ໃນນັບຮ້ອຍປີມານີ້, ປາໄສ້ຕັນ, ແຫຼ່ງປະໂຫຍດທີ່ຊາວປະມົງໄດ້ເອົາມາຈາກທະເລ, ໄດ້ສ້າງເປັນລົດຊາດນ້ຳປາທີ່ເຂັ້ມຂຸ້ນພິເສດສະເພາະ ຂອງໝູ່ບ້ານອາຊີບ ນາມໂອ ຊື່ງນອນໃນຕີນໂນນພູ ຫາຍເວິນ, ດ່ານັງ. ໃນທ່າມກາງຊີວິດທັນສະໄໝ, ໝູ່ບ້ານຊາວປະມົງເກົ່າແກ່ ນາມໂອ ຍັງຄົງໄດ້ຮັກສາສິ່ງທີ່ລຽບງ່າຍ, ສະຫງົບສຸກໄວ້ຢູ່. ຢູ່ທີ່ນີ້, ແຕ່ລະມື້, ຫຼາຍລຸ້ນຄົນໄດ້ກັ່ນນ້ຳປາທີ່ຍອດຍິ່ງ ມີລົດຊາດເຄັມຂອງທະເລ, ລົດຫວານຂອງສອງຝາມືຜູ້ອອກແຮງງານຢ່າງດຸໝັ່ນຂະຫຍັນພຽນ.
ເສັ້ນທາງທະເລທີ່ລຽບຕາມໝູ່ບ້ານ ນາມໂອ, ຕາແສງ ຫາຍເວິນ, ນະຄອນ ດ່ານັງ ໃນເມື່ອກ່ອນນັ້ນ ປະຈຸບັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທັນສະໄໝ. ຍາມແລງ, ບັນຍາກາດກະກຽມອອກໄປຫາປາຢູ່ທະເລພັດມີຄວາມຄຶກຄື້ນ. ບາງຄົນໄດ້ກະກຽມແຫ, ບາງຄົນສ້ອມແປງເຮືອ, ມີບາງກຸ່ມຊາວປະມົງໄດ້ນັ່ງໂອ້ລົມກັນໃນທ່າມກາງສຽງເວົ້າສຽງຫົວຂອງເດັກໆ, ເຂົາເຈົ້າເວົ້າກ່ຽວກັບທະເລ, ກ່ຽວກັບການໄປຈັບຫາປາຢູ່ໃກ້ຝັ່ງ ແລະ ກຸ້ງ, ປາທີ່ຫາມາໄດ້… ອ້າຍ ຫງວຽນວັນຫາຍ ຊາວປະມົງຄົນໜຶ່ງໃຫ້ຮູ້ວ່າ:
ບາງເທື່ອໄປຫາປາໃນຕອນ 3 ໂມງ, 4 ໂມງ, 12 ໂມງກາງຄືນ. ໄປປະມານ 3-5 ກມ. ໃນ 2, 3 ປີນີ້ ປາໄສ້ຕັນກໍ່ບໍ່ມີຫຼາຍ, ມີເພື່ອເຮັດນ້ຳປາແຕ່ກໍ່ໜ້ອຍກ່ວາທຸກປີ.
ໃນລະດູປາໄສ້ຕັນ ປະມານເດືອນ 3, 4 ແລະ ເດືອນ 8, 9 ໄລ່ຕາມຈັນທະປະຕິທິນ, ແຕ່ລະເຊົ້າ, ເມື່ອເຮືອຫາປາເຂົ້າທຽບຝັ່ງ, ປຊຊ ໄດ້ເອີ້ນກັນໄປຊື້ປາສົດເພື່ອເອົາມາເຮັດນ້ຳປາ.
ຕາມຊາວໝູ່ບ້ານ ນາມໂອ ແລ້ວ, ອາຊີບເຮັດນ້ຳປາໄດ້ມີມາແຕ່ສັດຕະວັດທີ 19, ຜ່ານການເວລາ, ບັນດາລຸ້ນຄົນຍັງໄດ້ຢຶດໝັ້ນຮັກສາອາຊີບນີ້ໄວ້. ເຄັດລັບເພື່ອສ້າງເປັນເຄື່ອງໝາຍນ້ຳປາ ນາມໂອ ມີພຽງແຕ່ ປາ ແລະ ເກືອເປັນຕົ້ນ. ປ້າ ຟານທິງອກບິກ, ຄອບຄົວມີ 4 ລຸ້ນເຮັດນ້ຳປາ ໃຫ້ຮູ້ວ່າ:
ປາກັບເກືອຕ້ອງໄປຄຽງຄູ່ກັນ. ປາຍິ່ງສົດນ້ຳປາກໍ່ຍິ່ງໃສ, ງາມ. ເມື່ອກ່ອນລຸ້ນພໍ່ລຸ້ນອ້າຍໄດ້ຄົວປາແລ້ວໝັກໄວ້ໃນໄຫ. ເພື່ອຮອດລະດູຝົນກໍ່ເອົາໄປຂາຍເພື່ອເອົາເງິນລ້ຽງລູກ. ປະຈຸບັນເຮົາກໍ່ເຮັດຕາມ. ເມື່ອກ່ອນທັງໝູ່ບ້ານໄດ້ເຮັດນ້ຳປາ ແຕ່ມາຮອດປະຈຸບັນຍັງເຫຼືອພຽງປະມານຮ້ອຍຄອບຄົວເທົ່ານັ້ນ. ຖ້າບໍ່ເຮັດອີກ, ອາຊີບເຮັດນ້ຳປາຂອງລຸ້ນພໍ່ລຸ້ນອ້າຍກໍ່ຈະຖືກສູນຫາຍໄປ.
ເຖິງວ່າ ປາໄສ້ຕັນມີພຽງ 2 ລະດູກໍ່ຕາມ, ແຕ່ເພື່ອເຮັດນ້ຳປາ ນາມໂອ ໄດ້ກໍ່ຕ້ອງເສຍເວລາຮອດ 1 ປີ. ນັບແຕ່ການກັ້ງແດດກັນຝົນ, ຄົນໃນແຕ່ລະມື້ ຕະຫຼອດຮອດເວລາກັ່ນນ້ຳປາແຕ່ລະຢອດ. ທຸກຢ່າງລ້ວນແຕ່ໄດ້ຝາກຝັງເຫື່ອແຮງທັງໝົດ ແລະ ນ້ຳໃຈຮັກອາຊີບຂອງຊາວໝູ່ບ້ານ ນາມໂອ. ທ່ານ ເຈິ່ນງອກວິງ ປະທານໝູ່ບ້ານເຮັດນ້ຳປາພື້ນເມືອງ ນາມໂອ ໃຫ້ຮູ້ວ່າ:
ປະຈຸບັນ, ພວກຂ້າພະເຈົ້າມີ 2 ສະມາຊິກບັນລຸມາດຖານ OCCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ) ແລະ ສະຫະກອນ 3 ແຫ່ງ. ແຕ່ລະປີໄດ້ຜະລິດນ້ຳປາສະເລ່ຍ 300.000 ລິດ. ຂ້າພະເຈົ້າຢາກແນະນຳຮູບແບບເຕັກນິກເຮັດນ້ຳປາໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສາມາດເຫັນໄດ້ປະລິມານ, ຄຸນນະພາບ ແລະ ວິທີເຮັດແບບຫັດຖະກຳຂອງພວກຂ້າພະເຈົ້າ.
ປ້າ ຮວິ່ງທິແຮ ອາຍຸ 84 ປີ ແລະ ລູກຂອງຕົນ ຊື່ ແຮະ ທັງເຮັດນ້ຳປາທັງໂອ້ລົມກັນ. ປ້າ ແຮ ໃຫ້ຮູ້ວ່າ: ໃນເວລາ 12 ເດືອນຖ້ານ້ຳປາເປັນກິນ, ຊາວໝູ່ບ້ານ ນາມໂອ ຈະເຮັດຫຼາຍວຽກງານອື່ນໆທີ່ຕິດພັນກັບທະເລ, ເຮັດນ້ຳປາປະເພດອື່ນໆເພື່ອຫາເງິນລ້ຽງຊີບ, ຮັກສາຈັງຫວະການດຳລົງຊີວິດທີ່ສະຫງົບງຽບຂອງໝູ່ບ້ານຊາວປະມົງແຄມທະເລ. ປ້າ ແຮ ເວົ້າວ່າ:
ມີພຽງແຕ່ປາໄສ້ຕັນຈຶ່ງໃຫ້ສີນ້ຳປາງາມ. ລຸ້ນພໍ່ລຸ້ນອ້າຍໄດ້ສອນວ່າ ໝັກປາ 10 ຖ້ວຍແມ່ນໃຊ້ເກືອ 4 ຖ້ວຍ. ໃຊ້ເກືອດີນ້ຳປາຈະແຊບ, ນ້ຳປາປະເພດໃດກໍ່ມີໝົດ. ຂ້າພະເຈົ້າເຮັດອາຊີບນີ້ໄດ້ກ່ວາ 30 ປີແລ້ວ, ຮັກອາຊີບນີ້ຫຼາຍ, ໄດ້ໝັກປາແລ້ວຂາຍຕະຫຼອດປີ.
ໃນຊຸມວັນນີ້, ທະເລ ນາມໂອ ຍັງບໍ່ທັນມີແຫຼ່ງປາໄສ້ຕັນເທື່ອ, ຫີນເກົ່າແກ່ຢູ່ທີ່ນີ້ໄດ້ປົກຄຸມໄປດ້ວຍສີຂຽວຂອງໄຄຫີນ, ນັ້ນກໍ່ແມ່ນຈຸດເວລາທີ່ຊາວປະມົງໄປຂູດເອົາເທົາໃນໄຄຫີນແຕ່ລະຊັ້ນ ແລະ ບັນຍາກາດໃນໝູ່ບ້ານຊາວປະມົງກໍ່ມີຄວາມຄຶກຄື້ນຕື່ມອີກຍ້ອນໄດ້ຮັບແຂກທ່ອງທ່ຽວມາຈາກທົ່ວທຸກສາລະທິດແວ່ຢາມ. ເມື່ອລະດູໄຄຫີນສີ້ນສຸດລົງ, ເຮືອຫາປາເຂົ້າທຽບຝັ່ງດ້ວຍປາໄສ້ຕັນເຕັມນັ້ນ, ຊາວໝູ່ບ້ານ ນາໂອ ພັດມີຄວາມຫ້າວຫັນກ້າວເຂົ້າສູ່ຊຸມວັນເຮັດນ້ຳປາທີ່ມີລົດຊາດຂອງທະເລ ແລະ ເລື່ອງລາວເລົ່າຂານກັນມາຂອງໝູ່ບ້ານຊາວປະມົງທີ່ແກ່ເກົ່າດ້ວຍອາຍຸນັບຮ້ອຍປີ./.
