ນະ​ໂຍ​ບາຍ​​ຈຸ​ລະ​ພາກບຸກ​ທະ​ລຸ​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ມາດ​ຕະ​ການ​​ນ້ອຍກະ​ແຈກ​ກະ​ຈາຍ​ ຫຼື​ການ​ໜູນ​ຊ່ວຍ​ສະ​ເພາະ​ໃຫ້​ແກ່​ວິ​ສາ​ຫ​ະ​ກິດ​ຈຳ​ນວນ​ໜຶ່ງ. ນັ້ນ​ແມ່ນ​ບັນ​ດາ​ການປະຕິຮູບ​ທີ່​ກະ​ທົບ​ໂດຍ​ກົງໃສ່​ບັນ​ດາ​ສິ່ງ​ທີ່​ຍັງ​ຕິດ​ຂັດ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະ​ລິດ, ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ກຳ​ລັງ​ໜູນ​ປ່ຽນ​ແປງ​ໃໝ່​ຂອງນັບລ້ານ​ພາກ​ສ່ວນ​ເສດ​ຖະ​ກິດ​. ທ່ານ​ ສຈ.ປອ ເລ​ວັນ​ເລີຍ, ປະ​ທານ​ສະ​ຖາ​ບັນ​ດິດ ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ ເນັ້​ນ​ໜັກ​ວ່າ:

ເພື່ອໃຫ້ບັນ​ດາ​ບຸກ​ທະ​ລຸ​ຈຸ​ລະ​ພາກ​ກາຍ​ເປັນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ຢ່າງ​ແທ້​ຈິງ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ 3 ຄວາມ​ຮຽກ​ຮ້ອງ. ກ່ອ​ນ​ອື່ນ​ໝົດ, ແມ່ນ​ຕ້ອງ​ຫັນ​​ຈາກຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ ໄປສູ່​ຈິນ​ຕະ​ນາ​ການ​ສ້າງ​ສັນ​ພັດ​ທະ​ນາ. ລະ​ບອບ​ລະ​ບຽບ​ການ​ບໍ່​ພຽງ​ແຕ່​ເພື່ອ​ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເປີດ​ທາງ​ໃຫ້​ແກ່​ຫົວ​ຄິດ​ປະ​ດິດ​ສ້າງ, ການ​ແກ້ງ​ແຍ້ງ ແລະ ການ​ລົງ​ທຶນ. ທີ​ສອງ, ແມ່ນຫັນຈາກ​ນະ​ໂຍ​ບາຍ​ສະ​ເລ່ຍ​ໄປ​ສູ່​ນະ​ໂຍ​ບາຍ​​ທີ່ມີ​ຈຸດ​ສຸມ. ແຫຼ່ງ​ກຳ​ລັງ​​ແມ່ນຕ້ອງ​ບຸ​ລິ​ມະ​ສິດໃຫ້​ບັນ​ດາ​ຂະ​ແໜງ, ວິ​ສາ​ຫະ​ກິດ, ບໍລິເວນ ແລະ ໂຄງ​ການ​ທີ່ມີ​ຄວາມ​ສາ​ມາດ​ສ້າງ​ຜົນ​ກະ​ທົບແຜ່​ກະ​ຈາຍ​ຢ່າງ​ໃຫຍ່ຫຼວງ. ບຸກ​ທະ​ລຸ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍວິທີກະຈາຍ​ແຫຼ່ງ​ກຳ​ລັງ​. ສຸດ​ທ້າຍ, ແມ່ນຖື​ຄຸນ​ນະ​ພາບ​ການ​ປະ​ຕິ​ບັດ​ແມ່ນ​ພາກ​ສ່ວນ​ປະ​ກອບ​ຂອງນະ​ໂຍ​ບາຍ.

4 ຈຸດ​ອຸດ​ຕັນ​ຈຸ​ລະ​ພາກທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ ​ລວມ​ມີ: ລະ​ບອບ​ລະ​ບຽບ​ການ, ແຫຼ່ງ​ກຳ​ລັງ, ຕະຫຼາດ ແລະ ນະ​ວັດ​ຕະ​ກຳ. ນະ​ໂຍ​ບາຍ​ຈຸ​ລະ​ພາກ​ບໍ່​ສາ​ມາດ​ກະ​ແຈກ​ກະ​ຈາຍ ຫຼື ສຸມໃສ່​​ວິ​ສາ​ຫະ​ກິດ​ຈຳ​ນວນໜ້ອຍ​ ຫາກຕ້ອງ​ກະ​ທົບ​ເຖິງ​ວິ​ສາ​ຫະ​ກິດທັງໝົດ, ສ້າງ​ເປັນ​​ກຳ​ລັງ​ວິ​ສາ​ຫະ​ກິດ​ທີ່​ເຂັ້ມ​ແຂງ. ທ່ານ ປອ ຟ້າມ​ແອັງ​ຕວັນ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ໂລກ ຖື​ວ່າ:

