ໂຄງການ Re:Craft 2026 ແມ່ນສ່ວນໜຶ່ງສຳຄັນຂອງ “ແຜນຮ່າງພັດທະນາຫັດຖະກຳຍຸກສະໄໝ ບົນພື້ນຖານມໍລະດົກໝູ່ບ້ານອາຊີບ”. ດ້ວຍຫົວເລື່ອງ “ໝູ່ບ້ານອາຊີບໄດ້ຮັບການຟື້ນຟູ” ໂຄງການໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ພາກເໜືອ ຫວຽດນາມ (6-13/7/2026), ຊື່ງໄດ້ເຕົ້າໂຮມຄູອາຈານ ແລະ ນຶກສຶກສາດີເດັ່ນກວ່າ 100 ຄົນທີ່ມາຈາກ 11 ມະຫາວິທະຍາໄລ ພ້ອມດ້ວຍນາຍຊ່າງຢູ່ 5 ໝູ່ບ້ານອາຊີບຂອງ ຮ່າໂນ້ຍ. ທ່ານຮອງສາດສະດາຈານ, ປະລິຍາເອກ, ນັກສະຖາປະນິກ ຫງວຽນແອັງຕວັນ, ຮອງຜູ້ອຳນວຍການມະຫາວິທະຍາໄລສະຖາປະນິກ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຫົວເລື່ອງຂອງໂຄງການ Summer Camp ແມ່ນມີຄວາມໝາຍທີ່ສຸດ, ພວກເຮົາພວມມີການຫັນປ່ຽນກ່ຽວກັບການເສີມຂະຫຍາຍຄຸນຄ່າມໍລະດົກ. ພວກເຮົາກໍ່ຢາກຍົກສູງຄຸນຄ່າດ້ານວັດທະນະທຳພື້ນເມືອງຊື່ງໄດ້ຮັກສາໄວ້ມາແຕ່ດົນນານແລ້ວ, ບັນດາໝູ່ບ້ານອາຊີບພື້ນເມືອງ, ບັນດາໝູ່ບ້ານອາຊີບຊຶ່ງພວກເຮົາໄດ້ສະສົມເຕົ້າໂຮມພາຍຫຼັງຫຼາຍສັດຕະວັດ.
ໃນວິວັດການລຸລ່ວງຈາກພື້ນທີ່ຕົວຈິງໄປຮອດໂຮງງານປະດິດຄິດສ້າງ, ບັນດາທິມນັກສຶກສາໄດ້ມີໂອກາດເຮັດວຽກໂດຍກົງກັບບັນດານາຍຊ່າງຢູ່ 5 ໝູ່ບ້ານອາຊີບພື້ນເມືອງດີເດັ່ນ, ລວມມີ: ໝູ່ບ້ານອາຊີບຜະລິດເຄື່ອງສີຂັດມັນ ຮະທາຍ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກີມລານ, ໝູ່ບ້ານສະແດງຕຸກກະຕານ້ຳ ດ່າວຖຸກ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ຝູວິງ ແລະ ໝູ່ບ້ານອາຊີບຖັກແສ່ວ ກວັດດົ້ງ. ນາຍຊ່າງ ຮວ່າງທິເຄືອງ, ໝູ່ບ້ານອາຊີບຖັກແສ່ວ ກວັດດົ້ງ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຂ້າພະເຈົ້າແມ່ນນາຍຊ່າງຜູ້ໜຶ່ງຂອງໝູ່ບ້ານອາຊີບຖັກແສ່ວ ກວັດດົ້ງ. ຄອບຄົວຂ້າພະເຈົ້າເຮັດອາຊີບນີ້ໄດ້ 4 ລຸ້ນຄົນແລ້ວ, ຂ້າພະເຈົ້າປາດຖະໜາຢາກເຮັດແນວໃດເພື່ອພັດທະນາອາຊີບນີ້ ແລະ ຢາກສົມທົບກັບບັນດາມະຫາວິທະຍາໄລ ເພື່ອສາມາດແຜ່ກະຈາຍກ່ຽວກັບອາຊີບຕ່າງໆ, ເພື່ອໃຫ້ລຸ້ນໜຸ່ມຮັກສາອາຊີບຖັກແສ່ວພື້ນເມືອງຂອງໝູ່ບ້ານອາຊີບຖັກແສ່ວ ກວັດດົ້ງ ໄວ້.
