ໃນບ້ານນ້ອຍແຫ່ງໜຶ່ງຢູ່ຕາແສງ ກີ່ເລື່ອ, ແຂວງ ລ້າງເຊີນ, ບັນດາແມ່ຍິງຊາວເຜົ່ານຸ່ງຟານຊິງ ພວມເມົາມົວກັບການຖັກແສ່ວ, ຕ່ຳຫູກ, ຕັດເສື້ອສີຄາມ… ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ…
ເຖິງວ່າຊີວິດເຂດຕົວເມືອງນັບມື້ນັບພັດທະນາກໍ່ຕາມ, ແຕ່ຫຼາຍຄອບຕົວຊາວເຜົ່ານຸ່ງຢູ່ແຫ່ງນີ້ຍັງມີຄວາມຊີ້ນເຄີຍນຸ່ງຊຸດອາພອນພື້ນເມືອງໃນໂອກາດວັນບຸນຕ່າງໆ, ບຸນປີໃໝ່, ງານສູ່ຂໍ, ງານດອງ ແລະ ການດຳເນີນຊີວິດວັດທະນະທຳເຂດຊຸມຊົນ.
ນັກສີລະປະກອນ ຮ່າທິເທີມ, ຢູ່ຕາແສງ ກີ່ເລື່ອ, ແຂວງ ລ້າງເຊີນ, ຊື່ງໄດ້ຕິດພັນກັບອາຊີບຕັດຫຍິບ ຖັກແສ່ວຊຸດອາພອນພື້ນເມືອງຂອງຊາວເຜົ່ານຸ່ງຟານຊິງ ເປັນເວລາກ່ວາ 40 ປີ ແບ່ງປັນວ່າ:
ປະຈຸບັນ, ຊາວເຜົ່ານຸ່ງຍັງສືບຕໍ່ເຮັດ, ພວກຂ້າພະເຈົ້າໄດ້ເຮັດແພພັນຄໍເພື່ອໄປຕະຫຼາດ, ໄປຫຼີ້ນງານບຸນ… ກະເປົາໃຫຍ່ຈະໃຊ້ພາຍໄປຫຼີ້ນງານບຸນ, ກະເປົານ້ອຍຈະໃຊ້ເປັນປະຈຳວັນ.
ຊາວເຜົ່ານຸ່ງຟານຊິງ ມີຊື່ສຽງດ້ວຍຊຸດອາພອນພື້ນເມືອງມີສີຄາມເຂັ້ມ ຊື່ງໃນນັ້ນຈະມີບັນລວດລາຍອັນອ່ອນນວນ, ສົມດຸນທີ່ໄດ້ຖັກແສ່ວດ້ວຍມື. ບໍ່ພຽງແຕ່ໄດ້ປະກົດໃນຊີວິດເຂດຊຸມຊົນເທົ່ານັ້ນ, ບັນດາຊຸດອາພອນພື້ນເມືອງຖັກແສ່ວດ້ວຍມືຂອງຊາວເຜົ່ານຸ່ງຟານຊິງ ໃນປະຈຸບັນຍັງກາຍເປັນຜະລິດຕະພັນວັດທະນະທຳທີ່ດຶງດູດແຂກທ່ອງທ່ຽວອີກດ້ວຍ.
ແຂກທ່ອງທ່ຽວຫຼາຍຄົນເມື່ອມາ ລ້າງເຊີນ ໄດ້ຊອກຊື້ແພພັນຄໍ, ກະເປົາພື້ນເມືອງ ຫຼືເສື້ອສີຄາມຄືດັ່ງຂອງຂວັນທີ່ເຕັມໄປດ້ວຍສີສັນເຂດພູສູງ. ອ້າຍ ຫງວຽນຫວຽດຢຸ້ງ ມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຂ້າພະເຈົ້າຕົກສະເງີ້ຍ້ອນບັນດາລວດລາຍທີ່ເຮັດດ້ວຍມືທັງໝົດ. ຜະລິດຕະພັນນີ້ແມ່ນມາຈາກທັງພູມປັນຍາ, ກຳລັງເຫື່ອແຮງ, ຄວາມຄ່ອງແຄ້ວ, ເວລາ… ກໍ່ຄືສະແດງໃຫ້ເຫັນຄວາມລະອຽດລະອໍ ແລະ ດຸໝັ່ນທີ່ສຸດ.
ໃນທ່າມກາງຈັງຫວະການດຳລົງຊີວິດທີ່ທັນສະໄໝ, ໝູ່ບ້ານອາຊີບພື້ນເມືອງຖັກແສ່ວຫັດຖະກຳຂອງຊາວເຜົ່ານຸ່ງຟານຊິງ ຢູ່ແຂວງ ລ້າງເຊີນ ແມ່ນຈຸດພິເສດສະເພາະ ເພື່ອໃຫ້ບັນດາຜູ້ຮັກມັກວັດທະນະທຳພື້ນເມືອງມາຢ້ຽມຢາມຊອກຮູ້ ແລະ ຄົ້ນຫາ. ທ່ານນາງ ໂຮ່ທິໂຕອວຽນ ຮອງປະທານຄະນະກຳມະການຕາແສງ ກີ່ເລື່ອ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:
ອາຊີບຖັກແສ່ວຊຸດອາພອນພື້ນເມືອງຂອງຊາວເຜົ່ານຸ່ງຟານຊິງ ບໍ່ທັນໄດ້ສະໜອງອອກສູ່ຕະຫຼາດຫຼາຍ. ໃນໄລຍະຈະມາເຖິງ, ທາງຕາແສງໄດ້ວາງແຜນການ, ມາດຕະການຄື: ສ້າງບັນດາສະຖານທີ່ເພື່ອໃຫ້ບັນດາຄອບຄົວເຂົ້າຮ່ວມການຜະລິດໂດຍກົງ ພ້ອມກັບແຂກທ່ອງທ່ຽວໄດ້ລົງຕົວຈິງນັບແຕ່ຂອດຍ້ອມສີ, ຖັກແສ່ວ, ຕັດຫຍິບ….
ເມື່ອສຽງຕ່ຳຫູກ, ບັນດາຮ່ອງເຂັມ, ລວດລາຍຕ່າງ ຍັງໄດ້ປະກົດມີຢູ່ເຂດພູສູງ ລ້າງເຊີນ ນັ້ນ, ສີຄາມຂອງຊາວເຜົ່ານຸ່ງຟານຊິງ ຍັງຈະໄດ້ຮັກສາໄວ້ໄປເຖິງຫຼາຍລຸ້ນຄົນໃນອະນາຄົດ./.
