ປະຈຸບັນ, ຢູ່ ຕາແສງ ຕຽນດຽນ, ແຂວງ ຮ່າຕິ້ງ, ຫຼາຍຄອບຄົວໄດ້ກ້າໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກ, ຜະລິດແບບຄົບວົງຈອນໃນເຮືອນຮົ່ມ ແລະ ຫັນປ່ຽນໂຄງປະກອບຕົ້ນປູກ, ເປີດທິດເດີນໃໝ່ໃຫ້ແກ່ການຜະລິດກະສິກຳ. ໃນນັ້ນ, ພົ້ນເດັ່ນແມ່ນຮູບແບບປູກໝາກແຄນຕະລຸບ (Cantaloupe) ໃນເຮືອນຮົ່ມຂອງຄອບຄົວ ເອື້ອຍ ຫງວຽນທິມິນເຍິດ ຢູ່ຕາແສງ ແທັງມິນ ດ້ວຍເນື້ອທີ່ 5.000m2 ຊື່ງພວມເສີມຂະຫຍາຍປະສິດທິຜົນ. ຄອບຄົວເອື້ອຍ ຫງວຽນທິມິນເຍິດ ໄດ້ຮັກສາການຜະລິດຜົນລະປູກໝາກແຄນຕະລຸບ 3 ລະດູຕໍ່ປີ, ແຕ່ລະລະດູໃຫ້ໝາກປະມານ 4 ໂຕນ, ໄດ້ກຳໄລແຕ່ 10.000-12.000 USD. ເອື້ອຍ ຫງວຽນທິມິນເຍິດ ໃຫ້ຮູ້ວ່າ:
ໝາກແຄນຕະລຸບປູກຍາກທີ່ສຸດ. ຢູ່ຮາກຖານການຜະລິດຂອງພວກຂ້າພະເຈົ້າມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນ, ໝາກແຄນຕະລຸບໄດ້ຮັບການບົວລະບັດເປັນຢ່າງດີທີ່ສຸດ. ມາຮອດຈຸດເວລານີ້, ໝາກແຄນຕະລຸບໄດ້ສົ່ງໄປຂາຍຢູ່ຕະຫຼາດແລ້ວ. ໜ່ວຍງາມ, ລົດຊາດຫວານ, ລູກຄ້າໄດ້ນິຍົມທີ່ສຸດ.
ຮູບແບບປູກໝາກແຄນຕະລຸບໃນເຮືອນຮົ່ມພວມກາຍເປັນທິດການຜະລິດທີ່ນຳມາເຊິ່ງມູນຄ່າເສດຖະກິດສູງໃຫ້ແກ່ຫຼາຍຄອບຄົວຂອງຕາແສງ ຕຽນດຽນ, ແຂວງ ຮ່າຕິ້ງ. ອ້າຍ ເຈິ່ນວັນຕວັນ ຕາແສງ ຕຽນດຽນ, ພວມກະກຽມເກັບກ່ຽວໝາກແຄນຕະລຸບ 1.200 ກົກ ໃຫ້ຮູ້ວ່າ:
ປີນີ້ເຖິງວ່າອາກາດຮ້ອນເອົ້າກໍ່ຕາມ ແຕ່ດ້ວຍການໝູນໃຊ້ວິທີການ, ໃສ່ຝຸ່ນອົງຄະທາດ, ຕົ້ນແຄນຕະລຸບກໍ່ຂະຫຍາຍຕົວເປັນຢ່າງດີ, ໝາກບັນລຸມາດຖານ ແລະ ໃຫ້ສະມັດຕະພາບສູງເມື່ອທຽບກັບລະດູກ່ອນໆ. ເພື່ອມີຜະລິດຕະພັນປອດສານພິດເອົາໄປຂາຍຢູ່ຕະຫຼາດ ແມ່ນຕ້ອງໃສ່ຝຸ່ນອົງຄະທາດ, ຕົ້ນຈຶ່ງຂະຫຍາຍຕົວແຮງ ແລະ ໃຫ້ໝາກມີລົດຊາດຫວານ. ປີນີ້ໝາກແຄນຕະລຸບມີລົດຊາດຫວານກວ່າປີກາຍ.
