ອ້າຍ ຮວ່າງວັນຈ້າງ ເກີດປີ 1992, ຊາວເຜົ່າໄຕ ຢູ່ບ້ານ ແຄວແລງ, ຕາແສງ ເລິມເທື້ອງ ແຂວງ ລາວກາຍ ໄດ້ຕັດສິນໃຈກູ້ຢືມທຶນເພື່ອສ້ອມແປງເຮືອນຮ້ານ ແລະ ເຂດອ້ອມແອ້ມເພື່ອເຮັດການທ່ອງທ່ຽວເຂດຊຸມຊົນ. ປີ 2023, ພາຍຫຼັງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຮູບແບບ “Tay Homes” ໃນເຮືອນຮ້ານປະເພນີຂອງຄອບຄົວອ້າຍໄດ້ຮັບການສ້າງຂຶ້ນ ດ້ວຍເນື້ອທີ່ເກືອບ 1000 m² ກໍ່ໄດ້ເລີ່ມດຶດງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ອ້າຍກໍ່ໄດ້ເຂົ້າຮ່ວມຄະນະຄຸ້ມຄອງການທ່ອງທ່ຽວເຂດຊຸມຊົນຕາແສງ, ມຸ່ງໄປເຖິງການສ້າງໝູ່ບ້ານທ່ອງທ່ຽວບັນລຸມາດຖານ ອາຊຽນ; ພ້ອມທັງສ້າງກອງສິລະປະກອນຊາວໜຸ່ມ. ບັນດາລາຍການສະແດງຂັບແທນ, ສະແດງດົນຕີພື້ນເມືອງ ໄດ້ກາຍເປັນຈຸດພົ້ນເດັ່ນໃຫ້ແກ່ແຂກທ່ອງທ່ຽວ. ອ້າຍ ຮວ່າງວັນຈ້າງ ແບ່ງປັນວ່າ:
ຄວາມດີໃຈທີ່ສຸດເມື່ອເຮັດການທ່ອງທ່ຽວແມ່ນໄດ້ໂຄສະນາ ແລະ ແນະນຳບ້ານເກີດເມືອງນອນ ເທື້ອງເລິມ ຊື່ງແມ່ນເຂດດິນແດນແຫ່ງທີ່ຫາກໍ່ມີຊື່ໃນແຜນທີ່ການທ່ອງທ່ຽວ ຫວຽດນາມ ຂອງພວກຂ້າພະເຈົ້າໄປຍັງແຂກທ່ອງທ່ຽວເປັນຈຳນວນຫຼາຍ. ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງຈະມີຫຼາຍນະໂຍບາຍໜູນຊ່ວຍໃຫ້ແກ່ບັນດາຄອບຄົວເຮັດການທ່ອງທ່ຽວເຂດຊຸມຊົນ, ເພື່ອໃຫ້ບັນດາຜູ້ເຮັດການທ່ອງທ່ຽວທີ່ບໍ່ເປັນມືອາຊີບຄືຂ້າພະເຈົ້າ ສາມາດເຂົ້າຮ່ວມບັນດາຊຸດບຳລຸງສ້າງໃນຂົງເຂດການທ່ອງທ່ຽວເຂດຊຸມຊົນ.
ປີ 2024, ຜົວເມຍເອື້ອຍ ຮວ່າງທິງອດ ໄດ້ຫັນໄປເຮັດການທ່ອງທ່ຽວ homestay ຢູ່ເຮືອນຮ້ານຂອງຄອບຄົວ, ໃນເບື້ອງຕົ້ນມີຫ້ອງນອນ 3 ຫ້ອງ, ສົມທົບກັບລາຍການທ່ອງທ່ຽວລົງຕົວຈິງ. ປີ 2025, homestay ໄດ້ຕ້ອນຮັບບັນດາແຂກຜູ້ທຳອິດ. ປະຈຸບັນ, ແຕ່ລະເດືອນ, ຄອບຄົວເອື້ອຍໄດ້ຮັບແຂກມາພັກເຊົານັບສິບໆເທື່ອຄົນ, ຈັດລາຍການທ່ອງທ່ຽວລົງຕົວຈິງຄື: ຍ່າງຄົ້ນຫາເຂດບ້ານນາ, ກ່ຽວເຂົ້າ, ດຳນາ, ສານກຸບ, ຍ້ອມສີຈາມ, ແຕ່ງກິນ, ສະແດງສິລະປະ… ເອື້ອຍ ງອດ ຍັງສະຫງວນເວລາເພື່ອຮຽນພາສາ ອັງກິດ ຕື່ມອີກ ເພື່ອສາມາດພົວພັນກັບແຂກຕ່າງປະເທດໄດ້ເປັນຢ່າງດີກວ່າ:
ນອ້ງຄິດວ່າແຂກແຕ່ລະຄົນຈະມີຄວາມປາດຖະໜາແຕກຕ່າງກັນ. ບາງຄົນຈະມັກເຮືອນກວ້າງ, ບາງຄົນມັກເຮືອນໃຫຍ່ໂຕ, ສວຍງາມ, ຫລູຫລາ, ບາງຄົນມີຄວາມສຸກເມື່ອສາມາດຫາເງິນໄດ້ຫຼາຍ. ແຕ່ສຳລັບນ້ອງແລ້ວ, ເມື່ອເຮັດການທ່ອງທ່ຽວ, ທັງມີລາຍຮັບ, ທັງໄດ້ເວົ້າ ແລະ ມີຜູ້ຮັບຟັງເຮົາ, ສິ່ງດັ່ງກ່າວເຮັດໃຫ້ນ້ອງມີຄວາມຮູ້ສຶກວ່າ ຄຸນຄ່າຂອງຕົນເອງໄດ້ຍົກສູງຂຶ້ນ. ນ້ອງສາມາດໄດ້ພົບປະກັບຫຼາຍຄົນ, ທັດສະນະການດຳລົງຊີວິດກໍ່ມີການປ່ຽນແປງໄປຕາມທິດທີ່ຕັ້ງໜ້າກວ່າ. ດັ່ງນັ້ນ, ນ້ອງຈຶ່ງຕັດສິນໃຈເຮັດການທ່ອງທ່ຽວ.
ປະຈຸບັນ, ທົ່ວຕາແສງ ເທື້ອງເລິມ ມີ 6 ຮູບແບບການທ່ອງທ່ຽວເຂດຊຸມຊົນ, ໃນນັ້ນ ມີ 5 ຮູບແບບໂດຍຊາວໜຸ່ມເປັນເຈົ້າຂອງ, ສຸມໃສ່ການໃຫ້ພັກເຊົ່າຫ້ອງນອນ ແລະ ເຮັດການທ່ອງທ່ຽວລົງຕົວຈິງດ້ານວັດທະນະທຳ, ທຳມະຊາດ. ສະເລ່ຍແຕ່ລະເດືອນ, ບັນດາ homestay ຕ້ອນຮັບແຂກທ່ອງທ່ຽວປະມານ 50 ຂະບວນ, ລາຍຮັບປະມານ 4000 USD. ການທ່ອງທ່ຽວເຂດຊຸມຊົນບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບເທົ່ານັ້ນ, ຫາກຍັງໄດ້ສ້າງວຽກເຮັດງານທຳຜ່ານບັນດາການສະແດງສິລະປະ, ແນະນຳການທ່ອງທ່ຽວລົງຕົວຈິງ, ຂາຍຜະລິດຕະພັນພື້ນເມືອງຄື: ໜໍ່ໄມ້, ເປັດ, ປາ… ປະກອບສ່ວນຍົກສູງຊີວິດຂອງ ປຊຊ. ເອື້ອຍ ຮວ່າງທິແຢັດ ເລຂາຊາວໜຸ່ມຕາແສງ ເລິມເທື້ອງ ໃຫ້ຮູ້ວ່າ:
ໃນໄລຍະທີ່ຈະມາເຖິງ, ຄະນະຊາວໜຸ່ມຕາແສງ ຈະສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນໜຸ່ມເຮັດການທ່ອງທ່ຽວ, ຍູ້ແຮງການຫັນເປັນດີຈີຕອນ ໃນການໂຄສະນາ, ເຊື່ອມຕໍ່ ແລະ ທະວີຄູນບັນດາຮູບແບບທີ່ບັນລຸປະສິດທິຜົນ, ພິເສດແມ່ນສຳລັບບັນດາຮູບແບບພົ້ນເດັ່ນຢູ່ບ້ານ ແຄວແລງ. ພ້ອມທັງເສີມຂະຫຍາຍບົດບາດຂົວຕໍ່ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ສ້າງເງື່ອນໄຂເພື່ອໃຫ້ຊາວໜຸ່ມກ້າເລີ່ມດຳເນີນທຸລະກິດ, ກໍ່ຮ່າງສ້າງຕົວໃນບ້ານເກີດເມືອງນອນ.
ຈາກເຮືອນຮ້ານ, ເຮືອນດິນຫຼັງຕ່າງໆ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ເລິມເທື້ອງ, ແຂວງ ລາວກາຍ ພວມຫັນຄວາມສາມາບົ່ມຊ້ອນເປັນໂອກາດພັດທະນາເສດຖະກິດເທື່ອລະກ້າວ. ເຖິງວ່າ ບັນດາຮູບແບບການທ່ອງທ່ຽວເຂດຊຸມຊົນຫາກໍ່ໄດ້ສ້າງຕັ້ງຂຶ້ນກໍ່ຕາມ ແຕ່ກໍ່ໄດ້ປະກອບສ່ວນຮັກສາສີສັນວັດທະນະທຳ, ເປີດທິດເດີນແບບຍືນຍົງໃຫ້ແກ່ຊາວໜຸ່ມເຂດພູສູງ, ສ້າງສາບ້ານເກີດເມືອງນອນ ເລິມເທື້ອງ ໃຫ້ນັບມື້ນັບພັດທະນາ./.
