ມະຕິກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV ກ່ຽວກັບການສ້າງ ແລະ ພັດທະນາຫວຽດນາມກາຍເປັນປະເທດທະເລທີ່ເຂັ້ມແຂງ (ມະຕິເລກທີ 20-NQ/TW) ກຳນົດພັດທະນາພະລັງງານທົດແທນ ແລະ ບັນດາຂະແໜງການ, ຂົງເຂດທະເລໃໝ່ຢ່າງແຮງ. ໃນນັ້ນ, ເປົ້າໝາຍຮອດປີ 2030, ສະມັດຕະພາບໄຟຟ້າແຮງລົມຢູ່ນອກຝັ່ງບັນລຸ 6 – 17 GW. ການປະສົບຜົນສຳເລັດໃນການລົງທຶນບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງແມ່ນໂອກາດຄຳເພື່ອໃຫ້ ຫວຽດນາມບຸກທະລຸດ້ານເສດຖະກິດທະເລ.
ດ້ວຍຝັ່ງທະເລທີ່ຍາວກວ່າ 3.260 ກີໂລແມັດ, ເຂດເສດຖະກິດຈຳເພາະກວ້າງກວ່າ 1 ລ້ານກີໂລຕາແມັດ, ພ້ອມກັບແຫຼ່ງຊັບພະຍາກອນແຮງລົມຢູ່ນອກຝັ່ງແມ່ນໂອກາດເພື່ອໃຫ້ຫວຽດນາມພັດທະນາແຫຼ່ງໄຟຟ້າສະອາດດ້ວຍຂອບຂະໜາດໃຫຍ່. ການພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງຈະປະກອບສ່ວນຫຼຸດຜ່ອນການເອື່ອຍອີງໃສ່ເຊື້ອໄຟນຳເຂົ້າ, ຫັນໂຄງປະກອບແຫຼ່ງໄຟຟ້າເປັນຫຼາຍຮູບແບບ ແລະ ເພີ່ມຄວາມສາມາດໃນການຮັບມືກັບບັນດາການຜັນແປຂອງຕະຫຼາດໂລກ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ. ທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ ດ້ວຍຄວາມກ້າວໜ້າດ້ານເຕັກໂນໂລຢີໃນປັດຈຸບັນ, ໄຟຟ້າແຮງລົມຢູ່ນອກຝັ່ງ ອາດສາມາດກາຍເປັນແຫຼ່ງກຳລັງສຳຄັນເພື່ອຮັບໃຊ້ຄວາມຕ້ອງການໄຟຟ້າພາຍໃນປະເທດ, ສົ່ງອອກໄຟຟ້າສີຂຽວ ແລະ ພັດທະນາ hydrogen ສີຂຽວ.
ບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງແມ່ນບັນດາໂຄງການໃຫຍ່. ເປົ້າໝາຍຂອງພວກເຮົາເມື່ອສ້າງບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງບໍ່ພຽງແຕ່ຢຸດຢູ່ການກໍ່ສ້າງບັນດາໂຄງການຜະລິດກະຈາຍໄຟຟ້າເທົ່ານັ້ນ ຫາກຍັງສ້າງລະບົບຕ່ອງໂສ້ອຸດສາຫະກຳ, ການບໍລິການໄຟຟ້າແຮງລົມຢູ່ນອກຝັ່ງເທື່ອລະກ້າວ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບພັນຄົນ, ເພີ່ມລາຍຮັບ ແລະ ຍົກສູງຄວາມສາມາດດ້ານອຸດສາຫະກຳແຫ່ງຊາດອີກດ້ວຍ. ໃນໄລຍະຍາວ, ຫວຽດນາມຕ້ອງມຸ່ງໄປເຖິງກາຍເປັນສູນອຸດສາຫະກຳ, ການບໍລິການໄຟຟ້າແຮງລົມຢູ່ນອກຝັ່ງຂອງພາກພື້ນ ແລະ ໂລກ.
