ກອງ​ປະ​ຊຸມ​ປະ​ກາດ​ແຜນ​ກຳ​ນົດ​ສັງ​ລວມ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ວິ​ໄສ​ທັດ​ 100 ປີ​ຫາ​ກໍ່​ດຳ​ເນີນ​ໃນວັນທີ 29 ມິ​ຖຸ​ນາ ຜ່ານມາ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ເສດ​ຖະ​ກິດ - ແຜນກຳ​ນົດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄຳ​ຖະ​ແຫຼງ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງຮ່າ​ໂນ້ຍ​ໃນ​ສັງ​ກາດ​ໃໝ່. ນັບ​ແຕ່ນີ້, ຮ່າ​ໂນ້ຍ​ກເລີ່ມ​ຕົ້ນ​ໄລຍະ​ທາງ​ພັດ​ທະ​ນາ​ໃໝ່, ດ້ວຍ​ຄວາມເປັນ​ເຈົ້າ​ການ, ຄວາມໝັ້ນ​ໃຈ ແລະ ຄວາມ​ມຸ່ງ​ຫວັງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ນະ​ຄອນຫຼວງ​ແຫ່ງ​ອະ​ລິ​ຍະ​ທຳ, ສີ​ວິ​ໄລ, ທັນ​ສະ​ໄໝ, ມີ​ຄວາມຜາ​ສຸກ ແລະ ມີ​ຖາ​ນະບົດບາດນັບ​ມື້​ນັບ​ສູງ​ໃນ​ແຜນ​ທີ່​ບັນ​ດາ​ຕົວ​ເມືອງ​ທົ່ວ​ໂລກ.

​ໃນເມື່ອ​ກ່ອນ​, ບັນ​ດາ​ແຜນກຳ​ນົດຂອງຮ່າ​ໂນ້ຍ​ເຄີຍ​ໄດ້​ຮັບ​ການ​ກໍ່​ສ້າງ​ໃຫ້​ໄລ​ຍະ 10 ປີ, 20 ປີ ຫຼື 30 ປີ, ປະ​ຈຸ​ບັນການກໍ່​ສ້າງ​ແຜນສັງ​ລວມ​ນະ​ຄອນຫຼວງ ຮ່າ​ໂນ້ຍ ​ວິ​ໄສ​ທັດ 100 ປີ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ໃໝ່, ໄລ​ຍະ​ຍາວ ແລະ ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ. ບໍ່​ພຽງ​ແຕ່​ແມ່ນ​ແຜນ​ຜັງໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ກໍ່​ສ້​າງ​ນະ​ຄອນຫຼວງໃຫ້ໝັ້ນ​​ຄົງ​ເຂັ້ມ​ແຂງ, ທັນ​ສະ​ໄໝ​ໃນ​ອະ​ນາ​ຄົດ​ອີກດ້ວຍ. ທ່ານ ຫວູ​ດ້າຍ​ທັ້ງ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ມະ​ຕິ​ຂອງ​ກົມ​ການ​ເມືອງ​ໄດ້​ກຳ​ນົດ​ສ້າງບັນ​ດາ​ທິດ​ທາງ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ນະ​ຄອນຫຼວງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສູນ​ກາງການ​ເມືອງ - ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຢ່າງ​ຄົບ​ຖ້ວນ, ແມ່ນ​ຂົ້ວ​ເຕີບ​ໂຕ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແລະ ຂອງ​ທົ່ວ​ປະ​ເທດ. ກົດ​ໝາຍ​ວ່າ​ດ້ວ​ຍ​ນະ​ຄອນຫຼວງ ປີ 2026 ໄດ້​ສ້າງ​ຂອບ​ນິ​ຕິ​ກຳ​ໃໝ່ ດ້ວຍຫຼາຍ​ກົນ​ໄກ​ແບ່ງ​ຂັ້ນ, ແບ່ງ​ສິດ ແລະ ນະ​ໂຍ​ບາຍ​ຈຳ​ເພາະ, ມອບ​ ສິດ​ໃຫ້​ນະ​ຄອນ​ມີ​ເປັນ​ເຈົ້າ​ການກວ່າ​ອີກ​ໃນ​ການ​ລະ​ດົມ​ແຫຼ່ງ​ກຳ​ລັງ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຈັດ​ຕັ້ງ​ບໍ​ລິ​ເວນ​ພັດ​ທະ​ນາ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຍຸດ​ທະ​ສາດ”.

