ໂຄງ​ການ Re:Craft 2026 ແມ່ນສ່ວນ​ໜຶ່ງ​ສຳ​ຄັນ​ຂອງ “ແຜນ​ຮ່າງ​ພັດ​ທະ​ນາ​ຫັດ​ຖະ​ກຳ​ຍຸກ​ສະ​ໄໝ​ ບົນ​ພື້ນ​ຖານ​ມໍ​ລະ​ດົກ​ໝູ່​ບ້ານ​ອາ​ຊີບ”. ດ້ວຍ​ຫົວ​ເລື່ອງ “ໝູ່​ບ້ານ​ອາ​ຊີບ​ໄດ້​ຮັບ​ການ​ຟື້ນ​ຟູ” ໂຄງ​ການໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ພາກ​ເໜືອ ຫວຽດ​ນາມ (6-13/7/2026), ຊື່ງ​ໄດ້​ເຕົ້າ​ໂຮມຄູ​ອາ​ຈານ ແລະ ນຶກ​ສຶກ​ສາ​ດີ​ເດັ່ນກວ່າ 100 ຄົນທີ່ມາ​ຈາກ 11 ມະ​ຫາ​ວິ​ທະ​ຍາ​ໄລ ພ້ອມ​ດ້ວຍ​ນາຍ​ຊ່າງຢູ່ 5 ໝູ່​ບ້ານ​ອາ​ຊີບ​ຂອງ ຮ່າ​ໂນ້ຍ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ, ນັກ​ສະ​ຖາ​ປະ​ນິກ ຫງວຽນແອັງ​ຕວັນ, ຮອງ​ຜູ້ອຳນວຍການ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ຖາ​ປະ​ນິກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ຫົວ​ເລື່ອງຂອງ​ໂຄງການ Summer Camp ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ, ພວກ​ເຮົາ​ພວມ​ມີ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ. ພວກ​ເຮົາກໍ່​ຢາກ​ຍົກ​ສູງ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຊື່ງ​ໄດ້​ຮັກ​ສາ​ໄວ້​ມາແຕ່​ດົນ​ນານ​ແລ້ວ, ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ, ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ຊຶ່ງພວກ​ເຮົາ​ໄດ້​ສະ​ສົມ​ເຕົ້າໂຮມພາຍຫຼັງຫຼາຍ​ສັດ​ຕະ​ວັດ.

ໃນວິ​ວັ​ດ​ການ​ລຸ​ລ່ວງ​ຈາກ​ພື້ນ​ທີ່​ຕົວ​ຈິງ​ໄປ​ຮອດ​ໂຮງ​ງານ​ປະ​ດິດ​ຄິດ​ສ້າງ, ບັນ​ດາ​ທິມ​ນັກ​ສຶກ​ສາ​ໄດ້​ມີ​ໂອ​ກາດ​ເຮັດ​ວຽກ​ໂດຍ​ກົງ​ກັບ​ບັນ​ດາ​ນາຍ​ຊ່າງ​ຢູ່ 5 ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ​ດີ​ເດັ່ນ, ລວມ​ມີ: ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ສີ​ຂັດ​ມັນ ຮະ​ທາຍ, ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງປັ້ນ​ດິນ​ເຜົາ ກີມ​ລານ, ໝູ່​ບ້ານ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ດ່າວຖຸກ, ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງຈັກ​ສານ ຝູ​ວິງ ແລະ ໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ກວັດ​ດົ້ງ. ນາຍ​ຊ່າງ ຮວ່າງ​ທິ​ເຄືອງ, ໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ກວັດ​ດົ້ງ ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້​າ​ແມ່ນ​ນາຍ​ຊ່າງ​ຜູ້​ໜຶ່ງ​ຂອງໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ກວັດ​ດົ້ງ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເຮັດ​ອາ​ຊີບນີ້​ໄດ້ 4 ລຸ້ນຄົນ​ແລ້ວ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​​ເຮັດ​ແນວ​ໃດເພື່ອພັດ​ທະ​ນາ​ອາ​ຊີບນີ້ ແລະ ຢາກ​ສົມ​ທົບ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ເພື່ອ​ສາ​ມາດ​ແຜ່​ກະ​ຈາຍ​ກ່ຽວກ​ັບ​ອາ​ຊີບ​ຕ່າງໆ, ເພື່ອ​ໃຫ້​ລຸ້ນ​ໜຸ່ມ​ຮັກ​ສາ​ອາ​ຊີບ​ຖັກ​ແສ່ວ​ພື້ນ​ເມືອງ​ຂອງໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ກວັດ​ດົ້ງ ໄວ້.

