ກຸ່ມໄວຫນຸ່ມຂອງ “ໂຮງງານ” ໄດ້ໃຊ້ເວລາຫຼາຍເພຶ່ອຊອກຫາວັດສະດຸທຳມະຊາດຫຼາຍຊະນິດ ທີ່ມີແຫຼ່ງກຳເນີດຈາກບັນດາໝູ່ບ້ານຫັດຖະກຳດັ້ງເດີມ. ກຸ່ມໄດ້ເລືອກໃຊ້ເສັ້ນໄຍຢວກກ້ວຍ ເນື່ອງຈາກມີຄວາມທົນທານ, ມີໂຄງສ້າງລະອຽດເບົາບາງ, ມີຄວາມສາມາດຕ້ານຄວາມຊຸ່ມ ແລະ ເຊື້ອລາໄດ້ຕາມທຳມະຊາດ ພ້ອມທັງເປັນມິດຕໍ່ສິ່ງແວດລ້ອມ. ນີ້ກໍ່ແມ່ນແຫຼ່ງວັດຖຸດິບທີ່ອຸດົມບົມບູນ ຍັງມີຢູ່ໃນຫຼາຍທ້ອງຖິ່ນຂອງຫວຽດນາມ, ແຕ່ຍັງເປັນວັດສະດຸຂ້ອນຂ້າງໃໝ່ຂອງວົງການຫັດຖະກຳສິນລະປະ. ນາງ ເຈິ່ນ ທູ ຈາງ, ຜູ້ສ້າງຕັ້ງ “ໂຮງງານ” ໃຫ້ຮູ້ວ່າ:
ພວກເຮົາມັກເຫັນວ່າ ກາບຕົ້ນກ້ວຍເປັນສ່ວນທີ່ໃຫຍ່ທີ່ສຸດຂອງຕົ້ນກ້ວຍ. ຫຼັງຈາກການເກັບກ່ຽວໃນແຕ່ລະລະດູ ກາບກ້ວຍຈະກາຍເປັນສິ່ງທີ່ເຫຼືອທາງການກະເສດ. ເມື່ອເປັນສິ່ງທີ່ເຫຼືອແລ້ວມັນກໍຈະມີມູນຄ່າຕ່ຳ. ໃນຖານະເປັນຜູ້ເຮັດວຽກດ້ານການອອກແບບ ແລະ ນຳຜົນງານໄປປະຍຸກໃຊ້ຈິງ, ຂ້າພະເຈົ້າກໍໄດ້ຕັ້ງຄຳຖາມວ່າ “ເຮົາຈະສາມາດນຳເອົາກາບກ້ວຍນີ້ໄປເຮັດຫຍັງໄດ້ແດ່?” ເພື່ອເຮັດໃຫ້ກາບກ້ວຍຈາກເປັນສິ່ງທີ່ເຫຼືອທາງການກະເສດ ກາຍເປັນຜະລິດຕະພັນທີ່ມີມູນຄ່າສູງຂຶ້ນ, ຂ້າພະເຈົ້າຈຶ່ງໄດ້ຄົ້ນຄວ້າເພື່ອສ້າງເປັນບັນດາຜົນງານສິລະປະ.
ໂຄງການ “ເສັ້ນໄຍບົວຊີວະພາບ” ແມ່ນໜຶ່ງທິດທາງການພັດທະນາສິລະປະສີຂຽວຂອງ“ໂຮງງານ”. ກຸ່ມໄວຫນຸ່ມໄດ້ນຳໃຊ້ເສັ້ນໄຍຢວກກ້ວຍມາເຮັດເປັນໂຖດອກບົວ, ພາບໜອງບົວ, ໂຄມໄຟຮູບໃບບົວ ແລະ ຜົນງານອື່ນໆ. ຜົນງານສິລະປະ “ເສັ້ນໄຍບົວຊີວະພາບ” ຖືກນຳໄປໃຊ້ຕົກແຕ່ງພາຍໃນບ້ານ, ໂຮງແຮມ ແລະ ຮ້ານອາຫານ. ນາງ ເຈິ່ນ ທູ ຈາງ, ຜູ້ສ້າງຕັ້ງ “ໂຮງງານ” ໃຫ້ຮູູ້ວ່າ:
ໂດຍມີຈິນຕະນາການແບບສະເໝີຕົ້ນສະເໝີປາຍແຕ່ເບື້ອງຕົ້ນ ນັ້ນແມ່ນການນຳໃຊ້ວັດສະດຸທີ່ໄດ້ມາຈາກການກະເສດຂອງຫວຽດນາມ ສະນັ້ນ ເຮົາຈຶ່ງນຳເອົາເສັ້ນໄຍຢວກກ້ວຍມາປະສົມເພື່ອເຮັດເປັນ ກີບດອກບົວ. ຖ້ານດອກບົວ ຫຼັງຈາກທີ່ດອກບານກໍໄດ້ຕາກແດດ, ຕາກຝົນ ແລະ ແຊ່ນ້ຳປູນໃສເພື່ອບໍ່ໃຫ້ຕົກໂໝກ. ສ່ວນໃບບົວແມ່ນໄດ້ເຮັດຈາກເຈ້ຍຫັດຖະກຳດັ້ງເດີມຄື: ເຈ້ຍສາ, ເຈ້ຍຢ່າງ, ເຈ້ຍຢວກກ້ວຍ. ເຈ້ຍຢວກກ້ວຍແມ່ນເຈ້ຍປະເພດໜຶ່ງທີ່ດີເລີດ, ເຮົານຳໃຊ້ຫຼາຍໃນການອອກແບບຍ້ອນມັນໝັ້ນໜຽວ, ທົນທານ ແລະ ໜ້າເຈ້ຍຍັງມີລັກສະນະພິເສດສະເພາະ.
ນອກຈາກເສັ້ນໄຍຢວກກ້ວຍ, ໂຮງງານຍັງນຳໃຊ້ປະເພດເຈ້ຍຫັດຖະກຳຈາກໄຍພຶກສາສາດ ແລະ ວັດສະດຸທີ່ນຳມາໃຊ້ຄືນປະເພດອື່ນໆ ເພື່ອຜະລິດອອກບັນດາຜະລິດຕະພັນຕົບແຕ່ງ ແລະ ເຄື່ອງ ຫັດຖະກຳແບບງ່າຍໆແຕ່ໃກ້ຊິດຕິດພັນ. ຄຽງຄູ່ກັນນັ້ນ, ໂຮງງານຍັງຈັດຕັ້ງກິດຈະກຳ Workshop ຫັດຖະກຳ, ງານຕະຫຼາດນັດວາງສະແດງ ເພື່ອປະກອບສ່ວນໃຫ້ຫຼາຍຄົນມີໂອກາດສຳຜັດຕົວຈິງ, ມີຄວາມເຂົ້າໃຈຫຼາຍກວ່າເກົ່າກ່ຽວກັບຄຸນຄ່າຂອງການນຳມາຜະລິດຄືນໃໝ່ ແລະ ການໃຊ້ສອຍແບບຍືນຍົງ. ນາງ ບຸ່ຍ ແທງ ເຫວ້, ຮັບຜິດຊອບວຽກງານສື່ມວນຊົນຂອງໂຮງງານ ແບ່ງປັນວ່າ:
ພວກເຮົາແມ່ນໂຮງງານສົມທົບກັບການເປັນຮ້ານຂາຍເຄື່ອງແຫ່ງໜຶ່ງ ນີ້ແມ່ນພື້ນທີ່ແຫ່ງການປະດິດສ້າງທີ່ເປີດສຳລັບໝົດທຸກຄົນ. ແຕ່ລະເດືອນ “ໂຮງງານ” ຈະເປີດຕະຫຼາດນັດ, Workshop. ພວກເຮົາກໍກະກຽມບັນດາຜະລິດຕະພັນທີ່ລ້ວນແຕ່ຂຽນເປັນສອງພາສາ ເພື່ອສະດວກໃນການຮັບຮູ້ໃຫັແກ່ແຂກຕ່າງປະເທດ. ພວກເຮົາຍັງຊອກຮູ້ຄວາມຕ້ອງການຂອງແຂກຕ່າງປະເທດ, ແທນທີ່ຈະຊື້ທັງໂຖດອກບົວ ແຕ່ເຂົາເຈົ້າມັກເລືອກຊື້ພຽງແຕ່ດອກບົວເທົ່ານັ້ນ. ໃນຕໍ່ໜ້າ, ພວກເຮົາກໍຈະເຮັດບັນດາຜະລິດຕະພັນຂະໜາດນ້ອຍ ເຊັ່ນ ສາຍແຂນປະດັບທີ່ຜະລິດຈາກດອກບົວ ແລະ ເສັ້ນໄຍຢວກກ້ວຍ.
ບໍ່ພຽງແຕ່ຊ່ວຍນຳສິ່ງທີ່ເຫຼືອຈາກການກະເສດເປັນຈຳນວນຫຼາຍມາໃຊ້ໃຫ້ເກີດປະໂຫຍດ ແຕ່ຍັງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນນັບຫຼາຍຮ້ອຍຄົນ ແລະ ສະຫະກອນຢູ່ເຂດວັດຖຸດິບອີກດ້ວຍ. ຜະລິດຕະພັນຂອງ “ໂຮງງານ” ກໍໄດ້ຮັບການຕ້ອນຮັບ ແລະ ນິຍົມຊົມຊອບຈາກລູກຄ້າ.
ຂ້າພະເຈົ້າຮູ້ສຶກແປກໃຈຫຼາຍ ເມື່ອຮູ້ບັນດາວັດສະດຸທີ່ພວກເພື່ອນນຳມາສ້າງເປັນຮູບພາບ, ໂຖດອກບົວ ແລະ ອື່ນໆ ຢູ່ “ໂຮງງານ” ໄດ້ເຮັດມາຈາກຕົ້ນກ້ວຍ ເຊິ່ງເປັນສິ່ງທີ່ເຫຼືອຈາກການກະເສດ. ວິທີທີ່ພວກເພື່ອນປະດິດສ້າງຜົນງານສິລະປະນັ້ນ ແມ່ນມີຄວາມເປັນເອກະລັກໂດດເດັ່ນທີ່ສຸດ ແຕ່ຍັງຮັກສາຈິດວິນຍານຂອງຄົນຫວຽດນາມ.
ດ້ວຍສານຂໍ້ຄວາມ “ຈາກສິລະປະສີຂຽວໄປສູ່ຫົວໃຈສີຂຽວ” ກຸ່ມໄວຫນຸ່ມຂອງ “ໂຮງງານ” ປາດຖະໜາໃຫ້ທຸກຄົນດຳລົງຊີວິດແບບໃກ້ຊິດກັບທຳມະຊາດຫຼາຍຂຶ້ນ ແລະ ຖະໜຸຖະໜອມຊັບພະຍາກອນທີ່ ຢູ່ອ້ອມຂ້າງຕົນ. ການອະນຸລັກຮັກສາສິ່ງແວດລ້ອມ ຄວນເລີ່ມຕົ້ນຈາກການປ່ຽນແປງອັນເລັກໆນ້ອຍໆໃນຊີວິດປະຈຳວັນ, ນັບແຕ່ການໝູນໃຊ້ວັດສະດຸເກົ່າໄປເຖິງການຖືເປັນສຳຄັນຄຸນຄ່າຂອງຜະລິດຕະພັນຫັດຖະກຳ.