ທີ່ໂຄງການ, ບັນດາເພື່ອນນັກສຶກສາໄດ້ຈັດຕາມຮູບແບບກຸ່ມລະຫວ່າງຂະແໜງ ສົມທົບກັບບັນດາຄວາມສາມາດອອກແບບ, ວັດທະນະທຳ, ເສດຖະກິດປະດິດຄິດສ້າງ ແລະ ສື່ມວນຊົນ. ແຕ່ລະກຸ່ມຈະພ້ອມກັບໝູ່ບ້ານອາຊີບພື້ນເມືອງໜຶ່ງເພື່ອເຮັດວຽກໂດຍກົງກັບນ່າຍຊ່າງ, ສຳຫຼວດພື້ນທີ່ຕົວຈິງ, ສັງເກດຂັ້ນຕອນການຜະລິດ, ຊອກຮູ້ວັດຖຸດິບ, ເຕັກນິກ, ເລື່ອງລາວດ້ານວັດທະນະທຳ ແລະ ບັນດາຄວາມຕ້ອງການພັດທະນາຕົວຈິງຂອງໝູ່ບ້ານອາຊີບ. ນັກສິລະປະກອນດີເດັ່ນ ໂດ້ຫວຽດບິງ ປະທານສະມາຄົມເຄື່ອງປັ້ນດິເຜົາດິນເຄືອບ ກີມລານ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກີມລານ-ຮ່າໂນ້ຍ ໃຫ້ຮູ້ວ່າ:
ປະຈຸບັນ, ອາຊີບຜະລິດເຄື່ອງປັ້ນດິນເຜົາ ກີມລານ ສ່ວນຫຼາຍແມ່ນຜະລິດເຄື່ອງໃຊ້ໃນຄອບຄົວ, ເຄື່ອງບູຊາ ກໍ່ຄືໄຫ, ໂຖ, ຊາມຊະນິດຕ່າງໆ… ດົນແລ້ວທີ່ບໍ່ໄດ້ເຂົ້າຮ່ວມງານບຸນໃຫຍ່ແບບນີ້ ແລະ ກໍ່ບໍ່ທັນມີບັນດານັກອອກແບບ, ນັກສຶກສາມາເພື່ອພ້ອມກັນອອກແບບບັນດາແບບຜະລິດຕະພັນໃໝ່ຄືແນວນີ້ ເພື່ອພັດທະນາໝູ່ບ້ານອາຊີບ.
ຈຸດພົ້ນເດັ່ນຂອງໂຄງການແມ່ນເນື້ອໃນ: Re:Connect, ບ່ອນທີ່ບັນດາກຸ່ມນັກສຶກສາປະຕິບັດວີດີໂອເລົ່າເລື່ອງໝູ່ບ້ານອາຊີບ ຈາກແງ່ມູມຂອງໄວໜຸ່ມ, ຊື່ງໄດ້ເປີດບັນດາເລື່ອງລາວຄວາມໃກ້ຊິດ, ຄວາມຮູ້ສຶກ ແລະ ຄວາມແປກໃໝ່ກ່ຽວກັບອາຊີບທີ່ເປັນມູນເຊື້ອ, ປະກອບສ່ວນນຳມະຫາຊົນຫຍັບມໍ່ເຂົ້າໃກ້ກັບບັນດາຄຸນຄ່າຂອງໝູ່ບ້ານອາຊີບຫັດຖະກຳ, ນັກສີລະປະກອນ ແລະ ບັນດາແນວຄິດໃໝ່ເຊື່ອມຕໍ່ກັນ. ເພື່ອນ ຟ້າມທູຮັ່ງ ນັກສຶກສາມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ໃຫ້ຮູ້ວ່າ:
ດ້ວຍການເຂົ້າຮ່ວມໂຄງການ, ຂ້າພະເຈົ້າປາດຖະໜາວ່າ ຈະນຳບັນດາຄວາມຮູ້ທີ່ເຄີຍໄດ້ຮຽນແລ້ວ ໝູນໃຊ້ເຂົ້າໃນຕົວຈິງເພື່ອຊ່ວຍຟື້ນຟູບັນດາໝູ່ບ້ານອາຊີບໃນປະຈຸບັນ ຕາມທ່າອ່ຽງຢາກປ່ຽນແປງໃໝ່ໂປຼແກຼມ ຕາມທິດທ່ອງທ່ຽວລົງຕົວຈິງ ເພື່ອໃຫ້ບັນດາເພື່ອນໜຸ່ມ ຫຼືບໍ່ວ່າຢູ່ໃນເກນອາຍຸໃດ ກໍ່ສາມາດເຂົ້າຮ່ວມການຜະລິດຕົວຈິງຢູ່ໝູ່ບ້ານອາຊີບ.
ໂຄງການ “Re:Craft 2026 – ໝູ່ບ້ານອາຊີບໄດ້ຮັບການຟື້ນຟູ” ແມ່ນຂົວຕໍ່ຊ່ວຍຫັນປ່ຽນຈາກການ “ຈັດງານບຸນ” ໄປສູ່ “ການສ້າງລະບົບຊີວະພາບປະດິດຄິດສ້າງຕົວເມືອງຍືນຍົງ”, ແຫ່ງທີ່ມໍລະດົກວັດທະນະທຳບໍ່ຖືກປິດໄວ້ຢູ່ໃນຕູ້ແກ້ວ, ຫາກໄດ້ກາຍເປັນແຫຼ່ງຊັບພະຍາກອນທີ່ມີຊີວິດຊີວາ, ຮ່ວມເດີນທາງພ້ອມກັບເສດຖະກິດພູມປັນຍາ”./.