ທີ​ໜຶ່ງ, ສະ​ເໜີ​ກຸ່ມ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ໜູນ​ຊ່ວຍ​ພັດ​ທະ​ນາຄວາມ​ສາ​ມາດ​ຕໍ່​ກັບລະ​ບົບ​ວິ​ສາ​ຫະ​ກິດ. ຕ້ອງ​ມີ​ບັນ​ດາ​ວິ​ສາ​ຫະ​ກິດທີ່​ສວມ​ບົດ​ບາດ​ນຳ​ໜ້າ, ພາ​ທາງ ແລະ ມີ​ຄວາມ​ສາ​ມາດ​​ແກ້ງ​ແຍ້ງ​ໃນທົ່ວ​ໂລກ, ສາ​ມາດ​ເປັນ​ຕົວ​ແທນໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ຕະ​ຫຼາດ​ສາ​ກົນ. ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຕ້ອງ​ພັດ​ທະ​ນາ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່, ສ່ວນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ຈະ​ພັດ​ທະ​ນາ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ທີ່ສາ​ມາດ​ພາ​ທາງ. ທີ​ສອງ​ແມ່ນປະຕິຮູບລະ​ບອບ​ລະ​ບຽບ​ການກວ່າອີກ, ປົດ​ປ່ອຍ​ທ່າ​ແຮງ​ບົ່ມ​ຊ້ນ, ພັດ​ທະ​ນາ​ຕະຫຼາ​ດ​ທຶນ​ໃຫ້ລະ​ບົບ​ວິ​ສາ​ຫະ​ກິດ, ພາ​ສີ​ໜູນ​ຊ່ວຍ​ກ່ຽວ​ກັບ​ການ​ລົງ​ທຶນ, ຂໍ້​ມູນ ແລະ ພື້ນ​ຖານ​ໂຄງ​ລ່າງດີ​ຈີ​ຕອນ; ຮັບເອົາ ແລະ ເຊື່ອມ​ຕໍ່ກັບ​ບັນ​ດາ​ວິ​ສາ​ຫະ​ກິດທີ່​ມີ​ເງິ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດໃຫ້ເປັນ​ຢ່າງ​ດີ, ໝູນໃຊ້​ວິ​ທ​ະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ FDI.

ສຳ​ລັບ​ລະ​ບອບ​ລະ​ບຽບ​ການ​ໃຫ້ແກ່​​ປັນ​ຍາ​ປະ​ດິດ (AI), ຫວຽດ​ນາມ​ ພວມ​ສ້າງ​ແລວ​ນິ​ຕິ​ກຳ​ທີ່ປອດ​ໃສ, ຍ້ອນ​ວ່າ AI ໄດ້​ຮັ​ບ​ຖື​ວ່າ​ແມ່ນ​ກຳ​ລັງ​ໜູນ​ໃຫ້​ການ​ເຕີ​ບ​ໂຕ​ໃໝ່. ທ່າ​ນ ປອ ໂຮ່​ດຶກ​ທັ້ງ, ຫົວ​ໜ້າ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີດດີຈີ​ຕອນ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ຖື​ວ່າ:

ການ​ເຕີບ​ໂຕ​ໃຫ້​ບັນ​ລຸສອງ​ຕົວ​ເລກ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ສະ​ມັດ​ຕະ​ພາບ. ຖ້າ​ເວົ້າ​ເຖິງ​ສະ​ມັດ​ຕະ​ພາບ​ ແມ່ນບໍ່​ມີ​ເຕັກ​ໂນ​ໂລ​ຢີ​ໃດ​ດີກວ່າ​ປັນ​ຍາ​ປະ​ດິດ. ພື້ນ​ຖານໂຄງ​ລ່າງ AI ແພງ​ທີ່​ສຸດ. ລັດ​ນຳ​ພື້ນ​ຖານ​ໂຄງ​ລ່າງ AI ແມ່ນ​ພື້ນ​ຖາ​ນ​ໂຄງ​ລ່າງ​ແຫ່ງ​ຊາດ. ລັດ​ລົງ​ທຶນ​ເຂົ້າພື້ນ​ຖານ​ໂຄງ​ລ່າງ AI ແລ້ວ​ແບ່ງ​ປັນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃຊ້​ລວມ. ​ວິ​ສາ​ຫະ​ກິດ​ໜຶ່ງ​ຢາກ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ແມ່ນ​ຕ້ອງ​ປັບ​ປຸງ​ຂັ້ນ​ຕອນ, ຂໍ້​ມູນ, ບຸກ​ຄະ​ລາ​ກອນ​ໃຫ້​ດີ​ທີ່​ສຸດ.

GDP 6 ເດືອນ​ຕົ້ນ​ປີ 2026 ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 8,18% ແມ່ນ​ລະ​ດັບ​ສູງ​ສຸດ​ໃນ 16 ປີ​ຜ່ານ​ມາ. ໂດຍ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ກົມ​ກຽວ​ລະ​ຫວ່າງ​ນະ​ໂຍ​ບາຍ​ມະ​ຫາ​ພາກ ແລະ ຈຸ​ລະ​ພາກ ຈຶ່ງ​ສ້າງໄດ້ຫຼາຍ​ວິ​ສາ​ຫະ​ກິດ​ທີ່ໃຫຍ່, ມີ​ຄວາມເຂັ້ມ​ແຂງຢ່າງພຽງພໍ ເພື່ອ​ເຂົ້າ​ຮ່ວມເລິກໃນ​ລະ​ບົບ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ​. ຖ້າ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸສອງ​ຕົວ​ເລກ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ 2026 – 203ຈະ​ປະ​ກົດ​ຜົນ​ເປັນ​ຈິງ.