ​ປັ້ນ​ດິ​ນ​ເຜົາບູ​ຮານ​ພື້ນ​ເມືອງ​ ເຜົາ​ດ້ວຍ​ຖ່ານທີ່​ເກົ່າ​ແກ່ ຊື່ງ​ແຂກ​ຕ່າງ​ປະ​ເທດ​ນິ​ຍົມ​ທີ່​ສຸດ. ໃນ​ອະ​ນາ​ຄົດ, ພວກ​ຂ້າ​ພະ​ເຈົ້າ​ໄດ້ມີ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ອາ​ຊີບຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ​ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ.

ແຕ່​ລະ​ປີ, ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ນາຍ​ຊ່າງ​ຂອງ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາ ກິມ​ລານ ໄດ້​ຈັດ​ບັນ​ດາ​ຊຸດ​ສອນ​ວິ​ຊາ​ຊີບຜະ​ລິດເຄື່ອງ​ປັ້ນ​ດິ​ນ​ເຜົາໃຫ້​ແກ່​ລຸ້ນ​ໜຸ່ມ​ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ; ຜ່ານນັ້ນ, ກໍ່ໄດ້​ສືບ​ຕໍ່​ວິ​ວັດ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ມໍ​ລະ​ດົກ​ສີ​ລະ​ປະ ແລະ ຄວາມຍອດ​ຍິ່ງ​ທີ່​ຂ້າມ​ຜ່ານ​ການ​ເວ​ລາ./.