ດົ່ງນາຍ ປັດຈຸບັນມີ 72 ເຂດອຸດສາຫະກຳ. ຕາມຂັ້ນຕອນການຫັນປ່ຽນເປັນເຂດອຸດສາຫະກຳຊີວະພາບ ແລະ ວິສາຫະກິດຊີວະພາບ, ນະຄອນໄດ້ກຳນົດໄລຍະ 2026 – 2030, ຢ່າງໜ້ອຍສຸດ ມີເຂດອຸດສາຫະກຳ 2 ແຫ່ງໄດ້ຮັບການຢັ້ງຢືນແມ່ນເຂດອຸດສາຫະກຳຊີວະພາບ. ເຖິງຢ່າງໃດກໍຕາມ, ຮອດເດືອນມິຖຸນາ 2026, ໄດ້ມີເຂດອຸດສາຫະກຳ 6 ແຫ່ງຈົດທະບຽນຫັນປ່ຽນຈາກຮູບແບບເກົ່າເປັນ ເຂດອຸດສາຫະກຳລຸ້ນໃໝ່, ລວມມີ: AMATA, ລອງດຶກ, ບຽນຮວ່າ 1, ເຢົາໄຢ, ດິ້ງກວານ ແລະ ເຕິນຝູ. ທ່ານ ຟ້າມວຽດເຟືອງ, ຮອງຫົວໜ້າຄະນະຄຸ້ມຄອງເຂດອຸດສາຫະກຳ - ເຂດເສດຖະກິດ ນະຄອນດົ່ງນາຍ, ໃຫ້ຮູ້ວ່າ ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ບັນດາວິສາຫະກິດເຄື່ອນໄຫວໃນເຂດອຸດສາຫະກຳຕ້ອງຕອບສະໜອງບັນດາປັດໄຈກ່ຽວກັບການຜະລິດສີຂຽວ ແລະ ພັດທະນາແບບຍືນຍົງ. ທ່ານໃຫ້ຮູ້ວ່າ:
ບັນດາວິສາຫະກິດຂັ້ນສອງໃນເຂດອຸດສາຫະກຳຕ້ອງເສຍຄ່າໃຊ້ຈ່າຍເພື່ອປະຕິບັດຮັບປະກັນບັນດາຄ່າໃຊ້ຈ່າຍໃຫ້ການຫັນປ່ຽນ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍນະໂຍບາຍໄດ້ຮັບການໜູນຊ່ວຍເພື່ອໃຫ້ວິສາຫະກິດສາມາດເຂົ້າເຖິງແຫຼ່ງທຶນປະຕິບັດການຫັນປ່ຽນນີ້.
ຕາມທ່ານ ຫງວຽນວັນອຸດ, ປະທານຄະນະກຳມະການປະຊາຊົນນະຄອນດົ່ງນາຍ ແລ້ວ, ການຫັນປ່ຽນຮູບແບບການເຕີບໂຕຕາມທິດພັດທະນາບັນດາເຂດອຸດສາຫະກຳເຕັກໂນໂລຢີສູງ, ຊີວະພາບ ແລະ ອັດສະລິຍະເທື່ອລະກ້າວ ແມ່ນພື້ນຖານສຳຄັນເພື່ອຮັກສາລະດັບເຕີບໂຕສູງໃນໄລຍະຈະມາເຖິງ. ການພັດທະນາບັນດາເຂດອຸດສາຫະກຳແມ່ນໄດ້ກຳນົດທິດຕາມຮູບແບບຊີວະພາບ, ສີຂຽວ, ສະອາດ ແລະ ໝູນໃຊ້ເຕັກໂນໂລຢີທັນສະໄໝ ຈະຍົກສູງຄຸນນະພາບການເຕີບໂຕ ແລະ ຄວາມສາມາດ ແກ້ງແຍ້ງໃນການດຶງດູດການລົງທຶນ.
ດົ່ງນາຍບໍ່ສາມາດຮັກສາບັນດາເຂດອຸດສາຫະກຳຫຼາຍຂະແໜງ, ຫຼາຍອາຊີບໄດ້. ພວກເຮົາຕ້ອງມີທິດທາງເພື່ອຫັນປ່ຽນຈາກເຂດອຸດສາຫະກຳແບບເກົ່າເປັນເຂດອຸດສາຫະກຳຊີວະພາບ. ບັນດາເຂດອຸດສາຫະກຳຕ້ອງມີສີຂຽວ, ສະອາດ, ອັດສະລິສະ... ເຮັດແນວນັ້ນຈຶ່ງຮັກສາໄດ້ລະດັບເຕີບໂຕຂອງ ນະຄອນດົ່ງນາຍ. ຖ້າດົ່ງນາຍເຕີບໂຕ ແນ່ນອນວ່າກໍ່ຈະມີຜົນກະທົບເຖິງການເຕີບໂຕຂອງປະເທດຊາດ.