ຕາມ​ແຜນ​ກຳ​ນົດແລ້ວ, ຮ່າ​ໂນ້ຍ​ຈະ​ມີ​ໂຄງ​ປະ​ກອບບໍ​ລິ​ເວນພັດ​ທະ​ນາ​ຕາມ​ຮູບ​ແບບ “ຫຼາຍ​ຂັ້ນ, ຫຼາຍ​ຊັ້ນ, ຫຼາຍ​ຂົ້ວ, ຫຼາຍສູນກາງ”, ​ຖື​ແມ່​ນ້ຳ​ແດງ​ເປັນແກນ​​ທັດສະ​ນີ​ຍະ​ພາບ​ຊີ​ວະ​ພາບ - ວັດ​ທະ​ນະ​ທຳຫຼັກ​, ລວ​ມ​ມີ 9 ຂົ້ວ​ພັດ​ທະ​ນາ, 9 ສູນ​ກາງໃຫຍ່ ແລະ 9 ແກນ​ກຳ​ລັງ​ໜູນ. ຈຸດ​ພິ​ເສດ​ຂອງ​​ແຜນ​ກຳ​ນົດ​ຮ່າ​ໂນ້ຍ​ແມ່ນ​ວິ​ທີ​​ເຂົ້າ​ເຖິງ​ການ​ປະ​ສົມ​ປະ​ສານ, ຄົບ​ຊຸດ​ລະ​ຫວ່າງ​​ແຜນ​ກຳ​ນົດ​ພື້ນ​ທີ່, ພື້ນ​ຖານ​ໂຄງ​ລ່າງ, ເສດ​ຖະ​ກິດ - ສັງ​ຄົມ, ສິ່ງ​ແວດ​ລ້ອມ ແລະ ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕົວ​ເມືອງ. ແທນ​ທີຈະພັດ​ທະ​ນາ​ຕາມ​ລວງກວ້າງ, ຮ່າ​ໂນ້ຍ​ກຳ​ນົດ​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ພັດ​ທະ​ນາ​ດ້ວຍຄຸນ​ນະ​ພາບ​ສູງ, ອີງ​ຕາມ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ. ທ່ານ ຫງວຽນ​ຈ້ອງ​ກີ​ແອັງ, ຫົວ​ໜ້າ​ພະ​ແນກ​ແຜນ​ກຳ​ນົດ - ສະ​ຖາ​ປັດ​ຕະ​ຍາ​ກຳ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ພື້ນ​ຖານ​ໂຄງ​ລ່າງ​ຈະ​ຊັກນຳ​ການ​ວາງ​ແຜນ​ກຳ​ນົດ. ພວກ​ຂ້າ​ພະ​ເຈົ້າປັບ​ປຸງ​ລະ​ບົບ​ຮ່າງພື້ນ​ຖານ​ໂຄງ​ລ່າງຂອງ​ຮ່າ​ໂນ້ຍ​ໃຫ້​ສົມ​ບູນ​ແບບ, ເພີ່ມ​ເຕີມ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ, ປະ​ຕິ​ບັດ​ສຳ​ເລັດ ແລະ ​ສືບ​ຕໍ່ຜັນ​ຂະ​ຫຍາຍ​ບັນ​ດາ​ເສັ້ນ​ທາງ​ເຊື່ອມ​ຕໍ່​ກັບ​ເສັ້ນທາງ​​ອ້ອມເມືອງ. ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ທັດ​ສະ​ນະ “ຫຼາຍ​ຂັ້ນ, ຫຼາຍ​ຊັ້ນ” ໃນ​ແຜນ​ກຳ​ນົດ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ກຳ​ນົດ​ອາ​ກາດ​ລະ​ດັບ​ຕ່ຳ​ໃຫ້​ແຜນ​ກຳ​ນົດ​ຮ່າ​ໂນ້ຍ, ນີ້​ແມ່ນ​ຈຸດ​ໃໝ່. ເສດ​ຖະ​ກິດ​​ອາ​ກາດລະ​ດັບ​ຕ່ຳ​ (Low Altitude Economy – LAE) ມຸ່ງ​ໄປ​ເຖິງ​ອາ​ກາດ​ມີ​ການ​ຄວບ​ຄຸມ 1.000 ແມັດ​ລົງມາ ຄື: ວັດ​ຖຸ​ບິນ​ບໍ່​ມີ​ຄົນ​ຂັບ, ລົດ​ແທັກຊີ​ບິນ”.

