ໂດຍ​ຕັ້ງ​ຢູ່​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ ຫວຽດ​ນາມ, ຕາ​ແສງ ທູ​ລຸ້ມ (ແຂວງ ລາຍ​ເຈົາ) ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ຮ່າ​ຍີ່, ລາ​ຮູ, ຢ້າວ. ຢູ່​ແຫ່ງນີ້​ເງື່ອນ​ໄຂ​ທຳ​ມະ​ຊາດ​ຮ້າຍແຮງ, ທາງ​ຄົມ​ມະ​ນາ​ຄົມ​ຖືກ​​ຕັດແຍກ, ແຕ່​ໃນ​ຊຸມ​ປ​ີ​ຜ່ານ​ມາ, ຍ້ອນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຂອງ​ພັກ, ລັດ ຜ່ານ​ລະ​ບົບ​ນະ​ໂຍບາ​ຍ​ຊົນ​ເຜົ່າ ແລະ ບັນ​ດາ​ໂຄງ​ການ​ເປົ້​າ​ໝາຍ​ແຫ່ງ​ຊາດ, ທູ​ລຸ້ມ ໄດ້​ຄ່ອຍໆ​ຫັນ​ປ່ຽນ​, ສ້າງ​ໂສມໜ້າ​ໃໝ່​​ທັງດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ​ຊີ​ວິດ​ທາງ​ດ້ານ​ວັ​ດ​ທະ​ນະ​ທຳ ຈິດ​ໃຈ​ໃຫ້​ແກ່ປະ​ຊາ​ຊົນ.

ບັນ​ດາ​ເສັ້ນ​ທາງ​ເບ​ຕົງ​ທີ່​ເຊື່ອມ​ຕໍ່​ກັບໝູ່​ບ້ານ, ໄຟ​ຟ້າ​ໄດ້​ມາ​ຍັງແຕ່​ລະ​​ຄອບ​ຄົວ, ບັນ​ດາ​ສວນ​ຢາ​ສະ​ໝູນໄພ​ຂຽວ​ອຸ່ມ​ທຸ່ມ… ນັ້ນ​ແມ່ນ​​ຮູບ​ພາບໃໝ່, ​ພິ​ສູດ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຢ່າງ​ແຮງ ພ້ອມ​ກັບ​ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ປະ​ຊ​າ​ຄົມ​ບັນ​ດາ​ເຜົ່າ​ຢູ່ ທູ​ລຸ້ມ, ແຫ່ງ​ທີ່​​ເຄີຍ​ປະ​ເຊີນ​ໜ້າ​ກັບ​ຄວາມ​ອຶດ​ຫິວ, ທຸກ​ຍາກ​ມາຫຼາຍ​ປີຢູ່​ເຂດ​ຊາຍ​ແດນ​ແຂວງ ລາຍ​ເຈົາ.

ຫວນ​ຄືນ​ການ​ດຳ​ລົງ​ຊີ​ວິດ​ໃນ​ເມື່ອ​​ກ່ອນ ​ເມື່ອ​ເງື່ອນ​ໄຂ​ທຳ​ມະ​ຊາດຍັງຮ້າຍ​ແຮງ, ທາງ​ຄົມ​ມະ​ນາ​ຄົມ​ຖືກ​ຕັດ​ແຍກ, ​ໄຟ​ຟ້າບໍ່​ມີ, ​ນ້ຳ​ຍັງ​ຂາດ​ເຂີນ, ພໍ່​ແມ່​ປະ​ຊ​າ​ຊົນ​ພຽງ​ແຕ່​​ລຶ້ງເຄີຍ​ກັບ​ການ​ຜະ​ລິດ​​ແບບກະ​ແຈກ​ກະ​ຈາຍ, ດຳ​ລົງ​ຊີ​ວິດແບບ​ຊົ່ວ​ຄາວ, ທ່ານ ຈູຍູ່​ກ່າ, ຊົນ​ເຜົ່າ ຮ່າ​ຍີ່, ຢູ່​ບ້ານ ແມ໊ຢ໊ອງ, ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ ຕາ​ແສງທູ​ລຸ້ມ ມາເປັນ​ເວ​ລາກວ່າ 60 ປີ, ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ການ​ປ່ຽນ​ແປງ​ຂອງ​ໝູ່​ບ້ານ, ບ້ານ​ເກີດ​ເມືອງນອນ.