ສຳລັບຝ່າຍວິສາຫະກິດ, ທ່ານ ຫງວຽນຕວັນແອັງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ KN Holdings, ແບ່ງປັນວ່າ, ການພັດທະນາເຂດອຸດສາຫະກຳຕາມທິດສີຂຽວ, ອັດສະລິຍະບໍ່ແມ່ນການເລືອກເຟັ້ນອີກແລ້ວ ຫາກໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການອັນຈຳເປັນ. ເພາະສະນັ້ນ, ບັນຫາທີ່ວາງອອກແມ່ນວຽກງານຫັນປ່ຽນຈະປະຕິບັດຄືແນວໃດເພື່ອສາມາດດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ, ຍ້ອນວ່າເປົ້າໝາຍບໍ່ພຽງແຕ່ແມ່ນການເພີ່ມເນື້ອທີ່ປູກຕົ້ນໄມ້ສີຂຽວເທົ່ານັ້ນ, ຫາກສຳຄັນກວ່ານັ້ນແມ່ນສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດນຳໃຊ້ຊັບພະຍາກອນທຳມະຊາດ, ນ້ຳ ແລະ ພະລັງງານຢ່າງມີປະສິດທິຜົນ.
ສ້າງພື້ນທີ່ອຸດສາຫະກຳກ່ຽວກັບການຄົ້ນຄ້ວາ, ນະວັດຕະກຳ ໃນນັ້ນຖືມະນຸດແມ່ນໃຈກາງ. ຈະມີເຮືອນພັກເຊົາໃຫ້ແກ່ກຳມະກອນ, ເຂດເຮືອນຢູ່ໃຫ້ແກ່ນັກຊ່ຽວຊານພ້ອມກັບສິ່ງອຳນວຍຄວາມສະດວກ, ມີການບໍລິການຢ່າງຄົບຖ້ວນເພື່ອສາມາດຮັບໃຊ້ໃຫ້ແກ່ຄົນງານ, ຈາກນັ້ນ ກໍ່ຮ່ວມເດີນທາງກັບໂຄງການ, ກັບເຂດອຸດສາຫະກຳແຕ່ 5 – 20 ປີ ຫຼືຍາວກວ່າ, ເຮັດແນວໃດເພື່ອໃຫ້ບັນດາວິສາຫະກິດ FDI ເຂົ້າມາເຂດອຸດສາຫະກຳ ແລະ ຢູ່ໄລຍະຍາວ.
ທາງດ້ານນິຕິກຳ, ທ່ານ ເຈິ່ນດ້າຍເຫງ້ຍ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ ໃຫ້ຄຳປຶກສາ ແລະ ລົງທຶນ FII ຫວຽດນາມ ຈຳກັດ, ໃຫ້ຮູ້ວ່າ ມີຫຼາຍນັກລົງທຶນຍັງລັງເລໃຈເມື່ອຜັນຂະຫຍາຍບັນດາໂຄງການເຂດອຸດສາຫະກຳຕາມທິດສີຂຽວ, ອັດສະລິຍະຢູ່ ຫວຽດນາມ. ເພາະສະນັ້ນ, ທ້ອງຖິ່ນຕ້ອງສ້າງລະບົບນິຕິກຳ ແລະ ກົນໄກລະດົມແຫຼ່ງການເງິນຢ່າງຄົບຊຸດ, ຊ່ວຍວິສາຫະກິດຜັນຂະຫຍາຍ ແລະ ຈັດສັນງົບປະມານການລົງທຶນໃຫ້ສົມດຸ່ນ.
ຄວາມຈິງແລ້ວ, ປັດຈຸບັນ ການລົງທຶນພື້ນຖານໂຄງລ່າງອຸດສາຫະກຳຊີວະພາບ ບັນຫາໃຫຍ່ທີ່ສຸດຂອງວິສາຫະກິດ ແມ່ນແຫຼ່ງທຶນ, ນີ້ແມ່ນຄ່າໃຊ້ຈ່າຍໃຫຍ່ທີ່ສຸດ. ປັດຈຸບັນ ອັດຕາດອກເບ້ຍເງິນກູ້ຢືນຢູ່ ຫວຽດນາມ ພວມຢູ່ລະດັບສູງ, ຖ້ານັກລົງທຶນເຮັດພື້ນຖານໂຄງລ່າງເຂດອຸດສາຫະກຳຊີວະພາບ ສາມາດກູ້ຢືມທຶນຈາກທະນາຄານທ້ອງຖິ່ນ, ຫຼືແຫຼ່ງທຶນອື່ນດ້ວຍອັດຕາດອກເບ້ຍເທົ່າກັບເຄິ່ງໜຶ່ງຂອງລະດັບຕະຫຼາດນັ້ນ ວິສາຫະກິດສາມາດຈັດສັນງົບປະມານລົງທຶນເຂົ້າເຂດອຸດສາຫະກຳໃຫ້ສົມດຸ່ນໄດ້.
ໃນການແກ້ງແຍ້ງດຶງດູດ FDI ທີ່ມີຄຸນນະພາບສູງ, ທ້ອງຖິ່ນໄປກ່ອນບໍ່ພຽງແຕ່ສາມາດດຶງດູດນັກລົງທຶນໄດ້ເທົ່ານັ້ນ ຫາກຍັງກຳນົດຖານະບົດບາດໃນຕ່ອງໂສ້ມູນຄ່າຜະລິດທົ່ວໂລກອີກດ້ວຍ. ສຳລັບດົ່ງນາຍ, ການພັດທະນາເຂດອຸດສາຫະກຳຕາມທິດສີຂຽວ, ອັດສະລິຍະບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໄປຂອງການພັດທະນາແບບຍືນຍົງເທົ່ານັ້ນ, ຫາກຍັງແມ່ນບາດກ້າວຍຸດທະສາດເພື່ອຮັກສາບົດບາດນຳໜ້າອຸດສາຫະກຳຂອງເຂດຕາເວັນອອກພາກໃຕ້ໃນໄລຍະຈະມາເຖິງ.