ໃນ​ແຜນ​ກຳ​ນົດ, ທາງ​ນະ​ຄອນ​ໃຫ້​ບຸ​ລິ​ມະ​ສິດ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຍຸດ​ທະ​ສາດ, ພັດ​ທະ​ນາ​ຕົວ​ເມືອງຕາມ​ຮູບ​ແບບ​ພັດ​ທະ​ນາ​ຕົວ​ເມືອງ​ຕິດ​ພັນ​ກັບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ (TOD), ເຕັກ​ໂນ​ໂລ​ຢີ​ສູງ, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ, ສູນ​ຂໍ້​ມູນ; ເຂດ​ອຸດ​ສາ​ຫະ​ກຳ​ລຸ້ນ​ໃໝ່, logistics ອັດ​ສະ​ລິ​ຍະ, ພະ​ລັງ​ງານ​ສະ​ອາດ; ເສດ​ຖະ​ກິດໝູນ​ວຽນ, ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ແພດ ແລະ ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ທ່ານ ຫງວຽນ​ຈ້ອງ​ກີ​ແອັງ ໃຫ້​ຮູ້​ຕື່ມ​ອີກວ່າ:

“ແຜນ​ກຳ​ນົດ​ໄດ້ຮັບ​ການ​ປະ​ຕິ​ບັດ​ຕາມມ​ະ​ຕິ​ເລກ​ທີ 57 ຂອງ​ກົມ​ກ​ານ​ເມືອ​ງ​ວ່າດ້ວຍການ​ບຸກ​ທະ​ລຸ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ, ຮ່າ​ໂນ້ຍ​ໄດ້​ນຳ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈຳ​ນວນຫຼາຍ​ເຂົ້າ​ໃນແຜນກຳ​ນົດ. ເສດ​ຖະ​ກິດ​ດີ​ຈີ​ຕອນ​ຈະ​ສະ​ແດງ​​ອອກໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ດີ​ຈີ​ຕອນ​ໃນ​ຂອງ​ເຂດວາງ​​ແຜນ​ກຳ​ນົດ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຮ່າ​ໂນ້ຍ​ຈະ​ພັດ​ທະ​ນາ​ຕົວ​ເມືອງ​ຕາມ​ຮູບ​ແບບ ປ່າ​ໃນ​​ຕົວເມືອງ - ເມືອງ​ໃນ​ປ່າ, ໝູ່​ບ້ານ​ໃນ​ຕົວເມືອງ - ​ເມືອງ​ໃນ​ໝູ່​ບ້ານ” ເຊິ່ງ​ສະ​ແດງ​ໃຫ້ເຫັນການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ຕົວ​ເມືອງ ແລະ ຊົນ​ນະ​ບົດ”.