“ການ​ດຳ​ລົງ​ຊີ​ວິດຂອງ​ປະ​ຊາ​ຊົນ ແລະ ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ໄດ້​​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ນັບ​ແຕ່​ເມື່ອ​ມີ​ກົງ​ຈັກ​ການ​ນຳ​ໃໝ່, ສະ​ພາບ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່ ແລະ ພັດ​ທະ​ນາ​ກວ່າ. ໄຟ​ຟ້າ, ເສັ້ນທາງ, ໂຮງ​ຮຽນ, ສຸກ​ສາ​ລາ ໄດ້​ຮັບ​ການ​ລົງ​ທຶນ ແລະ ມີ​ຄວາມໝັ້ນ​ຄົງກວ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້”.

ຕາ​ແສງ ທູ​ລຸ້ມ ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ໂຮມຕາ​ແສງ ກາ​ລັງ ​ເຂົ້າ​ກັບ ທູ​ລຸ້ມ (ເມືອງ ເມື່ອງ​ແຕ່ ເກົ່າ)​. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 1 ຄະ​ນະ​ພັກ​ຕາ​ແສງ ທູ​ລຸ້ມ ​ໄລ​ຍະ 2025 – 2030 ໄດ້​ກຳ​ນົດ​ເປົ້າ​ໝາຍ​ຮອດ​ປີ 2030, ກາຍ​ເປັນ​ຕາ​ແສງ​ພັດ​ທະ​ນາ​ປານ​ກາງ​ດີ​ຂອງ​ແຂວງ ລາຍ​ເຈົາ. ເພື່ອ​ຫັນ​ເປົ້າ​ໝາຍນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທູ​ລຸ້ມ ໄດ້​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດອີງ​ຕາມ​​ທ່າ​ໄດ້​ປຽບ​ຂອງ​ເຂດ​ພູ​ສູງ, ສົ່ງ​ເສີມ​ພັດ​ທະ​ນາ​ການ​ບໍ​ລິ​ການ. ທ່ານ ເປີ່​ກໍ​ຕື, ເລ​ຂ​າ​ໜ່ວຍພັກ​ບ້ານ ແມ໊ຢ໊ອງ, ໃຫ້​ຮູ້​ວ່າ:

“ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ… ຢູ່​ບໍ​ລິ​ເວນ​ຕາ​ແສງ ເວົ້າ​ລວມ, ບ້ານ ແມ໊ຢ໊ອງ ເວົ້າ​ສະ​ເພາະ, ຕາມ​ມະ​ຕິ​ຊີ້​ນຳ​ແມ່ນຈາກ​ຕາ​ແສງ ລົງມາ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ຜັນ​ຂະ​ຫຍາຍໃຫ້​ສະ​ມາ​ຊິກ​ພັກ​ໃນໜ່ວຍ​ພັກ ແລະ ພໍ່​ແມ່​ປະ​ຊາ​ຊົນ. ຕົ້ນ​ໄມ້​ຊະນິດໃດ​ທີ່​ເໝາະ​ສົມ​ກັບ​ທ້ອງ​ຖິ່ນ​ຂອງ​ຕົນ, ໜ່ວຍ​ພັກ​ກໍ່ຊີ້​ນຳ ແລະ ໂຄ​ສະ​ນາເພື່ອໃຫ້​ແກພໍ່​ແມ່​ປະ​ຊາ​ຊົນ​ເຮັດ”.

ໂດຍໝູນ​ໃຊ້ທ່າໄດ້​ປຽບ​ຂອງ​ເນື້ອ​ທີ່​ປ່າ​ທຳ​ມະ​ຊາດ​ທີ່ກວ້າງ​ໃຫຍ່, ທູ​ລຸ້ມ ພວມ​ຄ່ອຍໆ​ສ້າງ​ເປັນ​ເຂດ​ປູກ​ຢາ​ສະ​ໝູນ​ໄພ​ດ້ວຍຂອບ​ຂະ​ໜາດ​ໃຫຍ່, ຄື: ກະວານດຳ, ຕົ້​ນ​ແຄ່, ຫົວ​ສີ​ໄຄ, ເຂດ​ປູກໂສມ ລາຍ​ເຈົາ… ພວມ​ຄ່​ອຍໆ​ໄດ້​ຮັບ​ການ​ເປີດກວ້າງ.