ທີ່​ໂຄງ​ການ, ບັນ​ດາ​ເພື່ອນ​ນັກ​ສຶກ​ສາ​ໄດ້​ຈັດ​ຕາມ​ຮູບ​ແບບ​ກຸ່ມ​ລະ​ຫວ່າງ​ຂະ​ແໜງ ສົມ​ທົບ​ກັບ​ບັນ​ດາ​ຄວາມ​ສາ​ມາດ​ອອກ​ແບບ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ ແລະ ສື່ມວນຊົນ. ແຕ່​ລະ​ກຸ່ມ​ຈະ​ພ້ອມ​ກັບ​ໝູ່​ບ້ານ​ອາ​ຊີບ​ພື້ນ​ເມືອງ​ໜຶ່ງ​ເພື່ອ​ເຮ​ັດ​ວຽກ​ໂດຍ​ກົງ​ກັບ​ນ່າຍ​ຊ່າງ, ສຳຫຼວດ​ພື້ນ​ທີ່​ຕົວ​ຈິງ, ສັງ​ເກດ​ຂັ້ນ​ຕອນ​ການ​ຜະ​ລິດ, ຊອກ​ຮູ້​ວັດ​ຖຸ​ດິບ, ເຕັກ​ນິກ, ເລື່ອງ​ລາວ​ດ້ານ​ວັດ​ທະ​ນະ​ທຳ ແລະ ບັນ​ດາ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຕົວ​ຈິງ​ຂອງ​ໝູ່​ບ້ານ​ອາ​ຊີບ. ນັກ​ສິ​ລະ​ປະ​ກອນ​ດີ​ເດັ່ນ ໂດ້​ຫວຽດ​ບິງ ປະ​ທານ​ສະ​ມາ​ຄົມ​ເຄື່ອງ​ປັ້ນ​ດິ​ເຜົ​າ​ດິນ​ເຄືອບ ກີມ​ລານ, ໝູ່​ບ້ານ​ອາ​ຊີບຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ​ ກີ​ມ​ລານ-ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

​ ປະ​ຈຸ​ບັນ, ອາ​ຊີບຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ​ ກີ​ມ​ລານ ສ່ວນຫຼາຍ​ແມ່ນ​ຜະ​ລິດ​ເຄື່ອງ​ໃຊ້​ໃນ​ຄອບ​ຄົວ, ເຄື່ອງ​ບູ​ຊາ ກໍ່​ຄື​ໄຫ, ໂຖ, ຊາມ​ຊະ​ນິດ​ຕ່າງໆ… ດົນ​ແລ້ວທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ໃຫຍ່ແບບນີ້ ແລະ ກໍ່ບໍ່​ທັນ​ມີ​ບັນ​ດາ​ນັກ​ອອກ​ແບບ, ນັກ​ສຶກ​ສາ​ມາ​ເພື່ອ​ພ​້ອມ​ກັນ​ອອກ​ແບບ​ບັນ​ດາ​ແບບ​ຜະ​ລິດ​ຕະ​ພັນ​ໃໝ່​ຄື​ແນວນີ້ ເພື່ອ​ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ.