ຮ່າ​ໂນ້ຍ​ກຳ​ນົດ 3 ກຳ​ລັງ​ໜູນ​ສຳ​ຄັນ​ເພື່ອ​ຫັນ​ແຜນ​ກຳ​ນົດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງແມ່ນ​ປັບ​ປຸງລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນແບບ​, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າ​ງ​ຍຸດ​ທະ​ສາດ ແລະ ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ຄຸ້ມ​ຄອງບໍລິຫານ.​ ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ, ຮ່າ​ໂນ້ຍໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ, ບັນ​ດາ​ໂຄງ​ການເສັ້ນ​ທາງ​ອ້ອມຕົວເມືອງ, ຂົວ​ຂ້າມ​ແມ່​ນ້ຳ​ແດງ, ກິດ​ຈະ​ກຳ​ເຮືອນ​ຢູ່ອາໄສ, ເຮືອນ​ຢູ່​ສັງ​ຄົມ, ​ໂຄງ​ລ່າງການ​ສຶກ​ສາ, ການ​ແພດ, ວັດ​ທະ​ນະ​ທຳ, ບັນ​ດາ​ສູນ​ນະ​ວັດ​ຕະ​ກຳ ແລະ ມີຫຼາຍ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ​ອື່ນໆ. ທ່ານ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ຮ່າ​ໂນ້ຍ ເຊື້ອ​ເຊີນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ, ສາ​ກົນ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ນະ​ຄອນ; ພ້ອມ​ກັນ​ສ້າງ​ບັນ​ດາ​ສູນ​ນະ​ວັດ​ຕະ​ກຳ, ບັນ​ດາ​ເຂດ​ເຕັກ​ໂນ​ໂລ​ຢີ​ອຸດ​ສາ​ຫະ​ກຳ​ສູງ, ບັນ​ດາ​ສູນ​ການ​ເງິນ, ການ​ຄ້າ, ການ​ບໍ​ລິ​ການ, logistics; ພ້ອ​ມ​ກັບ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ທີ່ທັນ​ສະ​ໄໝ, ບັນ​ດາ​ຕົວ​ເມືອງ​ສີ​ຂຽວ, ອັດ​ສະ​ລິ​ຍະ ແລະ ເປັນ​ໜ້າ​ດຳ​ລົງ​ຊີ​ວິດ. ແຕ່​ລະ​ການ​ຕັດ​ສິນ​ລົງ​ທຶນ​ຈະ​ປະ​ກອບ​ສ່ວນ​ສ້າງ​ໂສມໜ້າ​ຂອງ​ນະ​ຄອນຫຼວງ​ໃນຫຼາຍ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ແຕ່​ລະ​ໂຄງ​ການ​ປະ​ສົບ​ຜົນ​ສຳ​ເລັດ​ຈະ​ປະ​ກອບ​ສວ່ນ​ເຂົ້າ​ໃນເປົ້າ​ໝາຍ​ສ້າງ​ຮ່າ​ໂນ້ຍກາຍ​ເປັນ​ສູນ​ພັດ​ທະ​ນາ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນຂອງ​ພາກ​ພື້ນ ແລະ ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຄວາມ​ມຸ່ງ​ຫວັງ​​ສ້າງປະ​ເທດ​ຫວຽດ​ນາມ ໃຫ້ພັດ​ທະ​ນາ, ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ວັດ​ທະ​ນາ​ຖາ​ວອນ”.

​ ດ້ວຍ​ວິ​ໄສ​ທັດ ພັດ​ທະ​ນາ 100 ປີ, ຮ່າ​ໂນ້ຍ​ພວມ​ມີ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ພັດ​ທະ​ນາ​ນະ​ຄອນ​ເຊື່ອມ​ຕໍ່​ກັບທົ່ວ​ໂລກ, ສູນ​ນະ​ວັດ​ຕະ​ກຳ, ສູນ​ການ​ເງິນ, ການ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ມີກຳ​ລັງແກ້ງ​ແຍ້ງ​ສູງ​ໃນ​ພາກ​ພື້ນ. ຮ່າ​ໂນ້ຍ​ຈະ​ຢັ້ງ​ຢືນ​ບົດ​ບາດ​ນຳໜ້າ, ສ້າງກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ແຮງ​ສຳ​ລັບ​ເຂດນະຄອນຫຼວງ ແລະ ທົ່ວ​ປະ​ເທດ, ກາຍ​ເປັນ​ແຫ່ງ​ທີ່ດຶງ​ດູດບັນ​ດາ​ນັກ​ລົງ​ທຶນ, ບ່ອນ​ເຕົ້າໂຮມ​ຂອງ​ພູມ​ປັນ​ຍາ, ເຕັ​ກ​ໂນ​ໂລ​ຢີ, ແຫຼ່ງ​ກຳ​ລັງ ແລະ ແນ​ວຄວາມ​ຄິດ​ພັດ​ທະ​ນາ​ໃໝ່.