ໂດຍ​ກຳ​ນົດ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ແມ່ນ​ໜຶ່ງ​ບັນ​ດາ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ການເຕີບ​ໂຕ​ເສດ​ຖະ​ກິດ, ນັບ​ແຕ່​ຕົ້ນ​ປີ 2026, ແຂວງ​ໄທ​ງວຽນ ​ໄດ້​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດເພື່ອ​ແນ​ໃສ່​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ ແລະ ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ. ຍ້ອນແນວ​ນັ້ນ, ຫຼາຍ​ໂຄງກ​ານ, ກິດ​ຈະ​ກຳ​ຈຸດ​ສຸມ​ ໄດ້ ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ປະ​ກອບ​ສ່ວນ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົມ​ບູນ​ແບບ, ສ້າງ​ກຳ​ລັງ​ຜັກ​ດັນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ທ້ອງ​ຖິ່ນ.

ປີ 2026, ຕາ​ແສງ​ ຝູ​ບິ່ງ​ ໄດ້ຮັບ​ການ​ຈັດ​ສັນ​ທຶນ​ເພື່ອ​ປະ​ຕິ​ບັດ 32 ໂຄງ​ການ, ລວມ​ມີ 8 ໂຄງ​ການ​ໄລຍະຂ້າມຜ່ານ ແລະ 24 ໂຄງ​ການ​ເລີ່​ມລົງ​ມື​ກໍ່​ສ້າງ​ໃໝ່, ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 200 ຕື້​ດົ່ງ (ເກືອບ 7,6 ລ້ານ USD). ທ່ານ ຫງວຽນ​ວັນ​ບານ, ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ ຝູບິ່ງ, ໃຫ້​ຮູ້​ວ່າ ເພື່ອ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ, ທ້ອງ​ຖິ່ນ​ພວມ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຂໍ້​ຕິ​ດ​ຂັດ​ໃນ​ວຽກ​ງານ​ບຸກເບີກ​ໜ້າພຽງ, ພ້ອມ​ທັງ​ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ.

ແຕ່ລະອາ​ທິດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ລ້ວນ​ແຕ່​ລາຍ​ງານ​ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ​ຕິດ​ພັນ​ກັບ​ຄຸນ​ນະ​ພາບ​ຂອງ​ບັນ​ດາ​ໂຄງ​ການ. ພ້ອມ​ກັນ​ນັ້ນ, ທາງ​ຕາ​ແສງກໍ່​ໄດ້​ສຸມ​ໃສ່​ແກ້​ໄຂ​ຄວາມຫຍຸ້ງ​ຍາກ, ​ຂໍ້ຕິດ​ຂັດ, ເປັນ​ຕົ້ນ​ແມ່ນ​ໃນ​ວຽກ​ງານ​ບຸກເບີກ​ໜ້າ​ພຽງ​ສຳ​ລັບ​ບັນ​ດາ​ໂຄ​ງການ​ຄົມ​ມະ​ນາ​ຄົມ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ສ້າງ​ຕັ້ງ​ບັນ​ດາໜ່ວຍປະ​ຕິ​ບັດ​ງານ​ໂດຍ​ພະ​ນັກ​ງານ​ໃນ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ເປັນ​ຫົວ​ໜ້າ​ໜ່ວຍ​ເພື່ອ​ໂຄ​ສະ​ນາ, ຂົນ​ຂວາຍໂດຍ​ກົງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່ປະ​ຊາ​ຊົນ​ໃນ​ວິ​ວັດ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ບັນ​ດາ​ໂຄງ​ການ.

ໂດ​ຍ​ປະ​ຕິ​ບັດຕາມ​ຄຳ​ສັ່ງ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄທ​ງວຽນ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ​ປີ 2026, ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ເຈົ້າ​ຂອງ​​ລົງ​ທຶນ​ໄດ້​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ຍູ້​ໄວຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ, ກິດ​ຈ​ະ​ກຳ. ຕາມ​ທ່ານ ເຈິ່ນ​ເລ​ນິງ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ກວນ​ຈູ ​ແລ້ວ, ທາງ​ຕາ​ແສງ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ປັບ​ປຸງ​ຂັ້ນ​ຕອນ​ກະ​ກຽມ​​ລົງ​ທຶນໃຫ້ສຳເລັດ​, ຮັບ​ປະ​ກັນ​ໃຫ້ບັນ​ດາ​ກິດ​ຈະ​ກຳ​ມີ​ເງື່ອນ​ໄຂຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຖ້ວນ​.

ທາງທ້ອງ​ຖິ່ນສຸມ​ໃສ່​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຂັ້ນ​ຕອນ​ຕ່າງໆນັບ​ແຕ່​ກາ​ນ​ສຳຫຼວດ, ອອກ​ແບບ, ປະ​ເມີນ​ຜົນ​ຕະຫຼອດ​ຮອດ​ການ​ປັບ​ປຸງບັນ​ດາ​ລະ​ບຽບ​ການ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ແລະ ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ. ພ້ອມ​ທັງເພີ່ມ​ທະ​ວີ​ການ​ຊຸກຍູ້​ບັນ​ດາ​ຫົວ​ໜ່ວຍ​ດຳເນີນການກໍ່​ສ້າງ​ເພື່ອ​ແນ​ໃສ່​ຍູ້ໄວຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ ແລະ ການປ່ອຍ​ເງິນ​ລົງ​ທຶນ​ທີ່​ໄດ້​ຮັບ​ການ​ຈັດ​ສັນ.