ປັດຈຸບັນຫວຽດນາມຖືໄຟຟ້າແຮງລົມຢູ່ນອກຝັ່ງບໍ່ພຽງແຕ່ແມ່ນການພັດທະນາແຫຼ່ງໄຟຟ້າປະເພດໃໝ່, ເພີ່ມແຫຼ່ງໄຟຟ້າສະອາດເທົ່ານັ້ນ ຫາກຍັງເປີດກວ້າງໂອກາດພັດທະນາຂະແໜງເສດຖະກິດທະເລທີ່ມີຜົນກະທົບແຜ່ກະຈາຍ, ເຮັດໃຫ້ບັນດາຂະແໜງອຸດສາຫະກຳ ແລະ ການບໍລິການເຕັກນິກຄຸນນະພາບສູງພັດທະນາໄປນຳ. ທ່ານ ຫງວຽນຕວັນ ຫົວໜ້າຄະນະການຄ້າ ບໍລິສັດໃຫຍ່ຫຸ້ນສ່ວນບໍລິການເຕັກນິກ ນ້ຳມັນອາຍແກັດ ແບ່ງປັນວ່າ:
ສະເພາະແຕ່ໂຄງການຖານຂອງລະບົບໄຟຟ້າແຮງລົມຢູ່ນອກຝັ່ງ ກໍ່ໄດ້ສ້າງລາຍຮັບຈາກການສົ່ງອອກກວ່າ 300 – 400 ລ້ານ USD, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານເກືອບ 3.000 ຄົນ ຂອງວິສາຫະກິດພາຍໃນປະເທດເກືອບ 100 ແຫ່ງໃນໄລຍະ 3 ປີ. ພຽງແຕ່ສັນຍານ້ອຍໜຶ່ງສະບັບກໍ່ໄດ້ນຳມາເຊິ່ງວຽກເຮັດງານທຳ, ລາຍຮັບ, ເງິນຕາຕ່າງປະເທດຄືແນວນັ້ນ, ດ ຜົນປະໂຫຍດຫຼາຍທີສຸດ. ຍັງບໍ່ທັນເວົ້າເຖິງບັນດາຜົນປະໂຫຍດອື່ນໆໃຫ້ແກ່ບປະເທດ, ນັ້ນແມ່ນຄວາມເປັນເຈົ້າຕົນເອງ. ຖ້າຫວຽດນາມບໍ່ສາມາດສ້າງຂະແໜງອຸດສາຫະກຳໄຟຟ້າແຮງລົມຢູ່ນອກຝັ່ງໄດ້ ກໍ່ຈະບໍ່ສາມາດເປັນເຈົ້າຕົນເອງເພື່ອພັດທະນາ 16 – 17 GW ໃນປີ 2035 ເມື່ອຕ້ອງອີງໃສ່ແຫຼ່ງສະໜອງຈາກຕ່າງປະເທດ.
ຕາມບັນດານັກຊ່ຽວຊານ, ໄຟຟ້າແຮງລົມຢູ່ນອກຝັ່ງພວມຢືນຢູ່ຕໍ່ໜ້າກາລະໂອກາດປະຫວັດສາດເພື່ອບຸກທະລຸ; ເຊິ່ງແມ່ນໂອກາດເພື່ອໃຫ້ບັນດາຂະແໜງກົນຈັກຜະລິດ, ອຸດສາຫະກຳປ້ອນ, ການກໍ່ສ້າງ, ການຂົນສົ່ງທາງທະເລ ແລະ ການບໍລິການເຕັກນິກພ້ອມກັນພັດທະນາ. ເມື່ອ ອັດຕາສ່ວນການນຳໃຊ້ວັດຖຸດິບພາຍໃນປະເທດໄດ້ຮັບການຍົກຂຶ້ນ, ມູນຄ່າເພີ່ມບໍ່ພຽງແຕ່ແມ່ນປະລິມານໄຟຟ້າທີ່ຜະລິດອອກເທົ່ານັ້ນ ຫາກຍັງແມ່ນຄວາມສາມາດໃນການເປັນເຈົ້າເຕັກໂນໂລຢີ, ພັດທະນາວິສາຫະກິດພາຍໃນປະເທດ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກເທື່ອລະກ້າວອີກດ້ວຍ. ທ່ານປ.ອ ຢືວັນຕວານ, ສະຖາບັນວິທະຍາສາດອຸຕຸນິຍົມອຸທົກກະສາດ, ສິ່ງແວດລ້ອມ ແລະ ທະເລ, ກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມຢັ້ງຢືນວ່າ:
ບໍ່ພຽງແຕ່ເປີດໂອກາດສ້າງລະບົບຕ່ອງໂສ້ການຜະລິດ, ສະໜອງການບໍລິການຂະໜາດໃຫຍ່ເທົ່ານັ້ນ, ຫາກໄຟຟ້າແຮງລົມຢູ່ນອກຝັ່ງຍັງສ້າງຄວາມສາມາດບົ່ມຊ້ອນດ້ານການລົງທຶນໃຫ້ບັນດາທ້ອງຖິ່ນແຄມທະເລຫຼາຍພໍສົມຄວນອີກດ້ວຍ. ປັດຈຸບັນ, ຫວຽດນາມ ມີ 21ແຂວງ, ນະຄອນຕິດກັບທະເລ ແລະ ສ່ວນຫຼາຍມີເງື່ອນໄຂແຮງລົມທີ່ສະດວກເພື່ອພັດທະນາໄຟຟ້າແຮງລົມຢູ່ນອກຝັ່ງ. ຕາມການສຳຫຼວດ, ຄວາມໄວແຮງລົມສະເລ່ຍໃນຫຼາຍປີມານີ້ຢູ່ບັນດາເຂດແຄມທະເລລ້ວນແຕ່ບັນລຸປະມານ 6ແມັດ/ວິນາທີຂຶ້ນໄປ, ໂດຍທົ່ວໄປແມ່ນສູງກວ່າ 7 ແມັດ/ວິນາທີ - ເຊິ່ງແມ່ນລະດັບເໝາະສົມທີ່ສຸດເພື່ອພັດທະນາບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງຂະໜາດອຸດສາຫະກຳ. ດ້ວຍຟາມໄຟຟ້າແຮງລົມຢູ່ນອກຝັ່ງບັນລຸມາດຕະຖານທີ່ມີກຳລັງຜະລິດປະມານ 500 MW, ຍອດຈຳນວນເງິນລົງທຶນອາດຈະຂຶ້ນເຖິງເກືອບ 2 ຕື້ USD.
ປັດຈຸບັນກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດອຸດສາຫະກຳພະລັງງານແຫ່ງຊາດຫວຽດນາມໄດ້ຜັນຂະຫຍາຍການສຳຫຼວດບັນດາໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທາງພາກໃຕ້ ແລະ ພາກເໜືອ. ພ້ອມທັງມີວິສາຫະກິດຈຳນວນໜຶ່ງຢູ່ພາຍໃນປະເທດ ແລະ ນັກລົງທຶນຕ່າງປະເທດທີ່ມາຈາກແດນມາກ, ອາເມລິກາ, ຍີ່ປຸ່ນ… ກໍ່ໄດ້ຮັບການອະນຸຍາດໃຫ້ສຳຫຼວດທະເລ ດ້ວຍກຳລັງຜະລິດທັງໝົດປະມານ 10 GW. ທ່ານ ປ.ອ ຢຶວັນຕວານ ຖືວ່າ ເພື່ອຫັນຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ, ຫວຽດນາມຕ້ອງປັບປຸງຂອບນິຕິກຳແລະ ປະກາດໃຊ້ກົນໄກຈຳເພາະໃຫ້ແກ່ໄຟຟ້າແຮງລົມຢູ່ນອກຝັ່ງໃນໄວໆນີ້.
ຕ້ອງປັບປຸງບັນດາກົດໝາຍທີ່ສຳຄັນ ແລະ ກ່ຽວຂ້ອງ ນັ້ນແມ່ນກົດໝາຍວ່າດ້ວຍໄຟຟ້າ ແລະ ກົດໝາຍວ່າດ້ວຍຊັບພະຍາກອນສິ່ງແວດລ້ອມທາງທະເລ ແລະ ໝູ່ເກາະ, ໃນປີນີ້, ກົດໝາຍສອງສະບັບນີ້ລ້ວນແຕ່ມີແຜນນະໂຍບາຍປັບປຸງ. ໃນນັ້ນ, ກົດໝາຍວ່າດ້ວຍຊັບພະຍາກອນສິ່ງແວດລ້ອມທາງທະເລ ແລະ ໝູ່ເກາະ ຕ້ອງກຳນົດຢ່າງຈະແຈ້ງກ່ຽວກັບການຈັດແບ່ງພື້ນທີ່ທະເລ, ກົນໄກອອກໃບອະນຸຍາດ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ນະໂຍບາຍນຳໃຊ້ ແລະ ເຊົ່າໜ້ານ່ານທະເລ, ພື້ນທ້ອງທະເລ, ສ້າງຄວາມສະດວກໃຫ້ນັກລົງທຶນ. ພ້ອມທັງ ກົດໝາຍວ່າດ້ວຍໄຟຟ້າຕ້ອງເພີ່ມເຕີມກົນໄກການອອກໃບອະນຸຍາດກ່ຽວກັບໄຟຟ້າ, ໃນເບື້ອງຕົ້ນແມ່ນໃຫ້ບຸລິມະສິດແກ່ບັນດາໂຄງການຜັນຂະຫຍາຍຮອດປີ 2030; ນອກຈາກນັ້ນ, ກໍ່ຕ້ອງວາງແຜນຜັງທີ່ດິນໃຫ້ແກ່ສະຖານີໝໍ້ແປງໄຟຟ້າຢູ່ດິນຕໍ່ແຜ່ນ, ສາຍໄຟຟ້າເຊື່ອມຕໍ່ເພື່ອແນໃສ່ຮັບປະກັນພື້ນຖານ ໂຄງລ່າງສົ່ງໄຟຟ້າໃຫ້ຄົບຊຸດ.
ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ປະເທດໃດສ້າງໄດ້ລະບົບຕ່ອງໂສ້ສະໜອງໄຟຟ້າແຮງລົມຢູ່ນອກຝັ່ງໂດຍໄວ ຈະຍາດໄດ້ທ່າໄດ້ປຽບໃນການແກ້ງແຍ້ງກ່ຽວກັບເຕັກໂນໂລຢີສີຂຽວ ແລະ ອຸດສາຫະກຳພະລັງງານ. ບໍ່ພຽງແຕ່ເທົ່ານັ້ນ, ໄຟຟ້າແຮງລົມຢູ່ນອກຝັ່ງຍັງສວມບົດບາດເປັນກຳລັງໜູນຫຼັກເພື່ອໃຫ້ຫວຽດນາມຫັນຄວາມມຸ່ງຫວັງເປັນປະເທດທະເລທີ່ເຂັ້ມແຂງໃຫ້ປະກົດຜົນເປັນຈິງໃນຊຸມທົດສະວັດຈະມາເຖິງ.