ດ້ວຍການລົງທຶນຢ່າງມີແບບມີແຜນ ແລະ ນຳໃຊ້ບັນດາມາດຕະການເຕັກນິກຢ່າງຄົບຊຸດເຂົ້າໃນການຜະລິດ ຄື: ຕິດຕັ້ງລະບົບຫົດນ້ຳເປັນຢອດ ຊ່ວຍສະໜອງນ້ຳ ແລະ ສານບຳລຸງທີ່ເໝາະສົມ ພ້ອມກັນນັ້ນ ກໍ່ປະຢັດຄ່າໃຊ້ຈ່າຍ ແລະ ຄ່າແຮງງານ. ເລືອກແນວພັນປູກຢູ່ບັນດາຫົວໜ່ວຍທີ່ເຊື່ອໝັ້ນໄດ້, ມີແຫຼ່ງກຳເນີດຈະແຈ້ງ.
ຜົນສຳເລັດຂອງບັນດາຮູບແບບປູກຕົ້ນແຄນຕະລຸບໃນເຮືອນຮົ່ມ ບໍ່ໄດ້ມາຈາກພຽງແຕ່ການເປັນເຈົ້າການຂອງ ປຊຊ, ຫາກຍັງມີການຮ່ວມເດີນທາງຂອງອຳນາດການປົກຄອງທ້ອງຖິ່ນໃນການວາງແຜນຜັງໜູນຊ່ວຍ ແລະ ສົ່ງເສີມການພັດທະນາການຜະລິດ. ໃນຊຸມປີທີ່ຜ່ານມາ, ອຳນາດການປົກຄອງຕາແສງ ຕຽນດຽນ ໄດ້ຍູ້ແຮງການຂົນຂວາຍ ປຊຊ ສ້າງບັນດາຮູບແບບຜະລິດຕາມທິດປອດສານຜິດ, ຍືນຍົງ. ທ່ານ ກ່ຽວດິນກົງ, ປະທານສະມາຄົມຊາວກະສິກອນຕາແສງ ຕຽນດຽນ, ແຂວງ ຮ່າຕິ້ງ ໃຫ້ຮູ້ວ່າ:
ໃນໄລຍະເວລາມໍ່ໆມານີ້, ແນວພັນແຄນຕະລຸບໄດ້ໃຫ້ປະສິດທິຜົນສູງທີ່ສຸດ ແລະ ເໝາະສົມກັບເຂດດິນຂອງທ້ອງຖິ່ນ. ແລະຮູບແບບນີ້ກໍ່ໄດ້ສ້າງວຽກເຮັດງານທຳໄດ້ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນຫຼາຍຂຶ້ນເປັນເທື່ອລະກ້າວ. ຮູບແບບນີ້ໄດ້ສ້າງລາຍຮັບສູງພໍສົມຄວນ ຄືປະມານກວ່າ 3.900 USD /ລະດູ. ໃນໄລຍະທີ່ຈະມາເຖິງ, ທ້ອງຖິ່ນກໍ່ຈະຮ່ວມເດີນທາງພ້ອມກັບບັນດາຄອບຄົວເອກະເທດ ເພື່ອໃຫ້ນັບມື້ນັບພັດທະນາໃນວົງກວ້າງ. ພິເສດ, ອຳນາດການປົກຄອງທ້ອງຖິ່ນຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອຈຳໜ່າຍຜະລິດຕະພັນ, ສ້າງວຽກເຮັດງານທຳ ແລະ ການທຳມາຫາກິນໃຫ້ຊາວກະສິກອນໃນບໍລິເວນຕາແສງ.
ໝາກແຄມຕະລຸບປູກໃນເຮືອນຮົ່ມມີສົ້ນອອກເປັນປົກກະຕິພໍສົມຄວນ, ຫລຸດຜ່ອນຄ່າແຮງງານໄດ້ຫຼາຍກວ່າການປູກຕົ້ນໄມ້ຊະນິດອື່ນໆ. ຮູບແບບນີ້ໄດ້ປະກອບສ່ວນຍົກສູງລາຍຮັບຂອງຄອບຄົວ, ພ້ອມທັງສ້າງກຳລັງໜູນເພື່ອໃຫ້ຊາວກະສິກອນຫຼາຍຄົນ ກ້າຫັນປ່ຽນການພັດທະນາກະສິກຳເຕັກໂນໂລຊີສູງ./.