ສຳ​ລັບ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ, ວຽກ​ງາ​ນ​ກະ​ກຽມ​​ລົງ​ທຶນ, ບຸກເບີກ​ໜ້າ​ພຽງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ກໍ່​ສ້າງນັ້ນ ​ບັນ​ດາ​ເຈົ້າ​ຂອງ​​ລົງ​ທຶນ​​ພວມສຸມ​ໃສ່​ປະ​ຕິ​ບັດ​ເພື່ອຮັບ​ປະ​ກັນ​ ​ຜັນຂະຫຍາຍໃນທັນທີ​ພາຍຫຼັງ​​ໄດ້​ຮັບການ​ຈັດ​ສັນ​​ທຶນ, ຜ່ານ​ນັ້ນ​ ປະ​ກອບ​ສ່ວນ​ຍົກ​ສູງ​ອັດ​ຕາການ​ປ່ອຍ​ເງິນ​ລົງ​ທຶນ​ໃນ​ຊຸມເດືອນ​ທ້າຍ​ປີ.

ໃນ 6 ເດືອນ​ຕົ້ນ​ປີ 2026, GRDP ຂອງ​ ໄທ​ງວຽນ ເພີ່ມ​ຂຶ້ນ 10,01%. ທາງ​ແຂວງ​ໄດ້​ດຶງ​ດູດ​​ທຶນ FDI ຕື່ມ​ອີກ​ປະ​ມານ 8 ຕື້ USD, ຍົກ​ຍອດຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ຂອງ​ບັນ​ດາ​ໂຄງ​ການ FDI ທີ່ຍັງ​ມີ​ຜົນ​ສັກ​ສິດ​ຂຶ້ນກວ່າ 19 ຕື້ USD. ປີ 2026, ຍອດ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນ​ຈາກ​ແຫຼ່ງ​ງົບ​ປະ​ມານ​ແຫ່ງ​ລັດ ໂດຍ​ທ້ອງ​ຖິ່ນຄຸ້ມຄອງ​ໃນ​ບໍ​ລິ​ເວນ​ແຂວງໄທ​ງວຽນ ​ບັນ​ລຸ​ເກືອບ 9.756 ຕື້​ດົ່ງ (ກ່​ວາ 370 ລ້ານ USD).

ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ທ້ອງ​ຖິ່ນ​ກໍ່​ຄື​ຄວາມ​ມາ​ນະ​ພະ​ຍາມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ, ຮອດ​ວັນ​ທີ 25 ມິ​ຖຸ​ນາ, ການ​ປ່ອຍ​ເງິນ​ລົງ​ທຶນ​ຂອງ ​ແຂວງ​ໄທ​ງວຽນ ບັນ​ລຸກວ່າ 33% ຂອງ​ແຜນ​ການທີ່​ໄດ້​ຮັບ​ມອບໝາຍ. ທ່ານ ຫງວຽນ​ແອັງ​ຕວັນ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ບັນ​ດາ​ກິດ​ຈ​ະ​ກຳ​ຄົມ​ມະ​ນາ​ຄົມ ແລະ ກະ​ສິ​ກຳ​ທາງ​ທິດ​ເໜືອ​ ແຂວງໄທ​ງວຽນ ຕີ​ລາ​ຄາ​ວ່າ:

ອາດ​ເວົ້າ​ໄດ້​ວ່າ​ ປີ 2026 ແມ່ນ​ປີ​ບານ​ພັບ​ຂອງ​ທັງ​ໄລ​ຍະ 2026 – 2030. ເພາະ​ສະ​ນັ້ນ, ທາງ​ແຂວງ​ໄດ້​ຊີ້​ນຳ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ໃນ​ນັ້ນ​ມີ​ຄະ​ນະ​ຄຸ້ມ​ຄອງ​​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ບັນ​ດາ​ກິດ​ຈ​ະ​ກຳ​ຄົມ​ມະ​ນາ​ຄົມ ແລະ ກະ​ສິ​ກຳ, ກະ​ກຽມ ບັນ​ດາ​ເງື່ອ​ນ​ໄຂ​​ຜັນ​ຂະ​ຫຍາຍ​ໂຄງ​ການຢ່າງ​ລະ​ອຽດ, ພິ​ເສດ​ແມ່ນ​ວຽກ​ງານບຸກເບີກ​ໜ້າ​ພຽງ. ເມື່ອ​ໄດ້​ຮັບ​ການ​ຈັດ​ສັນ​ແຫຼ່ງ​ທຶນ, ບັນ​ດາ​ໂຄງ​ການ​ສາ​ມາດ​ຜັນ​ຂະ​ຫຍາຍ​ໃນ​ທັນ​ທີ​ໄດ້, ຍູ້ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ, ນຳ​ເຂົ້າ​ຂຸດ​ຄົ້ນ​ໂດຍ​ໄວ ແລະ ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ໃນການ​ປ່ອຍ​ເງິນ​ລົງ​ທຶນ.

ແຂວງ​ໄທ​ງວຽນ ​ຮຽກ​ຮ້ອງ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ນັກ​ລົງ​ທຶນ​ສືບ​ຕໍ່​ຍົ​ກ​ສູງ​ຄວາມ​ຮັບ​ຜິດ​ຊອບຂອງ​ຜູ້​ນຳ​; ລົງ​ກວດ​ກາ​ສະ​ຖານ​ທີ່​ຕົວ​ຈິງ​ເປັນ​ປະ​ຈຳ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການບຸກເບີກ​ໜ້າ​ພຽງ, ລະ​ບຽບ​ການ​ລົງ​ທຶນ ແລະ ວິ​ວັດ​ການ​ກໍ່​ສ້າງ​ຢ່າງ​ທັນ​ການ. ຜ່ານ​ນັ້ນ, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ແຜນ​ການ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ​​ປີ 2026, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ທ້ອງ​ຖິ່ນ.