ໃນທ່າມກາງພື້ນທີ່ອັນໂຫ່ຍໂຕມະໂຫຖານນັ້ນ, ມີສະຖານທີ່ແຫ່ງໜຶ່ງທີ່ບໍ່ຄຶກຄື້ນແຕ່ພັດໄດ້ເຮັດໃຫ້ຄົນເຮົາຕ້ອງໄປຊ້າລົງ. ນັ້ນແມ່ນໝູ່ບ້ານຊາວປະມົງ ວຸງວຽງ, ສະຖານທີ່ສະຫງົບງຽບທ່າມກາງເຂດມໍລະດົກ.
ໂດຍໄດ້ຊ້ອນຕົວຢູ່ທາງຫຼັງບັນດາສາຍພູຫີນປູນ, ໝູ່ບ້ານຊາວປະມົງ ວຸງວຽງ (ນອນໃນບັນດາເຂດມໍລະດົກທຳມະຊາດໂລກ ອ່າວ ຮະລອງ ແຂວງ ກວາງນິງ ໄດ້ປະກົດຂຶ້ນດ້ວຍບັນດາຫຼັງຄາເຮືອນຢູ່ເທິງໜ້ານ້ຳທີ່ລຽບງ່າຍ, ບັນດາເຮືອນ້ອຍໄຫຼໄປຕາມກະແສນ້ຳ.
ບໍ່ມີເສັ້ນທາງເບຕົງ, ບໍ່ມີສຽງແກລົດ, ມີພຽງແຕ່ສຽງຄື້ນທະເລ ແລະ ສຽງພາຍເຮືອທີ່ສະໝ່ຳສະເໝີຂອງຊາວປະມົງເທົ່ານັ້ນ. ຊີວິດຢູ່ທີ່ນີ້ໄດ້ຕິດພັນກັບທະເລ ແລະ ທະເລໄດ້ກາຍເປັນຄວາມຊົງຈຳຂອງຫຼາຍລຸ້ນຄົນ. ທ່ານ ຫວູວັນຮຸ່ງ, ຊາວໝູ່ບ້ານ ວຸງວຽງ ຫວນຄືນວ່າ:
ໝູ່ບ້ານຊາວປະມົງ ວຸງວຽງ ໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 1968, ໃນຈຸດເວລານັ້ນໄດ້ເອີ້ນວ່າບ້ານ ກັບແຢ, ຕາແສງ ຮຸ່ງທັງ. ປຊຊ ໄປມາດ້ວຍເຮືອ ແລະ ທຽບມັດໄວ້ຢູ່ນີ້, ສ້າງເປັນໝູ່ບ້ານຢູ່ເທິງເຮືອ. ເມື່ອສ້າງຕັ້ງໝູ່ບ້ານ, ພວກຂ້າພະເຈົ້າໄດ້ຈັດບັນດາການພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະເປັນປະຈຳ ເພື່ອຮັກສາພື້ນຖານວັດທະນະທຳຂອງ ຮະລອງ.
ສຳລັບຜູ້ທີ່ໄດ້ຕິດພັນກັບໝູ່ບ້ານ ວຸງວຽງ ເປັນເວລາຫຼາຍປີ, ຄວາມງາມຂອງໝູ່ບ້ານຊາວປະມົງແຫ່ງນີ້ ບໍ່ພຽງແຕ່ແມ່ນຍ້ອນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນຈັງຫວະການດຳລົງຊີວິດທີ່ລຽບງ່າຍຂອງຊາວປະມົງອີກດ້ວຍ.
ນັກຖ່າຍຮູບ ໂດ້ຢາງ ຜູ້ທີ່ໄດ້ຕິດພັນ ແລະ ມີພາບຖ່າຍໝູ່ບ້ານຊາວປະມົງ ວຸງວຽງ ຫຼາຍກວ່າໝູ່ຢູ່ ຫວຽດນາມ ໄດ້ແບ່ງປັນວ່າ:
ຫຼາຍຄົນໄດ້ຢືນຢັນວ່າ ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານທີ່ເກົ່າແກ່. ບໍ່ພຽງແຕ່ເທົ່ານັ້ນ, ຊາວປະມົງຢູ່ນີ້ຍັງໄດ້ຕິດພັນກັນ, ໄດ້ດຳລົງຊີວິດຮ່ວມກັນດ້ວຍອາລົມຈິດ, ຕິດພັນກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ມີຄວາມຮັກແພງກັນ. ເຂົາເຈົ້າໄດ້ແບ່ງປັນກັນ ນັບແຕ່ປາແຕ່ລະໂຕ ຕະຫຼອດຮອດຜັກ, ເຂົ້າ, ນ້ຳ… ທຸກສິ່ງເຫຼົ່ານັ້ນໄດ້ສ້າງບັນດາຄວາມຮູ້ສຶກທີ່ພິເສດໃຫ້ແກ່ຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຮັກເຂດດິນແດນນີ້ທີ່ສຸດ.
ໃນຊຸມວັນນີ້, ເມື່ອການທ່ອງທ່ຽວພັດທະນາ, ບັນດາເຮືອນ້ອຍບໍ່ພຽງແຕ່ໄດ້ຮັບໃຊ້ການທຳມາຫາກິນເທົ່ານັ້ນ, ຫາກຍັງໄດ້ກາຍເປັນພາຫະນະສົ່ງແຂກທ່ອງທ່ຽວໄປຄົນຫາເຂດມໍລະດົກອີກດ້ວຍ.
ເອື້ອຍ ຫງວຽນທູຮ່ວຽນ ຜູ້ນຳທ່ຽວຢູ່ໝູ່ບ້ານຊາວປະມົງ ວຸງວຽງ ໃຫ້ຮູ້ວ່າ:
ໂດຍໄດ້ເປັນຜູ້ນຳທ່ຽວ, ສິ່ງເຮັດໃຫ້ຂ້າພະເຈົ້າຕິດພັນກັບໝູ່ບ້ານ ວຸງວຽງ ນັ້ນແມ່ນທິວທັດທຳມະຊາດ ແລະ ມະນຸດຢູ່ທີ່ນີ້ຕິດພັນປະສານກັນ. ຊາວປະມົງຢູ່ທີ່ນີ້ມີຄວາມຈິງໃຈທີ່ສຸດ, ດັ່ງນັ້ນ ຂ້າພະເຈົ້າຢາກແນະນຳຄວາມງາມຂອງເຂົາເຈົ້າກັບແຂກທ່ອງທ່ຽວ, ຄືແນວນັ້ນຈຶ່ງຈະມີແຂກທ່ອງທ່ຽວຫຼາຍຄົນມາແຫ່ງນີ້, ຊ່ວຍໃຫ້ຊີວິດຂອງເຂົາເຈົ້າດີກວ່າອີກ.
ເອື້ອຍ ຕົງທິຍຸງ, ຜູ້ພາຍເຮືອຢູ່ໝູ່ບ້ານຊາວປະມົງ ວຸງວຽງ, ອ່າວ ຮະລອງ ແຂວງ ກວາງນິງ ແບ່ງປັນວ່າ:
ຢູ່ນີ້ທິວທັດທຳມະຊາດສວຍງາມຫຼາຍ. ແຂກທ່ອງທ່ຽວມານີ້ຂ້າພະເຈົ້າຈະພາເຂົາເຈົ້າໄປທ່ຽວອ້ອມໝູ່ບ້ານ. ມື້ໜຶ່ງ 2 ຮອບຄືແນວນັ້ນ. ໂດຍເປັນຊາວປະມົງ, ເມື່ອຫັນໄປເຮັດການທ່ອງທ່ຽວກໍ່ເຫັນວ່າມີລາຍຮັບເປັນປົກກະຕິ, ເຮັດວຽກກໍ່ສະບາຍກວ່າ.
ເຖິງວ່າຊີວິດຈະມີການປ່ຽນແປງຫຼາຍ, ການທຳມາຫາກິນນັບມື້ນັບຟົດຟື້ນກໍ່ຕາມ, ແຕ່ຢູ່ໝູ່ບ້ານຊາວປະມົງ ວຸງວຽງ ແຫ່ງນີ້ ຍັງຮັກສາໄດ້ຫວັງຈະການດຳລົງຊີວິດສະເພາະ. ບໍ່ຟ້າວບໍ່ຟັ່ງ, ຄ່ອຍເປັນຄ່ອຍໄປ, ສະຫງົບງຽບ ແຕ່ທົນທານ….
ບໍ່ມີບັນດາກິດຈະກຳທີ່ໂຫຍ່ໂຕ, ບໍ່ມີບັນດາການບໍລິການທີ່ຄຶກຄື້ນ ແຕ່ໝູ່ບ້ານຊາວປະມົງ ວຸງວຽງ ພັດໄດ້ເກັບບັນດາສິ່ງທີ່ລຽບງ່າຍໄວ້: ນັ້ນແມ່ນຄວາມສະຫງົບສຸກຢູ່ທ່າມກາງເຂດມໍລະດົກ./.