ຈຸດພ​ົ້ນ​ເດັ່ນ​ຂອງ​ໂຄງ​ການ​ແມ່ນ​ເນື້ອ​ໃນ: Re:Connect, ບ່ອນ​ທີ່ບັນ​ດາ​ກຸ່ມ​ນັກ​ສຶກ​ສາ​ປະ​ຕິ​ບັດ​ວີ​ດີໂອ​ເລົ່າ​ເລື່ອງ​ໝູ່​ບ້ານ​ອາ​ຊີບ ຈາກ​ແງ່​ມູມ​ຂອງໄວ​ໜຸ່ມ, ຊື່ງ​ໄດ້​ເປີດ​ບັນ​ດາ​ເລື່ອງ​ລາວຄວາມໃກ້ຊິດ, ຄວາມ​ຮູ້​ສຶກ ແລະ ຄວາມແປກໃໝ່​​ກ່ຽວ​ກັບ​ອາ​ຊີ​ບ​ທີ່​ເປັນ​ມູນ​ເຊື້ອ, ປະ​ກອບ​ສ່ວນ​ນຳ​ມະ​ຫາ​ຊົນ​ຫຍັບມໍ່​ເຂົ້າໃກ້​ກັບບັນ​ດາ​ຄຸນ​ຄ່າ​ຂອງ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ, ນັກ​ສີ​ລະ​ປະ​ກອນ ແລະ ບັນ​ດາ​ແນວ​ຄິດ​ໃໝ່​ເຊື່ອມ​ຕໍ່​ກັນ. ເພື່ອນ ຟ້າມ​ທູ​ຮັ່ງ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ດ້ວຍການ​ເຂົ້າ​ຮ່ວມ​ໂຄງ​ການ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ​ ຈະ​ນຳ​​ບັນ​ດາ​ຄວາມ​ຮູ້​ທີ່​ເຄີຍໄດ້​ຮຽນ​ແລ້ວ ໝູນ​ໃຊ້​ເຂົ້າ​ໃນ​ຕົວ​ຈິງ​ເພື່ອ​ຊ່ວຍ​ຟື້ນ​ຟູ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ໃນ​ປະ​ຈຸ​ບັນ ຕາມ​ທ່າອ່ຽງຢາກ​ປ່ຽນ​ແປງ​ໃໝ່​ໂປຼ​ແກຼມ ຕາມ​ທິດ​ທ່ອງ​ທ່ຽວ​ລົງ​ຕົວ​ຈິງ ເພື່ອ​ໃຫ້ບັນ​ດາ​ເພື່ອນ​ໜຸ່ມ ຫຼືບໍ່​ວ່າ​ຢູ່ໃນ​ເກນ​ອາ​ຍຸ​ໃດ ກໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ຕົວ​ຈິງ​ຢູ່​ໝູ່​ບ້ານ​ອາ​ຊີບ.

ໂຄງ​ການ “Re:Craft 2026 – ໝູ່​ບ້ານ​ອາ​ຊີບ​ໄດ້​ຮັບ​ການ​ຟື້ນ​ຟູ” ແມ່ນຂົວ​ຕໍ່​ຊ່ວຍ​ຫັນ​ປ່ຽນ​ຈາກ​ການ “ຈັດ​ງານ​ບຸນ” ໄປ​ສູ່ “ການ​ສ້າງ​ລະ​ບົບ​ຊີ​ວະ​ພາບ​ປະ​ດິດ​ຄິດ​ສ້າງ​ຕົວ​ເມືອງ​ຍືນ​ຍົງ”, ແຫ່ງ​ທີ່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ຖືກປິດໄວ້​ຢູ່​ໃນ​ຕູ້​ແກ້ວ, ຫາກ​ໄດ້​ກາຍ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຊີ​ວິດ​ຊີ​ວາ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ເສດ​ຖະ​ກິດ​ພູມ​ປັນ​ຍາ”./.