ທ່ານ ລິ໊ຈຸຍ​ຫື່, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທູ​ລຸ້ມ, ໃຫ້​ຮູ້​ວ່າ: ຕົ້ນ​ຢາ​ສະ​ໝູນ​ໄພ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພືດ​ຍ​ຸດ​ທະ​ສາດ ທີ່ມີມູນ​ຄ່າ​ດ້ານ​ເສດ​ຖະ​ກິດ​ສູງ ແລະ ພືດທີ່​ເປັນ​ສິນ​ຄ້າ. ມີ​ຫຼາຍ​ຮູບ​ແບບສ້າງລາຍ​ຮັບ​ໄດ້​ແຕ່ 60 – 100 ລ້ານ​ດົ່ງ (2.400 – 4.000 USD)/ເຮັກ​ຕາ, ສູງກວ່າ​ຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ການເຮັດໄຮ່ແບບດັ້ງເດີມ. ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍກ່ຽວກັບແນວພັນ, ທຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ, ການ​ຖ່າຍ​ທອດ​ວິ​ທະ​ຍາ​ສາດ ເຕັກ​ນິກ; ມີ​ຫຼາຍ​ຄອບ​ຄົວ​ຊາວ​ເຜົ່າ ຮ່າ​ຍີ່, ລາຮູ ໄດ້​ກ້າ​ປ່ຽນ​ໃໝ່ຈີນ​ຕະ​ນາ​ການ​ຜະ​ລິດ, ບືນ​ຕົວ​ຂຶ້​ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງ​ມີ​ຢູ່​​ດິນ​ແດນ​ແຫ່ງ​ບ້ານ​ເກີດ​ເມືອງນອນ​ເທື່ອ​ລະ​ກ້າວ.

“ຕາ​ແສງ​ໄດ້​ສົ່ງ​ເສີມ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ໜ່ວຍ​ຮ່ວມ​ມື, ສະ​ຫະ​ກອນ​ປູກ​ຕົ້ນ​ຢາ​ສະ​ໝູນ​ໄພ, ດຶງ​ດູດ​ການ​ລົງ​ທຶນ, ລົງ​ນາ​ມສັນ​ຍາ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ກໍ່​ກຳ​ນົດ​ວ່າ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ປູກ​ຕົ້ນ​ຢາ​ສະ​ໝູນ​ໄພ​ຢູ່​ໃຕ້​ຮົ່ມ​ໄມ້ປ່າ​ແມ່ນ​ການ​ກຳ​ນົດທິດ​ໄລ​ຍະ​ຍາວ, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ເລື່ອງ​ຜັນ​ຂະ​ຫຍາຍ​ການ​ກຳ​ນົດ​ທິດນີ້​​ຢ່າງ​ມີ​ປະ​ສິດ​ທິ​ຜົນຈະ​ປະ​ກອບ​ສ່ວນ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ປ່າ​ໃຫ້​ເໝາະ​ສົມ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ, ປົກ​ປັ​ກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ຊີ​ວະ​ພາບ ແລະ ຊຸກ​ຍູ້​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອ​ງ​ຖິ່ນ​ໃຫ້​ພັດ​ທະ​ນາ​ຕາມ​ທິດ​ຍືນ​ຍົງ”.

ຈາກ​ຕາ​ແສງ​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ, ປະ​ຈຸ​ບັນ ທູ​ລຸ້ມ ໄດ້​ມີ​ໂສມ​ໜ້າ​ໃໝ່, ແມ່ນ​ບ່ອນ​ອີງ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ​ໃຫ້​ເຂດ​ຊາຍ​ແດນ, ເພື່ອ​ໃຫ້​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບມີ​ຄວາມ​ອີ່ມ​ໜ​ຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ.