ພື້ນ​ຖານ​ໂຄງ​ລ່າງ​ສ້າງ​ໂອ​ກາດ, ນະ​ໂຍ​ບາຍ​ໄດ້​ເປີດ​ທາງ ແຕ່​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ເປັນ​ເຈົ້າ ໄດ້​ຊ່ວຍ​ຊາວ​ກະ​ສິ​ກອນ​ຢູ່​ທີ່ນີ້ ຫັນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ​ຂອງ​ບ້ານ​ເກີດ​ເມືອງນອນ ໃຫ້​ກາຍ​ເປັນ​ການ​ທຳ​ມາ​ຫາ​ກິນ, ເປັນ​ເຈົ້າ​ການ​ສ້າງ​ອະ​ນາ​ຄົດ​ທີ່​ຍືນ​ຍົງ.

ຈາກເຮື​ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ, ອ້າຍ ເຢືອ​ງ​ຟຸກ​ທີມ ຊາວ​ເຜົ່າ​ຢ້າວ, ຢູ່​ບ້ານ ຊົງມອກ, ຕາ​ແສງ ແຮວ່ງ​ໂມ, ນະ​ຄອນ ກວາງ​ນິງ, ໄດ້​ສ້ອມ​ແປງ​ເຮືອນ​ຈິ່ງ​ເຕື່ອງ​ສ້າງ​ດ້ວຍ​ດິນ​ແດງ 2 ຫຼັງ, ຮັກ​ສາ​ສະ​ຖາ​ປັດ​ຕະ​ຍາ​ກຳ​ເກົ່າ​ຂອງ​ທ້ອງ​ຖິ່ນ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັກ​ເຊົາ​ຂອງ​ແຂກ​ທ່ອງ​ທ່ຽວ. ​ຄອບ​ຄົວ​ອ້າຍ​ໄດ້​ຜັນ​ຂະ​ຫ​ຍາຍຮູບ​ແບບ homestay ໃນ​ເວລາ​ປະ​ມານ 2 ປີ​ມານີ້, ໂດຍ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໄດ້​ຈັດ​ ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ດ້ວຍ​ຕົນ​ເອງ:

ກ່ອນນີ້ ລາຍ​ຮັບ​ອີງ​ຕາມ​ການ​ປູກ​ແຄ່, ​ອົບເຊີຍ, ບາງ​ປີກໍ່​ມີ​ລາຍ​ຮັບ ບາງ​ປີກໍ່​ບໍ່​ມີ, ລາຍ​ຮັບ​ບໍ່​ຖາ​ວອນ. ຂ້າ​ພະ​ເຈົ້າ​ຮຽນ​ຕາມ​ໝູ່​ເພື່ອນ, ຫຼັງ​ຈາກນັ້ນ​ກໍ່ຮ່ຳ​ຮຽນ ແລະ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ. ເຮັດ​ກະ​ສິ​ກຳ​ທັງ​ປີ ແມ່ນມີ​ລາຍ​ຮັບ​ເທົ່າ​ກັບ​ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ພຽງ 3 ເດືອນ​ເທົ່າ​ນັ້ນ.

ບໍ່​ພຽງ​ແຕ່​ໄດ້ສ້າງ​ລາຍ​ຮັບ​ຕື່​ມ​ອີກ​ເທົ່າ​ນັ້ນ, ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ຍັງ​ນຳ​ມາ​ເຊິ່ງ​ບັນ​ດາ​ການ​ປ່ຽນ​ແປງ​ໃນ​ວິ​ທີ​ທີ່​ ປ​ຊ​ຊ ເຂດ​ພູ​ສູງ ກວາງ​ນິງ ເປັນ​ເຈ​ົ້າການຊອກ​ຫາ​ໂອ​ກາດ​ພັດ​ທະ​ນາ​ອີກ​ດ້ວຍ. ສິ່ງນິ້​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ບ້ານ ກາວ​ເຊີນ, ຕາ​ແສງ ແຮວ່ງ​ໂມ, ແຫ່ງ​ທີ່​ມີ​ 35 ຄອບ​ຄົວ​ຊາວ​ເຜົ່າ​ຢ້າວ​ ດຳ​ລົງ​ຊີ​ວິດ ຢູ່ຄວາມສູງ​ກ່​ວາ 1000 ແມັດ​ເມື່ອ​ທຽບ​ກັບ​ໜ້າ​ນ້ຳ​ທະ​ເລ.

ຕາມເອື້ອຍ ນົງ​ຢ້ຽວ​ລິນ, ອາ​ຍຸ 26 ປີ, ຊາວ​ເຜົ່າ​ໄຕ​ ຢູ່ ບິນ​ລຽວ, ຜູ້​ຄຸ້ມ​ຄອງ​ສະ​ຫະ​ກອນ ຮວາ​ບິນ​ລຽວ, ພ້ອມ​ກັບ​ໂອ​ກາດ​ມີ​ວຽກ​ເຮັດ​ງານ​ທຳ, ການ​ຕ້ອນ​ຮັບ​ແຂກ ກໍ່​ສ້າງ​ກຳ​ລັງ​ໜູນ​ເພື່ອໃຫ້ ປ​ຊ​ຊ ສ້ອມ​ແປງ​ເຮືອນ​ຢູ່, ປູກ​ສາ​ລີ, ປູກ​ມັນ​ດ້າງ, ມັນ​ຕົ້ນ ແລະ ຮຽນ​ວິ​ທີ​ພົບປະໂອ້ລົມ​ໃນ​ການ​ເຮັດ​ບໍ​ລິ​ການ:

ຈຳ​ນວນ​ແຂກ​ໄປ​ມາຫຼາຍກວ່າ, ຊາວ​ບ້ານ ກາວ​ເຊີນ ຈະ​ໄດ້​ພົບ​ກັບ​ແຂກ​ທ່ອງ​ທ່ຽວຫຼາຍ​ກວ່າ​ອີກ ແລະ ຈະ​ເຫັນ​ວ່າ ບ້ານ​ເກີດ​ເມືອງນອນ​ຂອງຕົນ​ມີ​ການ​ປ່ຽນ​ແປງຫຼາຍ. ທຸກ​ຄົນ​ຈະ​ເຮັດ​ອະ​ນາ​ໄມ​ທຳ​ເຮືອນ​ຊານ​ໃຫ້ສະອາດຂຶ້ນ, ປູກ​ສາ​ລີ, ປູກ​ມັນ​ຕົ້ນ​ຂາຍ​ໃຫ້​ແຂກ​ທ່ອງ​ທ່ຽວ. ຊາວ​ທ້ອງຖິ່ນເກືອບ​ທັງ​ໝົດ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຮັດ​ບໍ​ລິ​ການ. ບາງ​ຄົນ​ເປັນ​ພໍ່​ຄົວ​ແມ່​ຄົວ, ເປັນ​ຜູ້​​ບໍ​ລິ​ການ​ຫ້ອງນອນ, ບາງ​ຄົນ​ປູກ​ຕົ້ນ​ໄມ້…ຢູ່ນີ້​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ຫຼາຍ​ຄົນ.

ຈາກການ​ປ່ຽນ​ແປງ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ປ​ຊ​ຊ ພວມ​ເຂົ້າ​ຮ່ວມ​ເລິກ​ກວ່າ​ໃນ​ລະ​ບົບ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ, ນຳ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ ແລະ ສ້າງ​ມູນ​ຄ່າ​ໂດຍ​ກົງ​ຈາກ​ບັນ​ດາ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ. ທ່ານນາງ ຍື້​ທິ​ເງິ່ນ ຜູ້​ອຳ​ນວຍ​ການ​ໃຫ່​ຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ​ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ (Hanoi Tourism), ຖື​ວ່າ:

ເພື່ອຕ້ອນຮັບ​ແຂກ​ທ່ອງ​ທ່ຽ​ວ​ມາ ບິນ​ລຽວ ໃຫ້​ດີ​ກວ່າ ຫຼື​ວ່າ​ມາ​ບັນ​ດາ​ເຂດ​ຊົນ​ນະ​ບົດ​ອື່ນ​ຄື ຕຽນ​ອຽນ, ແຮວ່ງ​ໂມ, ພິ​ເສດ, ປະ​ຈຸ​ບັນ​ກໍ່​ມີ​ດ່ານ​ຊາຍ​ແດນ, ພວກ​ເຮົາ​ຕ້ອງ​ລົງ​ທຶນ​ໃນ​ການ​ບໍ​ລິ​ການ​ພັກ​ເຊົາ, ສ່ວນ​ການ​ບໍ​ລິ​ການ​ກິ​ນ​ດື່ມ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ມາດ​ຖານ ແລະ ພິ​ເສດ​ແມ່ນ​ການ​ຮ່ວ​ມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ເພື່ອ​ລົງ​ທຶນ​ກໍ່ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຕ້ອນ​ຮັບ​ແຂກ ໃຫ້​ບັນ​ລຸ​ມາດ​ຖານ​ກວ່າ.

ຈາກບັນ​ດາຫຼັງ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ໄດ້​ຮັບ​ການ​ສ້ອມ​ແປງ​ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ຕະຫຼອດ​ຮອດ​ບັນ​ດາ​ຊາວ​ທ້ອງ​ຖິ່ນ ກາວ​ເຊີນ ໄດ້​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ​ພວມ​ເປີດ​ບັນ​ດາ​ວິ​ທີ​ເຮັດ​ໃໝ່​ຢູ່​ເຂດ​ພູ​ສູງ ກວາງ​ນິງ.

ພ້ອມ​ກັນ​ນັ້ນ​, ເລື່ອງ​ຍົກ​ສູງ​ທັກ​ສະ​ການ​ເຮັດ​ການ​ທ່ອງ​ທ່ຽວ, ສ້າງ​ຜະ​ລິດ​ຕະ​ພ​ັນ​ພິ​ເສດ​ສະ​ເພາະ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ບັນ​ດາ​ຄອບ​ຄົວ ຈະ​ຊ່ວຍໃຫ້ປະ​ຊາ​ຄົມ​ເປັນ​ເຈົ້າ​ການ​ກວ່າ​ອີກ​ໃນ​ການ​ຕ້ອ​ນ​ຮັບ​ແຂກ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ. ຜ່ານນັ້ນ, ການ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ເທົ່າ​ນັ້ນ, ຫ​າກ​ຍັງ​ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ ປ​ຊ​ຊ ຕິດ​ພັນ ແລະ ສ້າງ​ຄວາມ​ຮັ່ງ​ມີ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ອີກ​ດ້ວຍ./.